ງານມະໂຫລານທຳນອງເພງ ເຊິນກາ, ເວທີສະແດງດົນຕີທີ່ມີປະໂຫຍດໃຫ້ແກ່ເດັກ

Bui Hang
Chia sẻ
(VOVWORLD) -ງານມະໂຫລານທຳນອງເພງ ເຊິນກາ ຄັ້ງທີ 4 ປີ 2019 ດ້ວຍຫົວຂໍ້ “ນ້ອງຮັກບ້ານເກີດເມືອງນອນ ແລະ ປະເທດຊາດ” ໂດຍວິທະຍຸກະຈາຍສຽງ ຫວຽດນາມຈັດຕັ້ງ ເຊິ່ງຫາກໍ່ດຳເນີນຢູ່ ຮ່າໂນ້ຍ. ງານມະໂຫລານແມ່ນໂອກາດເພື່ອສ່ອງແສງຂະບວນການ ຂັບລຳທຳເພງໃຫ້ແກ່ເດັກ, ຄົ້ນພົບ ແລະ ແນະນຳພວກນ້ອງນ້ອຍຜູ້ທີ່ມີຄວາມເກັ່ງກ້າສາມາດທາງດ້ານດົນຕີ, ພ້ອມກັບທັງສ້າງສະຖານທີ່ລະຫຼິ້ນທີ່ສົດໃສ ແລະ ມີປະໂຫຍດໃຫ້ແກ່ເດັກໃນທົ່ວປະເທດ
ງານມະໂຫລານທຳນອງເພງ ເຊິນກາ,  ເວທີສະແດງດົນຕີທີ່ມີປະໂຫຍດໃຫ້ແກ່ເດັກ  - ảnh 1

ສອງປີໃດ ວິທະຍຸກະຈາຍສຽງຫວຽດນາມ ກໍ່ໄດ້ຈັດຕັ້ງງານມະໂຫລານທຳນອງເພງ ເຊິນກາເທື່ອໜຶ່ງ, ນີ້ແມ່ນສະຖານທີ່ລະຫຼິ້ນບັນເທິງທີ່ມີປະໂຫຍດໃຫ້ແກ່ ເດັກໃນທົ່ວປະເທດ. ງານມະໂຫລານທຳນອງເພງ ເຊິນກາ ຄັ້ງທີ 4 ປີ 2019 ມີການເຂົ້າຮ່ວມຂອງ 20 ຫົວໜ່ວຍໃນທົ່ວປະເທດ ເຊິ່ງແມ່ນບັນດາວິທຸຍຸກະຈາຍສຽງ - ໂທລະພາບ, ບັນດາຫໍວັດທະນະທຳ, ພວກນ້ອງອະນຸຊົນກວ່າ 520 ຄົນທີ່ເຂົ້າຮ່ວມ ດ້ວຍ 102 ລາຍການສະແດງ ໃນນັ້ນມີ 26 ລາຍການເພງພື້ນເມືອງ, ເພງທັນສະໄໝ 74 ບົດ, ໜຶ່ງລາຍການເສບເຄື່ອງດົນຕີ 2 ປະເພດ ແລະ ສະແດງເສບເຄື່ອງດົນຕີປີອາໂນ. ມີຫຼາຍລາຍການໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ ແລະ ມີການລົງທຶນທາງດ້ານເນື້ອໃນ ແລະ ຮູບການ, ຄຸນນະພາບກັນສຽງທີ່ດີ. ບັນດາລາຍການສະແດງມີເນື້ອໃນອຸດົມສົມບູນ, ຍ້ອງຍໍສັນລະເສີມບ້ານເກີດເມືອງນອນ ແລະ ປະເທດຊາດ, ຊົມເຊີຍພັກ, ສັນລະເສີນປະທານ ໂຮ່ຈີມິນ, ຄູອາຈານ, ໝູ່ເພື່ອນ ແລະ ໂຮງຮຽນ ເຊິ່ງແທດເໝາະກັບໄວເດັກ. ມີຫຼາຍລາຍການເພງພື້ນເມືອງຄື ຂັບແທນ, ຂັບກວນເຫາະ, ຂັບຫຼີ ໄດ້ຮັບການດັດແປງທີ່ເປັນໜ້າຈັບໃຈ, ນັກດົນຕີ ຢວານງວຽນ ຮອງຜູ້ອຳນວຍການໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ, ປະທານສະພາກຳມະການກວດສອບຄັດເລືອກໃຫ້ຮູ້ວ່າ:

   “ງານມະໂຫລານທຳນອງເພງເຊິນກາຄັ້ງນີ້, ກໍ່ມີການເຂົ້າຮ່ວມຢ່າງ ຫຼວງຫຼາຍ ນັບທັງທາງດ້ານຈຳນວນ ແລະ ຄຸນນະພາບເມື່ອທຽບໃສ່ຊຸມປີກ່ອນນີ້. ສິ່ງນີ້ໄດ້ສະແດງໃຫ້ເຫັນລັກສະນະດູດດື່ມ, ມີອິດທິພົນທີ່ນັບມື້ນັບສູງຂອງຄະນະຈັດຕັ້ງງານມະໂຫລານທຳນອງເພງ ເຊິນກາ ກໍ່ຄືຂອງວິທະຍຸກະຈາຍສຽງ ຫວຽດນາມ”.

