ບາດລ້ຽວອັນຕະລາຍໃນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ

VAN
Chia sẻ
(VOVWORLD) -   ບັນດາການກະທຳໂຕ້ຕອບກັນໃນຂົງເຂດເສດຖະກິດລະຫວ່າງ ອາເມລິກາ ແລະ ຈີນ ດຳເນີນໄປໃນວັນທີ 05 ສິງຫາ ເຊິ່ງພວມຍູ້ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຕົກເຂົ້າສູ່ໄລຍະອັນຕະລາຍໃໝ່. ການຜັນແປນີ້ ໄດ້ສະແດງໃຫ້ເຫັນທັງ 2 ຝ່າຍຍັງບໍ່ທັນມີສັນຍານຫລຸດຜ່ອນຄວາມເຄັ່ງຕຶງລົງ, ສິ່ງນີ້ມີຄວາມໝາຍຄືກັບເລື່ອງເສດຖະກິດໂລກ ຍັງປະເຊີນໜ້າຕໍ່ຄວາມສ່ຽງຫລາຍຢ່າງ.

      

        ບໍ່ພຽງແຕ່ແມ່ນສົງຄາມການຄ້າຊື່ໆເທົ່ານັ້ນ, ຄວາມເຄັ່ງຕຶງລະຫວ່າງ ອາເມລິກາ ແລະ ຈີນ ຍັງແມ່ນການສູ້ຢັນກັນດ້ານພູມສາດການເມືອງລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່. ແລະ ໂລກ ພວມຖືກຢູ່ກັບຄວາມບໍ່ມີສະຖຽນລະພາບ ແລະ ວຸ່ນວາຍ ເມື່ອການສູ້ຢັນຍຸດທະສາດລະຫວ່າງ ອາເມລິກາ - ຈີນ ສືບຕໍ່ເພີ່ມຂຶ້ນ.

ການໂຕ້ຕອບຢ່າງຕໍ່ເນື່ອງ

       ພຽງແຕ່ໃນ 1 ວັນເທົ່ານັ້ນ, ໂລກໄດ້ເຫັນການໂຕ້ຕອບຢ່າງແຮງທີ່ສຸດຂອງ ຈີນ ສຳລັບ ອາເມລິກາ ນັບແຕ່ເມື່ອສົງຄາມການຄ້າເກີດຂຶ້ນ. ອາດຈະແມ່ນຂໍ້ຕົກລົງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອຈັດວາງອັດຕາພາສີ 10% ຕໍ່ສິນຄ້າຂອງ ຈີນ ທີ່ມີມູນຄ່າ 300 ຕື້ USD ນັບແຕ່ວັນທີ 01 ກັນຍາ ຈະມາເຖິງ, ແມ່ນຢາດນ້ຳເຮັດໃຫ້ລົ້ນຈອກ, ຍູ້ການຂັດແຍ້ງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ເຄັ່ງຕຶງປີນຂັ້ນໄດຂຶ້ນຕື່ມ. ເປັນຄັ້ງທຳອິດພາຍຫລັງເວລາ 10 ປີ, ຈີນ ອະນຸຍາດໃຫ້ສະກຸນເງິນຢວນຕົກຄ່າ 2%, ຫລຸດລົງລະດັບ 7 ຢວນແລກໄດ້ 1 USD. ສະກຸນເງິນຢວນຕົກຄ່າ ເຮັດໃຫ້ສິນຄ້າຂອງ ຈີນ ຖືກກ່ວາສຳລັບບັນດາບໍລິສັດນຳເຂົ້າຕ່າງປະເທດ, ໜູນຊ່ວຍວິສາຫະກິດປະເທດນີ້ພົ້ນອອກຈາກຜົນເສຍຫາຍຈາກການຈັດວາງອັດຕາພາສີຂອງທ່ານປະທານາທິບໍດີ D. Trump ເຊິ່ງຈະມີຜົນສັກສິດນັບແຕ່ວັນທີ 01 ກັນຍາ ເປັນຕົ້ນໄປ.

ບາດລ້ຽວອັນຕະລາຍໃນສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ - ảnh 1 (ພາບປະກອບ)

        ແລະກໍ່ໃນໄລຍະເວລານີ້, ບັນດາວິສາກະກິດ ຈີນ, ແມ່ນໜຶ່ງໃນບັນດາລູກຄ້າໃຫຍ່ສຸດຂອງຂະແໜງກະສິກຳ ອາເມລິກາ ກໍ່ໄດ້ຕັດສິນຢຸດການນຳເຂົ້າຜະລິດຕະພັນກະເສດຂອງ ອາເມລິກາ.

