ງານບຸນວັດທະນະທຳ ເລເຈິນ-ເສັ້ນເຊື່ອມຕໍ່ລະຫວ່າງ ວັດທະນະທຳພື້ນເມືອງ ແລະ ວັດທະນະທຳຍຸກປັດຈຸບັນ

To Tuan
Chia sẻ
(VOVWORLD) -ໃນປະຫວັດສາດຕ້ານສັດຕູຜູ້ຮຸກຮານຂອງຊາດ ຫວຽດນາມ, ວິລະສະຕີ ເລເຈິນ ແມ່ນບຸກຄົນປະຫວັດສາດໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການລຸກ ຮື້ຂຶ້ນຂອງ 2 ພະນາງ ຈຶງ (ປີ 20 ຕົ້ນ ຄສ). ວິລະສະຕີ ເລເຈິນ ກໍ່ແມ່ນຜູ້ມີຄວາມງາມຄວາມດີ ໃນການບຸກເບີກພື້ນທີ່ ສ້າງຕັ້ງໝູ່ບ້ານ ແລະ ໄດ້ຕັ້ງຊື່ແມ່ນເຂດ ອານບຽນ (ນະຄອນ ຫາຍຟ່ອງ ໃນວັນນີ້). ເພື່ອອາໄລຫາ ແລະ ສະແດງຄວາມຮູ້ບຸນຄຸນຂອງພະນາງ, ໃນແຕ່ລະປີຮອດວັນທີ 8 ເດືອນຍີ່ ໄລ່ຕາມຈັນທະປະຕິທິນ ເຊິ່ງແມ່ນວັນໄດ້ຮັບໄຊຊະນະໃນການສູ້ຮົບ, ຊາວເມືອງ ເລເຈິນ ນະຄອນ ຫາຍຟ່ອງ ກໍ່ໄດ້ຈັດງານບຸນເພື່ອສະແດງຄວາມເຄົາລົບນັບຖື ແລະ ສະແດງຄວາມຮູ້ບຸນຄຸນຕໍ່ວິລະສະຕີ ເລເຈິນ.
ງານບຸນວັດທະນະທຳ ເລເຈິນ-ເສັ້ນເຊື່ອມຕໍ່ລະຫວ່າງ ວັດທະນະທຳພື້ນເມືອງ ແລະ ວັດທະນະທຳຍຸກປັດຈຸບັນ - ảnh 1ອະນຸສາວະລີ ວິລະສະຕີ ເລເຈິນ

ງານບຸນປະເພນີ ວິລະສະຕີ ເລເຈິນ ແມ່ນງານບຸນຖືກຈັດຂຶ້ນປະຈຳປີຢູ່ນະຄອນ ຫ໋າຍຟ່ອງ ໃນຕົ້ນເດືອນ ຢີ່ ໄລ່ຕາມຈັນທະປະຕິທິນ, ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວມາຈາກສາລະທິດເຂົ້າຮ່ວມຢ່າງຫຼວງຫຼາຍ. ງານບຸນຖືກຈັດຂຶ້ນເພື່ອສະແດງຄວາມຮັບຜິດຊອບ ແລະ ຄວາມເຄົາລົບນັບຖືຂອງເຊັ່ນລູກເຊັ່ນຫຼານ ທີ່ມີຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງວິລະສະຕີ ເລເຈິນ, ພ້ອມທັງເປັນການປຸກລຸກຄວາມເອກອ້າງທະນົງໃຈຂອງຊາດ, ເສີມຂະຫຍາຍບັນດາຄວາມງາມ ທາງດ້ານວັດທະນະທຳ, ພິທີກຳອັນເປັນປະເພນີ, ເສີມຂະຫຍາຍບັນດາຄຸນຄ່າຂອງປູຊະນີຍະສະຖານປະຫວັດສາດ, ສະຖາປັດຕະຍາກຳສິລະປະຂອງ ອະນຸສາວະລີຂອງວິລະສະຕີ, ພະວິຫານ ແງ່, ສາລາອັນບຽນ ແລະ ຕອບສະໜອງຄວາມຕ້ອງການທາງດ້ານຈິດວິນຍານ, ການເຫຼື້ອມໃສຂອງຊາດ ກໍ່ຄືການເຄື່ອນໄຫວໃນງານບຸນປະເພນີ, ງານບຸນຕົ້ໜລະດູບານໃໝ່ຂອງຊາວທ້ອງຖິ່ນ. ງານບຸນວິລະສະຕີ ເລເຈິນ ປີນີ້ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 13 ມີນາ ກົງກັບວັນທີ 8 ເດືອນ ຢີ່ ປີ ກຸນ ຢູ່ສະໜາມຫຼວງອະນຸສາວະລີວິລະສັດຕີ ເລເຈິນ ທີ່ນະຄອນຫາຍຟ່ອງ             (ເທບ)

