ການພົວພັນການຄ້າ S-400 ໄດ້ຍູ້ການພົວພັນລະຫວ່າງ ອາເມລິກາ - ຕວກກີ ຕົກເຂົ້າສູ່ສະພາບຈົນຕາແຈ

Hong Van
Chia sẻ
(VOVWORLD) -ຕາມສື່ມວນຊົນສາກົນແລ້ວ, ວັນທີ 12 ມິຖຸນາ, ຕວກກີ ໄດ້ປະກາດຊື້ລະບົບປ້ອງກັນ S-400 ຂອງ ລັດເຊຍ, ໂດຍບໍ່ຫົວຊາຕໍ່ບັນດາຄຳກ່າວເຕືອນລົງໂທດຈາກ ອາເມລິກາ ໃນຕະຫລອດໄລຍະຜ່ານມາ. ຖ້າຫາກວ່າສິ່ງດັ່ງກ່າວເປັນຄວາມຈິງ, ແນ່ນອນວ່າການພົວພັນລະຫວ່າງ ອາເມລິກາ - ຕວກກີ ຈະເຄັ່ງຕຶງທີ່ສຸດ, ບັນດາໂຄງການຮ່ວມມື 2 ຝ່າຍ ກໍ່ອາດຈະຖືກຢຸດສະງັກ ບໍ່ຮູ້ວ່າຍາມໃດຈຶ່ງ ກັບຄືນການເຄື່ອນໄຫວຄືນໃໝ່.

        ສັນຍາຊື້ລະບົບປ້ອງກັນ S-400 4 ຢ່າງ ທີ່ມີມູນຄ່າ 2,5 ຕື້ USD ລະຫວ່າງ ອານກາຣາ ແລະ ມົດສະກູ ໄດ້ລົງນາມໃນປີ 2017. ວິວັດການຖ່າຍທອດນັ້ນ ລັດເຊຍ ພວມດຳເນີນໃນປີ 2019.

        ພາຍຫລັງປະກາດການຊື້ລະບົບປ້ອງກັນ S-400, ຕວກກີ ຫວັງວ່າ ລະບົບອາວຸດນີ້ຈະໄດ້ຮັບການຖ່າຍທອດໃນເດືອນ ກໍລະກົດ ນີ້.

ການພົວພັນການຄ້າ S-400 ໄດ້ຍູ້ການພົວພັນລະຫວ່າງ ອາເມລິກາ - ຕວກກີ ຕົກເຂົ້າສູ່ສະພາບຈົນຕາແຈ - ảnh 1ພາກສ່ວນໜຶ່ງໃນລະບົບປ້ອງກັນ S-400 ຂອງ ລັດເຊຍ(ພາບ: TASS)

