ຄວາມເຄັ່ງຕຶງດ້ານການຄ້າຍີ່ປຸ່ນ-ສ.ເກົາຫຼີ ສົ່ງຜົນກະທົບຕໍ່ເສດຖະກິດພາກພື້ນ ແລະ ທົ່ວໂລກ

Huyen
Chia sẻ
(VOVWORLD) -ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ປະເທດອາຊີ ແມ່ນ ຍີ່ປຸ່ນ ແລະ ສ.ເກົາຫຼີ ພວມສືບຕໍ່ມີບັນດາການຜັນແປປິນຂັ້ນໄດ ພາຍຫຼັງບັນດາການເຈລະຈາດ້ານການຄ້າບໍ່ບັນລຸໝາກຜົນໃດໆ.
ຄວາມເຄັ່ງຕຶງດ້ານການຄ້າຍີ່ປຸ່ນ-ສ.ເກົາຫຼີ ສົ່ງຜົນກະທົບຕໍ່ເສດຖະກິດພາກພື້ນ ແລະ ທົ່ວໂລກ - ảnh 1(ພາບປະກອບອີນເຕີແນັດ)

ທັງ 2 ຝ່າຍຍັງບໍ່ທັນມີສັນຍານຖອນຖອຍເທື່ອ ແລະ ວົງການນັກຊ່ຽວຊານກ່າວເຕືອນວ່າ ການປະທະກັນດ້ານການຄ້າບໍ່ພຽງແຕ່ເຮັດໃຫ້ 2 ພື້ນຖານເສດຖະກິດຖືກເສຍຫາຍເທົ່ານັ້ນ, ຫາກຍັງສົ່ງຜົນກະທົບເຖິງເສດຖະກິດຢູ່ພາກພື້ນ ແລະ ທົ່ວໂລກອີກດ້ວຍ.

        ຄວາມເຄັ່ງຕຶງລະຫວ່າງສ.ເກົາຫຼີ - ຍີ່ປຸ່ນ ເລີ່ມເກີດຂຶ້ນຕົ້ນເດືອນ ກໍລະກົດ, ເມື່ອຍີ່ປຸ່ນ ແຈ້ງຂໍ້ຕົກລົງຈຳກັດການສົ່ງອອກວັດຖຸດິບບາງປະເພດໄປຍັງ ສ.ເກົາຫຼີ. ສິ່ງທີ່ໜ້າເວົ້າເຖິງນັ້ນແມ່ນ ຂໍ້ຕົກລົງຂອງຍີ່ປຸ່ນ ຖືກຍົກອອກມາໃນສະພາບທີ່ 2 ປະເທດພວມໂຕ້ຖຽງກັນກ່ຽວກັບບັນຫາຊົດເຊີຍໃຫ້ບັນດາຜູ້ປະສົບເຄາະຮ້າຍໃນເລື່ອງບັງຄັບອອກແຮງງານ ໃນໄລຍະຍີ່ປຸ່ນ ປົກຄອງແຫຼມເກົາຫຼີ. ປີ 2018, ສານສູງສຸດສ.ເກົາຫຼີ ໄດ້ອອກຄຳຕັດສິນຮຽກຮ້ອງໃຫ້ Nippon Steel & Sumitomo Metal (NSSM) ແລະ Mitsubishi ຕ້ອງຊົດເຊີຍໃຫ້ບັນດາຜູ້ປະສົບເຄາະຮ້າຍໃນເລື່ອງບັງຄັບອອກແຮງງານ ເຮັດວຽກຢູ່ບັນດາໂຮງງານໃນສົງຄາມໂລກ ຄັ້ງທີ 2. ອຳນາດການປົກຄອງໂຕກຽວ ໄດ້ຄັດຄ້ານຄຳຕັດສິນດັ່ງກ່າວຢ່າງແຮງ.