   ສະພາກຳມະການກວດສອບ ຮອບຄັດເລືອກຂອງງານມະໂຫລານທຳນອງເພງ ເຊິນກາ ລວມມີບັນດານັກດົນຕີ, ນັກສິລະປະກອນທີ່ມີອິດທິພົນ ເຊິ່ງໄດ້ມີຄວາມເປັນເອກະພາບກັນເລືອກເອົາ 15 ຫົວໜ່ວຍ, ດ້ວຍ 40 ລາຍການເພື່ອເຂົ້າຮ່ວມການປະກວດໃນຮອບຄັດເລືອກ, ວິທະຍຸກະຈາຍສຽງ - ໂທລະພາບແຂວງ ຫວິງລອງ  ເຊິ່ງແມ່ນຫົວໜ່ວຍເຄີຍຈົດທະບຽນເຂົ້າຮ່ວມ ງານມະໂຫລານທຳນອງເພງ ເຊິນກາ ໂດຍແມ່ນວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງໄດ້ລອດເຂົ້າການປະກວດຮອບຊີງຊະນະເລີດໃນປີນີ້. ທ່ານ ຟ້າມເຖຮຸ່ງ ຫົວໜ້າຄະນະຜູ້ແທນວິທະຍຸກະຈາຍສຽງ - ໂທລະພາບແຂວງ ຫວິງລອງ ແບ່ງປັນວ່າ:

  “ພວກຂ້າພະເຈົ້າຍາມໃດກໍ່ຮ່ວມເດີນທາງພ້ອມກັບ ງານມະໂຫລານທຳນອງເພງ ເຊິນກາ. ນີ້ແມ່ນເວທີສະແດງທີ່ມີປະໂຫຍດສຳລັບເດັກ ເພື່ອຊ່ວຍໃຫ້ພວກນ້ອງນ້ອຍໄດ້ພົບປະແລກປ່ຽນ ແລະ ແຂ່ງຂັນກັນກັບແຂວງຕ່າງໆ  ແລະ ມີເງື່ອນໄຂເພື່ອໄປທັດສະນະສຶກສາຢູ່ ຮ່າໂນ້ຍ”.

  ງານມະໂຫລານທຳນອງເພງ ເຊິນກາ ກໍ່ແມ່ນສະຖານທີ່ສະແດງດົນຕີທີ່ມີຫຼາຍຮູບຫຼາຍສີ, ເຕັມໄປດ້ວຍສີສັນສິລະປະຫຼາກຫຼາຍ ແລະ ດູດດື່ມທີ່ສະຫງວນໃຫ້ແກ່ເດັກ. ນີ້ກໍ່ແມ່ນແຫ່ງ ເພື່ອໃຫ້ພວກນ້ອງນ້ອຍທີ່ມີຄວາມເກັ່ງກ້າສາມາດ ໄດ້ຝຶກຝົນຫຼໍ່ຫຼອມ, ແອບຂັບຮ້ອງໃນຄາວເຍົາໄວ ແລະ ມີຄວາມໝັ້ນໃຈກ້າວເດີນບົນເສັ້ນທາງສິລະປະ, ອ້າຍ ຮວ່າງແອັງຕວ໊ນ ສັງກັດຫໍເຍົາວະຊົນແຂວງ ຖາຍງວຽນ ໃຫ້ຮູ້ວ່າ:

 “ງານມະໂຫລານກໍ່ແມ່ນເວທີ່ສະແດງທີ່ມີຜົນປະໂຫຍດ. ພວກນ້ອງນັກຮຽນກໍ່ມີຄວາມພາກພູມໃຈ. ນອກຈາກເລື່ອງພວກນ້ອງໄດ້ແລກປ່ຽນທາງດ້ານວິຊາສະເພາະ, ກ່ຽວກັບຂົງເຂດທີ່ພວກນ້ອງຊົມຊອບຄື ດົນຕີ, ພວກນ້ອງຍັງມີໂອກາດໄດ້ພົບປະແລກປ່ຽນ ຖອດຖອນບົດຮຽນລະຫວ່າງບັນດາຫົວໜ່ວຍນຳກັນ”.

