ງານປະກວດສຽງເພງອາຊຽນ +3 ປີ 2019

Minh Duc
Chia sẻ
(VOVWORLD) -ນີ້ແມ່ນງານປະກວດສຳລັບນັກຮ້ອງອາຊີບ, ແມ່ນເຫດການວັດທະນະທຳທ່ອງທ່ຽວດົນຕີ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳທ່ອງທ່ຽວລະຫວ່າງບັນດາປະເທດໃນພາກພື້ນ, ພ້ອມທັງສ້າງເວທີ, ຊອກຫາ ແລະ ໜູນຊ່ວຍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດສິລະປະດົນຕີຂອງພາກພື້ນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາ ຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 374 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງຈາກ 40 ປະເທດ ແລະ ເຂດແຄ້ວນ ທີ່ຝາກມາລາຍການ, ໃນນັ້ນພາກພາສາລາວ ໄດ້ຮັບຈົດໝາຍ 15 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ພາຍຫຼັງທີ່ຄັດສະເໜີເນື້ອໃນຈົດໝາຍຂອງທ່ານຜູ້ຟັງ, ພວກຂ້າພະເຈົ້າຈະແນະນຳເຖິງທ່ານຜູ້ຟັງກ່ຽວກັບການເຄື່ອນໄຫວກະກຽມໃຫ້ແກ່ງານປະກວດສຽງເພງອາຊຽນ +3 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 26 - 28 ກໍລະກົດ 2019, ຢູ່ແຂວງ ກວາງນິງ.

ງານປະກວດສຽງເພງອາຊຽນ +3 ປີ 2019 - ảnh 1 (ພາບປະກອບອີນເຕີແນັດ)

        ເພື່ອນ ຄອນສະຫວັນ, ຢູ່ແຂວງຊຽງຂວາງ ໄດ້ສົ່ງອີແມວມາຍັງລາຍການໂດຍແບ່ງປັນວ່າ: ວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດ 27 ກໍລະກົດ, ແມ່ນວັນໄດ້ຮັບຮູ້ວ່າແມ່ນໃຫ້ສະແດງເຫັນມູນເຊື້ອ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ສະແດງຄວາມຮູ້ບຸນຄຸນໄດ້ກິນໝາກຢ່າລືມຄຸນຜູ້ປູກຢູ່ຫວຽດນາມ. ຜ່ານນີ້ໄດ້ປະກອບສ່ວນເຂົ້າໃນການໂຄສະນາ, ສຶກສາລຸ້ນໜຸ່ມກ່ຽວກັບຄວາມຮູ້ບຸນຄຸນສຳລັບບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດນັບແຕ່ກ່ອນມາຮອດປະຈຸບັນ. ເນື່ອງໃນໂອກາດນີ້, ເພື່ອນ ຄອນສະຫວັນ ຍັງໄດ້ຝາກຄຳຢື້ຢາມຖາມຂ່າວ, ລະດົມກຳລັງໃຈເຖິງບັນດາແມ່ຫວຽດນາມ ວິລະຊົນ, ບັນດາທະຫານເສຍອົງຄະໃນທົ່ວປະເທດຫວຽດນາມ, ຂໍໃຫ້ເຂົາເຈົ້າຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ເປັນແວ່ນແຍງໃຫ້ລຸ້ນຕໍ່ໆໄປ.

ແລະກໍ່ໃນອາທິດຜ່ານມາ, ນັກຮ້ອງ ນ້ຳຝົນ ອິນທະວົງ ເຊິ່ງແມ່ນນັກຮ້ອງຜູ້ 1 ໃນຈຳນວນນັກຮ້ອງລາວ 2 ຄົນທີ່ເຂົ້າຮ່ວມງານປະກວດສຽງເພງອາຊຽນ + 3 ຄັ້ງທີໜຶ່ງ, ກໍ່ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຍັງລາຍການໂດຍແບ່ງປັນວ່າ, ຂ້າພະເຈົ້າໄດ້ຍິນຂ່າວວ່າ ປີ 2019 ນີ້ VOV ໄດ້ຈັດງານປະກວດສຽງເພງອາຊຽນ +3 ຄັ້ງທີ 2 ແລະ ມີນັກຮ້ອງລາວ 2 ຄົນຈະເຂົ້າຮ່ວມລາຍການ. ກ່ອນທີ່ງານປະກວດຈະດຳເນີນ, ນັກຮ້ອງ ນ້ຳຝົນ ຢາກຝາກຄຳອວຍພອນມາຍັງນັກຮ້ອງລາວ 2 ຄົນທີ່ຈະເຂົ້າຮ່ວມລາຍການຄັ້ງນີ້ວ່າ.