        ພາຍຫລັງການກະທຳດັ່ງກ່າວຂອງ ຈີນ, ຝ່າຍ ອາເມລິກາ ໄດ້ຖື ຈີນ ແມ່ນ “ຄອບງຳເງິນຕາ” ຢ່າງເປັນທາງການ ແລະ ຈະພ້ອມກັບກອງທຶນເງິນຕາສາກົນ (IMF) ສະກັດກັ້ນບັນດາຮູບການແກ່ງແຍ້ງທີ່ຂາດຄວາມປອດໃສຈາກ ປັກກິ່ງ. ຕາມກະຊວງການເງິນ ອາເມລິກາ ແລ້ວ, ການກະທຳຂອງ ຈີນ ໄດ້ລະເມີດຄຳໝັ້ນສັນຍາ ຈະບໍ່ເຮັດໃຫ້ສະກຸນເງິນຕົກຄ່າ, ແມ່ນໜຶ່ງໃນບັນດາຄຳໝັ້ນສັນຍາຂອງກຸ່ມ 20 ປະເທດອຸດສາຫະກຳ (G20).

        ບາດກ້າວນີ້ຂອງ ວໍຊິງຕັນ ຍິ່ງເຮັດໃຫ້ຄວາມເຄັ່ງຄຶງລະຫວ່າງ ອາເມລິກາ - ຈີນ ເພີ່ມຂຶ້ນ ແລະ ຫັນຄຳກ່າວເຕື່ອນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ປະກົດຜົນເປັນຈິງ ເຊິ່ງຈັດ ຈີນ ເຂົ້າໃນກຸ່ມບັນດາປະເທດຄອບງຳເງິນຕາ, ຊຶ່ງແມ່ນການກະທຳທີ່ບັນດາປະທານາທິບໍດີ ອາເມລິກາ ໃນອາຍຸການຫວ່າງມໍ່ໆມານີ້ ລ້ວນແຕ່ຫຼີກລ້ຽງໄດ້ ຍ້ອນວ່າ ນັ້ນແມ່ນບາດກ້າວປີນຂັ້ນໄດຢ່າງຮ້າຍແຮງໃນຄວາມເຄັ່ງຕຶງ 2 ຝ່າຍ.

ຜົນກະທົບຫຍໍ້ທໍ້ຕໍ່ເສດຖະກິດ ອາເມລິກາ - ຈີນ ແລະ ທົ່ວໂລກ

       ເສດຖະກິດ ອາເມລິກາ - ຈີນ ແລະ ທົ່ວໂລກຖືກຜົນກະທົບໃນທັນທີ ພາຍຫລັງຄວາມເຄັ່ງຕຶງລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ສຸດໂລກຖືກຍູ້ຂຶ້ນສູງ. ວັນທີ 05 ສິງຫາ ແມ່ນວັນຄະແນນຕົກຮ້າຍແຮງທີ່ສຸດຂອງຕະຫລາດ ອາເມລິກາ ໃນປີນີ້. ໃບຫຸ້ນຂອງບັນດາຂະແໜງເຕັກໂນໂລຊີ, ຜະລິດອຸດສາຫະກຳ ແລະ ເຄື່ອງໃຊ້ສອຍຖືກຂາຍຖອກຂາຍເທ - ເຊິ່ງໄດ້ຮັບການຄາດຄະເນວ່າ ຈະຖືກຜົນກະທົບຈາກສົງຄາມການຄ້າ. ເລື່ອງເຮັດໃຫ້ຄາເງິນຕົກຈະກໍ່ຄວາມດັນຕໍ່ກົມສະສົມສະຫະລັດ ອາເມລິກາ (EFD), ບັງຄັບອົງການນີ້ ຕ້ອງພິຈາລະນາປະຕິບັດການຫລຸດຜ່ອນອັດຕາດອກເບ້ຍໃໝ່.

