ນາຍ​ຄູ​ເປັນ​ຄົນພິ​ການ​ແຕ່​ຍາມ​ໃດ​ກໍ່ ສຸດ​ຈິດ​ສຸດ​ໃຈເພື່ອ​ເດັກ​ນ້ອຍ​ທຸກ​ຍາກ​

Chia sẻ
(VOVWORLD) -  ເມື່ອໄປຢາມບ້ານ ອຽນ, ຕາແສງ ກິມຈູຍ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ ຖາມຫານາຍຄູ ບູ່ຍວັນບິ່ງ ແມ່ນໃຜໆກໍຮູ້ຈັກ. ນັ້ນແມ່ນນາຍຄູເປັນຄົນພິການ ແຕ່ວ່າ ຫຼາຍກວ່າສິບປີມານີ້, ນາຍຄູ ບິ່ງ ເປັນຜູ້ທີ່ສຸດຈິດສຸດໃຈສອນໜັງສືໃຫ້ເດັກນ້ອຍທຸກຍາກໂດຍບໍ່ເສຍຄ່າຮຽນ. ເຖິງວ່າເປັນຄົນພິການມາແຕ່ນ້ອຍ ແລະ ຄາວນັ້ນຜູ້ເປັນພໍ່ກໍຖືກເສຍຊີວິດ, ການດຳລົງຊີວິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ນາຍຄູກໍພະຍາຍາມເພື່ອຜ່ານຜ່າໄປ, ແລະ ດຳລົງຊີວິດຢ່າງພາກພູມໃຈ  ເຮັດວຽກທີ່ເປັນປະໂຫຍດໃນຊີວິດ.

ນາຍຄູ ບູ່ຍວັນບິ່ງ ກ່ຳພອຍພໍ່ແຕ່ຄາວມີອາຍຸ 6 ປີ ແລະ ພາຍຫຼັງອາການໄຂ້ຂຶ້ນສູງ ເມື່ອຕອນຮຽນຊັ້ນ ປ.4 ນັ້ນ ກໍເຮັດໃຫ້ນາຍຄູ ບິ່ງ ເປັນລ່ອຍ. ປີຮຽນຢູ່ຊັ້ນ ມ.5, ແມ່ຂອງນາຍຄູ ບິ່ງ ກໍປະສອງອ້າຍນ້ອງນາຍຄູ ບິ່ງ ເພື່ອກ້າວຕໍ່ໄປອີກ. ແຕ່ໃນສະພາບການຫຍຸ້ງຍາກຄືແນວນັ້ນ, ເດັກຊາຍພິການຍັງຄົງຕັ້ງໃຈຮ່ຳຮຽນ, ມີຜົນການຮຽນທີ່ດີ. ມີມື້ໜຶ່ງ, ຄູ່ຜົວເມຍໝູ່ບໍ່ຮູ້ໜັງສື ໄດ້ພາລູກມາຫານາຍຄູ ບິ່ງ ເພື່ອສອນໜັງສືໃຫ້. ບໍ່ໜ້າເຊື່ອວ່າ ຫຼັງຈາກນັ້ນ ລູກຂອງຄູ່ຜົວເມຍໝູ່ ແມ່ນມີຜົນການຮຽນທີ່ດີ, ສະນັ້ນ ມີຫຼາຍຄົນໄດ້ໄປຫານາຍຄູ ບິ່ງ ສອນໜັງສືໃຫ້ລູກຫຼານຂອງຕົນ ແລະ ນາຍຄູ ບິ່ງ ໄດ້ຕິດພັນກັບຫ້ອງຮຽນແຫ່ງຄວາມຮັກແພງນັບແຕ່ນັ້ນມາ.

ນາຍ​ຄູ​ເປັນ​ຄົນພິ​ການ​ແຕ່​ຍາມ​ໃດ​ກໍ່ ສຸດ​ຈິດ​ສຸດ​ໃຈເພື່ອ​ເດັກ​ນ້ອຍ​ທຸກ​ຍາກ​ - ảnh 1 ນາຍຄູ ບູ່ຍວັນບິ່ງ ຢູ່ ບ້ານ ອຽນ, ຕາແສງ ກິມຈູຍ, ເມືອງ ກິມໂບຍ, ແຂວງ ຮວ່າບິ່ງ (ພາບ: hoabinh.tintuc.vn)

