ອີຢູ ແບ່ງປັນຄວາມວິຕົກກັງວົນຂອງຫວຽດນາມ ກ່ຽວກັບຄວາມເຄັ່່ງຕຶງຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້

Chia sẻ
(VOVWORLD) -ອີຢູ ແບ່ງປັນຄວາມວິຕົກວັງວົນຂອງຫວຽດນາມ ກ່ຽວກັບບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກໄດ້ເພີ່ມຂຶ້ນຫວ່າງມໍ່ໆມານີ້. ອີຢູ ຖືວ່າ ບັນດາຄວາມເຄັ່່ງຕຶງຄືແນວນັ້ນ ບໍ່ແມ່ນປັດໄຈສະດວກສໍາລັບສັນຕິພາບ, ສະຖານລະພາບ ຢູ່ພາກພື້ນນີ້.
ອີຢູ ແບ່ງປັນຄວາມວິຕົກກັງວົນຂອງຫວຽດນາມ ກ່ຽວກັບຄວາມເຄັ່່ງຕຶງຢູ່ທະເລຕາເວັນອອກຫວ່າງມໍ່ໆມານີ້ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ແລະ ທ່ານນາງ Federica Mogherini ຮອງປະທານຄະນະກໍາມະການເອີຣົບ ທີ່ກອງປະຊຸມຂ່າວ 

ວັນທີ 05 ສິງຫາ, ທີ່ກອງປະຊຸມຂ່າວພາຍຫຼັງການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ, ທ່ານນາງ Federica Mogherini ຮອງປະທານຄະນະກໍາມະການເອີຣົບ, ຜູ້ຕາງໜ້າຂັ້ນສູງ ສະຫະພາບ ເອີຣົບ (ອີຢູ) ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງ ໃຫ້ຮູ້ວ່າ ອີຢູ ແບ່ງປັນຄວາມວິຕົກວັງວົນຂອງຫວຽດນາມ ກ່ຽວກັບບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກໄດ້ເພີ່ມຂຶ້ນຫວ່າງມໍ່ໆມານີ້. ອີຢູ ຖືວ່າ ບັນດາຄວາມເຄັ່່ງຕຶງຄືແນວນັ້ນ ບໍ່ແມ່ນປັດໄຈສະດວກສໍາລັບສັນຕິພາບ, ສະຖານລະພາບ ຢູ່ພາກພື້ນນີ້.

        ທ່ານນາງກ່າວວ່າ: “ອີຢູ ສະໜັບສະໜູນສິດເສລີໃນການໄປມາ, ສິດເສລີໃນການເດີນເຮືອ ແລະ ການບິນ ຢູ່ທະເລ ແລະ ພວກຂ້າພະເຈົ້າກໍສະໜັບສະໜູນວິວັດທະນາການມຸ່ງໄປສູ່ສໍາເລັດການເຈລະຈາ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ມີລັກສະນະຜູກມັດທາງດ້ານນິຕິກໍາ. ພວກຂ້າພະເຈົ້າກໍປາດຖະໜາວ່າບັນດາຝ່າຍຊຸກຍູ້ຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ, ສະໜັບສະໜູນຫຼັກໝັ້ນຕາມທິດເຄົາລົບກົດໝາຍສາກົນ ແລະ ພິເສດແມ່ນເຄົາລົບບັນດາຂໍ້ກໍານົດທັງໝົດໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982)”.

        ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຊົມເຊີຍຫຼັກໝັ້ນດັ່ງກ່າວຂອງ ອີຢູ. ຕາມທ່ານ ຟ້າມບິ່ງມິນແລ້ວ ເລື່ອງຫັນເປັນການທະການ ແລະ ບັນດາການເຄື່ອນໄຫວພຽງລໍາພັງຝ່າຍດຽວ ໄດ້ ແລະ ກໍາລັງເພີ່ມທະວີຄວາມເຄັ່ງຕຶງ, ເຮັດໃຫ້ສູນເສຍຄວາມເຊື່ອໝັ້ນ ແລະ ເຮັດໃຫ້ສະພາບສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນຊຸດໂຊມລົງ. ພ້ອມທັງສະເໜີວ່າ ອີຢູ ສືບຕໍ່ເຂົ້າຮ່ວມການຮັກສາສັນຕິພາບ, ສະຖຽນລະພາບ, ເຄົາລົບກົດໝາຍ, ເຄົາລົບ UNCLOS 1982, ເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບັນດາປະເທດ ຢູ່ທະເລຕາເວັນອອກ.


ຕອບກັບ