(ນັກຮ້ອງ ນ້ຳຝົນ ອິນທະວົງ)

        ທ່ານຜູ້ຟັງທີ່ເຄົາລົບ! ເພື່ອສືບຕໍ່ຜົນສຳເລັດຂອງງານປະກວດສຽງເພງອາຊຽນ +3 ຄັ້ງທີ 1 ເຊິ່ງໄດ້ຈັດຂຶ້ນຢູ່ແຂວງ ແທັງຮ໊ວາ ເມື່ອປີ 2017 ນັ້ນ, ງານປະກວດສຽງເພງອາຊຽນ +3 ປີ 2019 ນີ້ໂດຍມີການເຂົ້າຮ່ວມຂອງນັກຮ້ອງ 22 ຄົນ ທີ່ມາຈາກ 10 ປະເທດອາຊຽນ ແລະ ນັກຮ້ອງຖືກເຊີນ 4 ຄົນທີ່ມາຈາກ 3 ປະເທດຄື ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ. ນີ້ແມ່ນງານປະກວດສຳລັບນັກຮ້ອງອາຊີບ, ແມ່ນເຫດການວັດທະນະທຳທ່ອງທ່ຽວດົນຕີເພື່ອແນໃສ່ເພີ່ມທະວີຄວາມເຂົ້າໃຈກ່ຽວກັບວັດທະນະທຳທ່ອງທ່ຽວລະຫວ່າງບັນດາປະເທດໃນພາກພື້ນ, ພ້ອມທັງສ້າງເວທີ, ຊອກຫາ ແລະ ໜູນຊ່ວຍລຸ້ນໜຸ່ມທີ່ມີຄວາມເກັ່ງກ້າສາມາດໃນຂົງເຂດສິລະປະດົນຕີຂອງພາກພື້ນ. ງານປະກວດສຽງເພງອາຊຽນ +3 ຈະດຳເນີນຢູ່ເຂດຫໍວາງແຜນຜັງ - ວາງສະແດງ - ຕະຫຼາດນັດ - ແຂວງກວາງນິງ. ຄ່ຳຄືນປະກວດຮອບຮອງຊະນະເລີດຈະດຳເນີນໃນຕອນຄ່ຳວັນທີ 27 ກໍລະກົດ ແລະ ຄ່ຳຄືນປະກວດຮອບຊິງຊະນະເລີດ ແລະ ມອບລາງວັນຈະດຳເນີນໃນວັນທີ 28 ກໍລະກົດ. ເພື່ອຊ່ວຍໃຫ້ທ່ານຜູ້ຟັງມີຄວາມເຂົ້າໃຈກວ່າກ່ຽວກັບເຫດການສິລະປະດົນຕີນີ້. ນັກຂ່າວ VOV ໄດ້ມີການໂອ້ລົມແລກປ່ຽນກັບທ່ານ ໂງມິງຮຽນ, ຮອງຜູ້ອຳນວຍການໃຫຍ່ VOV.

ງານປະກວດສຽງເພງອາຊຽນ +3 ປີ 2019 - ảnh 2 (ທ່ານ ໂງມິງຮຽນ, ຮອງຜູ້ອຳນວຍການໃຫຍ່ VOV)

ນັກຂ່າວ: ຂໍຮຽນທ່ານ! ໂດຍໄດ້ຮູ້ວ່າ ງານປະກວດສຽງເພງອາຊຽນ +3 ໂດຍ VOV ຈັດຕັ້ງຄັ້ງທີ 1 ເມື່ອປີ 2017 ແລະ ປີ 2019 ນີ້ແມ່ນປີທີ 2 ທີ່ຈັດງານປະກວດ. ສະນັ້ນ, ງານປະກວດໃນປີ 2019 ນີ້ມີຄວາມແຕກຕ່າງກັນຄືແນວໃດເມື່ອທຽບໃສ່ປີ 2017?

ທ່ານ ໂງມິງຮຽນ: ງານປະກວດສຽງເພງອາຊຽນ ໂດຍ VOV ຈັດຕັ້ງໄດ້ກ້າວເຂົ້າສູ່ປີທີ 2. ປີທຳອິດໄດ້ຈັດຢູ່ FLC ແທັງຮ໊ວາ ແລະ ໄດ້ສ້າງຊື່ສຽງທີ່ດີໃນປະຊາຄົມບັນດາປະເທດອາຊຽນ. ປີ 2017 ມີ 7 ປະເທດອາຊຽນ ເຂົ້າຮ່ວມ ແລະ ບັນລຸໄດ້ຜົນງານທີ່ດີງາມ. ງານປະກວດປີນີ້ມີຂອບຂະໜາດໃຫຍ່ກວ່າເມື່ອທຽບໃສ່ປີ 2017, ຍ້ອນປີນີ້ແມ່ນປີທຳອິດທີ່ທັງ 10 ປະເທດອາຊຽນ ໄດ້ຈັດສົ່ງນັກຮ້ອງມາເຂົ້າຮ່ວມ, ຊ້ຳບໍ່ໜຳມີບາງປະເທດຍັງໄດ້ຈັດສົ່ງນັກຮ້ອງມາເຂົ້າຮ່ວມຫຼາຍກວ່າການກຳນົດຂອງຄະນະຈັດຕັ້ງ ແລະ VOV ກໍ່ໄດ້ຈັດຕັ້ງຄະນະກຳມະການປະກວດຂຶ້ນເພື່ອເປັນການຄັດເລືອກເອົາບັນດານັກຮ້ອງເຂົ້າຮ່ວມງານປະກວດຄັ້ງນີ້.