ຄວາມກົດດັນຫຼາຍທີ່ສຸດຈາກ ວໍຊິງຕັນ

        ນັບແຕ່ເມື່ອມີຄວາມຕ້ັງໃຈຢາກຊື້ລະບົບປ້ອງກັນ S-400 ຂອງ ລັດເຊຍ, ຕວກກີ ໄດ້ປະເຊີນໜ້າຕໍ່ຄວາມກົດດັນຫຼາຍທີ່ສຸດຈາກ ອາເມລິກາ. ວໍຊິງຕັນ ໄດ້ຍົກອອກບັນດາຄຳກ່າວເຕືອນເພື່ອແນໃສ່ທຳລາຍການພົວພັນການຄ້ານີ້. ຫວ່າງແລ້ວນີ້, ວັນທີ 10 ມິຖຸນາ, ສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງອຳນາດການປົກຄອງ ອາເມລິກາ ຈັດວາງບັນດາມາດຕະການລົງໂທດສຳລັບ ຕວກກີ ພ້ອມທັງຮຽກຮ້ອງ ຕວກກີ ລົບລ້າງການຊື້ S-400. ມະຕິໄດ້ຕຳໜິຕິຕຽນສັນຍາດັ່ງກ່າວ ແລະ ຖືວ່າ: ການຊື້ S-400 ໄດ້ນາບຂູ່ຄວາມເປັນເອກະພາບໃນພັນທະມິດ ອາເມລິກາ - ຕວກກີ ແລະ ເຮັດໃຫ້ອົງການສົນທິສັນຍາອັດລັງຕິກເໜືອ (NATO) ອ່ອນເພຍລົງ. ກ່ອນໜ້ານັ້ນ 2 ວັນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Ellen Lord ໄດ້ກ່າວເຕືອນວ່າ ຖ້າຫາກ ຕວກກີ ບໍ່ຍົກເລີດແຜນການຊື້ລະບົບ S-400, ອາເມລິກາ ຈະເນລະເທດນັກບິນ ຕວກກີ ທີ່ພວມເຂົ້າຮ່ວມບັນດາຊຸດຝຶກຊ້ອມການຂັບເຮືອບິນສູ້ຮົບ F-35 ຢູ່ ອາເມລິກາ, ພ້ອມທັງ ອາເມລິກາ ກໍ່ຈະຍົກເລີກບັນດາຂໍ້ຕົກລົງທີ່ໄດ້ລົງນາມ ໂດຍອະນຸຍາດໃຫ້ບັນດາບໍລິສັດ ຕວກກີ ຮັບເໝາສໍາຮອງຜະລິດເຮືອບິນສູ້ຮົບ F-35. ນອກນັ້ນ, ຕໍາແໜ່ງຂອງ ຕວກກີ ໃນໂຄງການ F-35 ຈະໄດ້ມອບໃຫ້ປະເທດອື່ນໃນປີ 2020.

        ສິ່ງດັ່ງກ່າວແມ່ນບາດຄ້ອນທີ່ໄດ້ຕີໃສ່ ອານກາຣາ ຢ່າງແຮງເມື່ອ ຕວກກີ ສະເໜີຊື້ເຮືອບິນສູ້ຮົບລຸ້ນນີ້ຫຼາຍກ່ວາ 100 ລຳ - ມີຍອດມູນຄ່າເກືອບ 9 ຕື້ USD. ບັນດາບໍລິສັດຂອງ ຕວກກີ ຜະລິດປະມານ 937 ສີ້ນສ່ວນແຕກຕ່າງກັນ ເພື່ອປະກອບເປັນ F-35, ສ່ວນຫລາຍແມ່ນອຸປະກອນໃຫ້ແກ່ພາກສ່ວນລົງຈອດ ແລະ ຮ່າງຂອງເຮືອບິນ. ເລື່ອງຖືກປັດເຂ່ຍອອກຈາກໂຄງການ F-35 ຈະແມ່ນໜຶ່ງໃນບັນດາຮອຍແຕກແຫງໃຫຍ່ສຸດໃນປະຫວັດສາດການພົວພັນລະຫວ່າງ ຕວກກີ ແລະ ພັນທະມິດ ອາເມລິກາ.

        ນອກຈາກຄວາມສ່ຽງປະເຊີນໜ້າຕໍ່ການລົງໂທດຂອງ ອາເມລິກາ ແລ້ວ, ຕາມບັນດານັກຊ່ຽວຊານແລ້ວ, ຕວກກີ ອາດຈະຖືກປົດອອກຈາກບັນດາກອງປະຊຸມ ແລະ ເຫດການດ້ານການທະຫານສຳຄັນຂອງ NATO ຍ້ອນເຫດຜົນຮັບປະກັນ “ຄວາມປອດໄພຂໍ້ມູນຂ່າວສານ”. ວັນທີ 03 ເມສາ, ທ່ານຮອງປະທານາທິບໍດີ ອາເມລິກາ Mike Pence ຍັງຍົກອອກຄຳກ່າວເຕືອນ ຕວກກີ ວ່າ ປະເທດ ນີ້ ອາດຈະຖືກປົດອອກຈາກ NATO ຖ້າຫາກຍັງມານະພະຍາຍາມເດີນຕາມສັນຍາຊື້ “ລະບົບ S-400” ຂອງ ລັດເຊຍ.

