ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາ​ກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ

Nguyen Xuyen
Chia sẻ
(VOVWORLD) - ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງ ຫວຽດນາມ ແລະ ລາວ ທີ່ດຳເນີນໃນອາທິດຜ່ານມາ ໄດ້ດຶງດູດຄວາມສົນໃຈຂອງຜູ້ຟັງລາວຫຼາຍຄົນ ເປັນຕົ້ນແມ່ນ ງານປະກວດສຽງເພງອາຊຽນ +3, ກອງປະຊຸມສຳມະນາວິທະຍາສາດກ່ຽວກັບສື່ມວນຊົນ ຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ, ການເຄື່ອນໄຫວຕ່າງໆເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດາທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ... ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ທີ່ທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. 

        ຫວ່າງມໍ່ໆມານີ້ ວາລະສານທ່ອງທ່ຽວTravel and Leisure ໄດ້ຄັດເລືອກເອົານະຄອນ ໂຮ້ຍອານ (ກວ໋າງນາມຂອງຫວຽດນາມ) ແມ່ນນະຄອນທີ່ສວຍງາມທີ່ສຸດໃນໂລກ. ເມື່ອບັນດາພາບຖ່າຍກ່ຽວກັບນະຄອນ ໂຮ້ຍອານ ໄດ້ເອົາລົງໃນເວັບໄຊ vovwolrd.vn ຂອງລາຍການກະຈາຍສຽງພາກພາສາລາວນັ້ນ ທ່ານຜູ້ຟັງລາວຫຼາຍຄົນກໍ່ໄດ້ສົ່ງຂໍ້ຄວາມ ແລະ comment ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອໄປຢ້ຽມຢາມ ໂຮ້ຍອານ. ໃນນັ້ນມີເພື່ອນ ມະນີນຸດ ແຄນທະວົງ. ເພື່ອນຂຽນວ່າ:

        “ຂ້າພະເຈົ້າໄດ້ມີໂອກາດເດີນທາງໄປທ່ຽວຢູ່ ນະຄອນໂຮ້ຍອານແລ້ວ, ຂ້າພະເຈົ້າ ມີຄວາມປະທັບໃຈຫຼາຍ, ບໍ່ວ່າຈະແມ່ນ ເຮືອນຊານບ້ານຊ່ອງ, ທີ່ອະນຸລັກຮັກສາ ຈຸດວັດທະນະທຳອັນເກົ່າແກ່ໄວ້ໄດ້ເປັນຢ່າງດີ, ຫາກອາຫານການກິນ ກໍມີລົດຊາດແຊບຊ້ອຍ, ການເດີນທາງກໍ່ສະດວກສະບາຍ ພິເສດແມ່ນໃບໜ້າຍິ້ມແຍ້ມແຈ່ມໃສ່ຂອງຊາວນະຄອນ ໂຮ້ຍອ່ານ ທີ່ຄິດເຖິງຍາມໃດກໍ່ຄິດຮອດຍາມນັ້ນ ແລະຂ້າພະເຈົ້າຄິດວ່າຖ້າມີໂອກາດ ແນ່ນອນວ່າຂ້າພະເຈົ້າຈະຕ້ອງກັບມາຢ້ຽມຢາມນະຄອນໂຮ້ຍອານອີກເທື່ອໜຶ່ງຢ່າງແນ່ນອນ”.

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາ​ກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 1 ນິຄອນໂຮ້ຍອານຍາມຄໍ່າຄືນ

ເພື່ອນ ຫົງຫຼືດີ - ນັກສຶກສາຄະນະສື່ມວນຊົນ, ມະຫາວິທະຍາໄລແຫ່ງຊາດລາວ ໄດ້ສົ່ງຂໍ້ຄວາມມາຍັງລາຍການ ໂດຍຖາມວ່າ: “ກອງປະຊຸມສຳມະນາສື່ມວນຊົນສາກົນ ຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ” ທີ່ດຳເນີນໃນລະຫວ່າງວັນທີ 26 – 28 ກໍລະກົດ ຜ່ານມາ ທີ່ແຂວງເງະອານນັ້ນ ໄດ້ປຶກສາຫາລືກ່ຽວກັບບັນຫາຫຍັງແດ່?

ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ ທີ່​ທ່ານ​ຜູ້​ຟັງ​ໄດ້​ຝາ​ກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ກອງປະຊຸມສຳມະນາສື່ມວນຊົນສາກົນ ຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ 

        ເພື່ອນ ຫົງຫຼືດີ ທີ່ຮັກແພງ! ໃນ 3 ວັນດຳເນີນກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ຍົກອອກບັນດາທ່າແຮງການພັດທະນາຂອງເຕັກໂນໂລຢີດີຈີຕອນ; ຜົນກະທົບຂອງເຕັກໂນໂລຢີ, ສື່ສັງຄົມອອນລາຍ ຕໍ່ບັນດາອົງການສື່ມວນຊົນ ແລະ ມະຫາຊົນນັບມື້ນັບຫຼາຍຂຶ້ນ, ນີ້ທັງແມ່ນສິ່ງທ້າທາຍ ທັງແມ່ນກາລະໂອກາດ ບໍ່ແມ່ນໜ້ອຍສຳລັບສື່ມວນຊົນ ແລະ ທັງສັງຄົມ. ພົ້ນເດັ່ນແມ່ນບົດປະກອບຄຳເຫັນຂອງທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນເຖ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີວິຈານສິລະປະວັນນະຄະດີສູນກາງ ດ້ວຍຫົວຂໍ້ທີ່ວ່າ “ສື່ມວນຊົນ, ກະຈາຍສຽງ, ໂທລະພາບ ໃນສັງກາດດີຈີຕອນ, ຫຼາຍພື້ນຖານ.”; ບົດປະກອບຄຳເຫັນດ້ວຍຫົວຂໍ້ “ສື່ມວນຊົນລາວ - ຫວຽດນາມ ໃນຍຸກແຫ່ງການປ່ຽນແປງໃໝ່ຂອງນັກຂ່າວ ທອງລິດ ລຽມໄຊຍະຈັກ, ຮອງຫົວໜ້າບັນນາທິການໃຫຍ່ຂອງໜັງສືພິມ ປະຊາຊົນ ລາວ; ບົດປະກອບຄຳເຫັນ “ພັດທະນາວິທະຍຸກະຈາຍສຽງແຫ່ງຊາດລາວ ໃນສະພາບການໃໝ່” ຂອງນັກຂ່າວໂພສີ ແກ້ວມະນີວົງ, ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ... ນັກຂ່າວ ທ້ວນຫືວ, ປະທານສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ: (ເທບ)

        “ເພື່ອຍົກສູງຄຸນນະພາບການຮ່ວມມືລະຫວ່າງສະມາຄົມນັກຂ່າວ ລາວ ກັບ ບັນດາອົງການສື່ມວນຊົນສອງປະເທດໃຫ້ດີກວ່ານີ້ອີກ, ພວກເຮົາຈະພ້ອມກັນແບ່ງປັນບົດຮຽນ, ປະສົບການຂອງສະມາຄົມນັກຂ່າວ ແລະ ອົງການສື່ມວນຊົນຂອງທັງສອງປະເທດໃນການກໍ່ສ້າງພື້ນຖານສື່ມວນຊົນຂອງແຕ່ລະປະເທດໃນສະພາບການປະຕິວັດອຸດສາຫະກຳ 4.0 ແລະ ສັງກາດດີຈີຕອນ”.

      ງານປະກວດສຽງເພງ ອາຊຽນ + 3 ໂດຍ ວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງຢູ່ແຂວງ ກວ໋າງນິງ ໄດ້ບັນລຸຜົນສຳເລັດຢ່າງຈົບງາມ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ທ່ານຜູ້ຟັງ ທີ່ໄດ້ສົ່ງຄຳອວຍພອນ ແລະ ຊ່ວຍຊົມຊ່ວຍເຊຍ, ໃຫ້ກຳລັງໃຈຕໍ່ບັນດານັກຮ້ອງທີ່ເຂົ້າຮ່ວມງານປະກວດ ແລະ ເຂົ້າຮ່ວມການທວາຍຜົນ ໂດຍລາຍການກະຈາຍສຽງພາກພາສາລາວຈັດຕັ້ງ. ພວກຂ້າພະເຈົ້າ ຈະມອບຂອງຂວັນເລັກໆນ້ອຍໆໃຫ້ແກ່ຜູ້ຟັງທີ່ໄດ້ເຂົ້າຮ່ວມ ແລະ ຫວັງວ່າ ໃນຄັ້ງຕໍ່ໄປ ພວກເພື່ອນຈະທວາຍຖືກຕ້ອງ ເປັນເຈົ້າຂອງບັນດາລາງວັນທີ່ໃຫຍ່ກວ່າໃນລາຍການຂອງພວກຂ້າພະເຈົ້າ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

 

ຕອບກັບ