​ເພື່ອນມິດສາ​ກົນ​ ​ໃຫ້​ຂໍ້​ສັງ​ເກ​ດທີ່ໜ້າປ​ະ​ເອີ​ບ​ໃຈ ກ່ຽວກັບ​ສະພາບ​ເສດຖະກິດ​ຂອງຫວຽດນາມ

Thu Hoa
Chia sẻ
(VOVWORLD) -  ພື້ນຖານເສດຖະກິດຫວຽດນາມ ເຕີບໂຕຢ່າງແຮງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ນັບການປົວແປງ ແລະ ຍົກສູງຂຶ້ນ. ນັ້ນແມ່ນບັນດາຂໍ້ສັງເກດທີ່ໜ້າປະເອີບໃຈກ່ຽວກັບສະພາບເສດຖະກິດ - ສັງຄົມ ຂອງຫວຽດນາມ ໂດຍບໍ່ຫົວຊາຕໍ່ບັນດາການສັງເກດ ແຕ່ດ້ານດຽວ, ມີຄວາມສົງໄສຕໍ່ການພັດທະນາຕາມທິດນັບມື້ນັບຍືນຍົງ ແລະ ແທດຈິງຂອງເສດຖະກິດຫວຽດນາມ ແລະ ກ່ຽວກັບບັນດາມູນຄ່າ ເຊິ່ງການພັດທະນາເສດຖະກິດນໍາມາໃຫ້ປະຊາຊົນຫວຽດນາມ. ຕໍ່ໄປນີ້ ເຊີນທ່ານຮັບຟັງບົດຂຽນຂອງບັນນາທິການ ທູຮວາ.

ຕາມບົດລາຍງານຂອງລັດຖະບານຫວຽດນາມຢູ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ 14 ແລ້ວ ລະດັບການເຕີບໂຕ GDP ຂອງພື້ນຖານເສດຖະກິດຫວຽດນາມ ໃນປີ 2018 ແມ່ນ 7,08%, ໄຕມາດ ທີ 1 ປີ 2019 ບັນລຸແມ່ນ 6,79% ແລະ ຄາດໝາຍຂອງປີ 2019 ແມ່ນເຕີບໂຕໃຫ້ໄດ້ 6,8%. ບັນດານັກຊ່່ຽວຊານ ແລະ ອົງການຈັດຕັ້ງເສດຖະກິດຕ່່າງໆໃນໂລກ ກໍພ້ອມກັນມີຂໍ້ສັງເກດທີ່ໜ້າປະເອີບໃຈກ່ຽວກັບພື້ນຖານເສດຖະກິດຫວຽດນາມ.

​ເພື່ອນມິດສາ​ກົນ​ ​ໃຫ້​ຂໍ້​ສັງ​ເກ​ດທີ່ໜ້າປ​ະ​ເອີ​ບ​ໃຈ ກ່ຽວກັບ​ສະພາບ​ເສດຖະກິດ​ຂອງຫວຽດນາມ - ảnh 1

ຕໍ່າແຜ່ນຕັດຫຍິບເປັນໜຶ່ງໃນບັນດາທ່າແຮງຂອງຫວຽດນາມ

 (ພາບ: Nikkei Asean Review)