ຍັງບໍ່ທັນມີສັນຍານຖອນຖອຍເທື່ອ

        ໃນການຜັນແປຫຼ້າສຸດ, ບັນດາການປຶກສາຫາລືລະຫວ່າງ 2 ຝ່າຍໃນຊຸມວັນຜ່ານມາ ຍັງບໍ່ທັນບັນລຸໄດ້ໝາກຜົນລະອຽດໃດໆເທື່ອ ຫາກກົງກັນຂ້າມ ບັນດາຄຳກ່າວຫາດັ່ງກ່າວທີ່ສະຫງວນໃຫ້ກັນພັດເພີ່ມຂຶ້ນ. ເຊີອູນ ສະແດງຄວາມເສຍດາຍກ່ຽວກັບມາດຕະການຂອງໂຕກຽວ, ພ້ອມທັງສະເໜີໃຫ້ຍີ່ປຸ່ນ ຍົກເລີກບັນດາຂໍ້ຈຳກັດໃນການສົ່ງອອກບັນດາຜະລິດຕະພັນເຕັກໂນໂລຊີສູງໂດຍທັນທີ. ຝ່າຍສ.ເກົາຫຼີ ກໍ່ປະຕິເສດຂໍ້ມູນຂ່າວທີ່ວ່າ ຍີ່ປຸ່ນ ໄດ້ອະທິປາຍຢ່າງຄົບຖ້ວນ ຫຼື ແຈ້ງໃຫ້ເຊີອູນ ກ່ອນທີ່ປະຕິບັດຄຳຕັດສິນຈຳກັດດັ່ງກ່າວ. ໃນຂະນະນັ້ນ, ໂຕກຽວ ຢືນຢັນວ່າ, ບໍ່ທັນເຫັນມີຂໍ້ສະເໜີໃດຈາກສ.ເກົາຫຼີ ທີ່ກ່ຽວຂ້ອງເຖິງເລື່ອງຍົກເລີກຄຳສັ່ງຈຳກັດການສົ່ງອອກ.

        ກ່ອນໜ້ານັ້ນ, ຍີ່ປຸ່ນ ຖະແຫຼງວ່າ, ນັບແຕ່ວັນທີ 04 ກໍລະກົດ ຈະຮັດກຸມຂໍ້ກຳນົດສົ່ງອອກໄປຍັງສ.ເກົາຫຼີ ອຸປະກອນເຕັກໂນໂລຊີສູງ 3 ປະເພດ ທີ່ນຳໃຊ້ໃນການຜະລິດທາດເຊີມີກອນດັກເຕີ (Semiconductor) ແລະ ໜ້າຈໍ - ລວມມີຢາງແຜ່ຄວາມຮ້ອນອ່ອນ (fluorinated polyimide), ທາດກັນສີ (resist) ແລະ hydro clorua ມີລະດັບບໍລິສຸດສູງ (HF). ສິ່ງທີ່ໜ້າເວົ້າເຖິງນັ້ນແມ່ນ, ສ.ເກົາຫຼີ ມີຄວາມຕ້ອງການນຳເຂົ້າປະມານ 94% ອຸປະກອນດັ່ງກ່າວຈາກຍີ່ປຸ່ນ. ແລະ ບັນດາມາດຕະການຈຳກັດການສົ່ງອອກຂອງໂຕກຽວ ແມ່ນບໍ່ຕ່າງຫຍັງກັບການບຸກຕີຢ່າງແຮງໃສ່ບັນດາກຸ່ມບໍລິສັດໃຫຍ່ຂອງສ.ເກົາຫຼີ ຄື: Samsung, Electronics, SK Hynix ແລະ LG Electronics. ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ຖືວ່າ, ຍີ່ປຸ່ນ ປະຕິບັດມາດຕະການດັ່ງກ່າວແມ່ນເພື່ອແນໃສ່ກໍ່ຄວາມເສຍຫາຍຕໍ່ພື້ນຖານເສດຖະກິດຂອງສ.ເກົາຫຼີ “ຍ້ອນຈຸດປະສົງດ້ານການເມືອງ”, ພ້ອມທັງໃຫ້ຮູ້ວ່າ, ປະເທດນີ້ຈະມີແຜນການໂຕ້ຕອບ. ໜຶ່ງໃນບັນດາແຜນການໂຕ້ຕອບທຳອິດນັ້ນແມ່ນ, ທຸກຮ້ານຄ້າຢູ່ເຊີອູນ ຮຽກຮ້ອງໃຫ້ “ບໍ່ຊື້, ບໍ່ຂາຍ” ບັນດາຜະລິດຕະພັນໂດຍຍີ່ປຸ່ນ ຜະລິດ ແລະ ເກີດກະແສຟອງຂວ້ຳບາດສິນຄ້າຍີ່ປຸ່ນ ພວມແຜ່ຂະຫຍາຍໃນສື່ສັງຄົມອອນລາຍສ.ເກົາຫຼີ.

