ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ

Tran Tuan
Chia sẻ
(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 335 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 40 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍດ້ວຍເນື້ອໃນແບ່ງປັນຄວາມຮູ້ສຶກ ແລະ ຢາກຊອກຮູ້ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການສຶກສາລະຫວ່າງ ຫວຽດນາມ ແລະ ລາວ. 

ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ໃນອາທິດຜ່ານມາ, ເພື່ອນ ສຸກສາຄອນ, ເພື່ອນ ສຸມາລີ ແລະ ເພື່ອນ ສຸກດາວັນ  ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ຂອບໃຈລາຍການພາກພາສາລາວ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າຮູ້ຕື່ມອີກ ກ່ຽວກັບບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ລາວ ໃນອາທິດຜ່ານມາ ແລະ ຢາກຮັບຟັງບັນດາການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ ໃນອາທິດນີ້ຕື່ມອີກ.”

ທ່ານຜູ້ຟັງທີ່ເຄົາລົບ, ຜ່ານມາ, ທີ່ນະຄອນຫລວງ ວຽງຈັນ (ລາວ) ໄດ້ດຳເນີນ “ເວທີປາໄສຍົກສູງຄຸນນະພາບການສຶກສາບຳລຸງສ້າງ ຫວຽດນາມ - ລາວ”. ເວທີປາໄສແມ່ນກາລະໂອກາດເພື່ອໃຫ້ນັກຮຽນ, ນັກສຶກສາ, ນັກຄົ້ນຄວ້າພະນັກງານຄຸ້ມຄອງ, ຄູສອນຂອງ ລາວ ໄດ້ພົບປະ, ແລກປ່ຽນຂໍ້ມູນຂ່າວສານ, ຊອກຫາທຶນການສຶກສາ ກໍ່ຄືກາລະໂອກາດຮ່ວມມືກັບບັນດາມະຫາວິທະຍາໄລຂອງ ຫວຽດນາມ. ພາຍຫລັງເຫດການດັ່ງກ່າວ, ທ່ານຜູ້ຟັງຫລາຍທ່ານ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ຶ້ອໃນຢາກຊອກຮູ້ຢ່າງຈະແຈ້ງກ່ວາ ກ່ຽວກັບເວທີປາໄສດັ່ງກ່າວ. ໃນນັ້ນ ເພື່ອນ ຈັນດອນ ຢູ່ນະຄອນຫລວງ ວຽງຈັນ ແລະ ເພື່ອນ ປານຸສອນ ຢູ່ແຂວງ ຜົ້ງສາລີ ມີຄວາມສົນໃຈເປັນພິເສດເຖິງວຽກງານໜູນຊ່ວຍ, ບຸລິມະສິດການສຶກສາບຳລຸງສ້າງ ເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ ລາວ.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ - ảnh 1 ງານວາງສະແດງການສຶກສາ 

 ເພື່ອນ ຈັນດອນ ແລະ ເພື່ອນ ປານຸສອນ ທີ່ຮັກແພງ! ຄືດັ່ງພວກຂ້າພະເຈົ້າໄດ້ຮູ້ມາວ່າ: ປັດຈຸບັນ, ມີນັກສຶກສາລາວ ພວມຮ່ຳຮຽນຢູ່ ຫວຽດນາມ ປະມານ 16.000 ຄົນ. ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຍົກອອກບາງມາດຕະການແນໃສ່ຍົກສູງຄຸນນະພາບການຮ່ວມມືບຳລຸງສ້າງລະຫວ່າງ ຫວຽດນາມ - ລາວ. ໂດຍລະອຽດແມ່ນ ຈະສະໜອງໃຫ້ຝ່າຍ ລາວ ບັນຊີລາຍຊື່ບັນດາຮາກຖານການສຶກສາທີ່ໄດ້ມີການກວດກາ ແລະ ຕີລາຄາຄຸນນະພາບເປັນປະຈຳປີ, ສ້າງປະຕູຖານຂໍ້ມູນເອເລັກໂຕນິກກ່ຽວກັບການສຶກສາ ຫວຽດນາມ ເພື່ອຊ່ວຍນັກສຶກສາ ລາວ ມີຂໍ້ມູນຕື່ມອີກ ເພື່ອຄັດເລືອກຂະແໜງຮຽນ ແລະ ຮາກຖານການສຶກສາທີ່ມີຄວາມໄວ້ເນື້ອເຊື່ອໃຈ, ເໝາະສົມ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫງວຽນວັນຟຸກ, ຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໃຫ້ຮູ້ວ່າ:

 “ທີ່ເວທີປາໄສຄັ້ງນີ້, 2 ຝ່າຍຢາກແລກປ່ຽນບັນດາມາດຕະການຍົກສູງຄຸນນະພາບການສຶກສາບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ ລາວ. ບັນດານັກຮຽນ, ນັກສຶກສາຢາກໄປຮຽນ ກໍ່ໄດ້ຮັບຄຳປຶກສາດ້ານຂໍ້ມູນຂ່າວສານກ່ຽວກັບບັນດາໂຮງຮຽນ, ຂະແໜງຮຽນໃຫ້ເໝາະສົມ. ບັນດາຮາກຖານການສຶກສາມະຫາວິທະຍາໄລກໍ່ຊອກໄດ້ກາລະໂອກາດການຮ່ວມມືບຳລຸງສ້າງ. ຂະແໜງການສຶກສາ 2 ປະເທດ ກໍ່ແບ່ງປັນບົດຮຽນການຄຸ້ມຄອງ ເພື່ອຍົກສູງຄຸນນະພາບການສຶກສາບຳລຸງສ້າງ.”

