ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019

Ngoc Anh
Chia sẻ
(VOVWORLD) -ໂດຍໄດ້ກາຍເປັນປະເພນີແລ້ວ ເມື່ອລະດູບານໃໝ່ວຽນມາ, ງານບຸນດອກສະກຸຣະຍີ່ປຸ່ນ ກໍ່ໄດ້ຖືກຈັດຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ. ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019 ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ສົມທົບກັບບໍລິສັດຫຸ້ນສ່ວນ ຕ໋ຽນໂບະ ສາກົນຈັດຕັ້ງຂຶ້ນແຕ່ວັນທີ 29 ຫາ ວັນທີ 31 ມີນາ ປີ 2019. ນີ້ແມ່ນປີທີ 4 ທີ່ງານບຸນດອກສະກຸຣະຖືກຈັດຂຶ້ນຢູ່ ຮ່າໂນ້ຍ ອັນໄດ້ດຶງດູດຜູ້ມາຢຽມຊົມຢ່າງຫຼວງຫຼາຍ
ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019 - ảnh 1 ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ ປີ 2019

ດອກສະກຸຣະ ຍີ່ປຸ່ນ ແມ່ນດອກໄມ້ແຫ່ງສັນຍາລັກຂອງ ຍີ່ປຸ່ນ, ດອກໄມ້ຊະນິດນີ້ບານສະພັ່ງໃນລະດູບານໃໝ່ ເຊິ່ງເປັນຕົວແທນໃຫ້ແກ່ຄວາມງາມແບບສັດຊື່ບໍລິສຸດ. ງານບຸນດອກສະກຸຣະ ບໍ່ພຽງແຕ່ຖືກຈັດຂຶ້ນຢູ່ທົ່ວປະເທດ ຍີ່ປຸ່ນ ເທົ່ານັ້ນ ຫາກຍັງໄດ້ຈັດຂຶ້ນຢູ່ຫຼາຍປະເທດໃນໂລກ ໃນນັ້ນມີ ຫວຽດນາມ ອີກດ້ວຍ. ງານບຸນດອກສະກຸຣະປີນີ້, ວຽກງານວາງສະແດງ, ຈັດວາງຕາມແບບສິ່ງມະຫັດສະຈັນຂອງໂລກ, ອັນໄດ້ສ້າງຄວາມງາມທີ່ໃໝ່ອ່ຽມ ແລະ ດູດດື່ມສຳລັບແຂກມາຢ້ຽມຊົມ. ທ່ານ ເລວິງ ຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ຕ໋ຽນໂບະ ສາກົນ, ສັງກັດຄະນະຈັດຕັ້ງງານບຸນດອກສະກຸຣະ ໃຫ້ຮູ້ວ່າ:

    “ກໍ່ຄືປີກາຍນີ້, ງານບຸນບໍ່ພຽງແຕ່ວາງສະແດງດອກສະກຸຣະ ຍີ່ປຸ່ນ ເທົ່ານັ້ນ ຫາກຍັງວາງສະແດງດອກໄມ້ຂອງ ຫວຽດນາມ ຊະນິດຕ່າງໆເຊັ່ນ ດອກເຜີ້ງ, ກຽງລົມ, ດອກເບນຈະມາດ… ສະເພາະດອກສະກຸຣະກໍ່ມີຊະນິດສີບົວ, ສີຂາວ,… ປີນີ້ມີ 20.000 ງ່າດອກສະກຸຣະ ແລະ 100 ຕົ້ນດອກສະກຸຣະ.  ຍີ່ປຸ່ນ ໄດ້ມອບແນວພັນດອກສະກຸຣະຈຳນວນໜຶ່ງໃຫ້ ຮ່າໂນ້ຍ ເພື່ອປູກ”.

