ຕະກຽງ - ສິ່ງທີ່ຕິດພັນກັບຊາວຫວຽດນາມເມື່ອກ່ອນນີ້

Thu Hoa
Chia sẻ
(VOVWORLD) -ພວກຂ້າພະເຈົ້າໄດ້ມີໂອກາດໄປຢາມເຮືອນຂອງອ້າຍ ເຈິ່ນແທັງຕຸ່ງ ເຊິ່ງແມ່ນຜູ້ທີ່ນິຍົມເກັບຮັກສາຕະກຽງຢູ່ຖະໜົນ ຮ່າວນາມ, ຮ່າໂນ້ຍ ເພື່ອຮັບຊົມຊຸດຕະກຽງທີ່ເປັນເອກະລັກຂອງລາວ. ຕາມການວາດນຶກຂອງຫຼາຍຄົນແລ້ວ ຕະກຽງ ແມ່ນມີຮູບຮ່າງນ້ອຍງາມໆ, ແຕ່ສຳລັບຕະກຽງຂອງອ້າຍ ເຈິ່ນແທັງຕຸ່ງ ມີຄົບທຸກສີ, ມີຫຼາຍຮູບຮ່າງ, ສູງຕ່ຳແຕກຕ່າງກັນ, ມີຕະກຽງບາງໜ່ວຍກໍ່ສູງເຖິງກວ່າໜຶ່ງແມັດ. 
ຕະກຽງ - ສິ່ງທີ່ຕິດພັນກັບຊາວຫວຽດນາມເມື່ອກ່ອນນີ້  - ảnh 1ອ້າຍ ເຈິ່ນແທັງຕຸ່ງ ກັບຊຸດຕະກຽງຂອງຕົນ 

ບັນດາຜູ້ນິຍົມຫຼິ້ນຕະກຽງຢູ່ ຫວຽດນາມ ແມ່ນບໍ່ຫຼາຍ, ເພາະສະນັ້ນ ເພື່ອຈະມີຊຸດຕະກຽງເກືອບ 80 ໜ່ວຍນັ້ນ, ອ້າຍ ເຈິ່ນແທັງຕຸ່ງ ກໍ່ຕ້ອງລົງໄປຫຼາຍບ່ອນ ເພື່ອເກັບເອົາຕະກຽງເກົ່າ. ອ້າຍ ເຈິ່ນແທັງຕຸ່ງ ເວົ້າວ່າ:

   “ເຮົາໄດ້ເລີ່ມຕົ້ນຫຼິ້ນຕະກຽງນັບແຕ່ປີ 2010 ເປັນຕົ້ນມາ. ສຳລັບຜູ້ນິຍົມຫຼິ້ນຕະກຽງກໍ່ມີບໍ່ເທົ່າໃດຄົນ, ທີ່ຈິງແລ້ວເພື່ອຈະຊື້ຕະກຽງໜ່ວຍໜຶ່ງທີ່ງາມຕານັ້ນ ເຮົາຕ້ອງມີການສັງເກດ ຕ້ອງຮູ້ດັດແປງຕະກຽງ ເພື່ອເຮັດແນວໃດເບິ່ງໃຫ້ງາມຕາ.  ກ່ອນນີ້, ໝູເພື່ອນຂອງເຮົາຢູ່ຕ່າງປະເທດກໍ່ເຄີຍນຳມາໃຫ້ເຮົາເປັນຂອງຕ້ອນ, ເພາະວ່າເຮົາເຄີຍຊື້ຕະກຽງຈາກຕ່າງປະເທດ ຜ່ານເຄືອຂ່າຍອິນເຕີເນັດ”

  ຕາມອ້າຍ ຕຸ່ງ ແລ້ວ ຜູ້ທີ່ມີປະສົບການນິຍົມຫຼິ້ນຕະກຽງ ແມ່ນຕ້ອງຮູ້ກຳນົດອາຍຸຂອງມັນ ແລະ ຕະກຽງຂອງປະເທດໃດ ຂອງຝ່າຍໃດເພື່ອຈະດັດແປງໃຫ້ເໝາະສົມ ເຂົ້າກັບຊຸດຕະກຽງຂອງຕົນ. ອ້າຍ ຕຸ່ງ ໃຫ້ຮູ້ຕື່ມອີກວ່າ:

 “ສຳລັບຕະກຽງແລ້ວ, ກ່ອນອື່ນໝົດແມ່ນຕ້ອງກຳນົດວ່າ ການອອກແບບຂອງມັນ ແມ່ນຕາມລັກສະນະຂອງຊົນຊັ້ນຂຸນນາງ, ຂອງອັງກິດ ຫຼື ຝະລັ່ງເມື່ອກ່ອນນີ້, ມັນແທດເໝາະກັບການປະດັບປະດາຢູ່ຫໍຜະສາດ ຂອງບັນດາວົງຕະກຸນ, ຄອບຄົວທີ່ເປັນຊົນຊັ້ນຂຸນນາງ, ມັນສໍ່ສະແດງໃຫ້ເຫັນຄວາມງາມ ທີ່ເປັນໜ້າຈັບໃຈຢ່າງແທ້ຈິງ. ມີຕະກຽງບາງໜ່ວຍກໍ່ເຮັດຢ່າງລະອຽດລະອໍ, ຈາກວັດຖຸດ້ວຍຫີນ, ດ້ວຍແກ້ວ ຫຼື ຟາເລ, ຖືກພວກນາຍຊ່າງເຄືອບສອງສາມເທື່ອ, ແລ້ວກໍ່ນຳໄປເຈຍໃຫ້ມີຄວາມງາມເຊັ່ນນັ້ນ. ສ່ວນປະກອບທຸກຢ່າງຂອງຕະກຽງ ກໍ່ຖືກເຮັດດ້ວຍມື, ຕະກຽງທີ່ເຮັດດ້ວຍແກ້ວ, ດ້ວຍຫີນ, ດ້ວຍຟາເລ ແມ່ນອາດຈະແຕກໄດ້ຢ່າງງ່າຍ ແຕ່ກໍ່ຍັງຄົງຖືກຮັກສາໄວ້ຕາມການເວລາເຊັ່ນນີ້ ດັ່ງນັ້ນມັນມີຄຸນຄ່າທີ່ສຸດ”.

  ສິ່ງທີ່ໜ້າຈັບໃຈຂອງຜູ້ນິຍົມຫຼິ້ນຕະກຽງ ນັ້ນແມ່ນຈາກບັນດາສ່ວນປະກອບທີ່ມີຢູ່ແລ້ວ, ແຕ່ລະຄົນສາມາດແຍກອອກຈາກກັນ ເພື່ອປະກອບເຂົ້າກັນ ກາຍເປັນຕະກຽງທີ່ເປັນເອກະລັກສະເພາະ, ຕະກຽງທຸກໜ່ວຍກໍ່ມີຄວາມເປັນເອກະລັກຂອງໃຜຂອງມັນ. ໃນວົງການຜູ້ນິຍົມຫຼິ້ນຕະກຽງນັ້ນ, ຜູ້ໃດມີສາຍຕາສັງເກດຢ່າງຫຼັກແຫຼມ ແລະ ມີປະສົບການແນ່ນອນວ່າຄົນຜູ້ນັ້ນ ຈະມີຕະກຽງທີ່ເປັນເອກະລັກ ແລະ ມີຄວາມງາມພິເສດສະເພາະ. ໃນທຸກວັນນີ້ ເມື່ອລະບົບດອກໄຟທີ່ນຳໃຊ້ຢ່າງແຜ່ຫຼາຍໃນຊີວິດປະຈຳວັນນັ້ນ, ຕະກຽງກໍ່ໄດ້ກາຍເປັນຂອງທີ່ມີຄ່າຫາຍາກ ແລະ ຄ່ອຍໆສູນຫາຍໄປຈາກຈາກຊີວິດປັດຈຳວັນໃນບັນດາຄອບຄົວ. ຕາມອ້າຍ ເຈິ່ນແທັງຕຸ່ງ ແລ້ວ, ລາວໄດ້ສະຫງວນເວລາ ເພື່ອໄປທຸກບ່ອນຊອກຊື້ຕະກຽງທີ່ຖືກໃຈນັ້ນ ກໍ່ຍ້ອນວ່າຕະກຽງ ໄດ້ຕິດພັນກັບຄາວເຍົາໄວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ລາວໄດ້ກຳເນີດ ແລະ  ເຕີບໃຫຍ່ຂຶ້ນໃນສະໄໝເກື້ອກູນຢູ່ ຫວຽດນາມ. ອ້າຍ ຕຸ່ງ ເວົ້າຕໍ່ໄປວ່າ:

  “ຢູ່ໃນເກນອາຍຸຄືເຮົາ, ຕ້ອງຜ່ານໄລຍະເກື້ອກູນ, ແຕ່ປາງກ່ອນພຽງແຕ່ໃຊ້ແສງສະຫວ່າງຈາກຕະກຽງເທົ່ານັ້ນ. ສຳລັບຕະກຽງນີ້ເອງ, ນອກຈາກຄວາມງາມຕາມລັກສະນະຝ່າຍຕາເວັນຕົກແລ້ວ, ເຮົາກໍ່ມີໂອກາດໄດ້ຫວນຄືນໄລຍະຄາວເຍົາໄວ ທີ່ຫຍຸ້ງຍາກຂອງຕົນ. ໄລຍະສົງຄາມຕ້ອງໄປຫລົບຫຼີກ  ແລະ ນັບທັງຄາວເຮົາຮຽນມາຫາວິທະຍາໄລ ກໍ່ຕ້ອງນຳໃຊ້ຕະກຽງ”.

  ສຳລັບບັນດາຜູ້ນິຍົມເກັບຮັກສາເຄື່ອງບູຮານນັ້ນ, ແມ່ນຕ້ອງເຮັດແນວໃດ ເພື່ອຈະຮັກສາຊຸດເຄື່ອງຂອງຕົນໃຫ້ເປັນຢ່າງດີ ກໍ່ແມ່ນບັນຫາໜຶ່ງ ເພາະວ່າດິນຟ້າອາກາດຂອງ ຫວຽດນາມ ແມ່ນຢູ່ເຂດຮ້ອນຊຸ່ມປຽກ. ອ້າຍ ດັ້ງດິ້ງຈຸງ ເຈົ້າຂອງຮ້ານຂາຍເຄື່ອງບູຮານຢູ່ຖະໜົນ ກາວບ໊າກວດ ໃຫ້ຮູ້ກ່ຽວກັບວິທີຮັກສາຕະກຽງໃຫ້ດີວ່າ:

 “ຢາກຮັກສາຕະກຽງໃຫ້ດີນັ້ນ, ວິທີທີ່ດີທີ່ສຸດ ສຳລັບຜູ້ນິຍົມຫຼິ້ນຕະກຽງ  ແມ່ນຄວນເລືອກເຟັ້ນເອົາບັນດາຜະລິດຕະພັນທີ່ດີ. ແລະ ຕ້ອງວາງ ຫຼື ເກັບມ້ຽນຢູ່ບ່ອນແຫ້ງ, ບໍ່ຊຸ່ມປຽກ. ຖ້າຫາກວ່າມີປະກົດການເສື່ອມຄຸນນະພາບນັ້ນ, ພວກເຮົາຕ້ອງເອົານ້ຳມັນມາທຳຄວາມສະອາດ. ຖ້າຫາກວ່າມີເງື່ອນໄຂສະດວກ, ພວກເຮົາກໍ່ຄວນຮັກສາໃນຫ້ອງທີ່ມີເຄື່ອງປັບອາກາດ, ມີເຄື່ອງດູດຊຸ່ມ ເພື່ອອຸນນະພູມບໍ່ສົ່ງຜົນກະທົບ ເຖິງວັດຖຸເຄື່ອງຂອງທີ່ເຮົາໄດ້ເກັບມາແລ້ວ”.

   ສັງຄົມນັບມື້ນັບທັນສະໄໝ, ຕະກຽງເມື່ອກ່ອນນີ້ກໍ່ບໍ່ມີຄຸນປະໂຫຍດ ເພື່ອເຍືອງແສງສະຫວ່າງຄືເມື່ອກ່ອນນີ້, ແຕ່ມັນຍັງສະແດງໃຫ້ເຫັນຈຸດວັດທະນະທຳ, ລະດັບເຕັກນິກໃນການຜະລິດຕະກຽງຂອງຄົນເຮົາຜ່ານໄລຍະຕ່າງໆ. ສຳລັບບັນດາຜູ້ນິຍົມຫຼິ້ນຕະກຽງນັ້ນ, ບັນດາຊຸດຕະກຽງທີ່ເຂົາເຈົ້າໄດ້ເກັບມາໄດ້ນັ້ນ ກໍ່ກາຍເປັນສິ່ງ ທີ່ເປັນອະນຸສອນແຫ່ງຄວາມຊົງຈຳເມື່ອກ່ອນນີ້.

ຕອບກັບ