ຢາ​ລາຍ: ຊາວ​ເຜົ່າ ຈາ​ຣາຍ ຮັກ​ສາ​ອາ​ຊີບ​ສານ​ສາດ ປ​ຣານ

ືNguyen Thao - Le Phuong
Chia sẻ
(VOVWORLD) - ພ້ອມກັບການ ຕ່ຳແຜ່ນແພພື້ນເມືອງ, ສານກະພາ , ປະດິດສ້າງດົນຕີພື້ນເມືອງປະຈຳເຜົ່າແລ້ວ, ການສານສາດ ປຣານ ກໍແມ່ນໜຶ່ງໃນບັນດາອາຊີບທີ່ເປັນມູນເຊື້ອຂອງຊາວເຜົ່າ ຈາຣາຍ ຢູ່ແຂວງ ຢາລາຍ. ຕໍ່ໜ້າການພັດທະນາຂອງເຕັກໂນໂລຊີສານສາດທີ່ທັນສະໄໝດ້ວຍວັດສະດຸແຕກຕ່າງກັນນັ້ນ, ອາຊີບສານສາດ ປຣານມີຄວາມສ່ຽງທີ່ຈະສູນຫາຍໄປ. ເຖິງຢ່າງໃດກໍຕາມ, ໃນຊຸມປີຜ່ານມາ, ສະຫະພັນແມ່ຍິງຕາແສງອີອາເດິກ, ເມືອງຊາຍແດນ ດຶກເກີ, ແຂວງ ຢາລາຍ ໄດ້ສົມທົບກັບບັນດານັກສິລະປະການຊາວເຜົ່າ ຈາຣາຍ ຖ່າຍທອດ ແລະ ພັດທະນາອາຊີບສານສາດ ປຣານ ທີ່ເປັນເອກະລັກສະເພາະນີ້. ບົດຂຽນຂອງນັກຂ່າວ ຫງວຽນຖາວ ດ້ວຍຫົວຂໍ້ວ່າ “ຊາວເຜົ່າ ຈາຣາຍ ຮັກສາອາຊີບສານສາດ ປຣານ”.

ສາດ ປຣານ ໄດ້ເຮັດມາຈາກຕົ້ນ ປຣານ (ຕົ້ນໝາກນັດປ່າ). ເມື່ອຮອດລະດູແລ້ງ, ບັນດາຜູ້ຊາຍຢູ່ໝູ່ບ້ານ ຊູງເລີ໊ນ ກໍໄປຕັດເອົາໃບປຣານຢູ່ແຄມແມ່ນ້ຳ ແລ້ວນຳເມືອຕາກແດດໃຫ້ແຫ້ງ ເພື່ອຮັກສາສີຂອງໃບໃຫ້ແຈ້ງງາມດີ. ເມື່ອຮອດລະດູຝົນ, ເຊິ່ງແມ່ນເວລາທີ່ຊາວກະສິກອນບໍ່ໄດ້ທຳການກະເສດຫຼາຍ, ແມ່ຍິງໃນໝູ່ບ້ານ ກໍເອົາໃບດັ່ງກ່າວອອກມາສານສາດ. ຍ້ອນເຮັດຈາກວັດສະດຸທຳມະຊາດ, ສະນັ້ນ ເມື່ອໃຊ້ສາດ ປຣານ ໃນຍາມໜາວຈະອຸ່ນ ແລະ ໃນຍາມຮ້ອນຈະເຢັນສະບາຍ.ຊາວເຜົ່າ ຈາຣາຍ ຖືສາດ ປຣານ ຄືດັ່ງເຄື່ອງໃຊ້ທີ່ລ້ຳຄ່າໃນເຮືອນ, ເຊິ່ງຈະໃຊ້ສາດພຽງເພື່ອຮັບແຂກ ຫຼື ໃນບັນດາໂອກາດທີ່ສຳຄັນຄື ງານສົບ, ງານແຕ່ງດອງເທົ່ານັ້ນ. ນັກສິລະປະການ ເຣີມາ ເຮິບິວ ຢູ່ໝູ່ບ້ານ ຊູງເລີ໊ນດຕາແສງ ອີອາເດິກ, ເມືອງ ດຶກເກີ ແບ່ງປັນວ່າ:

        “ຂ້າພະເຈົ້າຮຽນອາຊີບສານສາດນີ້ນຳແມ່ເຖົ້າ ແລະ ແມ່ຂອງຂ້າພະເຈົ້າ. ຮຽນແຕ່ຄາວຍັງນ້ອຍ ແລ້ວເຮັດມາຮອດປັດຈຸບັນ, ຂ້າພະເຈົ້າປະອາຊີບນີ້ບໍ່ໄດ້, ຍ້ອນມັນເປັນມູນເຊື້ອຂອງຊົນເຜົ່າພວກຂ້າພະເຈົ້າ. ປັດຈຸບັນ ມີໄວໝຸ່ມບໍ່ເທົ່າໃດຄົນທີ່ຮຽນອາຊີບນີ້, ຂ້າພະເຈົ້າເປັນຫ່ວງ ຢ້ານອາຊີບນີ້ຈະສູນຫາຍໄປ. ສະນັ້ນ ຂ້າພະເຈົ້າພວມພະຍາຍາມຮັກສາອາຊີບຂອງຊົນເຜົ່າຕົນໄວ້ ເພື່ອໃຫ້ນັບມື້ນັບພັດທະນາ”.

