ການອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ

Thu Hoa
Chia sẻ
(VOVWORLD) -ຫວຽດນາມມີ 54 ຊົນເຜົ່າ ໃນນັ້ນນອກຈາກຊົນເຜົ່າກິງ ແລະ ຊົນເຜົ່າຮວາແລ້ວ ສ່ວນທີ່ຍັງເຫຼືອແມ່ນບັນດາເຜົ່າສ່ວນໜ້ອຍ. ເຖິງວ່າມີບັນດາຈຸດວັດທະນະທຳຄ້າຍຄືກັນກໍ່ຕາມ ແຕ່ແຕ່ລະຊົນເຜົ່າໃນທົ່ວປະເທດ ຫວຽດນາມ ກໍ່ລ້ວນແຕ່ມີສີສັນວັດທະນະທຳສະເພາະຂອງໃຜຂອງລາວ. ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ໃຫ້ບຸລິມະສິດຈາກລັດ ຫວຽດນາມ
ການອະນຸລັກ ແລະ ເສີມຂະຫຍາຍວັດທະນະທຳ  ເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ - ảnh 1ການຟື້ນຟູງານບຸນປະເພນີຂອງຊາວເຜົ່າຜູ້ໄທຢູ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າຫວຽດນາມ 

ໃນສະພາບການປັດຈຸບັນ, ບັນດາອົງການຄຸ້ມຄອງລັດ ກ່ຽວກັບວັດທະນະທຳໄດ້ມີການປ່ຽນແປງຈິນຕະນາການ ໃນວິທີສຳພັດນະໂຍບາຍອະນຸລັກຮັກສາວັດທະນະທຳບັນດາເຜົ່າສ່ວນໜ້ອຍ, ເອົາໃຈໃສ່ເຖິງບັນຫາທຳມາຫາກິນຂອງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານ ນາງ ຈິ້ງທິທຸ໋ຍ ຮອງລັດຖະມົນກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ:

      “ເອົາໃຈໃສ່ເປັນພິເສດເຖິງກົນໄກນະໂຍບາຍ ທີ່ກ່ຽວຂ້ອງເຖິງ ວຽກງານອະນຸລັກ ເສີມຂະຫຍາຍຄຸນຄ່າວັດທະນະທຳພື້ນເມືອງຂອງບັນດາເຜົ່າ ໃນສະພາບການໃໝ່. ນັ້ນແມ່ນຄວາມເອົາໃຈໃສ່ເຖິງລັກສະນະ ພຶດຕິກຳຕົວຈິງຂອງບັນດານະໂຍບາຍ. ເຈົ້າກຳວັດທະນະທຳເອົາໃຈໃສ່ເຖິງກຸ່ມເປົ້າໝາຍພິເສດສະເພາະ ນັ້ນແມ່ນບັນດາເຜົ່າສ່ວນໜ້ອຍ. ຕໍ່ຈາກນັ້ນກໍ່ແມ່ນຍູ້ແຮງວຽກງານ ໂຄສະນາສຶກສາອົບຮົມສະຕິຄວາມຮັບຮູ້ຈາກໄວໜຸ່ມ, ເປັນຕົ້ນແມ່ນສຶກສາອົບຮົມກ່ຽວກັບມໍລະດົກວັດທະນະທຳໃນໂຮງຮຽນ”.

      ບົດບາດຂອງວົງຄະນາຍາດ ໄດ້ຕັດສິນຢ່າງໃຫຍ່ຫຼວງ ເຖິງໝາກຜົນທີ່ໝັ້ນຄົງຂອງວຽກງານອະນຸລັກ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງວົງຄະນາຍາດບັນດາເຜົ່າ ຫວຽດນາມ. ໃນຕົວຈິງບັນດາເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ໝໍພອນ ຫຼື ບັນດານັກສິລະປະການ, ນາຍຊ່າງຜູ້ທີ່ມີສີມືດີກໍ່ໄດ້ສວມບົດບາດສຳຄັນ ໃນການອະນຸລັກຮັກສາມໍລະດົກວັດທະນະທຳ. ເຂົາເຈົ້າທັງມີອິດທິພົນ ທັງມີສຽງເວົ້າໃນວົງຄະນາຍາດຊົນຜົ່າ. ທ່ານ ນາງ ປະລິນຍາເອກ ຫງວຽນທິແທັງເວິນ ສັງກັດມະຫາວິທະຍາໄລວັດທະນະທຳ ຮ່າໂນ້ຍ ຖືວ່າ:

      “ການອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ຄວນໄດ້ຮັບການປະຕິບັດຕາມທັດສະນະທີ່ມີຄວາມສືບທອດ ແລະ ອະນຸລັກພັດທະນາ, ຫາກບໍ່ແມ່ນອະນຸລັກດັ້ງເດີມ. ເຮັດໃຫ້ບັນດາມໍລະດົກຕ້ອງມີຊີວິດໃນວົງຄະນາຍາດເຈົ້າກຳວັດທະນະທຳ. ບັນລຸໄດ້ເຊັ່ນນັ້ນ, ການອະນຸລັກຈຶ່ງມີຄວາມໝາຍ ມີລັກສະນະເປັນໄປໄດ້ ທັງບໍ່ກາຍເປັນສິ່ງກີດຂວາງຕໍ່ການພັດທະນາສັງຄົມ”.

