ອາເມລິກາ ຊອກຫາສຽງເວົ້າລວມຈາກບັນດາສຳພັນທະມິດຢູ່ອາຊີ

Van
Chia sẻ
(VOVWORLD) -ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຄົນໃໝ່ Mark Esper, ຫາກໍ່ດຳເນີນການໄປຢ້ຽມຢາມ 5 ປະເທດອາຊີ ທີ່ແກ່ຍາວເປັນເວລາ 6 ວັນ, ພາຍຫຼັງຮັບດຳລົງຕຳແໜ່ງຫວ່າງມໍ່ໆມານີ້.

ອາເມລິກາ ຊອກຫາສຽງເວົ້າລວມຈາກບັນດາສຳພັນທະມິດຢູ່ອາຊີ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ແລະ ຄູ່ຕຳແໜ່ງສ.ເກົາຫຼີ Jeong Kyeong doo

(ພາບ: Yonhap/TTXVN)

ການກະທຳດັ່ງກ່າວສະແດງໃຫ້ເຫັນບົດບາດສຳຄັນຂອງພາກພື້ນ ໃນນະໂຍບາຍຂອງວໍຊິງຕັນ, ພ້ອມທັງແມ່ນສັນຍານຊີ້ໃຫ້ເຫັນການຫັນປ່ຽນບຸລິມະສິດໃໝ່ຂອງທຳນຽບ 5 ແຈ ຢ່າງໜ້ອຍສຸດແມ່ນໃນໄລຍະ 1 ທົດສະວັດຈະມາເຖິງ.

        5 ປະເທດມີຊື່ໃນການໄປປະຕິບັດງານຢູ່ອາຊີ ທຳອິດຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ແມ່ນ: ອົດສະຕາລີ, ນິວຊີແລນ, ຍີ່ປຸ່ນ, ສ.ເກົາຫຼີ ແລະ ມົງໂກນ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, 4 ປະເທດໃນຈຳນວນ 5 ປະເທດດັ່ງກ່າວແມ່ນສຳພັນທະມິດໃຫຍ່ຂອງອາເມລິກາ ຢູ່ພາກພື້ນ. ສະເພາະ ມົງໂກນ ແມ່ນປະເທດທີ່ມີຄວາມສົນໃຈຫຼາຍຢ່າງໃນການຢ້ຽມຢາມຂອງທ່ານ Mark Esper, ເຊິ່ງເປັນການຊີ້ບອກໃຫ້ເຫັນການຫັນປ່ຽນບຸລິມະສິດໃໝ່ຂອງທຳນຽບ 5 ແຈ ໃນອະນາຄົດ.

ຄຳໝັ້ນສັນຍາຮ່ວມມືຈາກບັນດາສຳພັນທະມິດ

        ການເລືອກເອົາປະເທດອົດສະຕາລີ ແມ່ນປະເທດທຳອິດທີ່ໄປຢ້ຽມຢາມໃນການໄປປະຕິບັດງານຂອງທ່ານ Mark Esper, ອາເມລິກາ ຢາກຮັດແໜ້ນການພົວພັນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບກັບປະເທດ ທະວີບໂອເຊອານີ ນີ້. ໝາກຜົນແມ່ນ, ໃນການປຶກສາຫາລືປະຈຳປີລະຫວ່າງບັນດາລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນຊາດອົດສະຕາລີ - ອາເມລິກາ (AUSMIN) ຢູ່ກາຣີເບ, 2 ຝ່າຍໄດ້ເປັນເອກະພາບວິທີສຳຜັດສຳລັບບັນດາບັນຫາທາງທະເລ. 2 ຝ່າຍກໍ່ເນັ້ນໜັກເຖິງຄຳໝັ້ນສັນຍາລວມຂອງອາເມລິກາ ແລະ ອົດສະຕາລີສຳລັບຄວາມໝັ້ນຄົງ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນຂອງພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ.

        ເຖິງຢ່າງໃດກໍ່ຕາມ, ເລື່ອງອົດສະຕາລີ ໃຫ້ຮູ້ວ່າ ຈະ “ພິຈາລະນາຢ່າງເຂັ້ມງວດ” ຂໍ້ສະເໜີຂອງອາເມລິກາ ກ່ຽວກັບການເຂົ້າຮ່ວມບັ້ນ ຜູ້ປົກປ້ອງລາດຕາເວນຢູ່ຕາເວັນອອກກາງ, ຫາກຍັງບໍ່ທັນຍົກອອກບໍ່ວ່າຄຳໝັ້ນສັນຍາໃດໆ ແລະ ສະແດງໃຫ້ເຫັນບໍ່ສະໜັບສະໜູນແຜນການຈັດຕັ້ງລູກສອນໄຟຢູ່ອາຊີ, ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນສ່ວນໃດສ່ວນໜຶ່ງຄວາມແຕກຕ່າງໃນທັດສະນະ ແລະ ຄວາມສົນໃຈລວມລະຫວ່າງ 2 ພັນທະມິດທີ່ດົນນານນີ້.