ຢາ​ລາຍ: ຊາວ​ເຜົ່າ ຈາ​ຣາຍ ຮັກ​ສາ​ອາ​ຊີບ​ສານ​ສາດ ປ​ຣານ - ảnh 1ນັກສິລະປະການ ເຣີມາ ເຮິບິວ ຢູ່ໝູ່ບ້ານ ຊູງເລີ໊ນດຕາແສງ ອີອາເດິກ, ເມືອງ ດຶກເກີ  ສອນສານສາດ 

        ດ້ວຍຄວາມຕັດສິນໃຈທີ່ບໍ່ປະໃຫ້ອາຊີບທີ່ເປັນມູນເຊື້ອຂອງປູ່ຍ່າຕາຍາຍຖືກສູນຫາຍໄປນັ້ນ, ບັນດານັກສິລະປະການໝູ່ບ້ານ ຊູງເລີ໊ນ,ຕາແສງ ອີອາເດິກກໍພວມຕັ້ງໜ້າຖ່າຍທອດສອນວິຊາຊີບໃຫ້ແກ່ຄົນລຸ້ນໜຸ່ມ. ເຖິງອາຍຸຈະສູງ ແລະ ສຸຂະພາບບໍ່ດີປານໃດກໍຕາມ ແຕ່ໃນຫຼາຍປິມານີ້, ນັກສິລະປະການ ເຣີມາ ເຮິບິວ ຍັງເມົາມົວນຳການຖ່າຍທອດອາຊີບສານສາດໃຫ້ແກ່ໄວໜຸ່ມຍິງຊາຍ ຈາຣາຍໃນໝູ່ບ້ານ. ນັກສິລະປະການ ເຣີມາ ເຮິບິວ ໄດ້ບອກວ່າ: ການສານສາດ ປຣານ ບໍ່ພຽງແຕ່ເຮັດເປັນເຄື່ອງໃຊ້ຂອງສອຍທຳມະດາເທົ່ານັ້ນ ຫາກຍັງເປັນມໍລະດົກວັດທະນະທຳຂອງຊາວເຜົ່າ ຈາຣາຍ ອີກດ້ວຍ. ນັກສິລະປະການ ເຣີມາ ເຮິບິວ ໄດ້ບອກສອນບັນດານາງສາວໃນໝູ່ບ້ານວ່າ:

        “ພວກຫຼານເບິ່ງແມ່ເຖົ້າສານສາດນີ້ໃຫ້ດີ, ເບິ່ງດີໆເພື່ອຮຽນເຮັດຕາມແມ່ເຖົ້າເດີ້! ອາຊີບສານສາດແມ່ນອາຊີບທີ່ປູ່ຍ່າຕາຍາຍເຮົາປະໄວ້ໃຫ້, ພວກເຮົາປະອາຊີບນີ້ບໍ່ໄດ້. ພວກຫຼານຮຽນເຮັດຕາມ ເພື່ອຮັກສາອາຊີບທີ່ເປັນມູນເຊື້ອຂອງຊົນເຜົ່າເຮົາໄວ້”.

        ດ້ວຍສະຕິລວມກ່ຽວກັບການຮັກສາຈຸດວັດທະນະທຳທີ່ເປັນມູນເຊື້ອສະເພາະຂອງຊາວເຜົ່າ ຈາຣາຍ, ສະຫະພັນແມ່ຍິງຕາແສງ ອີອາເດິກ, ເມືອງ ດຶກເກີໄດ້ສ້າງຕັ້ງສະໂມສອນສານສາດ ປຣານ ເຊິ່ງມີສະມາຊິກ 20 ຄົນ. ກ່ອນໜ້ານີ້ 2 ປີ, ສະຫະພັນແມ່ຍິງຕາແສງ ອີອາເດິກ, ເມືອງຊາຍແດນ ດຶກເກີ ໄດ້ກ້າແກ່ນທີ່ຈະນຳເອົາຜະລິດຕະພັນສາດ ປຣານ ອອກໄປຍັງຕະຫຼາດນັດ ເພື່ອວາງສະແດງບັນດາຜະລິດຕະພັນທີ່ມີຫົວຄິດປະດິດສ້າງຂອງແມ່ຍິງແຂວງ ຢາລາຍ. ນັບແຕ່ນັ້ນມາ, ສາດ ປຣານ ໄດ້ເລີ່ມເຂົ້າສູ່ຕະຫຼາດ, ດ້ວຍລາຄາ 2 ແສນ - 4 ແສນ ດົ່ງ/ຜືນ ເຊິ່ງຂຶ້ນກັບຂະໜາດຂອງສາດ. ສິ່ງສຳຄັນແມ່ນບັນດາສະໂມສອນໄດ້ຖ່າຍທອດຄວາມຮັກແຫ່ງວັດທະນະທຳ, ຄວາມເອກອ້າງທະນົງໃຈກ່ຽວກັບອາຊີບທີ່ເປັນມູນເຊື້ອຂອງຊົນເຜົ່າ ຈາຣາຍ ສູ່ບັນດາເອື້ອຍນ້ອງແມ່ຍິງໄດ້. ເອື້ອຍ ເຣີມ ງາ ຢູ່ໝູ່ບ້ານ ຊູງຫຍໍ້, ຕາແສງ ອີອາເດິກ, ເມືອງ ດຶກເກີ, ແຂວງ ຢາລາຍ ແບ່ງປັນວ່າ:

        “ເຫັນພໍ່ແມ່ ແລະ ພີ່ປ້ານ້າອາສານສາດ, ຂ້າພະເຈົ້າກໍຮູ້ສຶກມັກ, ສະນັ້ນ ຂ້າພະເຈົ້າຈຶ່ງຮຽນເຮັດນຳ”.

ຢາ​ລາຍ: ຊາວ​ເຜົ່າ ຈາ​ຣາຍ ຮັກ​ສາ​ອາ​ຊີບ​ສານ​ສາດ ປ​ຣານ - ảnh 2 ຍິງໜຸ່ມຫຼາຍຄົນຮຽນສານສາດ 

        ສອງສາມປີມໍ່ມານີ້, ຍ້ອນມີສະໂມສອນສານສາດ ປຣານ ນັ້ນ, ບໍ່ພຽງແຕ່ບັນດາເອື້ອຍນ້ອງແມ່ຍິງເທົ່ານັ້ນ ຫາກຍັງມີທັງເດັກນ້ອຍຜູ້ເຖົ້າ ກໍຫ້າວຫັນໃນການສານສາດ ປຣານ ນີ້. ສາດ ປຣານ ກໍຄ່ອຍໆກາຍເປັນທີ່ນິຍົມໃນການດຳລົງຊີວິດຂອງບັນດາຄອບຄົວຊາວ ຈາຣາຍ ຢູ່ຕາແສງ ອີອາເດິກ, ເມືອງຊາຍແດນ ດຶກເກີ ແຫ່ງນີ້.

        ທ່ານນາງ ເຣີໂອ ເຮິຣິນ, ປະທານສະຫະພັນແມ່ຍິງເມືອງ ດຶກເກີ ໃຫ້ຮູ້ວ່າ ສະຫະພັນພວມຕັ້ງໜ້ານຳຜະລິດຕະພັນສາດ ປຣານ ອອກສູ່ຕະຫຼາດ ດ້ວຍຄວາມຫັວງວ່າ ການຮັກສາອາຊີບສານສາດ ປຣານ ທີ່ເປັນມູນເຊື້ອຂອງຊາວເຜົ່າ ຈາຣາຍ ຈະມີປະສິດທິຜົນ ແລະ ຍືນຍົງກວ່າ.

        ສາດ ປຣານ ແມ່ນຜະລິດຕະພັນທີ່ມີຄຸນຄ່າທາງດ້ານວັດທະນະທຳ ຍ້ອນມັນບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມຄ່ອງແຄ້ວ, ລະອຽດລະອໍ ແລະ ພິຖິພິຖັນຂອງພໍ່ແມ່ປະຊາຊົນຊາວເຜົ່າ ຈາຣາຍ ເທົ່ານັ້ນ, ຫາກມັນຍັງແມ່ນຜະລິດຕະພັນວັດທະນະທຳກັບບັນດາຄວາມໝາຍອັນດີງາມທີ່ມີມາແຕ່ດົນນານຂອງປະຊາຊົນໃນທ້ອງຖິ່ນອີກດ້ວຍ. ດ້ວຍການສ້າງຕັ້ງບັນດາສະໂມສອນ, ຕັ້ງໜ້າຖ່າຍທອດອາຊີບສານສາດ ປຣານ, ສະຫະພັນແມ່ຍິງທຸກຂັ້ນຢູ່ເມືອງຊາຍແດນ ດຶກເກີ,ແຂວງ ຢາລາຍ ແລະ ບັນດານັກສິລະປະການ ກໍພວມຟື້ນຟູອາຊີບມູນເຊື້ອນີ້ເປັນເທື່ອລະກ້າວ.

ຕອບກັບ