        ໃນທຸກໆຕອນເຊົ້າຂອງວັນທ້າຍອາທິດ, ທ້າວ ມິງ ນັກຮຽນຊັ້ນ ປ.4 ຂອງໂຮງຮຽນປະຖົມ, ມັດທະຍົມສົມບູນກິມຈູຍ (ເມືອງ ກິມໂບຍ - ແຂວງ ຮວ່າບິ່ງ) ກໍຕື່ນແຕ່ 6 ໂມງເຊົ້າ ເພື່ອໄປຮຽນເພີ່ມຢູ່ເຮືອນນາຍຄູ ບິ່ງ. ເຖິງວ່າຈະເລີ່ມຮຽນເວລາ 8 ໂມງກໍຕາມ ແຕ່ ມິງ ຍັງຕື່ນແຕ່ເຊົ້າ ເພື່ອພ້ອມກັບໝູ່ 2 – 3 ຄົນ ໄປຊ່ວຍນາຍຄູ ບິ່ງ ຂຶ້ນນັ່ງລໍ້ເຂັນ. ເຮືອນຂອງ ມິງ ຫ່າງຈາກເຮືອນຂອງນາຍຄູ ບິ່ງ 1 ກິໂລແມັດ, ໃຊ້ເວລາຍ່າງ 10 ນາທີ, ໃນມືຂອງ ມິງ - ເດັກຊາຍຊາວເຜົ່າ ເມື່ອງ ແມ່ນປຶ້ມຕຳລາຮຽນພາສາຫວຽດ. ເຮືອນຂອງນາຍຄູ ບິ່ງ ແມ່ນຫ້ອງຮຽນນ້ອຍໆຂອງເດັກນ້ອຍໃນໝູ່ບ້ານບໍ່ຈັກວ່າເທົ່າໃດຄົນ, ເມື່ອເຫັນສະພາບຫ້ອງຮຽນນັ້ນ ໄດ້ເຮັດໃຫ້ທຸກຄົນມີຄວາມສະເທືອນໃຈ ແລະ ຕື້ນຕັນໃຈທີ່ສຸດ. ນາຍຄູ ບິ່ງ ນັ່ງຢູ່ເທິງຕຽງ, ພວກເດັກນ້ອຍໃນເກນອາຍຸທີ່ແຕກຕ່າງກັນ ນັ່ງອ້ອມຂ້າງຟັງນາຍຄູແນະນຳສິດສອນບັນດາຫຼານນ້ອຍຮ່ຳຮຽນ. ນາຍຄູ ບິ່ງ ເລົ່າສູ່ຟັງວ່າ: ພວກນ້ອງນ້ອຍຢູ່ທີ່ນີ້ ສ່ວນຫຼາຍແມ່ນຊາວເຜົ່າ ເມື່ອງ, ໂອ້ລົມກັນດ້ວຍພາສາ ເມື່ອງ, ຍ້ອນແນວນັ້ນ ພາສາ ຫວຽດ ແມ່ນພວກຫຼານນ້ອຍຍັງເວົ້າບໍ່ເກັ່ງປານໃດ. ຂ້າພະເຈົ້າສອນໃຫ້ພວກຫຼານນ້ອຍເວົ້າພາສາ ຫວຽດ ເພື່ອໄປໂຮງຮຽນຈຶ່ງສາມາດເຂົ້າໃຈບົດຮຽນໄດ້. ນາຍຄູ ບິ່ງ ແບ່ງປັນວ່າ:

        “ກ່ອນທີ່ມາຮຽນ, ພວກນ້ອງນ້ອຍຍັງບໍ່ຮູ້ອ່ານ ບໍ່ຮູ້ຂຽນ, ແຕ່ຜ່ານໄລຍະການຮ່ຳຮຽນດັ່ງກ່າວ ແມ່ນສາມາດເຮັດບົດເລກຍາກ ແລະ ຮູ້ອ່ານຮູ້ຂຽນໜັງສື, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ, ດີໃຈທີ່ສຸດແມ່ນເວລາທີ່ພວກຫຼານມີຜົນການຮຽນທີ່ດີ, ມີຫຼານນ້ອຍຫຼາຍຄົນໄດ້ຮັບໃບຍ້ອງຍໍ”.

ນາຍ​ຄູ​ເປັນ​ຄົນພິ​ການ​ແຕ່​ຍາມ​ໃດ​ກໍ່ ສຸດ​ຈິດ​ສຸດ​ໃຈເພື່ອ​ເດັກ​ນ້ອຍ​ທຸກ​ຍາກ​ - ảnh 2 ຫ້ອງຮຽນຂອງ ອາຈານ ບິ່ງ