        ພື້ນຖານເສດຖະກິດຫວຽດນາມ ມີລະດັບເຕີບໂຕເປັນປົກກະຕິໃນໄລຍະຍາວ

        ວັນທີ 28 ພຶດສະພາ ຜ່ານມາ, ສໍານັກຂ່າວສານທີ່ມີຊື່ສຽງຄື Blomberg ໄດ້ຄັດສະເໜີບົດລາຍງານຂອງທະນາຄານ DBS Bank ໂດຍຄາດຄະເນວ່າ ເສດຖະກິດຫວຽດນາມ ຈະມີລະດັບເຕີບໂຕ ແຕ່ 6 – 6,5% ໃນຮອບເວລາ 10 ປີ ຈະມາເຖິງ. ດ້ວຍລະດັບເຕີບໂຕນັ້ນ, ຕາມທະນາຄານ DBS Bank ແລ້ວ ໃນໄລຍະ 10 ປີ ຕໍ່ໄປ, ຂອບຂະໜາດຂອງພື້ນຖານເສດຖະກິດຫວຽດນາມ ຈະໃຫຍ່ກວ່າຂອບຂະໜາດຂອງບັນດາພື້ນຖານເສດຖະກິດພັດທະນາຂອງ ອາຊີ ແລະ ໃນໂລກ ເນື່ອງຈາກວ່າ ບາງພື້ນຖານເສດຖະກິດພັດທະນາ ພວມມີສັນຍານເຕີບໂຕຢ່າງຊັກຊ້າ ຍ້ອນປະສົບກັບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດໂລກ. ກອງທຶນເງິນຕາສາກົນ (IMF) ຖືວ່າ ການເຕີບໂຕເສດຖະກິດທົ່ວໂລກໃນປີ 2019 ກໍພຽງແຕ່ບັນລຸໄດ້ 3,5% ເທົ່ານັ້ນ. ດັ່ງນັ້ນ, ພື້ນຖານເສດຖະກິດຂອງຫວຽດນາມ ຈຶ່ງມີກາລະໂອກາດຮັດແຄບຊ່ອງຫວ່າງກັບຫຼາຍພື້ນຖານເສດຖະກິດທີ່ພັດທະນາກວ່າ ໃນໄລຍະຈະມາເຖິງ. ໃນທ່າອ່ຽງດັ່ງກ່າວ, ຫວ່າງມໍ່ໆມານີ້, ກົມສະຖິຕິ ອາເມລິກາ ໄດ້ປະກາດຕົວເລກ ໂດຍສະແດງໃຫ້ເຫັນວ່າ ວົງເງິນນໍາເຂົ້າ ອາເມລິກາ ຈາກ ຫວຽດນາມ ໃນໄລຍະ 3 ເດືອນຕົ້ນປີ 2019 ເພີ່ມຂຶ້ນ 40,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ຖ້າຫາກວ່າລະດັບການນໍາເຂົ້າສິນຄ້າຈາກຫວຽດນາມ ໄປຍັງ ອາເມລິກາ ໄດ້ຮັບການຮັກສາຄືລະດັບດັ່ງກ່າວໃນທັງປີ 2019 ນັ້ນ ຫວຽດນາມຈະລື່ນກາຍ ອີຕາລີ, ຝລັ່ງ, ອັງກິດ ແລະ ອິນເດຍ ແລະ ຢືນອັນດັບທີ 7 ໃນບັນຊີລາຍຊື່ບັນດາປະເທດມີວົງເງິນສົ່ງອອກຫຼາຍທີ່ສຸດໄປຍັງ ອາເມລິກາ.

        ໃນໄລຍະຜ່ານມາ, ບໍ່ພຽງແຕ່ມີບົດລາຍງານຂອງ DBS Bank ແລະ ຕົວເລກຂອງກົມສະຖິຕິ ອາເມລິກາ ເທົ່ານັ້ນ, ຫາກຍັງມີບົດຂຽນ, ບົດກ່າວປາໄສ, ການຕີລາຄາຂອງສື່ມວນຊົນ, ນັກຄຸ້ມຄອງ, ນັກຊ່ຽວຊານສາກົນ ລ້ວນແຕ່ໄດ້ສະແດງໃຫ້ເຫັນ ມູມມອງທີ່ໜ້າປະເອີບໃຈ ຕໍ່ການເຕີບໂຕທີ່ເປັນປົກກະຕິ ແລະ ຍາວນານຂອງເສດຖະກິດຫວຽດນາມ. ບັນດານັກຊ່ຽວຊານດ້ານເສດຖະກິດສາກົນຖືວ່າ ການເຕີບໂຕເສດຖະກິດຂອງຫວຽດນາມ ໃນອະນາຄົດ ຈະສືບຕໍ່ໄດ້ຮັບການຊຸກຍູ້ ຍ້ອນມີທ່າໄດ້ປຽບກ່ຽວກັບໂຄງປະກອບປະຊາກອນ, ກໍາລັງແຮງງານ, ພື້ນຖານໂຄງລ່າງ ນັບມື້ນັບໄດ້ຮັບການປົວແປງ, ພື້ນຖານດ້ານການເມືອງມີສະຖຽນລະພາບ, ສະມັດຕະພາບແຮງງານເພີ່ມຂຶ້ນ, ສ້າງກໍາລັງດຶງດູດບັນດາກະແສເງິນລົງທຶນຈາກຕ່າງປະເທດ.

        ການຕີລາຄາຢ່າງພາວະວິໄສຂອງບັນດາອົງການເສດຖະກິດສາກົນ ລ້ວນແຕ່ສະແດງໃຫ້ເຫັນກຳລັງແຮງຂອງພື້ນຖານເສດຖະກິດ ຫວຽດນາມ ພວມເພີ່ມຂຶ້ນຢ່າງໄວ ແລະ ຫວຽດນາມ ພວມແມ່ນຈຸດນັດພົບທີ່ດູດດື່ມຂອງເງິນລົງທຶນ, ຂອງເຕັກໂນໂລຊີ, ຂອງບັນດາແຫຼ່ງກຳລັງເສດຖະກິດສາກົນຢ່າງແທ້ຈິງ. ວາລະສານ Nikkei ຂອງ ຍີ່ປຸ່ນ ຖືວ່າ: ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາປະເທດດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ກ້ອນໃຫຍ່ສຸດຢູ່ ອາຊີ, ລະບົບການຜະລິດ, ສະໜອງທົ່ວໂລກ ກໍ່ພວມຫລັ່ງໄຫລເຂົ້າ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງດູດດື່ມຂອງເສດຖະກິດ ຫວຽດນາມ ຈາກກົນໄກນະໂຍບາຍ ຈົນເຖິງສະຖຽນລະພາບ. ຕາມວາລະສານດັ່ງກ່າວ, ທຶນ FDI, ວິສາຫະກິດ FDI ຫລັ່ງໄຫລເຂົ້າ ຫວຽດນາມ ນັ້ນຈະສ້າງຄວາມຄຶກຄື້ນ ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ, ເປີດປະຕູອອກໃຫ້ໃຫຍ່ ເພື່ອໃຫ້ ຫວຽດນາມ ນຳຜະລິດຕະພັນຂອງຕົນໄປຍັງບັນດາຕະຫລາດໃຫຍ່ກ່ວາໝູ່ໂລກຄື: ອາເມລິກາ, ບັນດາປະເທດເຂົ້າຮ່ວມສັນຍາ CPTPP, ຈີນ, ອີຢູ.

