ນາຍຊ່າງຄົນສຸດທ້າຍໃນວົງຕະກຸນ ຜະລິດເຈ້ຍເຮັດພະລາຊະດຳລັດ

Ngoc Anh
Chia sẻ
(VOVWORLD) -ລຸງ ລ້າຍຝູແທັກ ຢູບ້ານ ຈຸງຍາ ຕາແສງ ເຫງຍໂດ ເມືອງ ເກົ່າເຢິ໊ຍ ຮ່າໂນ້ຍ, ແມ່ນນາຍຊ່າງພຽງຄົນດຽວໃນວົງຕະກຸນ ລ້າຍ ຍັງຮັກສາເຄັດລັບການຜະລິດເຈ້ຍເຮັດພະລາຊະດຳລັດ. ປີນີ້ລຸງໄດ້ມີອາຍຸ 61 ປີແລ້ວ ແຕ່ລາວຍັງມີຄວາມເປັນຫ່ວງຕໍ່ອາຊີບທີ່ມີມາກວ່າ 600 ປີມານີ້ຂອງວົງຕະກຸນຕົນ ເຊິ່ງມີຄວາມສ່ຽງຈະຖືກສູນຫາຍ ເມື່ອບໍ່ມີໃຜສືບຕໍ່ຮັກສາອາຊີບນີ້.
ນາຍຊ່າງຄົນສຸດທ້າຍໃນວົງຕະກຸນ ຜະລິດເຈ້ຍເຮັດພະລາຊະດຳລັດ   - ảnh 1 ພະລາຊະດຳລັດໃນສະໄໝສັກດີນາ

ເຈ້ຍເຮັດພະລາຊະດຳລັດ ແມ່ນບໍ່ວາງຂາຍຢູ່ຕະຫຼາດ ພຽງແຕ່ນຳໃຊ້ສະເພາະໃນບັນດາລາດຊະວົງສະໄໝສັກດີນາຂອງ ຫວຽດນາມ ເພື່ອຂຽນພະລາຊະດຳລັດ, ໜັງສືແຕ່ງຕັ້ງຍົດສັກຕຳແໜ່ງໃຫ້ແກ່ພວກເຈົ້າເສນາອາມາດ, ຫຼື ເລື່ອນຍົດສັກໃຫ້ແກ່ບັນດາທ້ອງຖິ່ນ… ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ເຈ້ຍຕ້ອງມີຄຸນນະພາບສູງ, ບັນດາຂັ້ນຕອນຜະລິດເຄັງຂັດທີ່ສຸດ, ເມື່ອເວົ້າເຖິງອາຊີບພະລິດເຈ້ຍເຮັດພະລາຊະດຳລັດ, ຜູ້ຄົນທັງຫຼາຍເຄີຍເວົ້າເຖິງວົງຕະກຸນ ລ້າຍ ຢູ່ບ້ານ ຈຸງຍາ ເພາະວ່ານີ້ແມ່ນໜຶ່ງໃນຈຳນວນໜ້ອຍວົງຕະກຸນ ຍັງຮັກສາເຄັດລັບອາຊີບເຮັດເຈ້ຍຊະນິດພິເສດນີ້. ອາຊີບເຮັດເຈ້ຍພະລາຊະດຳລັດຢູ່ທີ່ນີ້ ມີມາແຕ່ສະຕະວັດທີ XV ຄືໃນສະໄໝລາດຊະວົງ ເລ, ເຈົ້າພະຍາ ຈິ້ງ, ວົງຕະກຸນ ລ້າຍ ເມື່ອກ່ອນນີ້ ຢູ່ໃນໝູ່ບ້ານກໍ່ມີຫຼາຍຄົນ, ເຊິ່ງສ່ວນຫຼາຍກໍ່ປະກອບອາຊີບເຮັດເຈ້ຍສາ ແຕ່ສາມາດເຮັດໄດ້ເຈ້ຍ ເພື່ອເຮັດພະລາຊະດຳລັດ ແມ່ນມີພຽງແຕ່ຄອບຄົວລຸງ ລ້າຍຝູແທັກ ເທົ່ານັ້ນ. ເຄັດລັບເພື່ອຫັນເຈ້ຍສາ ເປັນເຈ້ຍເຮັດພະລາຊະດຳລັດ ແມ່ນມີພຽງແຕ່ຢູ່ໃນວົງຕະກຸນ ລ້າຍ ເຊິ່ງຮັກສາແບບສືບທອດໃນວົງຕະກຸນເທົ່ານັ້ນ. ລຸງ ລ້າຍຝູແທັກ ເລົ່າຄືນສູ່ຟັງວ່າ :