        ໃນສະພາບການເສດຖະກິດ, ວັນທີ 16 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ຢຸດຕິຂໍ້ຕົກລົງບຸລິມະສິດພິເສດດ້ານການຄ້າກັບ ຕວກກີ ຢ່າງເປັນທາງການ ດ້ວຍເຫດຜົນທີ່ວ່າ ປະເທດນີ້ ບໍ່ເປັນປະເທດພວມພັດທະນາອີກແລ້ວ. ການຕັດສິນໃຈດັ່ງກ່າວ ມີຄວາມໝາຍກັບເລື່ອງ ຕວກກີ ບໍ່ໄດ້ຮັບບຸລິມະສິດພິເສດໃນການຍົກເວັ້ນພາສີສຳລັບສິນຄ້າບາງປະເພດທີ່ສົ່ງອອກໄປຍັງຕະຫລາດ ອາເມລິກາ.

ເຫດຜົນທີ່ເຮັດໃຫ້ ວໍຊີງຕັນ ຊອກຫາທຸກວິທີທາງເພື່ອສະກັດກັ້ນການພົວພັນຊື້-ຂາຍລະບົບປ້ອງກັນ S – 400 ລະະຫວ່າງ ຕວກກີ ແລະ ລັດເຊຍ ເພາະວ່າ ລະບົບປ້ອງກັນນີ້ ໄດ້ເຕົ້າໂຮມບັນດາເງື່ອນໄຂທີ່ຕ້ອງການ ແລະ ຄົບຖ້ວນ ເພື່ອພົບເຫັນ ແລະ ສາມາດຍິງເຮືອບິນອະພິຮູບທີ່ທັນສະໄໝທີ່ສຸດຂອງ ອາເມລິກາ ຕົກໄດ້, ພິເສດ ແມ່ນ ເຮືອບິນ F – 35.  ຂໍ້ພິນິດໄສດັ່ງກ່າວ ຍິ່ງໄດ້ຮັບການຢັ້ງຢືນ ເມື່ອຫວ່າງມໍ່ໆມານີ້ ທ່ານພັນຕີ ກອງທັບອາກາດ ອາເມລິກາ Dan Flatley ຍອມຮັບວ່າ ລະບົບປ້ອງກັນ S – 400 ນັ້ນ ສາມາດຄົ້ນພົບ ແລະ ຕິດຕາມການຂັບໄລ່ເຮືອບິນອະພິຮູບ F – 35 ໄດ້.

ຍິ່ງໄປກວ່ານັ້ນ, ສິ່ງທີ່ເຮັດໃຫ້ ອາເມລິກາ ເປັນຫ່ວງ ນັ້ນແມ່ນເມື່ອຕັດສິນໃຈຊື້ລະບົບປ້ອງກັນຂອງ ລັດເຊຍ, ຕວກກີ ໄດ້ຖະແຫຼງຢ່າງກົງໄປກົງມາວ່າ ຈະນໍາໃຊ້ອາວຸດປະເພດນີ້ ເພື່ອສ້າງລະບົບປ້ອງກັນສະເພາະຕ່າງຫາກ ແລະ ບໍ່ກ່ຽວຂ້ອງຫຍັງເຖິງເລື່ອງໂຮມມັນເຂົ້າກັບລະບົບປ້ອງກັນລວມຂອງ NATO (ເໝືອນດັ່ງກໍລະນີ S -300 ຂອງ ເກັຼກ, ບຸນກາຣີ ແລະ ສະໂລວາກີ).

