ການ​ສອບ​ເສັງຊອກ​ຮູ​້​ກ່ຽວ​ກັບ​ສາຍ​ພົວ​ພັນ​ລາວ - ຫວຽ​ດນາມ

Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ - ລາວ ຈະມາເຖິງ. ລາຍການພາກພາສາລາວໄດ້ຈັດຕັ້ງການລາຍການສອບເສັງຊອກຮູ້ກ່ຽວກັບສາຍພົວພັນລາວ - ຫວຽດນາມ. ເພື່ອແນໃສ່ຊ່ວຍໃຫ້ທ່ານຜູ້ຟັງຂອງລາຍການພາກພາສາລາວມີຄວາມເຂົ້າໃຈຕື່ມອີກກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ລາວ.
ການ​ສອບ​ເສັງຊອກ​ຮູ​້​ກ່ຽວ​ກັບ​ສາຍ​ພົວ​ພັນ​ລາວ - ຫວຽ​ດນາມ - ảnh 1ປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ 

ຄຳຖາມ: ຫວຽດນາມ ແລະ ລາວ ສ້າງຕັ້ງສາຍພົວພັນທາງການທູດໃນວັນທີ, ເດືອນ, ປີໃດ:

ກ.2/9/1962

ຂ.5/9/1962

ຄ.7/9/1962

+ ລາງວັນຈະໄດ້ມອບໃຫ້ຜູ້ຕອບຄຳຖາມຖືກຕ້ອງ ແລະ ໄວກ່ວາໝູ່ແມ່ນ: ປຶ້ມເລື່ອງບັນທຶກວຽກງານ ແລະ ຊີວິດຂອງທ່ານ ທໍ່ຕູ້ ຢາໄຊຈູ ເຊິ່ງໄດ້ແປດ້ວຍ 3 ພາສາ ຫວຽດນາມ, ລາວ, ອັງກິດ (7 ຫົວ), ທ່ານຜູ້ຟັງທີ່ເຂົ້າຮ່ວມສອບເສັງຄົນອື່ນໆກໍ່ຈະໄດ້ຮັບລາງວັນຊົມເຊີຍຈາກທາງລາຍການຄື: ວີ, ແນວໃສ່ບິກ, ແນວຕິດຕູ້ເຢັນ; ແນວຫ້ອຍກະແຈຄືຮູບດັ່ງລຸ່ມນີ້.

+ ຖ້າທ່ານຢາກຮັບຂອງຂວັນຈາກພວກເຮົາ, ກະລຸນາ: ຕອບຄຳຖາມ ແລະ Share ບົດໃນ facebook ຂອງທ່ານ, ຖ່າຍຮູບໜ້າຈໍທີ່ມີຂ່າວກ່ຽວຂ້ອງເຖິງການພົວພັນລະຫວ່າງ ລາວ - ຫວຽດນາມ ໃນເວັບໄຊ (http://vovworld.vn/lo-LA.vov) ແລ້ວສົ່ງເຂົ້າ Facebook ຂອງລາຍການ Laovov5 ຜ່ານທາງ Inbox ຫຼືສົ່ງເຂົ້າ Email: laovov5@gmail.com,  ແລະ  ຢ່າລືມຂຽນຊື່ແລະນາມສະກຸນ, ທີ່ຢູ່, ພ້ອມດ້ວຍເບີໂທລະສັບ. ຂໍຂອບໃຈ!

ພວກເຮົາຈະຮັບບົດເຂົ້າຮ່ວມການສອບເສັງຮອດວັນທີ 30 ສິງຫາ ປີ 2019.

ຕອບກັບ

Chanthasone SYHANATH
ຕອບຄຳຖາມ: ລາວ ແລະຫວຽດນາມສ້າງຕັ້ງສາຍພົວພັນການທູດ ໃນວັນທີ 5 ກັນຍາ 1962
ເຟືອງ
ຂ. 5/9/1962