  “ນັບຕັ້ງແຕ່ຈຸດເວລາກ່ອນນີ້ 600 ປີຫາຊຸມປີ 1940 ແມ່ນມີພຽງແຕ່ວົງຕະກຸນ ລ້າຍ ຢຸ່ບ້ານ ເຫງຍໂດ ຜະລິດເຈ້ຍລາຊະດຳລັດ. ໃນຂະນະນັ້ນໃນທົ່ວປະເທດມີພຽງແຕ່ວົງຕະກຸນ ລ້າຍ ຜະລິດເຈ້ຍ ປະເພດນີ້ເທົ່ານັ້ນ. ວົງຕະກຸນ ລ້າຍ ຢູ່ ເຫງຍໂດ ໄດ້ຮັບສິດຜູກຂາດ ເພື່ອຜະລິດເຈ້ຍເຮັດພະລາຊະດຳລັດ ຈາກເຈົ້າຊີວິດ ເລ, ພະຍາ ຈິ້ງ.”

 ເຈ້ຍສາແມ່ນວັດຖຸດິບຕົ້ນຕໍ ເພື່ອເຮັດເປັນເຈ້ຍພະລາຊະດຳລັດ. ພາຍຫຼັງທີ່ເຮັດເຈ້ຍສາໄດ້ແລ້ວ ກໍ່ຕ້ອງໃຊ້ສູດ ແລະ ເຄັດລັບຂອງຄອບຄົວຈຶ່ງສາມາດສ້າງເປັນເຈ້ຍ ພະລາຊະດຳລັດໄດ້.  ລຸງ ລ້າຍຝູແທັກ ເລົ່າສູ່ຟັງວ່າ:

“ຂ້າພະເຈົ້າມີເຕັກນິກພິເສດເພື່ອເຮັດເຈ້ຍພະລາຊະດຳລັດ, ມີເຄັດລັບເພີ່ມຄວາມໜຽວ ແລະ ກ້ຽງສະເໝີ ແລະ ເຮັດເຈ້ຍບໍ່ຖືກຊຶມນ້ຳ. ພວກຂ້າພະເຈົ້າໄດ້ນຳໃຊ້ທາດເຄມີທຳມະຊາດ ເພື່ອຜະລິດເຈ້ຍພະລາຊະດຳລັດ ແຕ່ຊ້ຳພັດຕ້ານບວກ ແລະ ມອດໄດ້. ເຈ້ຍຊະນິດນີ້ມີຈຸດພິເສດທີ່ວ່າ ໃນຍາມແດດເຈ້ຍກໍ່ແຂງຂຶ້ນ ແຕ່ເມື່ອອາກາດສຸ່ມປຽກກໍ່ພັດອ່ອນໂຍນຄືຜ້າໄໝ. ກ່ອນນີ້ 18 ປີໃນກອງປະຊຸມສຳມະນາທີ່ຈັດຂຶ້ນຢູ່ ເຫວ້,  ບັນດາຜູ້ຊ່ຽວຊານຕ່າງປະເທດ ຕ້ອງຍອມຮັບເຈ້ຍພະລາຊະດຳລັດຂອງ ຫວຽດນາມ ແມ່ນດີທີ່ສຸດຢູ່ໃນໂລກ ເມື່ອທຽບໃສ່ເຈ້ຍພະລາຊະດຳລັດຢູ່ປະເທດອື່ນໆ. ມີເຈ້ຍພະລາຊະດຳລັບຫຼາຍສະບັບທີ່ຍັງຄົງຕົວມາແຕ່ກ່ອນນີ້ 700 ປີ”.