ໃນຂອບເຂດເວທີປາໄສ, 2 ຝ່າຍໄດ້ສົມທົບກັນຈັດຕັ້ງງານວາງສະແດງການສຶກສາ ດ້ວຍການເຂົ້າຮ່ວມຂອງມະຫາວິທະຍາໄລ - ວິທະຍາໄລຂອງ ຫວຽດນາມ ກ່ວາ 40 ແຫ່ງ  ແລະ ບາງມະຫາວິທະຍາໄລຂອງ ລາວ. ງານວາງສະແດງໄດ້ດຶງດູດພໍ່ແມ່ນັກຮຽນ, ນັກຮຽນນັກສຶກສາມາຢ້ຽມຊົມ, ຊອກຫາຂໍ້ມູນຂ່າວສານກ່ຽວກັບບັນດາໂຮງຮຽນ ແລະ ຫຼັກສູດການຮຽນຢູ່ ຫວຽດນາມ ເປັນຈຳນວນຫລວງຫລາຍ.

ໃນ ອີແມວ ຂອງເພື່ອນ ອະນຸສິດ ຢູ່ແຂວງ ຊຽງຂວາງ ຂຽນວ່າ: “ຂ້າພະເຈົ້າຢາກຊອກຮູ້ບັນດາການເຄື່ອນໄຫວລົງທຶນຈາກບັນດາປະເທດໃນພາກພື້ນ ອາຊຽນ ທີ່ມາລົງທຶນຢູ່ ລາວ. ຜ່ານມາ, ຢູ່ແຂວງ ຊຽງຂວາງ, ບໍລິສັດຫຸ້ນສ່ວນນ້ຳນົມ ຫວຽດນາມ (Vinamilk) ໄດ້ເປີດຕົວໂຄງການຮ່ວມທຸລະກິດງົວພັນນົມ ຫວຽດນາມ - ລາວ - ຍີ່ປຸ່ນ ແລະ ລົງມືກໍ່ສ້າງໄລຍະ 1 ໜ່ວຍຜະລິດ “Resort” ງົວພັນນົມ Organic. ໜ່ວຍຜະລິດດັ່ງກ່າວ ຈະປະກອບສ່ວນໜຶ່ງບໍ່ໜ້ອຍເຂົ້າໃນ GDP ຂອງປະເທດທີ່ມີພົນລະເມືອງ 7 ລ້ານຄົນນີ້. ຜ່ານລາຍການ, ຂ້າພະເຈົ້າຢາກຮັບຟັງການແນະນຳໂດຍຫຍໍ້ກ່ຽວກັບຂອບຂະໜາດຂອງໜ່ວຍຜະລິດດັ່ງກ່າວ.”

ເພື່ອນ ອະນຸສິດ ທີ່ຮັກແພງ! ຕາມນັກຂ່າວ VOV ປະຈຳ ລາວ ແລ້ວ: ໄລຍະ 1 ຂອງໂຄງການມີເນື້ອທີ່ການວາງແຜນທັງໝົດ 5.000 ເຮັກຕາ, ດ້ວຍຂອບຂະໜາດຝູງງົວ 24.000 ໂຕ, ເງິນລົງທຶນເບື້ອງຕົ້ນແມ່ນ 120 ລ້ານ USD. ຄາດວ່າ: ທ້າຍປີ 2020 ຟາມຈະກໍ່ສ້າງສຳເລັດ ແລະ ບັນລຸໄດ້ໃບຢັ້ງຢືນອົງຄະທາດຕາມມາດຕະຖານ ເອີຣົບ ແລະ ອາເມລິກາ, ສະໜອງວັດຖຸດິບນ້ຳນົມສົດ Organic ໃຫ້ຜູ້ບໍລິໂພກອຸປະໂພກຢູ່ ຫວຽດນາມ ແລະ ສົ່ງອອກໄປຍັງຕ່າງປະເທດ. ໄລຍະ 2 ຈະເປີດກ້ວາງເນື້ອທີ່ແຕ່ 15.000 – 20.000 ເຮັກຕາ, ຝູງງົວປະມານ 100.000 ໂຕ. ຍອດເງິນລົງທຶນຂອງທັງ 2 ໄລຍະ ຄາດວ່າແມ່ນ 500 ລ້ານ USD.

ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​​ຄຳ​ຖາມ​ ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ - ảnh 2ພິທີ ລົງມືກໍ່ສ້າງໄລຍະ 1 ໜ່ວຍຜະລິດ “Resort” ງົວພັນນົມ Organic

ດ້ວຍວິໄສທັດນີ້, ໂຄງການໜ່ວຍຜະລິດ “Resort” ງົວພັນນົມ Organic ຢູ່ ລາວ ຈະຊ່ວຍເພີ່ມທະວີການພົວພັນຮ່ວມມື ແລະ ນ້ຳໃຈມິດຕະພາບໃນຫລາຍຂົງເຂດຂອງ 3 ປະເທດ ຫວຽດນາມ, ລາວ, ຍີ່ປຸ່ນ ກ່ວາອີກ ແລະ ເປີດອອກບັນດາແງ່ຫວັງການພັດທະນາໃຫຍ່ໃຫ້ທັງຂະແໜງກະສິກຳ, ຂະແໜງນ້ຳນົມ ແລະ ເສດຖະກິດເວົ້າລວມໃຫ້ ລາວ ແລະ ຫວຽດນາມ ໃນອະນາຄົດໃກ້ໆນີ້.

      ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