ຫວຽດນາມອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ: ໜ້າທີ່ຄວາມຮັບຜິດຊອບເພື່ອໂລກສັນຕິພາບ

Huyen
Chia sẻ
(VOVWORLD) -ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ນັ້ນແມ່ນໂອກາດເພື່ອໃຫ້ຫວຽດນາມ ປະກອບສ່ວນໜ້າທີ່ຄວາມຮັບຜິດຊອບຂອງຕົນເຂົ້າໃນວຽກງານຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນຫຼາຍກວ່າອີກ.
ຫວຽດນາມອອກສະໝັກເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງ: ໜ້າທີ່ຄວາມຮັບຜິດຊອບເພື່ອໂລກສັນຕິພາບ - ảnh 1 (ພາບປະກອບ: TTXVN)

ວັນທີ 07 ມິຖຸນາ, ທີ່ສຳນັກງານສະຫະປະຊາຊາດ ຢູ່ນິວຢອກ, ປະເທດອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ດຳເນີນການປ່ອນບັດເລືອກຕັ້ງໃຫ້ແກ່ 5 ຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021, ໃນນັ້ນ ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວທີ່ຕາງໜ້າໃຫ້ກຸ່ມບັນດາປະເທດອາຊີ - ປາຊີຟິກ ເຂົ້າຮ່ວມການອອກສະໝັກເລືອກຕັ້ງ. ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021 ນັ້ນແມ່ນໂອກາດເພື່ອໃຫ້ຫວຽດນາມ ປະກອບສ່ວນໜ້າທີ່ຄວາມຮັບຜິດຊອບຂອງຕົນເຂົ້າໃນວຽກງານຮັບປະກັນສັນຕິພາບ ແລະ ຄວາມໝັ້ນຄົງສາກົນຫຼາຍກວ່າອີກ.

        ເລື່ອງອອກສະໝັກເລືອກຕັ້ງໃນຄັ້ງນີ້ ແມ່ນການສະແດງໃຫ້ເຫັນຄວາມຕັດສິນໃຈຂອງຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດສັນຕິພາບ, ເພື່ອເອກະລາດຊົນຊາດ, ການຮ່ວມມື ແລະ ພັດທະນາ. ນີ້ແມ່ນການສະແດງໃຫ້ເຫັນນະໂຍບາຍການຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍຢູ່ໃນລະດັບສູງສຸດ ແລະ ຕັ້ງໜ້າເຂົ້າຮ່ວມ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ, ໃນນັ້ນມີອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດແມ່ນສະຫະປະຊາຊາດ.

ສະພາບການສາກົນມີສິ່ງທ້າທາຍຫຼາຍຢ່າງ

        ຫວຽດນາມ ເຄີຍດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2008 – 2009 ແລະ ດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງໃນທ້າຍເດືອນ ກໍລະກົດ 2008 ແລະ ເດືອນຕຸລາ 2009. ຜົນສຳເລັດໃນອາຍຸການທຳອິດຂອງຫວຽດນາມ ໄດ້ສ້າງອິດທິພົນຊື່ສຽງກັບເພື່ອນມິດສາກົນ. ນີ້ກໍ່ແມ່ນບົດຮຽນທີ່ດີເພື່ອໃຫ້ຫວຽດນາມ ກະກຽມໃຫ້ບັນດາແຜນການຈະມາເຖິງ ເມື່ອໄດ້ດຳລົງຕຳແໜ່ງທີ່ມີທີ່ຕັ້ງສຳຄັນດັ່ງກ່າວເປັນຄັ້ງທີ 2 ຢ່າງເປັນທາງການ.

        ເຖິງຢ່າງໃດກໍ່ຕາມ, ໂດຍມີຄວາມແຕກຕ່າງກັບໄລຍະ 10 ປີກ່ອນນີ້, ສະພາບຄວາມໝັ້ນຄົງສາກົນໃນປະຈຸບັນຍັງມີສິ່ງທ້າທາຍ, ສັບສົນຫຼາຍຢ່າງ. ອາດເວົ້າໄດ້ວ່າ, ເກືອບຄືວ່າເດືອນໃດ ສະພາຄວາມໝັ້ນຄົງ, ອົງການຮັບປະກັນສັນຕິພາບຄວາມໝັ້ນຄົງສຳຄັນແຖວໜ້າຂອງສະຫະປະຊາຊາດ, ກໍ່ໄດ້ປຶກສາຫາລືບັນດາບັນຫາຮ້ອນເຮັ່ງໃນໂລກທີ່ເກີດຂຶ້ນຢູ່ທຸກພາກພື້ນ. ສະພາບຕົວຈິງນີ້ໄດ້ຮຽກຮ້ອງໃຫ້ຫວຽດນາມ ຕ້ອງມີການກະກຽມຢ່າງລອບຄອບທີ່ຖ້ວນທີ່ສຸດ ເພື່ອປະຕິບັດບົດບາດຂອງຕົນໃຫ້ເປັນຢ່າງດີ. ທ່ານອະດີດລັດຖະມົນຕີການຕ່າງປະເທດຫວຽດນາມ, ຟ້າມກວາງວິງ, ຖືວ່າ.