        ພາຍຫຼັງໄປເຖິງ Auckland, ປະເທດນິວຊີແລນ, ທ່ານ Mark Esper ໄດ້ຢືນຢັນຄືນໃໝ່ວ່າ ພາກພື້ນມະຫາສະມຸດອິນເດຍ - ປາຊີຟິກ ແມ່ນບຸລິມະສິດໃນຍຸດທະສາດປ້ອງກັນປະເທດຂອງ 2 ປະເທດ ແລະ 2 ຝ່າຍມີວິໄສທັດລວມໃນອະນາຄົດ. ຄຽງຂ້າງນັ້ນ, ແມ່ນຍົກສູງການຮ່ວມມືໃນບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ, ການນຳກະຊວງປ້ອງກັນ 2 ປະເທດໃຫ້ຄຳໝັ້ນສັນຍາຮັດແໜ້ນການພົວພັນຄູ່ຮ່ວມມື ເພື່ອແນໃສ່ສືບຕໍ່ປະຕິບັດບັນດາຍຸດທະສາດຢູ່ມະຫາສະມຸດອິນເດຍ - ປາຊີຟິກ.

        ໃນສະພາບການພົວພັນລະຫວ່າງເຊີອູນ ແລະ ໂຕກຽວ ພວມຕົກຢູ່ໃນລະດັບຕ່ຳສຸດໃນກວ່າເຄິ່ງສະຕະວັດຜ່ານມາ, ການຢ້ຽມຢາມຂອງທ່ານ Mark Esper ໄປເຖິງຍີ່ປຸ່ນ ແລະ ສ.ເກົາຫຼີ ເປັນການສ່ອງແສງໃຫ້ເຫັນຄວາມມຸ່ງມາດປາດຖະໜາຂອງວໍຊິງຕັນ ໃນການຕິດພັນ ແລະ ປັບປຸ່ງການຮ່ວມມືຄວາມໝັ້ນຄົງ 3 ຝ່າຍ. ໃນການພົບປະກັບຄູ່ ຕຳແໜ່ງຍີ່ປຸ່ນ Takeshi Iwaya, 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນເພື່ອຊຸກຍູ້ການປອດນິວເຄຼຍໃນແຫຼມເກົາຫຼີ, ກໍຄືເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື 3 ຝ່າຍ ຍີ່ປຸ່ນ - ອາເມລິກາ - ສ.ເກົາຫຼີ ໃນການແກ້ໄຂສຳເນົາເອກະສານນິວເຄຼຍຂອງສປປ.ເກົາຫຼີ ແລະ ຮັບປະກັນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ສ່ວນໃນການແລກປ່ຽນກັບຄູ່ຕຳແໜ່ງສ.ເກົາຫຼີ Jeong Kyeong doo, ທ່ານ Mark Esper ໄດ້ຊີ້ແຈ້ງການພົວພັນພັນທະມິດອາເມລິກາ - ສ.ເກົາຫຼີ ໝັ້ນຄົງແມ່ນປັດໄຈແກ່ນສານເພື່ອຊຸກຍູ້ສັນຕິພາບ ແລະ ຄວາມໝັ້ນຄົງໃນແຫຼມເກົາຫຼີ ແລະ ອາຊີຕາເວັນອອກສ່ຽງເໜືອ.

        ເຖິງຢ່າງໃດກໍ່ຕາມ, ຄ້າຍຄືກັບອົດສະຕາລີ, ບັນດາຄວາມມານະພະຍາຍາມຂອງທ່ານ Mark Esper ເພື່ອແນໃສ່ເກ້ຍກ່ອມທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Takeshi Iwaya ໃນການເຂົ້າຮ່ວມພັນທະມິດການເດີນທະເລສາກົນຢູ່ຊ່ອງແຄບທະເລ Hormuz ຍັງບໍ່ທັນບັນລຸຜົນສຳເລັດ. ຄຽງຂ້າງນັ້ນ, ຄວາມມານະພະຍາຍາມເພື່ອປົວແປ່ງຄວາມບໍ່ລົງລອຍກັນລະຫວ່າງ 2 ປະເທດສຳພັນທະມິດຂອງອາເມລິກາ ກໍ່ຍັງບໍ່ທັນບັນລຸໝາກຜົນເທື່ອ.

