ສັນຍານຕັ້ງໜ້າຈາກກະແສເງິນລົງທຶນທີ່ສະຫງວນໃຫ້ການເລີ່ມຕົ້ນທຸລະກິດ start-up ປະດິດຄິດສ້າງ

Chia sẻ
(VOVWORLD) - ທີ່ເວທີປາໄສກອງທຶນການລົງທຶນປ່ຽນແປງໃໝ່ປະດິດຄິດສ້າງ 2019 ໄດ້ດຳເນີນຢູ່ ຮ່າໂນ້ຍ ເປັນຄັ້ງທຳອິດໃນວັນທີ 10 ມິຖຸນາ, ຫວຽດນາມ ໄດ້ເຫັນປະຈັກຕາບັນດາຄຳໝັ້ນສັນຍາເປັນໜ້າປະທັບໃຈຈາກບັນດາກອງທຶນການລົງທຶນສາກົນທີ່ສະຫງວນ ໃຫ້ແກ່ບັນດາວິສາຫະກິດ start-up ຂອງ ຫວຽດນາມ. 

ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ແງ່ຫວັງການພັດທະນາຂອງບັນດາ  start-up ຫວຽດ ແມ່ນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນສາກົນ ທີ່ມີຕໍ່ກຳລັງຄວາມສາມາດຂອງບັນດາວິສາຫະກິດ ຫວຽດນາມ.

        ກ່ອນນີ້ 2 – 3 ປີ, ເລື່ອງຮຽກຮ້ອງເງິນທຶນ 15 ລ້ານ USD ແມ່ນຄວາມໃຝ່ຝັນສຳລັບ start-up ຫວຽດນາມ, ແຕ່ມາຮອດປັດຈຸບັນ ສິ່ງດັ່ງກ່າວສາມາດປະຕິບັດໄດ້ຢ່າງແນ່ນອນ, ຊ້ຳບໍ່ໜຳອາດຈະບັນລຸໄດ້ຕົວເລກໃຫຍ່ກ່ວານັ້ນອີກ. ປັດຈຸບັນ, ຫວຽດນາມ ມີວິສາຫະກິດ start-up ປະມານ 3.000 ແຫ່ງ ແລະ ມີຕົວເລກການພັດທະນາຢ່າງແຮງ, ຄາດວ່າບັນດາການພົວພັນການຄ້າດ້ວຍການເຂົ້າຮ່ວມລົງທຶນຂອງ 40 ກອງທຶນ ຈະລື່ນກາຍເປົ້າໝາຍ 1 ຕື້ USD.

ການເຕີບໂຕເປັນໜ້າປະທັບໃຈ

       ບົດລາຍງານປະຈຳປີກ່ຽວກັບສະພາບການລົງທຶນ start-up ປີ 2018 ຂອງ Topica Founder Institute (TFI), ໃນປີ 2018, ບັນດາບໍລິສັດ start-up ຫວຽດນາມ ໄດ້ຮັບເງິນລົງທຶນ 889 ລ້ານ USD ດ້ວຍ 92 ການພົວພັນການຄ້າຈາກບັນດາກອງທຶນການລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ, ທົບ 3 ເທົ່າເມື່ອທຽບໃສ່ປີ 2017 (ພ້ອມດ້ວຍການພົວພັນການຄ້າ) ແລະ ທົບ 6 ເທົ່າເມື່ອທຽບໃສ່ປີ 2016.

ສັນຍານຕັ້ງໜ້າຈາກກະແສເງິນລົງທຶນທີ່ສະຫງວນໃຫ້ການເລີ່ມຕົ້ນທຸລະກິດ start-up ປະດິດຄິດສ້າງ - ảnh 1 (ພາບປະກອບ / vietnamnet)