ບັນດາລາຍການສະແດງ ທີ່ໄດ້ເຂົ້າຮ່ວມງານປະກວດຮອບຊີງຊະນະເລີດ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງ ໃນໝູ່ເຍົາວະຊົນກໍ່ຄືຜູ້ຊົມທັງຫຼາຍ. ຄະນະຈັດຕັ້ງໄດ້ມອບ 15 ລາງວັນຫຼຽນຄຳ; 17 ລາງວັນຫຼຽນເງິນ, 8 ລາງວັນຫຼຽນທອງໃຫ້ແກ່ບັນດາລາຍການຂັບຮ້ອງດ່ຽວ, ຂັບຮ້ອງລວມໝູ່ທີ່ດີເດັ່ນ. ສຳລັບລາງວັນແງ່ຫວັງດີແມ່ນໄດ້ແກ່ນ້ອງ ຫງວຽນດັງກວາງຮຸຍ ສັງກັດໂຮງເຍົາວະຊົນແຂວງ ຫາຍເຢື່ອງ ດ້ວຍລາຍການ “ພາສາຫວຽດ”. ພ້ອມກັນນັ້ນຄະນະຈັດຕັ້ງຍັງໄດ້ຮັບຮູ້ການເຂົ້າຮ່ວມຢ່າງຫ້າວຫັນ ຂອງບັນດາຄະນະທີ່ເຂົ້າຮ່ວມ. ລາງວັນທີ 1 ທົ່ວຄະນະແມ່ນໄດ້ມອບໃຫ້ສູນສື່ສານແຂວງ ກວ໋າງນິງ;  ລາງວັນທີ 2 ແມ່ນໄດ້ແກ່ໂຮງເຍົາວະຊົນແຂວງ ເຊີນລາ ຫໍເຍົາວະຊົນແຂວງ ຖາຍງວຽນ; ສ່ວນລາງວັນທີ 3 ແມ່ນບັນດາຫົວໜ່ວຍຕ່າງໆຄື ຫໍເຍົາວະຊົນແຂວງ ກຽນຢາງ, ວິທະຍຸກະຈາຍສຽງ - ໂທລະພາບແຂວງ ບິ່ງເຢືອງ, ຫໍເຍົາວະຊົນເຢຍລະມັນ - ເງະອານ… ທ່ານຮອງສາສະດາຈານ ຫງວຽນເຖກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽກນາມ, ຫົວໜ້າຄະນະຊີ້ນຳງານມະໂຫລານທຳນອງເພງ ເຊິນນກາ ຄັ້ງທີ 4 ປີ 2019 ຊີ້ແຈ້ງວ່າ:

  “ກວ່າ 60 ປີທີ່ຜ່ານມາ, ບັນດາລາຍການດົນຕີທີ່ສະຫງວນໃຫ້ເດັກ ຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳ, ເຊີດຊູບັນດາບົດດົນຕີທີ່ສະຫງວນໃຫ້ແກ່ເດັກ, ບັນດານ້ອງນ້ອຍທີ່ມີພອນສະຫວັນທາງດ້ານດົນຕີ, ນີ້ໄດ້ກາຍເປັນອາຫານທາງດ້ານຈິດໃຈທີ່ມີປະໂຫຍດ ເຊິ່ງຂາດບໍ່ໄດ້ຂອງເດັກຫຼາຍລຸ້ນຄົນໃນທົ່ວປະເທດ. ງານມະໂຫລານຄັ້ງນີ້ ກໍ່ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ. ຂ້າພະເຈົ້າໄດ້ຮັບຮູ້ ແລະ ຊົມເຊີຍບັນດາຫົວໜ່ວຍ ພ້ອມກັບພວກຫຼານເຍົາວະຊົນ ອະນຸຊົນ ໄດ້ປະກອບສ່ວນສ້າງຜົນສຳເລັດໃຫ້ແກ່ງານມະໂຫລານຄັ້ງນີ້”.

ງານມະໂຫລານທຳນອງເພງ ເຊິນກາ ໄດ້ປະກອບກຳນົດທິດສ້າງແຮງບັນດານໃຈ, ຫົວຄິດປະດິດສ້າງ  ເພື່ອໃຫ້ນັກດົນຕີລຸ້ນຕ່າງໆສາມາດປະພັນເພງໄດ້ຫຼາຍບົດໃຫ້ແກ່ເດັກ. ຈາກຜົນສຳເລັດຂອງງານມະໂຫລານປີນີ້, ຄະນະຈັດຕັ້ງໄດ້ຕົກລົງ ງານມະໂຫລານທຳນອງເພງ ເຊິນກາ ຈະຖືກຈັດຂຶ້ນໃນແຕ່ລະປີ ແທນທີ່ສອງປີເທື່ອໜຶ່ງຄືໃນເມື່ອກ່ອນນີ້.

ຕອບກັບ