ການ​ກະ​ທຳ​ອັນສູງ​ສົ່ງ ແລະ ຈົບ​ງາ​ມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ໃນ​ການ​ຊ່ວຍ​ເຫຼ​ືອຟື້ນ​ຟູ​ ກຳ​ປູ​ເຈຍ

Chia sẻ
(VOVWORLD) -ທ້າຍອາທິດຜ່ານມາ, ກຳລັງນັກຊ່ຽວຊານ ຫວຽດນາມ ທີ່ຊ່ວຍເຫຼືອການປະຕິວັດ ກຳປູເຈຍ ໄລຍະປີ 1979  1989 ໄດ້ມີຄວາມເປັນກຽດຕ້ອນຮັບຫຼຽນໄຊ ຊາວວາງ (ດາວຄຳ)ໂດຍພັກ, ລັດ ຫວຽດນາມ ມອບໃຫ້. ນີ້ແມ່ນ ລາງວັນອັນສູງສົ່ງ ແລະ ໃຫຍ່ຫຼວງຂອງພັກ, ລັດ ຫວຽດນາມເພື່ອແນໃສ່ ຮັບຮູ້, ຕີລາຄາສູງຄຸນງາມຄວາມດີອັນໃຫຍ່ຫຼວງ, ຜົນງານທີ່ດີເດັ່ນຂອງກຳລັງນັກຊ່ຽວຊານ ຫວຽດນາມ ທີ່ມີຕໍ່ປະເທດຊາດ ແລະ ປະຊາຊົນກຳປູເຈຍ. ດ້ວຍການຊ່ວຍເຫຼືອທີ່ໂປ່ງໃສ, ມີຄວາມເປັນທຳຂອງບັນດານັກຊ່ຽວຊານ ຫວຽດນາມນັ້ນ ໄດ້ປະກອບສ່ວນຊ່ວຍໃຫ້ປະຊາຊົນ ກຳປູເຈຍ ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດອັນທີສອງແມ່ນ ຄວາມອຶດຫິວທຸກຍາກ, ພະຍາດໂລຄາ.
ການ​ກະ​ທຳ​ອັນສູງ​ສົ່ງ ແລະ ຈົບ​ງາ​ມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ໃນ​ການ​ຊ່ວຍ​ເຫຼ​ືອຟື້ນ​ຟູ​ ກຳ​ປູ​ເຈຍ - ảnh 1

ທ່ານເຈິນກວກເວື້ອງ ມອບຫຼຽນໄຊຊາວວ່າງ (ດາວຄຳ) ໃຫ້ແກ່ກຳລັງນັກຊ່ຽວຊານ ຫວຽດນາມທີ່ຊ່ວຍເຫຼືອການປະຕິວັດກຳປູເຈຍ

        ພາຍຫຼັງລະບອບຂະແມແດງ ໂດຍ Pol Pot - Ieng Sary ນຳໜ້າຖືກທະຫານອາສາສະໝັກ ຫວຽດນາມ ພ້ອມກັບກຳລັງຮັກຊາດ ກຳປູເຈຍ ໂຄ່ນລົ້ມ, ປະເທດ ກຳປູເຈຍ ຕ້ອງປະເຊີນໜ້າກັບຄວາມທຸກຍາກ, ສິ່ງທ້າທາຍ ຢ່າງໃຫຍ່ຫຼວງ ແລະ ທັງການຕ້ານຄືນຂອງພວກທະຫານແຕກທັບຂະແມແດງຢ່າງຂ້ຽວຂາດ. ຕາມຄວາມຮຽກຮ້ອງຂອງພັກປະຊາຊົນປະຕິວັດກຳປູເຈຍ, ແນວໂຮມສາມັກຄີ ກູ້ຊາດແຫ່ງປະເທດ ກຳປູເຈຍ ແລະ ສະພາປະຊາຊົນປະຕິວັດ ກຳປູເຈຍແລ້ວ, ພັກ, ລັດຖະບານ ຫວຽດນາມໄດ້ສົ່ງນັກຊ່ຽວຊານນັບໝື່ນຄົນໄປຊ່ວຍເຫຼືອຟື້ນຟູ, ກໍ່ສ້າງ, ພັດທະນາປະເທດ ກຳປູເຈຍ ໂດຍກົງ.