    ຈຸດທີ່ພົ້ນເດັ່ນໃນງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ 2019 ແມ່ນເປັນຄັ້ງທຳອິດທີ່ຄະນະຈັດຕັ້ງ ໄດ້ຈັດງານປະກວດເອກອັກຄະລະຖະທູດໄມຕີຈິດດອກສະກຸຣະ. ຜູ້ຮັບບົດບາດເປັນເອກອັກຄະລັກຖະທູດໄມຕີຈິດດອກສະກຸຣະແມ່ນຜູ້ທັງມີຄວາມງາມ ທັງມີຄວາມເຂົ້າໃຈທາງດ້ານວັດທະນະທຳຂອງສອງປະເທດ ແລະ ສາມາດຮູ້ພາສາ ຍີ່ປຸ່ນ ດີ. ເອກອັກຄະລັດຖະທູດໄມຕີຈິດດອກສະກຸຣະ ເປັນຂົວເຊື່ອມຕໍ່ການພົວພັນດ້ານວັດທະນະທຳ ແລະ ເພີ່ມທະວີສາຍພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ ແລະ ຂອງສອງນະຄອນຫຼວງຂອງສອງປະເທດ ເວົ້າສະເພາະ. ທ່ານ ບຸ່ຍວັນເຟືອງ ຫົວໜ້າຄະນະໜັງສືພິມ ຕຽນຟອງ ເຊິ່ງແມ່ນຫົວໜ່ວຍໜູນຊ່ວຍຄະນະຈັດຕັ້ງງານບຸນດອກສະກຸຣະ ໃຫ້ຮູ້ວ່າ:

     “ເນື້ອໃນງານປະກວດລວມມີການປະກວດລະດັບຄວາມຮູ້ກ່ຽວກັບສັງຄົມ ກ່ຽວກັບວັດທະນະທຳ ຍີ່ປຸ່ນ, ສາຍພົວພັນມິດຕະພາບຫວຽດນາມ ແລະ ຍີ່ປຸ່ນ. ການປະກວດຊຸດເສື້ອຍາວ, ການໂຕ້ວາທີ, ການປະພຶດໂດຍພາສາ ຫວຽດນາມ ແລະ ພາສາ ຍີ່ປຸ່ນ ໂດຍນຳໃຊ້ໃຫ້ແກ່ຜູ້ເຂົ້າຮ່ວມໃນງານປະກວດຮອບຊີງຊະນະເລີດ”.

     ໃນຂອບເຂດງານບຸນດອກສະກຸຣະປີນີ້ ກໍ່ມີບັນດາການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກຂອງ ຍີ່ປຸ່ນ ເຊັ່ນ ການຊົງຊາ, ຫຼິ້ນໝາກຮຸກ ແລະ ການລະຫຼິ້ນພື້ນເມືອງຕ່າງໆ. ເຂດແນະນຳອາຫານ ຍີ່ປຸ່ນ ແລະ ຫວຽດນາມ ກໍ່ມີປະມານ 20 ຮ້ານເຊິ່ງແນະນຳບັນດາເຍື່ອງອາຫານພິເສດຂອງ ຍີ່ປຸ່ນ ແລະ ຫວຽດນາມ. ໃນຂອບເຂດຂອງງານບຸນກໍ່ຍັງມີລາຍການພົບປະແລກປ່ຽນວັດທະນະທຳ ຫວຽດນາມ ແລະ ຍີ່ປຸ່ນ,  ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວລະຫວ່າງ ຮ່າໂນ້ຍ ແລະ ຍີ່ປຸ່ນ.  ທ່ານ ໂຕວັນດົງ, ຫົວໜ້າພະແນກວັດທະນະທຳ ກິລາ ຮ່າໂນ້ຍໃຫ້ຮູ້ວ່າ:

      “ແຕ່ລະປີ, ພວກຂ້າພະເຈົ້າກໍ່ໄດ້ຊອກວິທີທີ່ໃໝ່ອ່ຽມ ເພື່ອເຮັດແນວໃດໃຫ້ງານບຸນດອກສະກຸຣະ ສາມາດດຶງດູດແຂກມາຢ້ຽມຊົມຢ່າງ ຫຼວງຫຼາຍ. ສຳລັບງານບຸນດອກສະກຸຣະ, ພວກຂ້າພະເຈົ້າຕັດສິນໃຈສ້າງເຄື່ອງໝາຍສະເພາະໃຫ້ແກ່ນະຄອນຫຼວງ ຮ່າໂນ້ຍ. ປີນີ້ນອກຈາກການຈັດວາງດອກໄມ້, ບັນດາການເຄື່ອນໄຫວວັດທະນະທຳ ກໍ່ຖືກດຳເນີນຢ່າງຫຼາຍຮູບຫຼາຍສີ ແລະ ອຸດົມສົມບູນ, ພິເສດແມ່ນບບັນດາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຮ່າໂນ້ຍ ຖືກສະແດງ”.

     ບັນດາລາຍການສະແດງສິລະປະທີ່ເປັນເອກະລັກ ມີລັກສະນະພົວພັນແລກປ່ຽນສາກົນ ໄດ້ຖືກຈັດຂຶ້ນຢູ່ສວນດອກໄມ້ ຫຼີຖາຍໂຕ ໄປຮອດຫໍວັດທະນະທຳເຍົາວະຊົນ ແລະ ບັນດາຖະໜົນຢູ່ອ້ອມແອ້ມໜອງ ຮ່ວານກຽມ ມາຊົມງານບຸນ, ແຂກທ່ອງທ່ຽວບໍ່ພຽງແຕ່ຮັບຊົມດອກໄມ້ເທົ່ານັ້ນ ຫາກຍັງໄດ້ເຂົ້າຮ່ວມການລະຫຼິ້ນພື້ນເມືອງຂອງ ຫວຽດນາມ  ກໍ່ຄື ຍີ່ປຸ່ນ. ນາງ ຫງວຽນເຮ້ຈີ ຊາວຮ່າໂນ້ຍເປີດເຜີຍວ່າ:

      “ຂ້າພະເຈົ້າເຫັນວ່າງານບຸນດອກສະກຸຣະປີນີ້ ກໍ່ມີການປ່ຽນແປງຫຼາຍຢ່າງເມື່ອທຽບໃສ່ຊຸມປີກ່ອນໆ. ດອກໄມ້ທັງ ຫວຽດນາມ  ແລະ ຍີ່ປຸ່ນ ກໍ່ລ້ວນແຕ່ອຸດົມສົມບູນກວ່າເກົ່າ, ຈຳນວນດອກໄມ້ກໍ່ຫຼາຍກວ່າ. ຮູບແບບການຈັດວາງກໍ່ງາມຕາ, ຖືກເຮັດຕາມຮູບແບບບັນດາສິ່ງມະຫັດສະຈັນຂອງໂລກ. ຂ້າພະເຈົ້າຫວັງວ່າ ໃນຊຸມປີທີ່ຈະມາເຖິງ ງານບຸນດອກສະກຸຣະຈະຖືກແກ່ຍາວຫຼາຍກວ່ານີ້ອີກ”.

      ງານບຸນດອກສະກຸຣະຂອງຍີ່ປຸ່ນ-ຮ່າໂນ້ຍ 2019 ໄດ້ສ້າງຄວາມປະທັບໃຈອັນດີງານໃຫ້ແກ່ແຂກທ່ອງທ່ຽວ ຫວຽດນາມ ແລະ ສາກົນ. ງານບຸນໄດ້ປະກອບສ່ວນຍົກສູງຄວາມເຂົ້າໃຈທາງດ້ານວັດທະນະທຳຂອງ ຍີ່ປຸ່ນ ໃຫ້ແກ່ຊາວນະຄອນຫຼວງ ຮ່າໂນ້ຍ, ທັງເປັນການຮັດແໜ້ນສາຍພົວພັນອັນດີງາມ, ຮອບດ້ານ ແລະ ເລິກເຊິ່ງລະຫວ່າງປະຊາຊົນສອງປະເທດ.

ຕອບກັບ