ອາ​ຊຽ​ນ-ສ.ເກົາຫຼີ ການ​ຮ່ວມ​ມື​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

Anh Huyen
Chia sẻ
(VOVWORLD) - ສັບປະດາອາຊຽນສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ ຫາກໍ່ສີ້ນສຸດລົງເມື່ອວັນທີ 16 ມິຖຸນາຜ່ານມາ ຢູ່ນະຄອນຫຼວງເຊີອູນ ປະເທດສ.ເກົາຫຼີ. ເຫດການຄັ້ງນີ້ໄດ້ສ້າງບັນຍາກາດມຸ້ງໄປເຖິງການຈັດກອງປະຊຸມສຸດຍອດພິເສດ ອາຊຽນ-ສ.ເກົາຫຼີ ສຳເລັດຜົນ ໃນເດືອນພະຈິກຈະມາເຖິງ ໃນໂອກາດ ສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ.
ອາ​ຊຽ​ນ-ສ.ເກົາຫຼີ ການ​ຮ່ວມ​ມື​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 1

ວາລະປະຊຸມໃນສັບປະດາເລີ່ມຕົ້ນດຳເນີນທຸລະກິດອາຊຽນ-ສ.ເກົາຫຼີ

ຢູ່ແຂວງ Gyeonggi (ພາບ: ASEAN - KOREA CENTRE)

     ບັນດາຜູ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນການໂອ້ລົມສົນທະນາລະຫວ່າງອາຊຽນ-ສ.ເກົາຫຼີ ແມ່ນຊາວສ.ເກົາຫຼີ, ຊາວອາຊຽນ, ຊາວເຊີອູນ. ເຫດການນີ້ແມ່ນ “ການທ່ອງທ່ຽວອາຊຽນຂອງປະຊາຊົນ” ເພື່ອຮັບປະທານອາຫານການກິນ, ຮັບຊົມການສະແດງຊຸດອາພອນສະໄໝ ແລະ ສະແດງສິລະປະທີ່ມີຫຼາຍຮູບຫຼາຍແບບຂອງ 10 ປະເທດອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອແບ່ງປັນບັນດາຄຸນຄ່າຂອງອາຊຽນ, ປະກອບສ່ວນຍົກສູງສາຍສຳພັນ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືລະຫວ່າງ ສເກົາຫຼີ ແລະ ອາຊຽນ.

ບັນດາການຮ່ວມມືທີ່ແທດຈິງ, ມີປະສິດທິຜົນ

ປະຈຸບັນ, ອາຊຽນ ແມ່ນຄູ່ຄ້າລາຍໃຫ່ຍອັນດັບທີ 2 ຂອງສ.ເກົາຫຼີ, ຖັດຈາກຈີນ ແລະ ແມ່ນຈຸດນັດພົບແຫ່ງການລົງທຶນໃຫ່ຍອັນດັບທີ 3 ຂອງ ສ.ເກົາຫຼີ, ຖັດຈາກອາເມລິກາ ແລະ ສະຫະພາບເອີລົບ. ສ.ເກົາຫຼີ ພວມຊອກຫາວິທີເພີ່ມທະວີການພົວພັນດ້ານການຄ້າສອງຝ່າຍກັບບັນດາປະເທດອາຊຽນ ຈາກລະດັບສູງສະຖິຕິ ຄື 160 ຕື້ USD ໃນປີ 2018 ຂື້ນເປັນ 200 ຕື້ USD ໃນປີ 2020. ຄຽງຂ້າງນັ້ນ, ອາຊຽນ ຍັງແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວຫຼາຍຄົນຈາກ ສ.ເກົາຫຼີ.

