ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ

Minh Duc
Chia sẻ
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 279 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 39 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ - ảnh 1 (ອະດີດປະທານປະເທດ, ພົນເອກ ເລດຶກແອັງ)

ໃນອາທິດຜ່ານມາ, ມີຜູ້ຟັງລາວ ຫຼາຍທ່ານໄດ້ໂທຫາລາຍການ, ສົ່ງຂໍ້ຄວາມ, ກໍຄືການຄອບເມັນທາງ Facebook ມາລາຍການພາກພາສາລາວ, ສະແດງຄວາມໂສກເສົ້າເສຍດາຍຕໍ່ການຈາກໄປຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ແລະ ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງລັດຖະບານ, ປະຊາຊົນ ແລະ ຍາດຕິພີ່ນ້ອງອະດີດປະທານປະເທດ ເລດຶກແອັງ. ນອກນັ້ນ, ບັນດາຜູ້ຟັງ, ຍັງສະແດງຄວາມເຄົາລົບນັບຖື ແລະ ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງອະດີດປະທານປະເທດ ເລດຶກແອັງ ທີ່ມີຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ, ກໍຄືຄຸນງາມຄວາມດີຂອງອະດີດປະທານປະເທດ, ພົນເອກ ເລດຶກແອັງ ໃນການເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ ແລະ ຫວຽດນາມ ໃນຕະຫຼອດໄລຍະທີ່ຜ່ານມາ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການ - ảnh 2 (ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ)

ເພື່ອນບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງອີແມວ ມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ຂໍ້ມູນກ່ຽວກັບວັນບຸນວິສາຂະບູຊາ Vesak 2019 ຂອງສະຫະປະຊາຊາດ, ເຊິ່ງດຳເນີນຢູ່ຫວຽດນາມ. ເພື່ອນຢາກຮູ້ຫົວຂໍ້ຂອງວັນບຸນວິສາຂະບູຊາ Vesak 2019 ແມ່ນຫຍັງ? ນີ້ແມ່ນຄັ້ງເທົ່າໃດທີ່ຫວຽດນາມ ຈັດຕັ້ງວັນບຸນວິສາຂະບູຊາ Vesak? ແລະ ບັນດາຄັ້ງທີ່ຜ່ານມານັ້ນໄດ້ຈັດຕັ້ງຢູ່ໃສ?

ເພື່ອນບຸນທະວີ ອິນທະວົງ ທີ່ຮັກແພງ. ວັນບຸນວິສາຂະບູຊາຂອງສະຫະປະຊາຊາດ (Vesak) 2019 ຈະດຳເນີນໃນລະຫວ່າງວັນທີ 12 – 14 ພຶດສະພາຢູ່ສູນວັດທະນະທຳພຸດທະສາສະໜາ ຕາມຈຸ໊ກ, ເທດສະບານ ບາຊາວ, ເມືອງກິມບ໋າງ, ແຂວງຮ່ານາມ. ດ້ວຍຫົວຂໍ້ວ່າ “ວິທີສຳຜັດຂອງພຸດທະສາສະໜາກ່ຽວກັບການນຳພາ ທົ່ວໂລກ ແລະ ຄວາມຮັບຜິດຊອບແບ່ງປັນເພື່ອສັງຄົມແບບຍືນຍົງ”, ວັນບຸນວິສາຂະບູຊາ (Vesak) ຂອງສະຫະປະຊາຊາດ 2019 ມີການເຂົ້າຮ່ວມຂອງຜູ້ແທນສາກົນ 1.650 ທ່ານທີ່ມາຈາກ 112 ປະເທດ, ເຂດແຄ້ວນ ແລະ ສະຫະປະຊາຊາດ, ພ້ອມກັບຄະນະຜູ້ແທນສາກົນ 570 ຄະນະ. ນີ້ແມ່ນຄັ້ງທີ 3 ທີ່ວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ ໄດ້ຈັດຕັ້ງຢູ່ຫວຽດນາມ. ກ່ອນໜ້ານັ້ນ, ປີ 2008 ວັນບຸນວິສາຂະບູຊາ Vesak ກໍ່ໄດ້ຈັດຂຶ້ນຢູ່ສູນກອງປະຊຸມແຫ່ງຊາດ ມິ້ດິ່ງ, ນະຄອນຫຼວງຮ່າໂນ້ຍ ແລະ ປີ 2014 ວັນບຸນວິສາຂະບູຊາ Vesak ໄດ້ຈັດຕັ້ງຢູ່ວັດ ບາຍດິ໊ງ, ແຂວງນິງບິ່ງ.