        ຄາດຄະເນວ່າ ໃນຊຸມປີຈະມາເຖິງ, ໄລຍະທຳອິດບັນດາ start-up ຂອງ ຫວຽດນາມ ຈະສືບຕໍ່ດຶງດູດໄດ້ບັນດາບ້ວງເງິນລົງທຶນກ້ອນໃຫຍ່ກ່ວາ. ທີ່ເວທີປາໄສກອງທຶນການລົງທຶນປ່ຽນແປງໃໝ່ປະດິດຄິດສ້າງ 2019, ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດຫລາຍຄົນໄດ້ໃຫ້ຄຳໝັ້ນສັນຍາເພີ່ມເງິນລົງທຶນໃຫ້ແກ່ບັນດາວິສາຫະກິດ start-up ຫວຽດນາມ. ທ່ານ Jeffrey Paine, ຜູ້ຮ່ວມກໍ່ຕັ້ງ ແລະ ຄູ່ຮ່ວມມືບໍລິຫານກອງທຶນ Golden Gate Ventures ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າພ້ອມກັບບັນດານັກລົງທຶນພະຈົນໄພໃຫ້ຄຳໝັ້ນສັນຍາຈະລົງທຶນໃຫ້ແກ່ບັນດາ start-up ຫວຽດນາມ ໃນ 3 ປີຈະມາເຖິງ ແມ່ນ 425 ລ້ານ USD. ຄືດັ່ງໄດ້ແບ່ງປັນມານັ້ນ ຄຳໝັ້ນສັນຍາການລົງທຶນໃຫ້ປີ 2018 ແມ່ນປະມານເກືອບ 1 ຕື້ USD ແຕ່ວ່າມີການລົງທຶນໃຫ້ແກ່ບັນດາວິສາຫະກິດ start-up ພຽງແຕ່ປະມານ 150 ລ້ານ USD. ປີນີ້ຈະແຕກຕ່າງກັນ. ຕົວເລກລົງທຶນໃຫ້ບັນດາວິສາຫະກິດ start-up ປີນີ້ ແມ່ນເພີ່ມຂຶ້ນທົບ 2 ເທົ່າໃຫ້ປີ 2019 ແລະ ຊຸມປີຕໍ່ໄປ.”

        ໃນຂະນະນັ້ນ, ທ່ານ ເຈິ່ນເຍິດແຄງ, ຜູ້ອຳນວຍການກອງທຶນການລົງທຶນພະຈົນໄພ VinaCapital Ventures ປະກາດວ່າ Mirae Asset (ແມ່ນໜຶ່ງໃນບັນດາກຸ່ມບໍລິສັດຄຸ້ມຄອງຊັບສົນບັດແຖວໜ້າໂລກ) ແລະ Naver, ກຸ່ມບໍລິສັດເຕັກໂນໂລຊີກຳມະສິດເຄື່ອງມືຊອກຫາທີ່ມີຄວາມໄວ້ເນື້ອເຊື່ອໃຈຫລາຍທີ່ສຸດຢູ່ ສ.ເກົາຫຼີ ຈະຮ່ວມມືກັບ VinaCapital Ventures ເພື່ອໜູນຊ່ວຍບັນດາວິສາຫະກິດ start-up ຫວຽດນາມ ພັດທະນາ ແລະ ເປີດກ້ວາງອອກສູ່ຕະຫລາດສາກົນ. ທ່ານກ່າວວ່າ:

        “ເລື່ອງຮ່ວມມືກັບ 2 ກຸ່ມບໍລິສັດແຖວໜ້າຂອງ ສ.ເກົາຫຼີ ມີບົດບາດສຳຄັນໃນກະແສເງິນລົງທຶນຕໍ່ໄປໃຫ້ບັນດາວິສາຫະກິດ ຊຶ່ງ VinaCapital ລົງທຶນ, ຊ່ວຍບັນດາວິສາຫະກິດບືນຕົວອອກສູ່ຕ່າງປະເທດ ລະອຽດແມ່ນພາກພື້ນອາຊີຕາເວັນອອກສ່ຽງເໜືອ ແລະ ອາເມລິກາເໜືອ. ພ້ອມກັບ 2 ຄູ່ຮ່ວມມືນີ້, ພວກຂ້າພະເຈົ້າຫວັງວ່າ ຈະຊອກໄດ້ບັນດາວິສາຫະກິດທີ່ມີຂອບຂະໜາດເພື່ອສາມາດລົງທຶນ 100 ລ້ານ USD ຫຼື ຫລາຍກ່ວານັ້ນ ໃນອະນາຄົດໃກ້ໆນີ້.