ໃນໄລຍະຜ່ານມາ, ໃນການປະຊຸມຄັ້ງຕ່າງໆລະຫວ່າງບັນດາເຈົ້າໜ້າທີ່ຂອງອາຊຽນ ແລະ ສ.ເກົາຫຼີ ສອງຝ່າຍລ້ວນແຕ່ໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການພົວພັນອາຊຽນ- ສ.ເກົາຫຼີ ເຂົ້າສູ່ລວງເລິກ ແລະ ບັນລຸປະສິດທິຜົນໃນທຸກດ້ານ, ໃນນັ້ນ ມີບັນດາຂົງເຂດເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຄື: ເຕັກໂນໂລຊີຂໍ້ມູນຂ່າວສານ-ໂຄສະນາສື່ສານ, ປ່ຽນແປງໃໝ່ຢ່າງປະດິດຄິດສ້າງ.. ຍາມໃດ ສ.ເກົາຫຼີ ກໍ່ຢັ້ງຢືນຈະຕັ້ງໜ້າໜູນຊ່ວຍຂໍ້ລິເລີ່ມຕາໜ່າງນະຄອນບັນດາປະເທດອາຊຽນທັນສະໄໝ, ເພີ່ມທະວີການແບ່ງປັນບົດຮຽນກັບອາຊຽນ ກ່ຽວກັບການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ, ພັດທະນາເສດຖະກິດ digital, ເຕັກໂນໂລຊີຂຽວ…. ສັບປະດາ ເລີ່ມດຳເນີນທຸລະກິດ ອາຊຽນ- ສ.ເກົາຫຼີ ຖືກຈັດຂຶ້ນຢູ່ແຂວງ  Gyeonggi ຂອງ ສ.ເກົາຫຼີ ເພື່ອແນໃສ່ຊ່ວຍຊຸກຍູ້ຂະບວນການເລີ່ມດຳເນີນທຸລະກິດໃນຂົງເຂດ ເຕັກໂນໂລຊີຂໍ້ມູນຂ່າວສານ-ໂຄສະນາສື່ສານຢູ່ບັນດາປະເທດອາຊຽນ. ສ.ເກົາຫຼີ ກໍ່ເພີ່ມກອງທຶນຮ່ວມມືອາຊຽນ- ສ.ເກົາຫຼີ ທົບ 2 ເທົ່າ, ຜັນຂະຫຍາຍບັນດາຂໍ້ລິເລີ່ມກ່ຽວກັບການຍູ້ແຮງການພົບປະແລກປ່ຽນປະຊາຊົນຂຶ້ນເຖິງ 15 ລ້ານຄົນໃນປີ 2020, ໜູນຊ່ວຍຈຳນວນເງິນ 100 ລ້ານ USD ເພື່ອພັດທະນາພື້ນຖານໂຄງລ່າງພາກພື້ນ, ຍົກສູງກຳລັງດ້ານ digital ຂອງອາຊຽນ, ໜູນຊ່ວຍອາຊຽນ ພ້ອມແລ້ວທີ່ຈະຮັບມືກັບໄພທຳມະຊາດ, ຮັບປະກັນຄວາມໝັ້ນຄົງເຄືອຂ່າຍອິນເຕີແນັດ…

ອາ​ຊຽ​ນ-ສ.ເກົາຫຼີ ການ​ຮ່ວມ​ມື​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ - ảnh 2

ປະທານາທິບໍດີ ສ.ເກົາຫຼີ Moon Jae-in ກ່າວປາໄສຢູ່ກອງປະຊຸມຂັ້ນສູງ

ອາຊຽນ-ສ.ເກົາຫຼີ ຈັດຂຶ້ນຢູ່ສິງກະໂປ, ວັນທີ 14/11 (ພາບ: The Straits Times)

 ພາຍຫຼັງກອງປະຊຸມຍຸດຍອດອາເມລິກາ-ສປປເກົາຫຼີ 2 ຄັ້ງໄດ້ຈັດຕັ້ງຢູ່ສິງກະໂປ ແລະ ຫວຽດນາມ ເມື່ອປີ 2018 ແລະ 2019 ຢ່າງສຳເລັດຜົນນັ້ນ, ອາຊຽນມີບົດບາດ ແລະ ຜົນສະທອ້ນດ້ານການທູດທີ່ຕັ້ງໜ້າໃນວິວັດທະນະການສັນຕິພາບໃນແຫຼມເກົາຫຼີ. ກ່ອນນັ້ນ, ທ່ານ Kang Kyung-wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ເຄີຍຢືນຢັນວ່າ: ການພົວພັນກັບອາຊຽນ ແມ່ນການພົວພັນທີ່ຈຳເປັນໃຫ້ແກ່ຄວາມວັດທະນາຖາວອນ ແລະ ສັນຕິພາບຂອງ ສ.ເກົາຫຼີ.