ເພື່ອນ ຄຳພັນ ວິໄລຈິດ, ຢູ່ແຂວງ ສະຫວັນນະເຂດ ໄດ້ໂທລະສັບມາຍັງລາຍການໂດຍແບ່ງປັນວ່າ: ເພື່ອນມີຄວາມສົນໃຈເຖິງວຽກງານຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ. ໃນໄລຍະຜ່ານມາ, ແຂວງສະຫວັນນະເຂດ ແລະ ແຂວງ ກວ໋າງຈິ ຂອງຫວຽດນາມ ໄດ້ຈັດພິທີມອບ - ຮັບບັນດາອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ. ເພື່ອນຢາກຮູ້ວ່າ, ບັນດາອັດຖິເຫຼົ່ານັ້ນໄດ້ໄປປົງຢູ່ສຸສານໃດຂອງຫວຽດນາມ?

ເພື່ອນ ຄຳພັນ ວິໄລຈິດ ທີ່ຮັກແພງ, ຕາມຂໍ້ມູນຂ່າວຈາກກອງຊອກຫາ ແລະ ທ້ອນໂຮມອັດຖິທະຫານເສຍສະຫຼະຊີວິດເພື່ອຊາດ 584 ຂຶ້ນກັບກອງບັນຊາການທະຫານແຂວງກວ໋າງຈິ ແລ້ວ, ໃນລະດູແລ້ງແຕ່ເດືອນ ຕຸລາ 2018 ຫາເດືອນ ພຶດສະພາ 2019, ກົມກອງໄດ້ຊອກຫາ, ທ້ອນໂຮມອັດຖິທະຫານໄດ້ 26 ຊຸດ ເຊິ່ງແມ່ນທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ລາວ ໃນສົງຄາມຕ້ານຝລັ່ງ ແລະ ອາເມລິກາ. ຈຳນວນອັດຖິທີ່ໄດ້ຊອກຫາ, ທ້ອນໂຮມໃນຄັ້ງນີ້ແມ່ນອີງໃສ່ແຫຼ່ງຂໍ້ມູນຂ່າວຈາກປະຊາຊົນແຂວງ ສະຫວັນນະເຂດ. ຈຳນວນອັດຖິເຫຼົ່ານັ້ນຍັງບໍ່ທັນຢັ້ງຢືນໄດ້ຊື່ ແລະ ນາມສະກຸນ. ວັນທີ 08 ພຶດສະພາ, ຜູ້ຕາງໜ້າ 2 ປະເທດຫວຽດນາມ - ລາວ ໄດ້ຈັດພິທີລົງນາມມອບ-ຮັບອັດຖິດັ່ງກ່າວ, ພາຍຫຼັງພິທີມອບ- ຮັບແລ້ວ ຈະນຳເອົາຈຳນວນອັດຖິເຫຼົ່ານັ້ນໄປປົງຢູ່ສຸສານທະຫານເສຍສະຫຼະຊີວິດແຫ່ງຊາດ ທາງເລກ 9, ຢູ່ນະຄອນ ດົງຮ່າ, ແຂວງກວ໋າງຈິ ເພື່ອຈັດພິທີໄວ້ອາໄລ ແລະ ປົງອັດຖິ.

ນອກນັ້ນ, ແຂວງກວ໋າງຈິ ແລະ ສະຫວັນນະເຂດ ກໍ່ໄດ້ເປັນເອກະພາບກ່ຽວກັບເລື່ອງ, ໃນລະດູແລ້ງປີ 2019 – 2020 ຈະສືບຕໍ່ສົມທົບກັນ, ຍູ້ໄວຄວາມຄືບໜ້າການປະຕິບັດການຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ.

ຕອບກັບ