        “ໃນໄລຍະ 10 ປີຜ່ານມາ, ສະພາບການລວມ ແລະ ສະພາບການໃນໂລກໄດ້ມີການປ່ຽນແປງຫຼາຍຢ່າງ. ການພັດທະນາສັນຕິພາບໃນໂລກຍັງສືບຕໍ່ແມ່ນບັນຫາຕົ້ນຕໍ, ສືບຕໍ່ແມ່ນບຸລິມະສິດ ແຕ່ພ້ອນກັນນັ້ນ ກໍ່ເກີດຄວາມສັບສົນໃໝ່ຫຼາຍຢ່າງ. ນັ້ນແມ່ນການແກ່ງແຍ້ງຢ່າງຂ້ຽວຂາດລະຫວ່າງບັນດາປະເທດໃຫຍ່, ການຂັດແຍ້ງກັນລະຫວ່າງບັນດາພາກພື້ນ. ນອກນັ້ນ ກໍ່ຍັງມີບັນດາການສັງເກດກ່ຽວກັບສັນຕິພາບ, ຄວາມໝັ້ນຄົງຂອງປະເທດປະເທດອື່ນກ່ອນ. ສະນັ້ນ, ພວກເຮົາຕ້ອງຄົ້ນຄິດເຮັດແນວໃດ ເພື່ອພ້ອມກັບປະເທດຕ່າງໆປະກອບສ່ວນໃຫ້ແກ່ສັນຕິພາບໂລກໃຫ້ໄດ້ຫຼາຍທີ່ສຸດ, ເຮັດແນວໃດເພື່ອຊຸກຍູ້ການຮ່ວມມືຂອງທຸກໆປະເທດໃນໂລກ, ເຮັດແນວໃດເພື່ອໃຫ້ມີສັນຕິພາບຢູ່ທົ່ວທຸກພາກພື້ນ ລ້ວນແຕ່ມີຄວາມເຂັ້ມຂຸ້ນ ແລະ ເລິກເຊິ່ງ.”

        ຫວຽດນາມ ເຄີຍໄດ້ຮັບການຕີລາຄາຈາກປະຊາຄົມສາກົນວ່າ ແມ່ນປະເທດສະມາຊິກມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະຫະປະຊາຊາດ, ສະໜັບສະໜູນວິທີສຳພັດຫຼາຍຝ່າຍ, ເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນຢ່າງເຂັ້ມງວດ. ໃນສະພາບຕົວຈິງ, ຄັ້ງທຳອິດທີ່ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2008 – 2009, ຫວຽດນາມ ໄດ້ສ້າງຂີດໝາຍຢ່າງຕັ້ງໜ້າ. ເພາະສະນັ້ນ, ໃນການອອກສະໝັກເລືອກຕັ້ງຄັ້ງນີ້, ປະຊາຄົມສາກົນລໍຄອຍຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງຕົນ, ລໍຄອຍຫວຽດນາມ ສືບຕໍ່ປະຕິບັດມູນເຊື້ອເຄົາລົບກົດໝາຍສາກົນ, ຍົກສູງການແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ ເມື່ອເຂົ້າຮ່ວມສະພາຄວາມໝັ້ນຄົງສະຫະປະຊາຊາດ. ທ່ານ Shahiman Lockman, ຢູ່ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ສາກົນມາເລເຊຍ, ຖືວ່າ.

