ປຶ້ມອ່ານໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ ຫວຽດນາມ

Bui Hang
Chia sẻ
(VOVWORLD) -ປຶ້ມອ່ານໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ ຫວຽດນາມ. ຄວາມ ຊີນເຄີຍອ່ານປຶ້ມບໍ່ພຽງແຕ່ຊ່ວຍໃຫ້ຈິດວິນຍານຂອງມະນຸດໄດ້ໃສແຈ້ງເທົ່ານັ້ນ ຫາກຍັງເພີ່ມລະດັບຄວາມຮູ້ທີ່ມີປະໂຫຍດໃນການດຳລົງຊີວິດອີກດ້ວຍ. ຍ້ອນ ເຫດນີ້ເອງ, ການອ່ານປຶ້ມແຕ່ດົນນານມາແລ້ວ ໄດ້ກາຍເປັນຄວາມ ຕ້ອງການ ໂດຍຈຳເປັນຂອງມະນຸດ, ພິເສດແມ່ນໄວໜຸ່ມ
 ປຶ້ມອ່ານໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ ຫວຽດນາມ  - ảnh 1 ພາບປະກອບ

ເຖິງວ່າສັງຄົມຂະຫຍາຍຕົວ ເຖິງຂັ້ນໃດກໍ່ຕາມ, ແຕ່ການອ່ານປຶ້ມຍັງ ໄດ້ຮັບຖືເປັນສຳຄັນພິເສດ, ເພາະວ່າ ມັນແມ່ນການເຊືຶຶ່ອມຕໍ່ ລະຫວ່າງ ລັກສະນະມູນເຊື້ອ ແລະ ທັນສະໄໝ, ການຢ່ອນອາລົມ ແລະ ຄວາມປານີດ, ການຮັບຮູ້ ແລະ ການສຶກສາສຳລັບ ມະຫາຊົນເວົ້າລວມ ແລະ ໄວໜຸ່ມເວົ້າສະເພາະ. ຫຼາຍຄົນຍັງຄົງມັກອ່ານປຶ້ມ ທີ່ພິມດ້ວຍເຈ້ຍຫຼາຍກວ່າ ການອ່ານ ເລື່ອງລາວຕ່າງໆໃນເຄືອຂ່າຍອິນເຕີເນັດ. ບັນດາເພື່ອນໜຸ່ມທີ່ ນິຍົມອ່ານປຶ້ມ ຍາມໃດກໍ່ຫວັງຢາກມີຕູ້ປຶ້ມຂອງຕົນ ທີ່ນັບມື້ນັບມີປຶ້ມ ຫຼາຍປະເພດ. ການອ່ານຜ່ານເຄືອຂ່າຍອິນເຕີເນັດ ຈະບໍ່ຕັ້ງໃຈ ເທົ່າກັບການ ອ່ານປຶ້ມດ້ວຍເຈ້ຍ. ນີ້ໄດ້ຮັບຖືວ່າແມ່ນວິທີເພື່ອແລກປ່ຽນ ລະດັບຄວາມຮູ້ ເປັນຢ່າງດີທີ່ສຸດ ແລະ ນີ້ກໍ່ແມ່ນວິທີເພື່ອຢ່ອນອາລົມທີ່ສົດໃສ ແລະ ປະຢັດທີ່ສຸດ. ເພື່ອນຫງວຽນຫ໋າຍອ໊ຽນຢູ່ເມືອງຮວ່ານກ໊ຽມຮ່າໂນ້ຍແບ່ງປັນວ່າ:     

         “ປຶ້ມແມ່ນເພື່ອນທີ່ສຳຄັນທີ່ສຸດ, ເປັນຕົ້ນແມ່ນໄວໜຸ່ມ. ຂ້າພະເຈົ້າ ຊົມຊອບອ່ານປຶ້ມນະວະນິຍາຍ. ຂ້າພະເຈົ້າເຫັນວ່ານອກຈາກປຶ້ມ ກ່ຽວກັບທັກສະ ທີ່ແທດເໝາະກັບເພື່ອນໜຸ່ມໃນປັດຈຸບັນນັ້ນ, ປຶ້ມວັນນະຄະດີ ນະວະນິຍາຍ ໄດ້ນຳມາໃຫ້ເຮົາຮູ້ຈັກຫຼາຍສິ່ງຫຼາຍຢ່າງ. ໃນຍຸກສະໄໝ ເຕັກໂນໂລຊີ, ໂດຍ ແມ່ນໄວໜຸ່ມຄົນໜຶ່ງ, ຂ້າພະເຈົ້າກໍ່ຮັບ ຜົນສະທ້ອນຈາກ ສະມາດໂຟນ, ເຟດບຸກ, ແຕ່ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າກໍ່ເຫັນວ່າ ປຶ້ມອ່ານກໍ່ຊ່ວຍຂ້າພະເຈົ້າ ຢ່ອນອາລົມດີທີ່ສຸດ”.   