       ພິທີແຫ່ຢູ່ຕາມຖະໜົນ ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 1.000 ຄົນ ນຸ່ງຊຸດອາພອນພື້ນເມືອງ,ເຊິ່ງເລີ່ມແຫ່ຈາກວິຫານແງ່ແລະສາລາ ອານບຽນ ຫາອະນຸສາວະລີ ເລເຈິນ ເພື່ອເປີດສາກໃຫ້ແກ່ງານບຸນປະເພນີ. ບັນດາພິທີກຳ ແລະ ພິທີແຫ່ທີ່ງານບຸນແມ່ນເພື່ອແນໃສ່ທົບທວນຄືນຊີວະປະຫວັດຍໍ້ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງວິລະສະຕີ ເລເຈິນ ເຊິ່ງແມ່ນຜູ້ໄດ້ພ້ອມກັບສອງພະນາງ ຈຶງ ຕ້ານຄືນພວກສັດຕູຈາກທິດເໜືອເຂົ້າມາຮຸກຮານ, ພ້ອມກັນນັ້ນ ກໍ່ແມ່ນຜູ້ທີ່ມີຄຸນງາມຄວາມດີໃນການສ້າງຕັ້ງເຂດ ອານບຽນ ເມື່ອກ່ອນນີ້ ເຊິ່ງປັດຈຸບັນແມ່ນນະຄອນ ຫາຍຟ່ອງ. ປີນີ້ງານບຸນຖືກຈັດຂຶ້ນໃນ 3 ວັນ ດ້ວຍບັນດາການເຄື່ອນໄຫວທີ່ເປັນເອກະລັກ, ພ້ອມກັບພິທີຖວາຍດອກໄມ້ ທູບທຽນບູຊາ, ແຈ້ງຜົນງານ, ພິແຫ່, ພິທີສົມມະນາຄຸນ ຖືກປະຕິບັດຕາມພິທີກຳອັນເປັນປະເພນີແລ້ວ ກໍ່ຍັງມີບັນການເຄື່ອນໄຫວຕະຫຼາດບ້ານນາ, ສະແດງມວຍພື້ນເມືອງ, ການລະຫຼິ້ນພື້ນເມືອງ… ອັນໄດ້ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມຢ່າງຫຼວງຫຼາຍ. ປ້າ ຫງວຽນທິໝາວ ແລະ ລຸງ ຫງວຽນກວາງຂາຍ ຊາວນະຄອນ ຫ໋າຍຟ່ອງ ໃຫ້ຮູ້ວ່າ:       

       “ຂ້າພະເຈົ້າເຫັນວ່າງານບຸນໃນປີນີ້ ຖືກຈັດຂຶ້ນຢ່າງຮອບຄອບຖີ່ຖ້ວນ, ອັນໄດ້ຟື້ນຟູຕະຫຼາດບ້ານນາຂອງບ້ານ ແຫວນ ຄືເມື່ອກ່ອນນີ້. ປີນີ້ຂ້າພະເຈົ້າໄດ້ພາພວກຫຼານໄປຊົມງານບຸນ ເພື່ອແນະນຳໃຫ້ພວກຫຼານຮູ້ກ່ຽວກັບມູນເຊື້ອອັນດີງາມຂອງນະຄອນ ຫາຍຟ່ອງ.”

  “ ເຖິງວ່າເປັນປີຄີກກໍ່ຕາມ, ແຕ່ງານບຸນກໍ່ຖືກຈັດຂຶ້ນດ້ວຍຂອບຂະໜາດໃຫຍ່ບໍ່ນ້ອຍໜ້າກວ່າປີກ່ອນໆ. ປະຊາຊົນກໍ່ມີຄວາມເບີກບານໃຈເຂົ້າຮ່ວມບັນດາການເຄື່ອນໄຫວ ກິລາກາຍຍະກຳ, ງານແຂ່ງຂັນຕ່າງໆ”.