        ພື້ນຖານເສດຖະກິດພັດທະນານຳມາເຊິ່ງຄຸນຄ່າຫລາຍຢ່າງໃຫ້ແກ່ປະຊາຊົນ

       ໃນການຜັນແປອື່ນ, ການເຕີບໂຕເສດຖະກິດຈະຊ່ວຍສ້າງລາຍຮັບ ແລະ ຄ່າຄອງຊີບຂອງປະຊາຊົນ ຫວຽດນາມ ພວມນັບມື້ນັບດີກ່ວາເກົ່າ. ຕາມການປະກາດໃນເດືອນ ມີນາ 2019 ຂອງ Nielsen, ແມ່ນບໍລິສິດທີ່ມີຊື່ສຽງໃນໂລກກ່ຽວກັບການຄົ້ນຄວ້າຕະຫລາດ, ຫວຽດນາມ ຖືກຈັດຢູ່ໃນອັນດັບທີ 4 ໃນບັນດາປະເທດທີ່ມີຄວາມປະເອີບໃຈທີ່ສຸດໃນໂລກກ່ຽວກັບດັດຊະນີຄວາມໄວ້ເນື້ອເຊື່ອໃຈຂອງຜູ້ບໍລິໂພກອຸປະໂພກ (CCI). CCI ຂອງ ຫວຽດນາມ ພວມມີຄະແນນແມ່ນ 122 ຄະແນນ, ສູງຫລາຍເທົ່າເມື່ອທຽບໃສ່ລະດັບສະເລ່ຍຂອງພາກພື້ນ (117 ຄະແນນ) ແລະ ໂລກ (107 ຄະແນນ). ໝາກຜົນດັ່ງກ່າວສະແດງໃຫ້ເຫັນກ່ຽວກັບລະດັບຄວາມປະເອີບໃຈຂອງຜູ້ບໍລິໂພກອຸປະໂພກກ່ຽວກັບເສດຖະກິດ ຫວຽດນາມ. ປະຊາຊົນ ຫວຽດນາມ ມີລາຍຮັບນັບມື້ນັບດີກ່ວາ ດັ່ງນັ້ນຈຶ່ງມີຫລາຍຄົນ ສາມາດຊື້ລົດໂອໂຕ, ອຸປະກອນເອເລັກໂຕນິກທັນສະໄໝ, ຊື້ໂສ້ງເສື້ອຂອງບັນດາຍີຫໍ້ທີ່ມີຊື່ສຽງ, ໄປທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາການເຄື່ອນໄຫວບັນເທີງ.

        ພື້ນຖານເສດຖະກິດ ຫວຽດນາມ ພວມຢູ່ໃນໄລຍະພັດທະນາ ແລະ ຄາດວ່າຈະ “ເປັນໂຕມັງກອນ” ນີ້ແມ່ນໝາກຜົນຂອງບັນດາແຜນນະໂຍບາຍ, ການກຳນົດທິດຢ່າງຖືກຕ້ອງ, ບັນດາມາດຕະການຂອງລັດຖະບານໄດ້ປະຕິບັດຢ່າງຂ້ຽວຂາດໃນໄລຍະຜ່ານມາ ແນໃສ່ພັດທະນາເສດຖະກິດການຕະຫລາດກຳນົດທິດສັງຄົມນິຍົມ, ພັດທະນາເສດຖະກິດພາກເອກະຊົນ, ປະຕິຮູບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ພັດທະນາວິສາຫະກິດ. ສະພາບຄວາມເປັນຈິງນີ້ ພ້ອມກັບບັນດາຂໍ້ສັງເກດປະເອີບໃຈຂອງເພື່ອນມິດສາກົນ ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈກ່ຽວກັບພື້ນຖານເສດຖະກິດ ຫວຽດນາມ ພັດທະນາຢ່າງວ່ອງໄວ, ເຮັດໃຫ້ການສັງເກດແຕ່ດ້ານດຽວ, ຄວາມສົງໄສກ່ຽວກັບການພັດທະນາຕາມທິດນັບມື້ນັບຍືນຍົງຂອງພື້ນຖານເສດຖະກິດ ຫວຽດນາມ ຖືກມົວໄປຢ່າງແທ້ຈິງ./.

ຕອບກັບ