    ການອະນຸລັກຮັກສາວັດທະນະທຳເຂດປະຊາຊົນບັນດາເຜົ່າ ເອົາໃຈໃສເປັນພິເສດເຖິງການອະນຸລັກພາສາ, ໜັງສື, ເຄື່ອງດົນຕີຊົນເຜົ່າ, ຊຸດອາພອນປະຈຳເຜົ່າໃນບັນດາງານບຸນປະເພນີ ທີ່ມີຄວາມສ່ຽງຖືກສູນຫາຍໄປ. ເພາະວ່ານີ້ກໍ່ລ້ວນແຕ່ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະ. ທ່ານນາງປະລິນຍາໂທ ບ່ານທິກວິງຢາວ ສັງກັດສະຖາບັນວັດທະນະທຳໃຫ້ຮູ້ວ່າ:

    “ຊາວເຜົ່າຢ້າວພວກຂ້າພະເຈົ້າມີບັນດາພິທີກຳ, ທັງໝົດກໍ່ລ້ວນແຕ່ນຳໃຊ້ບັນດາບົດເພງພື້ນເມືອງ. ໃນງານດອງກໍ່ມີການຂັບລຳທຳເພງພື້ນເມືອງ ຕະຫຼອດຮອດ ງານດອງ, ບັນດາພິທີປະດັບຍົດສັກ ຕຳແໜ່ງ,  ພິທີຕັ້ງຊື່… ກໍ່ລ້ວນແຕ່ນຳໃຊ້ບັນດາບົດເພງພື້ນເມືອງ. ແຕ່ບັນດາບົດເພງພື້ນເມືອງນັ້ນ ລູກຫຼານຂອງຊາວເຜົ່າຢ້າວໃນປັດຈຸບັນກໍ່ບໍ່ເຄີຍນຳໃຊ້ ແລະ ຖ້າຫາກວ່າໄດ້ນຳໃຊ້ແລ້ວ, ສ່ວນຫຼາຍກໍ່ແມ່ນຖ່າຍທອດແບບປາກຕໍ່ປາກ. ສິ່ງທີ່ພວກເຮົາຄວນປະຕິບັດກໍ່ແມ່ນສົ່ງເສີມລູກຫຼານ ໃນບັນດາຄອບຄົວນຳໃຊ້ພາສາຂອງເຜົ່າຕົນ ແລະ ຢາກເສີມຂະຫຍາຍຄຸນຄ່າວັດທະນະທຳນັ້ນ, ເລື່ອງທຳອິດກໍ່ຕ້ອງຮັກສາພາສາຫ, ໜັງສືຂອງເຜົ່າຕົນ”.

      ອາດຈະເວົ້າໄດ້ວ່າ ເຂດທາງທິດຕາເວັນຕົກສຽງເໜືອ ກໍ່ແມ່ນເຂດທີ່ມີປະຊາຊົນບັນດາເຜົ່າສ່ວນໜ້ອຍ ດຳລົງຊີວິດຢູ່ຮ່ວມກັນຢ່າງຫຼວງຫຼາຍກວ່າໝູ່ ເມື່ອທຽບໃສ່ທົ່ວປະເທດ. ວັດທະນະທຳຢູ່ແຫ່ງນີ້ກໍ່ມີຫຼາຍຮູບຫຼາຍສີປະສົມເຂົ້າກັນ. ເພາະສະນັ້ນຢູ່ເຂດນີ້ກໍ່ຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ທ່ານ ປະລິນຍາເອກ ເຈິ່ນຫິວເຊີນ ຮອງປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຫວຽດນາມ ເນັ້ນໜັກວ່າ:

    “ບົດຮຽນທີ່ຖອດຖອນມາໄດ້ ແມ່ນບັນດາແຂວງເຂດທາງທິດຕາເວັນອອກສຽງເໜືອ ກໍ່ຫວັງຢາກອະນຸລັກ, ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່ານັ້ນ, ທຳອິດຕ້ອງມີຍຸດທະສາດຍາວນານ. ໃນຕົວຈິງ, ແຂວງໃດເຮັດຍາວນານ ກໍ່ມີໝາກຜົນ ແລະ ປະສິດທິຜົນດີ. ອຳນາດການປົກຄອງ ແລະ ວົງຄະນາຍາດກໍ່ຕ້ອງມີຄວາມເປັນເຈົ້າການລົງມືປະຕິບັດ ເພາະວ່າບົດຮຽນທີ່ພາໄປເຖິງຜົນສຳເລັດແມ່ນຕ້ອງມີບົດບາດຂອງວົງຄະນາຍາດ”.

     ການອະນຸລັກຮັກສາ ເສີມຂະຫຍາຍຄຸນຄ່າວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍ ແນໃສ່ຮັບປະກັນໃຫ້ແທດເໝາະກັບຂະບວນວິວັດແຫ່ງການພັດທະນາເສດຖະກິດ ສັງຄົມຢູ່ທ້ອງຖິ່ນ, ແຕ່ກໍ່ຍັງຄົງຮັກສາສີສັນວັດທະນະທຳຂອງແຕ່ລະເຜົ່າໄດ້. ວຽກງານນີ້ກໍ່ຍັງປະກອບສ່ວນເພີ່ມທະວີ ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ເພື່ອພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດ.

ຕອບກັບ