ບໍ່ກີດກັ້ນໄດ້ຄວາມຕັດສິນໃຈຂອງຕວກກີ

ນັບແຕ່ຊຸມວັນທໍາອິດ ທີ່ທົນຕໍ່ຄວາມກົດດັນຈາກ ອາເມລິກາ, ວົງການເຈົ້າໜ້າທີ່ ຕວກກີ ຍັງບໍ່ເຄີຍປະກາດວ່າ ຈະຍົກເລີກການພົວພັນຊື້-ຂາຍລະບົບ S – 400 ນີ້ຈັກເທື່ອ. ທ່ານປະທານາທິບໍດີ ຕວກກີ Erdogan ເຄີຍຢັ້ງຢືນມາຫຼາຍຄັ້ງແລ້ວວ່າ ຕ້ອງຊື້ລະບົບລູກສອນໄຟປ້ອງກັນອາກາດຂອງ ລັດເຊຍ ນີ້ ໃຫ້ໄດ້, ເພື່ອແນໃສ່ຮັບປະກັນຄວາມປອດໄພເຂດນ່ານຟ້າ. ຕາມທ່ານປະທານາທິບໍດີ ຕວກກີ ແລ້ວ, ສິ່ງດັ່ງກ່າວ ກໍໝາຍຄວາມວ່າ ຊາຍແດນລະຫວ່າງ NATO ແລະ ສະຫະພາບເອີຣົບ (ອີຢູ) ກໍໄດ້ຮັບການປ້ອງກັນແລ້ວ. ດັ່ງນັ້ນ, ບັນດາຄໍາຕໍາໜິຕິຕຽນທີ່ບໍ່ຍຸຕິທໍາ ແລະ ໄຮ້ຫຼັກຖານ ສໍາລັບນະໂຍບາຍທາງການທູດຂອງ ຕວກກີ ແມ່ນບໍ່ສາມາດຍອມຮັບໄດ້.

ທ່ານ Erdogan ກໍຖືວ່າ ຕວກກີ ໄດ້ຊອກຫາບັນດາລະບົບປ້ອງກັນທີ່ແຕກຕ່າງ ແລະ ບັນລຸໄດ້ຂໍ້ຕົກລົງເຫັນດີ ຊື້ລະບົບ S – 400 ຂອງ ລັດເຊຍ ໃນຈຸດເວລາ ທີ່ປະເທດນີ້ຕ້ອງການເພີ່ມເຕີມບັນດາເຄື່ອງອຸປະກອນ ໃນທ່າມກາງໄພອັນຕະລາຍມີຄວາມສ່ຽງເພີ່ມຂຶ້ນຢູ່ເຂດຊາຍແດນ ພັດວ່າບໍ່ໄດ້ຮັບການໜູນຊ່ວຍຈາກສໍາພັນທະມິດ. ອາເມລິກາ ເຄີຍສະໜອງລົດປະກອບອາວຸດຈໍານວນ 22.000 – 23.000 ຄັນ ໃຫ້ແກ່ບາງກໍາລັງອື່ນ ແຕ່ພັດບໍ່ສະໜອງອາວຸດໃຫ້ ຕວກກີ ເມື່ອພ້ອມທີ່ຈະຈ່າຍເງິນຊື້ກໍຕາມ.

ການພົວພັນລະຫວ່າງ ອາເມລິກາ - ຕວກກີ ເຄີຍປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນຊຸມປີມໍ່ໆມານີ້, ນັບແຕ່ການຂັດແຍ້ງກັນໃນບັນຫາ ຊີຣີ, ບັນດາຄໍາສັ່ງລົງໂທດເລັ່ງໃສ່ ອີຣານ ຫຼື ຄວາມເຄັ່ງຕຶງໃນກໍລະນີພະນັກງານຂອງສະຖານກົງສູນ ອາເມລິກາ ຖືກກັກຂັງ ຢູ່ ຕວກກີ... ແຕ່ການພົວພັນການຄ້າລະບົບປ້ອງກັນ S – 400 ຂອງ ລັດເຊຍນີ້ ເບິ່ງຄືວ່າ ຈະສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງການພົວພັນລະຫວ່າງສອງຝ່າຍ./.

ຕອບກັບ