        ຕາມບັນດາຄຳກ່າວຫາຂອງເຊີອູນ ແລ້ວ, ຂໍ້ຕົກລົງຂອງຍີ່ປຸ່ນ ເພື່ອແນໃສ່ໂຕ້ຕອບເຊີອູນ ກ່ຽວກັບບັນຫາຜູ້ອອກແຮງງານຖືກບັງຄັບເຮັດວຽກໃນປາງສົງຄາມ. ໂຕກຽວ ຢາກກໍ່ຄວາມຫຍຸ້ງຍາກໃຫ້ບັນດານັກເຕັກໂນໂລຊີໃຫຍ່ຂອງສ.ເກົາຫຼີ ເພື່ອແນໃສ່ຄັດຄ້ານທັດສະນະຂອງເຊີອູນ ໃນການແກ້ໄຂບັນຫາຊົດເຊີຍໃຫ້ບັນດາຜູ້ປະສົບເຄາະຮ້າຍສ.ເກົາຫຼີ ທີ່ຕ້ອງອອກແຮງງານແບບຖືກບັງຄັບໃນປາງສົງຄາມ. ໃນຂະນະນັ້ນ, ໂຕກຽວ ຍາມໃດກໍ່ຢືນຢັນວ່າ ທຸກບັນຫາທີ່ກ່ຽວຂ້ອງເຖິງການຊົດເຊີຍໃນປາງສົງຄາມ ໄດ້ຮັບການແກ້ໄຂໃນສັນຍາຫັນການພົວພັນ 2 ຝ່າຍເປັນປົກກະຕິ ທີ່ໄດ້ລົງນາມເມື່ອປີ 1965. ສັນຍາສະບັບດັ່ງກ່າວ ໂດຍລັດຖະບານປະເທດອາເມລິກາ ໄດ້ສວມບົດບາດເປັນຄົນກາງໄກ່ເກ່ຍ, ໂດຍມີເງື່ອນໄຂວ່າ ໂຕກຽວ ຈ່າຍໃຫ້ເຊີອູນ ຈຳນວນເງິນ 300 ລ້ານ USD, ເທົ່າກັບ 2,4 ລ້ານ USD ໃນປະຈຸບັນ. ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ພັດອ້າງເຫດຜົນທີ່ວ່າ ສັນຍານີ້ບໍ່ກີດຂວາງປະຊາຊົນຮ້ອງຟ້ອງບັນດາບໍລິສັດຂອງຍີ່ປຸ່ນ ແລະ ຄຳຕັດສິນຂອງສານຄວນໄດ້ຮັບຄວາມເຄົາລົບ.

