ລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງຫວຽດນາມ ຕິດພັນກັບເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ

Thu Hoa
Chia sẻ
(VOVWORLD) -ໃນຕະຫຼອດ 16 ປີ ນັບຕັ້ງແຕ່ເມື່ອເປີດເສັ້ນທາງ ໂຮ່ຈີມິນ ໃນວັນທີ 19 ພຶດສະພາ 1959 ຈົນເຖິງເວລາສິ້ນສຸດສົງຄາມເມື່ອວັນທີ 30 ເມສາ ປີ 1975, ບັນດາລາຍການກະຈຽງສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ເປັນເພື່ອນທີ່ສະໜິດຕິດພັນກັບກອງທັບ ແລະ ປະຊາຊົນໃນທົ່ວປະເທດ ອັນໄດ້ປະກອບສ່ວນປົດປ່ອຍພາກໃຕ້ຢ່າງສົມບູນ ທ້ອນໂຮມປະເທດຊາດເປັນເອກະພາບ
ລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງຫວຽດນາມ  ຕິດພັນກັບເສັ້ນທາງ ໂຮ່ຈີມິນ ແຫ່ງເທບນິຍາຍ - ảnh 1ວິທະຍຸເຂດພາກໃຕ້ເມື່ອກ່ອນນີ້ 

ນັກຂ່າວ ເລທົງ ອະດີດເປັນພະນັກງານສັງກັດວິທະຍຸກະຈາຍສຽງ ຫວຽດນາມ, ທ່ານອອກໄປສະໜາມຮົບເມື່ອປີ 1972 ແລະ ຢູ່ສາຍພູຫຼວງເບື້ອງຕາເວັນອອກ ເມື່ອເສັ້ນທາງ ໂຮ່ຈີມິນ ໄດ້ເປີດທາງຕື່ມອີກຫຼາຍສາຂາ. ຕາມທ່ານ ເລທົງ ແລ້ວຢູ່ບ່ອນທີ່ມີການສູ້ຮົບຢ່າງດຸເດືອດທີ່ສຸດແມ່ນສາຍພູຫຼວງໃນຄາວນັ້ນ, ການລະດົມກຳລັງໃຈໃຫ້ແກ່ນັກຮົບຢູ່ທີ່ນີ້ ກໍ່ແມ່ນຂ່າວຄາວຈາກແນວຫຼັງ, ແນວໜ້າ, ບັນດາບົດເພງສຽງຂັບຮ້ອງທີ່ມ່ວນໆ. ແລະ ສິ່ງນີ້ມີພຽງແຕ່ຜ່ານບັນດາລາຍການກະຈາຍສຽງ ຂອງວິທະຍຸກະຈາຍສຽງ ຫວຽດນາມ. ນັກຂ່າວ ເລທົງ ໄດ້ແບ່ງປັນກ່ຽວກັບເລື່ອງລາວທີ່ຍາກຈະລືມໄດ້, ນັ້ນແມ່ນເລື່ອງລາວກ່ຽວກັບຊາວໜຸ່ມຕະລຸມບອນຄົນໜຶ່ງ ທີ່ຍາມໃດກໍ່ຖືຕາມໂຕ ເຄື່ອງຣາດີໂອໜ່ວຍໜຶ່ງ. ໃນຄາວນັ້ນຈັກກະພັດອາເມລີກາໄດ້ຖິ້ມລະເບີດທຳລາຍຢ່າງດຸເດືອດ, ລາວໄດ້ເຂົ້າຮ່ວມການເປີດທາງໃນຍາມກາງຄືນ ແລະ ໄດ້ເສຍສະຫຼະຊີວິດພ້ອມກັບເພື່ອນຮ່ວມກົມກອງຫຼາຍຄົນ. ທຸກໆຄົນກໍ່ໄດ້ພາກັນໄປຊອກຫາ ແຕ່ກໍ່ບໍ່ເຫັນ, ບໍ່ຮູ້ວ່າລາວຖືກຖົມຢູ່ບ່ອນໃດ. ຮອດຕອນເຊົ້າມື້ຕໍ່ມາ, ເພື່ອນຮ່ວມກົມກອງໄດ້ຄົ້ນພົບລາວ ຍ້ອນສຽງດັງຂອງເຄື່ອງຣາດີໂອ, ບ່ອນທີ່ອ້າຍຖືກຖົມໃຕ້ຊາກຫັກພັງ. ຕະຫຼອດ 3 ປີດຳລົງຊີວິດຢູ່ສາຍພູຫຼວງເບື້ອງຕາເວັນອອກ, ນັກຂ່າວ ເລທົງ ໄດ້ເຫັນປະຈັກຕາບໍ່ຈັກວ່າເທົ່າໃດເລື່ອງລາວທີ່ສະຫງ່າອົງອາດ ຂອງບັນດານັກຮົບຢູ່ຕາມສາຍພູຫຼວງ. ທ່ານໄດ້ຂຽນຄືນກ່ຽວກັບບັນດາເລື່ອງລາວທີ່ໄດ້ເວົ້າເຖິງເຂົາເຈົ້າ ແລະ ສົ່ງເຖິງລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ ເພື່ອລະດົມກຳລັງໃຈໃຫ້ແກ່ບັນດານັກຮົບ. ນັກຂ່າວ ເລທົງ ເວົ້າວ່າ:

  “ເຄື່ອງວິທະຍຸແມ່ນເພື່ອນທີ່ສະໜິດຕິດພັນ ກໍ່ຄືຜູ້ບັນຊາການຊ່ວຍໃຫ້ເຮົາສາມາດຮັບຮູ້ໄດ້ທຸກບັນຫາ, ເຮັດໃຫ້ຊີວິດເພີ່ມຄວາມເບີກບານມ່ວນຊື່ນ ເມື່ອໄດ້ຮັບຟັງບົດເພງ, ສຽງດົນຕີ. ມີອ້າຍນ້ອງນັກຮົບຫຼາຍຄົນໄດ້ຮູ້ວ່າ ຂ້າພະເຈົ້າແມ່ນນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ເຂົາເຈົ້າກໍ່ຖາມຫຼາຍເລື່ອງທີ່ສຸດ, ມີບັນດາເລື່ອງລາວໄດ້ເຮັດໃຫ້ຜູ້ຄົນທັງຫຼາຍມີຄວາມຕື້ນຕັນໃຈ, ນັບທັງບັນດາເລື່ອງລາວທີ່ເວົ້າເຖິງການດຳລົງຊີວິດ ຂອງບັນດານັກສິລະປິນ ຂອງວິທະຍຸ”.

   ຕາມນັກຂ່າວ ເຈິ່ນດຶກນວຍ, ພະນັກງານ, ນັກຂ່າວສັງກັດວິທະຍຸກະຈາຍສຽງ ຫວຽດນາມ ເຊິ່ງແມ່ນບັນດາຜູ້ໄດ້ກ້າວບາດຕີນລົງເສັ້ນທາງ ໂຮ່ຈີມິນ ກ່ອນໝູ່. ຄະນະທຳອິດມີ 4 ຄົນໂດຍທ່ານ ຫວູເດື່ອງ ເປັນຫົວໜ້າຄະນະ ເຊິ່ງໄດ້ເດີນບົນເສັ້ນທາງນັ້ນ ໄປຮອດເຂດທາງທິດຕາເວັນອອກພາກໃຕ້. ເພື່ອສືບຕໍ່ເສັ້ນທາງຂອງຄົນລຸ້ນກ່ອນ, ນັກຂ່າວ ເຈິ່ນດຶກນວຍ ໄດ້ອອກເດີນທາງໄປຍັງ ອາເສົ່າ, ອາເຫຼືອຍ, ເຂດທາງທິດຕາເວັນຕົກຂອງແຂວງ ເທື່ອທຽນເຫວ້ ເມື່ອເດືອນ ຕຸລາ ປີ 1974 ເຊິ່ງແມ່ນສະໜາມຮົບທີ່ດຸເດືອດທີ່ສຸດ. ພຽງແຕ່ເດີນບົນສາຍທາງ ພຽງສອງສາມຮ້ອຍກິໂລແມັດເທົ່ານັ້ນ, ນັກຂ່າວ ເຈິ່ນດຶກນວຍ ກໍ່ສາມາດວາດພາບໄດ້ເຖິງສ່ວນໃດສ່ວນໜຶ່ງ ຂອງຄວາມລຳບາກກາກກຳຂອງພວກທະຫານຊ່າງແສງ ທີ່ພວມເປີດເສັ້ນທາງສາຍພູຫຼວງ. ທ່ານ ເຈິ່ນດຶກນວຍ ໃຫ້ຮູ້ອີກວ່າ:

   “ເບິ່ງຄືວ່າວິທະຍຸກະຈາຍສຽງ ຫວຽດນາມ ແມ່ນພາຫະນະສື່ຂ່າວ ເກືອບຄືວ່າພຽງຢ່າງດຽວໃນຄາວນັ້ນ, ສຳລັບໜັງສືພິມ ກໍ່ຕ້ອງລໍຖ້າເປັນເດືອນ ຈຶ່ງສາມາດສົ່ງຮອດ, ແຕ່ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງປົດປ່ອຍ ກໍ່ແມ່ນສອງບ່ອນສະໜອງຂໍ້ມູນຂ່າວສານ ແລະ ບັນດາຜູ້ອອກສະໜາມຮົບບໍ່ອາດບໍ່ມີຂໍ້ມູນຂ່າວສານ ເຊິ່ງໄດ້ຮັບຖືວ່າເປັນສ່ວນໜຶ່ງໃນການດຳລົງຊີວິດ. ນັ້ນກໍ່ແມ່ນແຫຼ່ງລະດົມກຳລັງໃຈ, ທີ່ຈິງແລ້ວເມື່ອທຸກຄົນອອກສະໜາມຮົບ, ກໍ່ມີຄວາມອິດເມື່ອຍແລ້ວ ແລະ ຄວາມບາດເຈັບລົ້ມຕາຍ ອາດຈະຖືກເກີດຂຶ້ນໃນທຸກໆເວລາ, ແຕ່ເມື່ອເປີດວິທະຍຸເພື່ອຟັງໄດ້ຍິນສຽງຂັບຮ້ອງ, ສຽງດົນຕີ, ໄດ້ຟັງສຽງໂຄສົກ ທັງໝົດກໍ່ຮູ້ສຶກວ່າມີແຮງຂຶ້ນ”.

  ດ້ວຍໜ້າທີ່ລະດົມກຳລັງໃຈ ໃຫ້ແກ່ການຕໍ່ຕ້ານ, ມີນັກຮ້ອງ, ນັກດົນຕີຫຼາຍຄົນຂອງວິທະຍຸກະຈາຍສຽງ ຫວຽດນາມ ກໍ່ໄດ້ເດີນທາງໄປຍັງສາຍພູຫຼວງ ເພື່ອສະແດງບັນດາລາຍສິລະປະຮັບໃຊ້ທະຫານ, ຄົນງານຮັບໃຊ້ແນວໜ້າ, ຊາວໜຸ່ມຕະລຸມບອນ. ນັກສິລະປິນປະຊາຊົນ ແທັງຮວາ ໄດ້ມີໜ້າຢູ່ສາຍພູຫຼວງ ເມື່ອປີ 1974 ໃຫ້ຮູ້ວ່າ ໃນຊ່ວງເວລາຢູ່ສາຍພູຫຼວງ, ນາງກໍ່ໄດ້ຂັບຮ້ອງໃນທາມກາງສະພາບສູ້ຮົບທີ່ດຸເດືອດ ຄວາມເປັນກໍ່ຄືຄວາມຕາຍ ອາດຈະເກີດຂຶ້ນໃນທຸກໆເວລາ ແຕ່ກໍ່ມີຄວາມສຸກທີ່ສຸດ. ນັກສິລະປິນປະຊາຊົນ ແທັງຮວາ ໃຫ້ຮູ້ວ່າ:

“ແມ່ນແທ້ເມື່ອໄປຮອດສາຍພູຫຼວງ ທຸກໆຄົນຕ່າງກໍ່ບໍ່ຄິດວ່າ ຕົນເອງໄປບ່ອນນີ້ເພື່ອສ້າງຜົນງານ ຫຼື ນຳກຽດສັກສີມາໃຫ້ປະເທດຊາດ. ຄາວນັ້ນພຽງແຕ່ຄິດວ່າພວກເຮົາອາດສາມາດເຮັດໄດ້ສິ່ງໃດສິ່ງໜຶ່ງ ນັບທັງກໍ່ຕ້ອງຍອມເສຍສະຫຼະຊີວິດ ແຕ່ທຸກສິ່ງທຸກຢ່າງກໍ່ເພື່ອທ້ອນໂຮມປະເທດຊາດເປັນເອກະພາບ”

 ນັກການທູດ, ນັກຂ່າວ ຫຼີວັນເສົ໋າ ກໍ່ເຄີຍເວົ້າວ່າ:  ມີເສັ້ນທາງ ໂຮ່ຈີມິນ ອີກເສັ້ນໜຶ່ງທີ່ເຮັດດ້ວຍຄື້ນເອເລັກໂຕນິກ. ນັ້ນແມ່ນຄື້ນຂອງວິທະຍຸກະຈາຍສຽງ ຫວຽດນາມ ປຽບເໝືອນເສັ້ນທາງອາກາດຕາມທາງຫຼວງ ໂຮ່ຈີມິນ ຈາກເໜືອລົງຮອດໃຕ້, ສົ່ງຂໍ້ມູນຂ່າວສານ, ນຳຄວາມຮັກແພງມາໃຫ້ທຸກໆຄົນ ບົນເສັ້ນທາງອອກສູ່ສະໜາມຮົບ, ແມ່ນເສັ້ນທາງເຊື່ອມຕໍ່ລະຫວ່າງບັນດາຫົວໃຈ, ຄວາມຮັກ ແລະ ຄວາມເຊື່ອໝັ້ນຕໍ່ໄຊຊະນະ.

ຕອບກັບ