        ໃນວັນບຸນປຶ້ມອ່ານຫຼາຍຄັ້ງທີ່ຖືກຈັດຂຶ້ນ ໃນເວລາທີ່ຜ່ານມາຢູ່ ຫວຽດນາມ, ມີເພື່ອນໜຸ່ມຈຳນວນຫຼາຍນັ້ນແມ່ນນັກຮຽນນັກສຶກສາກໍ່ໄດ້ເຂົ້າຮ່ວມຢ່າງສຸດໃຈ. ບັນດາເພື່ອນກໍ່ໄດ້ຊື້ປຶ້ມມາອ່ານ  ແລະ ກໍ່ເຂົ້າຮ່ວມບັນດາລາຍການໂອ້ລົມ ສົນທະນາແລກປ່ຽນ ກັບບັນດາຜູ້ຊ່ຽວຊານວັດທະນະທຳ, ນັກປະພັນ ວັນນະຄະດີ, ນັກກາວີທີ່ມີຊື່ສຽງຂອງ ຫວຽດນາມ. ຄວາມເມົາມົວຂອງບັນດາ ເພື່ອນໜຸ່ມຢູ່ຕາມຮ້ານຂາຍປຶ້ມ ແຕ່ເຊົ້າຮອດຄ່ຳກໍ່ໄດ້ສະແດງໃຫ້ເຫັນວ່າ ປຶ້ມອ່ານຍັງຄົງແມ່ນອາຫານທາງດ້ານຈິດໃຈທີ່ມີປະໂຫຍດ, ແມ່ນສາງຄວາມຮູ້ ທີ່ເລິກເຊິ່ງກວ້າງຂວາງ, ເຮັດໃຫ້ໄວໜຸ່ມຕ້ອງກ້າວເດີນ ໄປຈົນສຸດ. ມີເພື່ອນໜຸ່ມ ຫຼາຍຄົນໃຫ້ຮູ້ວ່າການຊອກອ່ານປຶ້ມ ກໍ່ແມ່ນເສັ້ນທາງ ທີ່ມີປະສິດທິຜົນ ແລະ ແມ່ນວິທີດີທີ່ສຸດເພື່ອຍົກສູງລະດັບຄວາມຮູ້, ເປີດກວ້າງ ວິໄສທັດ ແລະ ມຸ່ງໄປສູ່ ບັນດາຄຸນຄ່າທີ່ດີງາມ,ສຸດຈະລິດ ແລະ ຄວາມປານີດ. ຍິ່ງໄປກວ່ານັ້ນ ມີເພື່ອນໜຸ່ມຫຼາຍຄົນ ຕ່າງກໍ່ຖືວ່າປຶ້ມອ່ານກໍ່ແມ່ນເພື່ອນ ທີ່ສະໜິດ ສະໜົມ ແລະ ແບ່ງປັນຄວາມທຸກໂສກ,ຄວາມລຶກລັບຂອງແຕ່ລະຄົນ ແລະ ການອ່ານປຶ້ມ ໄດ້ນຳເຊິ່ງຜົນປະໂຫຍດທີ່ດີຄື ກະຕຸ້ນຈິດໃຈ, ຫຼຸດຜ່ອນ ຄວາມເຄັ່ງຕຶງ, ເປີດກວ້າງຄວາມຮູ້ຄຳສັບ, ປົວແປງຄວາມຈຳ... ເພື່ອນ ເຈິ່ນທູຢາງ ນັກສຶກສາປີທີສາມມະຫາວິທະຍາໄລແພດສາດ ຮ່າໂນ້ຍ ໃຫ້ຮູ້ວ່າ:

     “ຂ້າພະເຈົ້າເຫັນວ່າການອ່ານປຶ້ມໄດ້ຊ່ວຍໃຫ້ພວກເຮົາປົວແປງທາງດ້ານ ມະນຸດສຳພັນໃນແຕ່ລະວັນເປັນຢ່າງດີ ແລະ ເຮົາກໍ່ສາມາດເພີ່ມຄວາມຮູ້ຕົວຈິງ. ໃນການເດີນທາງໄປທ່ຽວຊົມຄັ້ງຕ່າງໆກັບໜູ່ເພື່ອນ, ເຮົາມີຫຼາຍ ຫົວເລື່ອງ ເພື່ອຈະລົມກັນ. ປຶ້ມອ່ານກໍ່ມີຜົນປະໂຫຍດໃນບັນດາບົດບັນລະຍາຍຂອງເຮົາ, ຊ່ວຍໃຫ້ເຮົາມີບັນດາຂໍ້ມູນຂ່າວສານທີ່ຊັດເຈນກວ່າ. ຂ້າພະເຈົ້າກໍ່ມັກອ່ານປຶ້ມ ເພື່ອຊ່ວຍເຮົາໃນການປະພຶດແຕ່ລະວັນຂອງຕົນໃຫ້ຖືກຕ້ອງກວ່າເກົ່າ”.