ວິໄສທັດໃນອະນາຄົດສຳລັບການພົວພັນອາຊຽນ- ສ.ເກົາຫຼີ

ຫວ່າງແລ້ວນີ້, ການໄປປະຕິບັດງານຢູ່ 3 ປະເທດອາຊຽນ, ຊື່ງລວມມີ ບຣູໄນ, ມາເລເຊຍ ແລະ ກຳປູເຈຍ ເມື່ອເດືອນມີນາປີ 2019 ຜ່ານມາ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ກໍ່ໄດ້ຢືນຢັນບົດບາດທີ່ນັບມື້ນນັບເພີ່ມຂຶ້ນຂອງພາກພື້ນອາຊຽນ ແລະ ເນັ້ນໜັກເຖິງຄວາມຕັດສິນໃຈທີ່ຈະເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດອາຊຽນ. ທ່ານ Moon ຖືວ່າ ການຮ່ວມມືລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ຈະປະກອບສ່ວນຢ່າງຕັ້ງໜ້າສຳລັບຈຸດໝາຍເພີ່ມທະວີການເຊື່ອມຕໍ່ພາຍໃນພາກພື້ນ ຊື່ງແມ່ນໜຶ່ງໃນບັນດາຈຸດໝາຍທີ່ອາຊຽນພວມເດີນຕາມ.

ປະຈຸບັນ, ອຳນາດການປົກຄອງ ສ.ເກົາຫຼີ ພວມຕັ້ງໜ້າຊຸກຍູ້ນະໂຍບາຍມຸ້ງໄປເຖິງທິດໃຕ້ໃໝ່ ໜຶ່ງໃນບັນດາຂໍ້ລິເລີ່ມການຕ່າງປະເທດທີ່ສຳຄັນ ໂດຍປະທານາທິບໍດີ Moon Jae-in ຍົກອອກມາ, ເພື່ອແນ່ໃສ່ເປີດກ້ວາງການພົວພັນທາງການທູດ ແລະ ການຮ່ວມມືດ້ານເສດຖະກິດລະຫວ່າງ ສ.ເກົາຫຼີ ກັບບັນດາປະເທດບ້ານໃກ້ເຮືອນຄຽງຢູ່ອາຊີ. ນະໂຍບາຍມຸ້ງໄປເຖິງທິດໃຕ້ໃໝ່ອີງໃສ່ 3 ເສົາຄ້ຳຕົ້ນຕໍຄື: ມະນຸດ, ຄວາມເປັນວັດທະນາຖາວອນ ແລະ ສັນຕິພາບ. ປະທານາທິບໍດີ ສ.ເກົາຫຼີ ເຊື່ອໝັ້ນວ່າ: ດ້ວຍນະໂຍບາຍນີ້, ການພົວພັນລະຫວ່າງ ສ.ເກົາຫຼີ-ອາຊຽນ ຈະສືບຕໍ່ໄດ້ຮັບການເພີ່ມທະວີຂຶ້ນອີກ; ສອງຝ່າຍອາດຈະ “ໄດ້ມີຄວາມສຸກ, ຄວາມວັດທະນາຖາວອນ ແລະ ຄວາມສັນຕິພາບແບບທີ່ບໍ່ເຄີຍມີມາ”.

  ປີ 2019 ເປັນຂີດໝາຍ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນການໂອລົມສົນທະນາລະຫວ່າງອາຊຽນ- ສ.ເກົາຫຼີ. ເພື່ອສະເຫຼີມສະຫຼອງເຫດການນັ້ນ, ຝ່າຍ ສ.ເກົາຫຼີ ມີແຜນການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ- ສ.ເກົາຫຼີ ໃນເດືອນພະຈິກຈະມາເຖິງນີ້. ນີ້ຈະແມ່ນໂອກາດເພື່ອບັນດາການນຳ ສ.ເກົາຫຼີ ແລະ 10 ປະເທດສະມາຊິກອາຊຽນ ໄດ້ຍົກອອກວິໄສທັດໃຫ້ແກ່ອະນາຄົດ, ເພື່ອແນ່ໃສຫັນຈຸດໝາຍສ້າງປະຊາຄົມອາຊຽນ ໃຫ້ປະກົດຜົນເປັນຈິງ ເອົາປະຊາຊົນເປັນໃຈກາງ, ຄວາມວັດທະນາຖາວອນ ແລະ ສັນຕິພາບ.

 

 

 

ຕອບກັບ