ແຕ່ລະປີມີລູກຄ້າຈຳນວນໜ້ອຍ ຄືແມ່ນສ່ວນບຸກຄົນ, ຄະນະຄຸ້ມຄອງສາລາ, ວັດວາອາຮາມ ທີ່ມີພະລາຊະດຳລັດ ແຕ່ຖືກຂາດ ຫຼື ເພແລ້ວ, ເຂົ້າເຈົ້າຕ້ອງຊອກຫາລຸງ ແທັກ ເພື່ອແຕ່ງບັນດາເອກະສານເກົ່າເປັນເອກະສານໃໝ່. ໂດຍຜ່ານບັນດາໜັງສືເກົ່າທີ່ພວກຜູ້ເຖົ້າຜູ້ແກ່ເກັບຮັກສາໄວ້, ຜ່ານບັນດາເອກະສານຂອງສະຖາບັນພາສາຫວຽດ ເດີມ, ກໍ່ຍ້ອນມີສີມືອັນຄ່ອງແຄ້ວຂອງລຸງ ລ້າຍຝູແທັກ, ມີພະລາຊະດລັດຫຼາຍສະບັບໄດ້ຮັບແຕ່ງເປັນສະບັບໃໝ່. ລຸງ ລ້າຍຝູແທັກ ໃຫ້ຮູ້ຕື່ມອີກວ່າ:

    “ມາຮອດປັດຈຸບັນເກືອບຄືວ່າບໍ່ຜະລິດເຈ້ຍ ພະລາຊະດຳລັດອີກແລ້ວ ຍ້ອນໃນຕະຫຼາດບໍ່ມີການຊື້ຂາຍ. ເມື່ອເຮົາຜະລິດມາ, ຈຳນວນເຈ້ຍທີ່ຈຳໜ່າຍກໍ່ໜ້ອຍທີ່ສຸດ ບໍ່ປານໃດ, ຊ້ຳບໍ່ໜຳບໍ່ມີໃຜຮູ້ວ່າຂ້າພະເຈົ້າຂາຍເພື່ອຈະມາຊື້. ເຈ້ຍພະລາຊະດຳລັດ ເມື່ອເບິ່ງໃນແງ່ທົນທານ, ແມ່ນອາດສາມາດຄົງຕົວໄດ້ນັບຮ້ອຍປີ. ດັ່ງນັ້ນ ຖ້າຫາກວ່າໃນປັດຈຸບັນລັດນຳໃຊ້ ເຈ້ຍປະເພດນີ້ຄືນຄື ນຳໃຊ້ເຮັດໃບປະກາດສະນິຍະບັດ, ໃບຢັ້ງຢືນ, ໃບຍ້ອງຍໍກໍ່ເປັນການດີທີ່ສຸດ ຍ້ອນວ່າເຈ້ຍຊະນິດນີ້ແມ່ນທົນທານທີ່ສຸດ”.

ລຸງ ແທັກ ຍັງມີຄວາມເປັນຫວ່ງວ່າຈະບໍ່ມີໃຜສືບທອດ ເພື່ອຮັກສາອາຊີບນີ້ໄວ້, ເພາະວ່າເພື່ອສາມາດເຮັດເຈ້ຍພະລາຊະດຳລັດໄດ້ ກໍ່ຕ້ອງຜ່ານຫຼາຍຂັ້ນຕອນ, ແຕ່ເມື່ອຜະລິດກໍ່ຂາຍຍາກທີ່ສຸດ, ນັບທັງລູກຊາຍຂອງລຸງກໍ່ບໍນິຍົມກັບອາຊີບນີ້ ໃນຂະນະທີ່ສະໄໝເສດຖະກິດຕະຫຼາດພວມພັດທະນາໃນປັດຈຸບັນ. ລຸງ ແທັກ ຍາມໃດກໍ່ມີຄວາມຫວັງຢາກຮັກສາອາຊີບທີ່ມີມາແຕ່ດົນນານ ຂອງວົງຕະກຸນຕົນໄວ້ໄດ້.

ຕອບກັບ