         ງານບຸນວິລະສະຕີ ເລເຈິນ ຖືກນະຄອນ ຫາຍຟ່ອງຟື້ນຟູນັບແຕ່ປີ 2011 ແລະ ໄດ້ຮັບການຮັບຮອງຈາກ ກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸແຫ່ງຊາດ. ປີ 2018 ນະຄອນ ຫ໋າຍຟ່ອງ ໄດ້ຕົກລົງຍົກລະດັບງານບຸນຂຶ້ນເປັນລະດັບນະຄອນ. ເພາະສະນັ້ນ ນອກຈາກບັນດາການເຄື່ອນໄຫວໄຫວ້ບູຊາ, ພິທີແຫ່ຕາມປະເພນີແລ້ວ ບັນດາການເຄື່ອນໄຫວໃນຂັ້ນຕອນຈັດບຸນ ກໍ່ໄດ້ຮັບການລົງທຶນຢ່າງລະອຽດ ແລະ ມີລັກສະນະສິລະປະສູງ. ທັງໝົດເຫຼົ່ານັ້ນ ກໍ່ເພື່ອແນໃສ່ວາດພາບເຖິງຈຸດວັດທະນະທຳ ຂອງໝູ່ບ້ານເຂດບ້ານນາຂອງ ຫວຽດນາມ ແລະ ມຸ່ງໄປສູ່ກົກເຄົ້າເຫງົ້າກໍເມື່ອດິນແດນ ຫ໋າຍຟ່ອງ ຫາກໍ່ຖືກສ້າງຕັ້ງຂຶ້ນ. ທ່ານ ຟ້າມຕຽນຢູ ປະທານຄະນະກຳມະການປະຊາຊົນເມືອງ ເລເຈິນ ໃຫ້ຮູ້ວ່າ, ງານບຸນປະເພນີວິລະສະຕີ ເລເຈິນ ປີນີ້ນອກຈາກບັນດາການເຄື່ອນໄຫວທີ່ມີມາແຕ່ດົນນານແລ້ວ ກໍ່ຍັງມີບັນດາຈຸດໃໝ່ເພື່ອແນໃສ່ດຶງດູດປະຊາຊຊົນ ແລະ ແຂກທ່ອງທ່ຽວ. ທ່ານ ຟ້າມຕຽນຢູ ເວົ້າວ່າ:

       “ສິ່ງທີ່ດີທີ່ມ່ວນທີ່ສຸດໃນງານບຸນແມ່ນພິທີແຫ່. ມັນໄດ້ສ້າງຄວາມຟົດຟື້ນມ່ວນຊື່ນ ແລະ ດຶງດູດການເຂົ້າຮ່ວມຂອງຊຸມຊົນ ແລະ ຊາວທ້ອງຖິ່ນ. ເພື່ອດຶງດູກທ່ອງທ່ຽວມາຮ່ວມງານບຸນ ແລະ ໂຄສະນາພາບພົດນະຄອນ ຫາຍຟ່ອງ ແລະ ເມືອງ ເລເຈິນ, ປີນີ້ພວກຂ້າພະເຈົ້າໄດ້ເຊື້ອເຊີນແຂກ 20 ຄະນະທີ່ມາຈາກເມືອງຕ່າງໆ ແລະ ບັນດານະຄອນທີ່ເປັນແຮກສ່ຽວ”.

     ຜ່ານງານບຸນ, ຫ໋າຍຟ່ອງ ຍັງມີຈຸດປະສົງໂຄສະນາບັນດາຜະລິດຕະພັນ, ບັນດາສະຖານທີ່ທ່ອງທ່ຽວຈິດວິນຍານ. ຕາມການນຳເມືອງ ເລເຈິນ ແລ້ວ, ເມື່ອທຽບໃສ່ 8 ປີກ່ອນນີ້, ງານບຸນປີນີ້ກໍ່ມີການເຄື່ອນໄຫວທີ່ເປັນເອກະລັກຫຼາຍຢ່າງ, ມີຫຼາຍພິທີກຳພື້ນເມືອງ ເພື່ອແນໃສ່ຮັກສາຄວາມງາມໃນງານບຸນວັດທະນະທຳຈິດວິນຍານ ເຊິ່ງໄດ້ດຶງດູດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ຕອບກັບ