        “ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນທີ່ຊ້ອນແຝງເກີດການປະທະກັນເປັນຈຳນວນຫຼາຍ ແລະ ບົດບາດກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາດຈະທັບຊ້ອນກັບບົດບາດເປັນປະທານອາຊຽນ ແລະ ຫວຽດນາມ ຈະຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບຢ່າງໜັກໜ່ວງທີ່ສຸດ. ແຕ່ດ້ວຍບັນດາບົດຮຽນທີ່ມີຢູ່ແລ້ວໃນສົງຄາມ 2 ຄັ້ງ, ບົດຮຽນໃນການແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ, ຫວຽດນາມ ອາດຈະມີຄວາມຄ່ອງແຄ້ວໃນການແກ້ໄຂ ແລະ ສະກັດກັ້ນການປະທະກັນໄດ້. ຂ້າພະເຈົ້າຖືວ່າ, ທີ່ຕັ້ງບົດບາດຂອງຫວຽດນາມ ໃນຊຸມປີຜ່ານມາສາມາດຕອບສະໜອງຄວາມມຸ່ງມາດປາດຖະໜາດັ່ງກ່າວໄດ້”.

ໜ້າທີ່ຮັບຜິດຊອບເພື່ອໂລກສັນຕິພາບ

        ໃນສະພາບການສາກົນມີສິ່ງທ້າທາຍຫຼາຍຢ່າງ, ທີ່ຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາປະເທດສະມາຊິກຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງໃນບົດບາດເຊິ່ງໂລກມອບໝາຍໃຫ້. ເພາະສະນັ້ນ, ຫວຽດນາມ ໄດ້ກະກຽມທຸກດ້ານເພື່ອມານະພະຍາຍາມເພື່ອວ່າ ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງເຂົ້າສະພາຄວາມໝັ້ນຄົງສະຫະປະຊາຊາດ ນັ້ນສາມາດສ້າງກຳລັງໜູນຊຸກຍູ້ການຮ່ວມມືຂອງທຸກໆປະເທດໃນໂລກ. ທ່ານອະດີດຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມກວາງວິງ, ຖືວ່າ.

        “ພວກເຮົາຕ້ອງກຳແໜ້ນບັນດາສະພາບການທີ່ເກີດຂຶ້ນໃນໂລກ ດ້ວຍຄວາມຮັບຜິດຊອບແມ່ນເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ບໍ່ແມ່ນໜ້າທີ່ຄວາມຮັບຜິດຊອບແຫ່ງຊາດອີກແລ້ວ, ຫາກແມ່ນໜ້າທີ່ຄວາມຮັບຜິດຊອບລວມ, ໜ້າທີ່ຄວາມຮັບຜິດຊອບຂອງສະມາຊິກສະຫະປະຊາຊາດ. ເລື່ອງທີ່ 2 ທີ່ພວກເຮົາຕ້ອງກຽມພ້ອມແມ່ນອິດລິຍະບົດ ເຮັດແນວໃດເພື່ອເປັນທີ່ປຶກສາ ແລະ ຟັງຄວາມຄິດເຫັນຂອງບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ, ປຶກສາ ແລະ ຟັງຄວາມຄິດເຫັນຂອງບັນດາປະເທດສະຫະປະຊາຊາດອື່ນ, ກໍ່ຄືພວກເຮົາຕ້ອງປຶກສາ ແລະ ຟັງຄວາມຄິດເຫັນຂອງບັນດາປະເທດທີ່ເກີດບັນຫາ ເຮັດແນວໃດເພື່ອໃຫ້ພວກເຮົາມີບັນດາຂໍ້ສະເໜີແນະ ແລະ ມີການປະກອບສ່ວນເຂົ້າໃນນັ້ນເປັນຢ່າງດີທີ່ສຸດ. ໄປຄຽງຄູ່ກັນນັ້ນ, ຕ້ອງກະກຽມນັບທັງທາງດ້ານນະໂຍບາຍ, ວັດຖຸ, ມະນຸດ, ພິເສດແມ່ນບັນດາຜູ້ເຂົ້າຮ່ວມໂດຍກົງຢູ່ທັງ 2 ແຫ່ງຄື: ນະຄອນຫຼວງ ແລະ ສະມັດຊາໃຫຍ່ສະຫະປະຊາຊາດ”.

        ຈິນຕະນາການໃໝ່ກ່ຽວກັບການຫັນການພົວພັນກັບສາກົນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ການຫັນປ່ຽນຢ່າງແຮງຈາກການ “ຕັ້ງໜ້າເຂົ້າຮ່ວມ” ໄປສູ່ການ “ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນ, ກໍ່ສ້າງ, ກຳນົດບັນດາລະບອບລະບຽບການຫຼາຍຝ່າຍ”, ພ້ອມກັບບົດຮຽນເຂົ້າຮ່ວມໃນໄລຍະ 10 ປີກ່ອນນີ້, ຈະແມ່ນພື້ນຖານເພື່ອໃຫ້ຫວຽດນາມ ມີກຳລັງແຮງຢ່າງພຽງພໍເພື່ອດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