ຊ່ວຍເຫຼືອປະຊາຊົນກຳປູເຈຍຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດອັນທີສອງ: ຄວາມອຶດຫິວທຸກຍາກ, ພະຍາດໂລຄາ.

        ໃນຕະຫຼອດໄລຍະກ່ວາ 10 ປີ ( 1978 - 1989), ພັກ ແລະ ລັດ ຫວຽດນາມ ໄດ້ສົ່ງພະນັກງານເກືອບ 3,5 ໝື່ນຄົນ ໄປຊ່ວຍເຫຼືອ ກຳປູເຈຍ ໃນການກໍ່ສ້າງພັກປະຊາຊົນປະຕິວັດ ກຳປູເຈຍ ຄືນໃໝ່ ແລະ ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ 2 ສະໄໝ; ຄັດເລືອກ, ບຳລຸງສ້າງຖັນແຖວພະນັກງານທີ່ມີຄຸນສົມບັດດີ ແລະ ກຳລັງຄວາມສາມາດເປັນຫຼັກແຫຼ່ງໃຫ້ແກ່ການຜັນຂະຫຍາຍປະຕິບັດບັນດາມະຕິຂອງພັກປະຊາຊົນປະຕິວັດກຳປູເຈຍ.

ເພື່ອແນໃສ່ໜູນຊ່ວຍສ້າງຕັ້ງລະບອບລະບຽບການສັງຄົມທີ່ຖືກລະບອບຂະແມແດງທຳລາຍແຕ່ສູນກາງຮອດຮາກຖານຄືນໃໝ່ນັ້ນ, ຫວຽດນາມໄດ້ ຊ່ວຍກຳປູເຈຍສ້າງສະພາປະຊາຊົນປະຕິວັດກຳປູເຈຍຢ່າງຮີບດ່ວນ. ທ່ານ ຫວູມາວ ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ກະປູເຈຍເຊິ່ງເປັນຜູ້ທີ່ເຂົ້າຮ່ວມຄະນະນັກຊ່ຽວຊານຂອງຊາວໜຸ່ມ ຊ່ວຍກຳປູເຈຍຈັດຕັ້ງກຳລັງໜຸ່ມຄືນໃໝ່ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າມີຄະນະນັກຊ່ຽວຊານໜຶ່ງແມ່ນຄະນະຊາວໜຸ່ມຂອງສູນກາງຄະນະຊາວໜຸ່ມຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ ຈັດຕັ້ງກຳລັງ ຊາວໜຸ່ມ, ເຍົາວະຊົນອະນຸຊົນ. ຮຽກໂຮມບັນດາ ຊາວໜຸ່ມ ກຳປູເຈຍ ເຂົ້າຮ່ວມອົງການ “ສະມາຄົມຊາວໜຸ່ມກູ້ຊາດ ກຳປູເຈຍ” ນີ້ແມ່ນອົງການທີ່ມີວົງກ້ວາງ, ເຕົ້າໂຮມບັນດາຊາວໜຸ່ມກຳປູເຈຍ ເຂົ້າຮ່ວມອົງການນັ້ນ ແລະ ອີກຂັ້ນຕອນໜຶ່ງແມ່ນຮຽກໂຮມຊາວໜຸ່ມດີເດັ່ນເຂົ້າ “ຄະນະຊາວໜຸ່ມປະຊາຊົນປະຕິວັດ ກຳປູເຈຍ”

ໂດຍມີໜ້າໃນຄະນະນັກຊ່ຽວຊານຂອງວິທະຍຸກະຈາຍສຽງ ຫວຽດນາມໄລຍະ 1980 -1984, ນັກຂ່າວ ຫງວຽນວັນຄຽມ, ນັກບັນນາທິການພະແນກກະຈາຍສຽງພາກຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ, ແບ່ງປັນວ່າ:

ພາຍຫຼັງປົດປ່ອຍ ກຳປູເຈຍ ແລ້ວ, ຕົ້ນປີ 1980 ໄດ້ການນຳວິທະຍຸໄດ້ສົ່ງຂ້າພະເຈົ້າໄປກຳປູເຈຍເປັນຊ່ຽວຊານຊ່ວຍເຫຼືອເຂົາເຈົ້າ. ຂະນະນັ້ນ, ກຳປູເຈຍ ຫາກໍ່ໄດ້ຮັບການປົດປ່ອຍ, ພື້ນຖານວັດຖຸຍັງຂາດເຂີນ, ນັກຊ່ຽວຊານ ເຮົາຢູ່ກະແຈກກະຈາຍ. ວຽກງານຂອງຂ້າພະເຈົ້ານອກຈາກ ຊ່ວຍເຮັດລາຍການພາກພາສາຝລັ່ງແລ້ວກໍ່ຍັງເຮັດຂ່າວໃຫ້ແກ່ການອອກອາກາດພາກພາສາຕ່າງປະເທດອື່ນໆອີກ.”

ການ​ກະ​ທຳ​ອັນສູງ​ສົ່ງ ແລະ ຈົບ​ງາ​ມ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊານ ຫວຽດ​ນາມ ໃນ​ການ​ຊ່ວຍ​ເຫຼ​ືອຟື້ນ​ຟູ​ ກຳ​ປູ​ເຈຍ - ảnh 2

ທ່ານນາຍົກລັດຖະມົນຕີ ກຳປູເຈຍ ແລະ ບັນດານັກຊ່ຽວຊານ ຫວຽດນາມຢູ່ ວິທະຍຸກະຈາຍສຽງ ແລະ ໂທລະພາບ ກຳປູເຈຍ ປີ 1988 (ພາບ: VH)

ການຊ່ວຍເຫຼືອທີ່ເປັນທຳຂອງພັກ, ລັດ, ປະຊາຊົນ ຫວຽດນາມ

ໃນຕະຫຼອດ ກ່ວາ 10 ປີທີ່ທຸກຍາກລຳບາກ, ຖັນແຖວນັກຊ່ຽວຊານ ຫວຽດນາມ ໄດ້ຊ່ວຍໃຫ້ ກຳປູເຈຍ ສ້າງຕັ້ງລະບົບອຳນາດການປົກຄອງ ທຸກຂັ້ນໃຫ້ມີກຳລັງແຮງ ພຽງພໍໃນການນຳພາ, ຈັດຕັ້ງປະຊາຊົນກໍ່ສ້າງປະເທດຄືນໃໝ່, ທັງຜະລິດທັງຕໍ່ສູ້ສະກັດກັ້ນລະບອບຂະແມແດງກັບຄືນມາ. ປະເທດກຳປູເຈຍເຊິ່ງເປັນປະເທດທີ່ມີອະທິປະໄຕດ້ວຍລະບົບການເມືອງໃໝ່ໄດ້ຮັບການກໍ່ສ້າງແຕ່ສູນກາງລົງຮອດທ້ອງຖິ່ນ, ພ້ອມກັບບັນດາລະບອບລະບຽບດ້ານວັດທະນະທຳ - ສັງຄົມຮັບປະກັນຄວາມເປັນເອກະລາດ ແລະ ສິດເປັນເຈົ້າ ຕົນເອງ, ແມ່ນພື້ນຖານໝັ້ນແກ່ນເພື່ອ ພັດທະນາເທື່ອລະກ້າວ ແລະ ຮັບປະກັນໜ້າທີ່ປົກປັກຮັກສາບັນດາໝາກຜົນປະຕິວັດຢ່າງໜັກແໜ້ນດ້ວຍຕົນເອງ. ປີ 1989, ພາຍຫຼັງປະຕິບັດໜ້າທີ່ທີ່ໄດ້ມອບໝາຍໃຫ້ຢ່າງສຳເລັດແລ້ວ, ກຳລັງນັກຊ່ຽວຊານ  ແລະ ທະຫານອາສາສະໝັກ ຫວຽດນາມ ໄດ້ກັບຄືນປະເທດເພື່ອຮັບປະກັນໃຫ້ແກ່ໜ້າທີ່ຮັບຜິດຊອບໃໝ່.