ນັກຂ່າວ: ໄລ່ມາຮອດຈຸດເວລານີ້, VOV ໄດ້ມີບາດກ້າວກະກຽມຄືແນວໃດແດ່ເພື່ອຮັບໃຊ້ ງານປະກວດສຽງເພງອາຊຽນ +3 ຄັ້ງທີ 2 ນີ້?

ທ່ານ ໂງມິງຮຽນ: VOV ໄດ້ກະກຽມທາງພື້ນດ້ານວັດຖຸຢ່າງຄົບຖ້ວນເພື່ອຮັບໃຊ້ງານປະກວດສຽງເພງອາຊຽນ +3 ຄັ້ງທີ 2 ນີ້ແລ້ວ. ໃນຄັ້ງນີ້, VOV ໄດ້ເລືອກເອົາແຂວງກວາງນິງ ເປັນບ່ອນຈັດງານປະກວດ, ເພາະວ່າແຂວງກວາງນິງ ເປັນແຂວງມີພື້ນຖານດ້ານວັດຖຸຢ່າງຄົບຖ້ວນ ແລະ ກໍ່ແມ່ນສະຖານທີ່ທີ່ມີຊື່ສຽງ, ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງຫຼາຍປະເທດກໍ່ຮູ້ຈັກແຂວງກວາງນິງ ອີກດ້ວຍ. ມາຮອດຈຸດເວລານີ້, ວຽກງານຈັດຕັ້ງແມ່ນຖືກດຳເນີນໄປດ້ວຍດີ, ບັນດານັກຮ້ອງກໍ່ໄດ້ຮັບບັດເຊີນແລ້ວ.

ນັກຂ່າວ: ງານປະກວດປີນີ້ກໍ່ແມ່ນໂອກາດເພື່ອໂຄສະນາຕື່ມອີກກ່ຽວກັບຄວາມງາມຂອງສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງເຊິ່ງໄດ້ຮັບການຮັບຮອງຈາກ UNESCO ແລ້ວ. ຕາມທ່ານແລ້ວ, ໃນງານປະກວດນີ້, ພວກເຮົາຈະໂຄສະນາຄືແນວໃນ?

ທ່ານ ໂງມິງຮຽນ: ກວາງນິງ ເອງກໍ່ແມ່ນສະຖານທີ່ສວຍງາມຢູ່ແລ້ວ, ນີ້ແມ່ນຄັ້ງທຳອິດທີ່ VOV ເລືອກເອົານະຄອນ ຮ້າລອງ ເພື່ອຈັດງານປະກວດສຽງເພງອາຊຽນ +3 ແລະ ພວກຂ້າພະເຈົ້າມີບັນດາການເຄື່ອນໄຫວໂດຍຜ່ານບັນດານັກຮ້ອງທີ່ມາເຂົ້າຮ່ວມງານປະກວດ ເພື່ອແນໃສ່ໂຄສະນາໃຫ້ອ່າວຮ້າລອງ, ໂຄສະນາມໍລະດົກທຳມະຊາດໂລກຕື່ມອີກ. ພວກຂ້າພະເຈົ້າຫວັງວ່າ, ໃນຄ່ຳຄືນປະກວດຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ທີ່ໄດ້ຖ່າຍທອດສົດຜ່ານຊ່ອງໂທລະພາບ VTC, Vietnam journey ແລະ ອອກອາກາດສົດໃນຊ່ອງພາສາອັງກິດ 24/7 ຂອງ VOV5 ນັ້ນ, ຈະປະກອບສ່ວນນຳມໍລະດົກທຳມະຊາດໂລກນີ້ຍັບເຂົ້າໃກ້ກັບນັກທ່ອງທ່ຽວ ແລະ ມີເພື່ອນມິດສາກົນຮູ້ຈັກຫຼາຍກວ່າ.

ຂໍຂອບໃຈທ່ານ.

ຕອບກັບ