ມົງໂກນ: ການຫັນປ່ຽນທິດໃໝ່ຂອງອາເມລິກາ

        ເລື່ອງເລືອກເຟັ້ນ ມົງໂກນ ແມ່ນ 1 ໃນຈຳນວນ 5 ປະເທດທຳອິດມາຢ້ຽມຢາມ ໃນຖານະຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເຮັດໃຫ້ຫາງສຽງສົນໃຈເປັນພິເສດ. ການຢ້ຽມຢາມຖືກດຳເນີນໃນເວລາບໍ່ດົນພາຍຫຼັງທ່ານປະທານາທິບໍດີ ມົງໂກນ Battulga Khaltmaa ໄປວໍຊິງຕັນ ເພື່ອພົບປະກັບທ່ານປະທານາທິບໍດີອາເມລິກາ Donald Trump ໃນທ້າຍເດືອນ ກໍລະກົດ. ກ່ອນໜ້ານັ້ນ, ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດອາເມລິກາ ທ່ານ John Bolton ກໍ່ໄດ້ໄປຢ້ຽມຢາມ ມົງໂກນ.

        ເມື່ອສັງເກດປະຫວັດສາດການພົວພັນທາງການທູດ, ມົງໂກນ ເຄີຍແມ່ນຄູ່ຮ່ວມມືດ້ານການທະຫານທີ່ສະເໜີຕົ້ນສະເໝີປາຍຂອງອາເມລິກາ, ໜູນຊ່ວຍສ່ວນໃດໜຶ່ງໃຫ້ແກ່ບັນດາບັ້ນຮົບດ້ານການທະຫານຂອງອາເມລິກາ ຢູ່ອີຣັກ ແລະ ອາບການິດສະຖານ. Ulaanbaatar ກໍ່ມີການພົວພັນກັບພຽງຢາງ ເປັນຢ່າງດີ, ສິ່ງທີ່ວໍຊິງຕັນ ສາມາດນຳໃຊ້ໄດ້ຖ້າຫາກທ່ານ D.Trump ຢາກຊອກຫາວິທີຟື້ນຟູບັນດາການເຈລະຈາປອດນິວເຄຼຍທີ່ພວມຖືກຕົກເຂົ້າສູ່ສະພາບບໍ່ມີທາງອອກ. ໂດຍອີງໃສ່ບັນດາຂໍ້ມູນດັ່ງກ່າວ, ວົງການນັກໄຈ້ແຍກໄດ້ຖືວ່າ, ການຢ້ຽມຢາມຂອງທ່ານລັດຖະມົນຕີປ້ອງກັນປະເທດ Mark Esper ໄປເຖິງ ມົງໂກນ, ເຊິ່ງແມ່ນປະເທດຕັ້ງຢູ່ລະຫວ່າງລັດເຊຍ ແລະ ຈີນ, ເຊິ່ງແມ່ນ 2 ປະເທດທີ່ອາເມລິກາ ພວມຮັບຖືວ່າແມ່ນໄພນາບຂູ່ດ້ານຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດ, ມີຄວາມໝາຍຫຼາຍຢ່າງ. ການຢ້ຽມຢາມໄດ້ຮັບຖືວ່າ ແມ່ນສືບຕໍ່ປັບປຸງການພົວພັນຮ່ວມມືລະຫວ່າງອາເມລິກາ - ມົງໂກນ, ສ້າງປະຖົມປັດໄຈໃຫ້ແກ່ບັນດາການຮ່ວມມືໃນອະນາຄົດ, ເຖິງວ່າແມ່ນທາງດ້ານການເມືອງ, ເສດຖະກິດ ຫຼື ການປ້ອງກັນຊາດກໍ່ຕາມ.

        ເລືອກເຟັ້ນ 5 ປະເທດອາຊີ ແມ່ນສະຖານທີ່ດຳເນີນການໄປປະຕິບັດງານຄັ້ງທຳອິດຂອງຕົນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ຄົນໃໝ່ Mark Esper ສ່ວນໃດສ່ວນໜຶ່ງມີຄວາມຮັບຮູ້ຢ່າງຈະແຈ້ງກວ່າກ່ຽວກັບບັນດາສິ່ງທ້າທາຍເຊິ່ງອາເມລິກາ ພວມປະເຊີນໜ້າ. ການຢ້ຽມຢາມບໍ່ພຽງແຕ່ປັບປຸງການພົວພັນກັບບັນດາພັນທະມິດຫຼັກແຫຼ່ງຄືນໃໝ່ເທົ່ານັ້ນ, ຫາກຍັງປະກອບສ່ວນຢືນຢັນຄືນໃໝ່ການມີໜ້າ ແລະ ບົດບາດຂອງອາເມລິກາ ຢູ່ພາກພື້ນຍຸດທະສາດດັ່ງກ່າວອີກດ້ວຍ.

ຕອບກັບ