        ເລື່ອງເຮັດໃຫ້ສະກຸນເງິນຕົກຄ່າ ອາດຈະເຮັດໃຫ້ ຈີນ ເສຍຫາຍ. ຫລາຍບໍລິສັດຂອງປະເທດນີ້ ທີ່ເຄື່ອນໄຫວໃນຂົງເຂດຄື: ອະສັງຫາລິມະຊັບ ຫຼື ອຸດສາຫະກຳໜັກ ໄດ້ກູ້ຢືມບ້ວງເງິນໃຫຍ່ ໄລ່ດ້ວຍເງິນ USD. ຄ່າເງິນຢວນຕ່ຳລົງ ຈະເພີ່ມການແບກຫາບຊຳລະບັນດາບ້ວງເງິນໜິ້ນີ້. ບັນດາບໍລິສັດທີ່ຂຶ້ນກັບສິນຄ້າຖືກກຳນົດລາຄາດ້ວຍເງິນ USD ຄືນ້ຳມັນບໍ່ ກໍ່ຖືກ “ກະທົບ”. ສະນັ້ນ, ເມື່ອມີປະເທດມະຫາອຳນາດເຮັດໃຫ້ສະກຸນເງິນຕົກຄ່າ, ວົງການນັກລົງທຶນຍາມໃດກໍ່ມີຄວາມວິຕົກກັງວົນ.

        ພ້ອມກັບ ອາເມລິກາ ແລະ ຈີນ, ຕະຫລາດທົ່ວໂລກຖືກເສຍຫາຍຢ່າງໜັກໜ່ວງພໍສົມຄວນ. ບັນດາດັດຊະນີຕະຫລາດຫຼັກຊັບຢູ່ ອາຊີ ແລະ ເອີຣົບ ລ່ວນແຕ່ຕົກຕ່ຳ. ເມື່ອສະກຸນເງິນຢວນ ສືບຕໍ່ຕົກຄ່າ, ບັນດາປະເທດຢູ່ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ທີ່ມີການແກ່ງແຍ້ງພ້ອມກັບຂະແໜງຕ່າງໆຂອງ ຈີນ ກໍ່ຈະຖືກກຳລັງກົດດັນຕ້ອງເຮັດໃຫ້ຫລຸດຄ່າສະກຸນເງິນຂອງຕົນລົງ. ເລື່ອງນີ້ ອາດຈະກໍ່ໃຫ້ເກີດໄພເງິນເຟີ້ຂຶ້ນສູງ, ເຮັດໃຫ້ການໃຊ້ສອຍຄອບຄົວຫລຸດລົງ ແລະ ເຮັດໃຫ້ສະກຸນເງິນໝູນວຽນຜ່ານຊາຍແດນຜິດປົກກະຕິ. ບັນດາຄຳສັ່ງຈັດວາງອັດຕາພາສີໃໝ່ ກໍ່ຄືບັນດາມາດຕະການອາລັກຂາອື່ນໆ ອາດຈະເກີດຂຶ້ນ.

        ໃນຂະນະນັ້ນ, ບົດລາຍງານຕີລາຄາຜົນກະທົບຈາກສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໂດຍອົງການ Grant Thornton ປະກາດໃນວັນທີ 05 ສິງຫາ ຖືວ່າ: ບໍ່ວ່າຜົນຮ້າຍຈາກສົງຄາມການຄ້າຄືແນວໃດກໍ່ຕາມ ຮູບການການຄ້າຂອງພາກພື້ນອາດຈະປ່ຽນແປງໄປຊົ່ວກາລະນານ. ບັນດາວິສາຫະກິດຕ້ອງຊັ່ງຊາກ່ຽວກັບວິທີການຮັບປະກັນການເຕີບໂຕໃນສະພາບການຕ້ອງປະເຊີນໜ້າຕໍ່ການຂາດວັກຂາດຕອນດ້ານການຄ້າໄລຍະຍາວ. ສິ່ງນີ້ ຮຽກຮ້ອງການສູ້ຢັນຕໍ່ບັນດາສິ່ງທ້າທາຍນັບແຕ່ການຂາດວັກຂາດຕອນລະບົບສະໜອງ, ປະຕິຮູບເຕັກໂນໂລຊີ…

        ສຳລັບສະພາບການໃນປັດຈຸບັນ, ຄວາມເຄັ່ງຄຶງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ຈະມີການຜັນແປຫລາຍຢ່າງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ໃນສະພາບການນັ້ນ, ສົງຄາມການຄ້ານີ້ ຈະສືບຕໍ່ກໍ່ຜົນສະທ້ອນທີ່ບໍ່ດີຕໍ່ພາກພື້ນ, ກໍ່ຄວາມຂາດສະຖຽນລະພາບດ້ານເສດຖະກິດທົ່ວໂລກ ກໍ່ຄືເຮັດໃຫ້ຄວາມເຊື່ອໝັ້ນໃນທົ່ວ ອາຊີ - ປາຊີຟິກ ຫລຸດລົງ./.

ຕອບກັບ