ສືບຕໍ່ດັດປັບນະໂຍບາຍ

        ບັນດາປັດໄຈທີ່ສ້າງຜົນສຳເລັດຂອງ start-up ລວມມີ: ພື້ນຖານໂຄງລ່າງ, ລະບອບລະປຽນການນະໂຍບາຍ, ການເງິນ, ແຫຼ່ງເງິນລົງທຶນ, ຕະຫຼາດ ແລະ ວັດທະນະທຳພວມຖືກຫວຽດນາມປະຕິບັດໃຫ້ສຳເລັດເທື່ອລະກ້າວ. ພ້ອມກັບການລົງທຶນຂອງບັນດາກອງທຶນການລົທຶນພະຈົນໄພ, ລັດຖະບານ ຫວຽດນາມພວມສ້າງ ແລະ ປະຕິບັດນະໂຍບາຍຫຼາຍຢ່າງເພື່ອແນໃສ່ສ້າງສະພາບແວດລ້ອມການປ່ຽນແປງໃໝ່ປະດິດຄິດສ້າງໃຫ້ສົມບຸນແບບ, ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ການປ່ຽນແປງໃໝ່ປະດິດຄິດສ້າງພັດທະນາ. ທ່ານ ວູດຶກດາມ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢັ້ງຢືນວ່າຄວນຮັກສາການເອົາໃຈໃສ່ຂອງບັນດານັກລົງທຶນຕ່າງປະເທດ, ມີການປ່ຽນແປງປະດິດຄິດສ້າງຢ່າງຕໍ່ເນື່ອງ, ສ້າງໂອກາດໃຫ້ແກ່ທຸກຄົນພ້ອມກັນຜະລິດດຳເນີນທຸລະກິດ ແລະ ເສີມຂະຫຍາຍບັນດາຄຸນຄ່າ.

        ສິ່ງທຳອິດທີ່ຕ້ອງສືບຕໍ່ປັບປຸງໃຫ້ດີທີ່ສຸດແມ່ນສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ແຕ່ລະແຂວງ, ແຕ່ລະຂະແໜງການຕ້ອງມີຄວາມລະອຽດທີ່ສຸດ. ຢູ່ຫວຽດນາມ, ບັນດາແຂວງຕ້ອງແຂ່ງຂັນກັນປັບປຸງການຈັດອັນດັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ. ທີ່ສອງແມ່ນ, ຕ້ອງມີບາດກ້າວບຸກທະລຸພັດທະນາຢ່າງແຮງດ້ານເຕັກໂນໂລຢີຂໍ້ມູນຂ່າວສານໃນທຸກຂົງເຂດ. ທີ່ສາມແມ່ນ ເດັດຂາດຕ້ອງເອົາໃຈໃສ່ເຖິງການສຶກສາ ແລະ ວິທະຍາສາດເຕັກໂນໂລຢີໃຫ້ເປັນຢ່າງດີກ່ວາ.

        ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າພ້ອມກັບບັນດາກະຊວງຄື: ກະຊວງວິທະຍາສາດເຕັກໂນໂລຢີ, ກະຊວງຖະແຫຼງຂ່າວ ແລະ ການສື່ສານໄດ້ສຸມໃສ່ກວດກາຄືນໃໝ່ບັນດາກົນໄກນະໂຍບາຍເພື່ອສາມາດເປັນເສຍາທິການໃນການສະເໜີຊ່ວຍປະຊາຄົມ start up ມີເງື່ອນໄຂພັດທະນາ້ດີທີ່ສຸດ, ສ້າງສະພາບແວດລ້ອມແຫ່ງການລົງທຶນເພື່ອໃຫ້ບັນດາກອງທຶນການລົງທຶນຮ່ວມເດີນທາງກັບວິສາຫະກິດ, ພ້ອມກັນດຶງດູດກະແສເງິນສົ່ງທຶນປ່ຽນແປງໃໝ່ປະດິດຄິດສ້າງໃຫ້ໄດ້ດີເພື່ອ ຊຸກຍູ້ເສດຖະກິດ ຫວຽດນາມ ພັດທະນາໃນຊຸມປີຈະມາເຖິງ.

        ຫວຽດນາມ ພວມເຫັນປະຈັກຕາການປ່ຽນແປງຢ່າງແຮງຂອງກະແສເງິນລົງທຶນເຂົ້າບັນດາວິສາຫະກິດ Start up, ຖ້ານຳໃຊ້ແຫຼ່ງເງິນລົງທຶນນີ້ໄດ້ເປັນຢ່າງດີຈະເປັນແປ້ນຢັນທີ່ສະດວກເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມບືນຕົວຂຶ້ນຢ່າງແຮງ, ປະກອບສ່ວນຊ່ວຍເສດຖະກິດພັດທະນາແບບຍືນຍົງ.

ຕອບກັບ