     ພິເສດການອ່ານປຶ້ມເພື່ອແລກປ່ຽນ ກໍ່ຄືແບ່ງປັນລະດັບຄວາມຮູ້ທີ່ທີປະໂຫຍດ ກໍ່ໄດ້ສ້າງການເຊື່ອມຕໍ່ກັນລະຫວ່າງບັນດາສະມາຊິກໃນຄອບຄົວນຳກັນ. ແຫຼ່ງ ຄວາມຮູ້ຢ່າງມະຫາສານຂອງມວນມະນຸດກໍ່ແມ່ນປຶ້ມ, ການອ່ານປຶ້ມມີບົດບາດ ສຳຄັນຊ່ວຍໃຫ້ຈິດວິນຍານຂອງເຮົາຍາມໃດກໍ່ໃສແຈ້ງ. ຄຸນປະໂຫຍດຂອງ ການອ່ານປຶ້ມ ກໍ່ບໍ່ພຽງແຕ່ຢຸດຢູ່ໃນການຮັບເອົາຄວາມຮູ້ເທົ່ານັ້ນ ຫາກຍັງແມ່ນ ມາດຕະການເພື່ອສ້າງມະນຸດໃຫ້ສົມບູນແບບກວ່າເກົ່າ, ຝຶກຝົນຫຼໍ່ຫຼອມ ໃຫ້ຜູ້ອ່ານມີທັກສະ, ມີຄວາມຮັກແພງ ແລະ ມີນິດໃສທີ່ດີ. ທ່ານ ເຈິ່ນຈີດາດ ຜູ້ອຳນວຍການ-ຫົວໜ້າບັນນາທິການສຳນັກພິມຖະແຫຼງຂ່າວ ແລະ ສື່ສານ ໃຫ້ຮູ້ວ່າ:

       “ປັດຈຸບັນບັນດາເພື່ອນໜຸ່ມພວມມີທ່າອ່ຽງເລືອກເອົາປຶ້ມ ເພື່ອຊອກຫາ ບັນດາ ຂໍ້ມູນຂ່າວສານ, ພູມປັນຍາ, ທັກສະໃນການດຳລົງຊີວິດ... ແຕ່ລະປີ ພວກຂ້າພະເຈົ້າກໍ່ໄດ້ມີການກຳນົດທິດຢ່າງຈະແຈ້ງໃຫ້ແກ່ຜູ້ອ່ານ. ຍົກຕົວຢ່າງຄື ເພື່ອດຶງດູດບັນດາເພື່ອນໜຸ່ມອ່ານປຶ້ມ, ນອກຈາກປຶ້ມກ່ຽວກັບທັກສະ ແລະ ປຶ້ມກ່ຽວກັບການບຳລຸງສ້າງ, ໜູນຊ່ວຍຄວາມຮູ້ນັ້ນ, ພວກຂ້າພະເຈົ້າ ກໍ່ຍັງມີ ປຶ້ມກ່ຽວກັບການສ້າງອາຊີບ ເພື່ອກຳນົດທິດໃຫ້ແກ່ເພື່ອນໜຸ່ມແຕ່ລະຄົນ ເມື່ອຮຽນຈົບ ເພື່ອມີທັກສະໃນການດຳລົງຊີວິດຂອງຕົນ, ພວກເພື່ອນອາດຈະ ຊອກຫາເອກະສານນັ້ນເພື່ອອ່ານ”.         

      ການອ່ານປຶ້ມກໍ່ແມ່ນໜຶ່ງໃນບັນດາວິທີເພື່ອຊ່ວຍມະນຸດຢ່ອນອາລົມ, ສະສົມ ຄວາມຮູ້, ເພີ່ມທະວີຄວາມສາມາດທາງດ້ານຈິນຕະນາ ການ. ກໍ່ຍ້ອນເຫດນີ້ເອງ, ປຶ້ມອ່ານໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດທາງດ້ານຈິດໃຈຂອງໄວໜຸ່ມ, ກໍ່ເປັນສິ່ງທີ່ບັນດາ  ເພື່ອນໜຸ່ມ ມັກຊອກຮູ້ ຄືດັ່ງຄວາມຕ້ອງການອັນທີ່ ຈຳເປັນໃນການດຳລົງຊີວິດ.

ຕອບກັບ