ຕີລາຕາຄຸນງາມຄວາມດີຂອງ ຫວຽດນາມ,ໃນນັ້ນມີກຳລັງນັກຊ່ຽວຊານ ຫວຽດນາມຊ່ວຍເຫຼືອກຳປູເຈຍ, ບັນດາການນຳກຳປູເຈຍລ້ວນແຕ່ຢັ້ງຢືນວ່າ: “ເພື່ອມີປະເທດກຳປູເຈຍພັດທະນາຮອບດ້ານຄືປັດຈຸບັນແມ່ນບໍ່ອາດຂາດການຊ່ວຍເຫຼືອອັນລ້ຳຄ່າ, ໃຫຍ່ຫຼວງ, ທັນການ, ມີປະສິດທິຜົນຂອງລັດຖະບານ ແລະ ປະຊາຊົນ ຫວຽດນາມ, ໃນນັ້ນມີກຳລັງນັກຊ່ຽວຊານຢູ່ບັນດາຂະແໜງຂັ້ນຕ່າງໆຈາກສູນກາງ ລົງຮອດ ທ້ອງຖິ່ນໄດ້ຊ່ວຍເຫຼືອການປະຕິວັດ ກຳປູເຈຍ ເລີ່ມແຕ່ຊຸມມື້ທີ່ຫາກໍ່ຫຼຸດພົ້ນອອກຈາກລະບອບຂະແມແດງດັບສູນເຊື້ອຊາດຈົນຮອດເວລາກຳລັງປະຕິວັດກຳປູເຈຍສາມາດຮັບປະກັນໄດ້ໜ້າທີ່ດ້ວຍຕົນເອງໄດ້ນັ້ນ, ນັກຊ່ຽວຊານ ຫວຽດນາມຈຶ່ງກັບຄືນເມືອປະເທດ”. ທ່ານ ນາຍົກລັດຖະມົນຕີ ລາຊະອານາຈັກກຳປູເຈຍ Samdech Hun Sen ເຄີຍຢັ້ງຢືນວ່າ: “ທະຫານອາສາມະໝັກຫວຽດນາມໄດ້ກູ້ເອົາຊີວິດປະຊາຊົນ ກຳປູເຈຍ ໃຫ້ຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດ Pol Pot, ສ່ວນ ນັກຊ່ຽວຊານ ຫວຽດນາມໄດ້ ຊ່ວຍໃຫ້ປະຊາຊົນກຳປູເຈຍຫຼຸດພົ້ນອອກຈາກໄພດັບສູນເຊື້ອຊາດທີສອງແມ່ນ ອິດຫິວທຸກຍາກ, ພະຍາດໂລຄາເຊິ່ງ ເລີ່ມແຕ່ຕົວເລກ 0 ແລະໄດ້ເຕີບໃຫຍ່ຄືປັດຈຸບັນ”.

30 ປີ ທີ່ໄດ້ຜ່ານພົ້ນໄປ, ແຕ່ການຊ່ວຍເຫຼືອຢ່າງສຸດອົກສຸດໃຈຂອງນັກຊ່ຽວຊານຫວຽດນາມທີ່ມີຕໍ່ປະເທດ ກຳປູເຈຍຍາມໃດກໍ່ແມ່ນບັນດາການກະທຳສາກົນອັນສູງສົ່ງ ແລະ ຈົບງາມ, ສືບຕໍ່ປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານລະຫວ່າງສອງຊາດ.

ຕອບກັບ