ນາບຂູ່ເຖິງແຫຼ່ງສະໜອງເຕັກໂນໂລຊີທົ່ວໂລກ

        ຄວາມເຄັ່ງຕຶງດ້ານການທູດ ໄດ້ພາໄປເຖິງບັນດາມາດຕະການໂຕ້ຕອບທາງດ້ານເສດຖະກິດໃນປະຈຸບັນ, ຕາມວົງການນັກສັງເກດການໃຫ້ຂໍ້ສັງເກດວ່າ, ອາດຈະເຮັດໃຫ້ທັງ 2 ພື້ນຖານເສດຖະກິດຖືກເສຍຫາຍ ແລະ ຍັງສົ່ງຜົນສະທ້ອນໂດຍກົງເຖິງເສດຖະກິດພາກພື້ນ ແລະ ທົ່ວໂລກ. ການກະທຳຈຳກັດການສົ່ງອອກທາດເຄມີທີ່ນຳໃຊ້ໃນການຜະລິດສິນຄ້າເຕັກໂນໂລຊີເຊິ່ງຍີ່ປຸ່ນ ຫາກໍ່ປະຕິບັດນັ້ນ ອາດສາມາດນາບຂູ່ເຖິງແຫຼ່ງສະໜອງ smart phone ແລະ ໜ່ວຍຄວາມຈຳ (memory card) ທົ່ວໂລກ. ຍ້ອນ, ຕາມການສະຖິຕິແລ້ວ, ປະຈຸບັນຍີ່ປຸ່ນ ພວມກວມເອົາ 70% - 90% ຍອດຜະລິດທາດເຄມີ 3 ປະເພດດັ່ງກ່າວຂອງໂລກ, ສະນັ້ນ, ບັນດານັກຜະລິດ ຊິບ (chip) ຂອງສ.ເກົາຫຼີ ຍາກທີ່ຈະຊອກຫາໄດ້ແຫຼ່ງສະໜອງປ່ຽນແທນ. ວັນທີ 15 ກໍລະກົດ, ສະຫະພັນອຸດສາຫະກຳສ.ເກົາຫຼີ (FKI) ໄດ້ຮຽກຮ້ອງໃຫ້ຍີ່ປຸ່ນ ຖອນຂໍ້ຕົກລົງຮັດກຸມການສົ່ງອອກສິນຄ້າເຕັກໂນໂລຊີສູງໄປຍັງສ.ເກົາຫຼີ ເພື່ອຫຼີກລ້ຽງຄວາມສ່ຽງຊ້ອນແຝງສຳລັບລະບົບສະໜອງທົ່ວໂລກ, ເຊິ່ງພວມຕົກຢູ່ໃນທ່າຫຼຸດລົງໃນຮອບເວລາ 1 ກວ່າປີຜ່ານມາ.

        ຍ້ອນວິຕົກກັງວົນວ່າ ຄວາມເຄັ່ງຕຶງລະຫວ່າງ ຍີ່ປຸ່ນ - ສ.ເກົາຫຼີ ຈະປິນຂັ້ນໄດ ອັນໄດ້ສົ່ງຜົນກະທົບເຖິງລະບົບສະໜອງທົ່ວໂລກ, ຄາດວ່າ ອົງການການຄ້າໂລກ (WTO) ຈະປຶກສາຫາລືກ່ຽວກັບບັນຫານີ້ໃນລະຫວ່າງວັນທີ 23 ແລະ 24 ກໍລະກົດ ຈະມາເຖິງ. ປະຈຸບັນ, ຍັງບໍ່ທັນຮູ້ວ່າ, ຄວາມເຄັ່ງຕຶງລະຫວ່າງ 2 ປະເທດຖານບ້ານໃກ້ເຮືອນຄຽງອາຊີ ນີ້ຈະສືບຕໍ່ໄປຮອດໃສເມື່ອມີຂ່າວຄາວທີ່ວ່າ ຍີ່ປຸ່ນ ພວມຊັ່ງຊາເປີດກວ້າງບັນຊີລາຍຊື່ຈຳກັດການສົ່ງອອກ ນອກຈາກອຸປະກອນເຕັກໂນໂລຊີສູງ.

ຕອບກັບ