        ເຖິງວ່າປະສົບກັບຄວາມຫຍຸ້ງຍາກໃນການໄປມາ, ສຸຂະພາບບໍ່ເປັນປົກກະຕິກໍຕາມ, ແຕ່ໃນຫຼາຍປີຜ່ານມາ ຫ້ອງຮຽນຂອງນາຍຄູ ບິ່ງ ກໍບໍ່ມີມື້ໃດຢຸດສອນ, ມີບາງມື້ສອນນັກຮຽນເຖິງ 50 ຄົນ, ຕ້ອງໄດ້ແບ່ງເປັນຫຼາຍຊົ່ວໂມງສອນ. ເອື້ອຍ ບູ່ຍທິຮວາ ຢູ່ບ້ານ ອຽນ ພາລູກສາວມາຮຽນນຳນາຍຄູ ບິ່ງ ໄດ້ແບ່ງປັນວ່າ: “ລູກສາວຂອງຂ້າພະເຈົ້າກຳລັງຮຽນຢູ່ຊັ້ນ ປ.4, ກ່ອນທີ່ຈະມາຮຽນນຳນາຍຄູ ບິ່ງ ແມ່ນຮຽນອ່ອນຫຼາຍ. ແຕ່ເມື່ອຂ້າພະເຈົ້າຝາກໃຫ້ຮຽນນຳນາຍຄູ ບິ່ງ ແມ່ນຮຽນກ້າວໜ້າຂຶ້ນຫຼາຍກວ່າເກົ່າ. ປີກາຍ ລູກຂອງຂ້າພະເຈົ້າໄດ້ເປັນນັກຮຽນກ້າວໜ້າ. ນັບແຕ່ມາຮຽນນຳນາຍຄູ ບິ່ງ, ລູກຂອງຂ້າພະເຈົ້າ ກໍມັກຮັກໃນການຮຽນກວ່າເກົ່າ, ກັບເມືອເຮືອນກໍເຮັດວຽກຊ່ວຍພໍ່ແມ່ຫຼາຍກວ່າເກົ່າ”. ຢູ່ບ້ານຂອງຂ້າພະເຈົ້າ ຜູ້ໃດກໍຮັກແພງ ແລະ ຊ່ວຍເຫຼືອແບ່ງປັນຕໍ່ກັບສະພາບຂອງນາຍຄູ ບິ່ງ.10 ກວ່າປີທີ່ເປີດຫ້ອງສອນຫນັງສື, ນາຍຄູ ບິ່ງ ບໍ່ເຄີຍຮຽກຮ້ອງເງິນອຸດໜູນໃດໆໝົດຈາກຜູ້ປົກຄອງນັກຮຽນ. ຍ້ອນຮູ້ສະພາບຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນ, ສະນັ້ນ ຜູ້ໃດພາລູກຫຼານມາຮຽນ ນາຍຄູ ບິ່ງ ກໍໃຫ້ການຕ້ອນຮັບດ້ວຍຄວາມເຕັມໃຈໝົດທຸກຄົນ. ນາຍຄູ ບິ່ງ ເລົ່າສູ່ຟັງວ່າ: ຄອບຄົວໃດອ່າວມີແດ່ ແມ່ນບາງເດືອນກໍເອົາໃຫ້ 50.000  ຫຼື 80.000 ດົົ່ງ ຖືວ່າແມ່ນເງິນຄ່ານ້ຳ ຄ່າໄຟໃຫ້ພວກລູກຫຼານ. ຄອບຄົວໃດທຸກຍາກ ກໍເອົາໝາກມັນ, ເຂົ້າສານ, ຜັກ ແນວລະເລັກລະໜ້ອຍມາໃຫ້ ແຕ່ຂ້າພະເຈົ້າບໍ່ເຄີຍຮຽກຮ້ອງຫຍັງທັງໝົດ. ນາຍຄູ ບິ່ງ ແບ່ງປັນວ່າ:

        “ຂ້າພະເຈົ້າອອກເຫື່ອເທແຮງສິດສອນໃຫ້ພວກຫຼານ ກໍແມ່ນຄວາມພາກພູມໃຈ, ຂ້າພະເຈົ້າເປັນລ່ອຍຄືແນວນີ້ ມີແຕ່ນັ່ງຢູ່ລ້າ ກໍມືດມົວເສົ້າໜອງ. ນັ່ງສອນໜັງສື ແລະ ມີພວກຫຼານນັ້ນ, ຂ້າພະເຈົ້າເຫັນວ່າ ສະບາຍຈິດໃຈກວ່າ. ສ່ວນດ້ານລາຍຈ່າຍກັບຈຳນວນເງິນອຸດໜູນຄົນພິການແຕ່ລະເດືອນ ແມ່ນມີເທົ່າໃດ ກໍໃຊ້ຈ່າຍເທົ່ານັ້ນ”.

        ຢູ່ຫ້ອງນ້ອຍໆຂອງເຮືອນນາຍຄູ ບິ່ງ ເຕັມໄປດ້ວຍປຶ້ມຂຽນ ຕຳລາຮຽນຂອງນັກຮຽນ. ມີລໍ້ເຂັນ 3 ຄັນ, ຄັນໜຶ່ງ ນາຍຄູ ບິ່ງ ກຳລັງໃຊ້, ສ່ວນອີກ 2 ຄັນແມ່ນຍັງໃໝ່ຢູ່. ນາຍຄູ ບິ່ງ ເວົ້າວ່າ ນັ້ນແມ່ນລໍ້ຂອງບັນດາອົງການຈັດຕັ້ງບໍລິຈາກມອບໃຫ້. ຂ່າວຄາວຊ່າລືໄປໄກ, ມີຫຼາຍອົງການ, ພາກສ່ວນ, ສ່ວນບຸກຄົນຫຼາຍທ່ານທີ່ໄດ້ຮູ້ຂ່າວ ກໍມາລະດົມກຳລັງໃຈ, ແບ່ງປັນ, ຊ່ວຍເຫຼືອນາຍຄູ ຜູ້ທີ່ເຕັມໄປດ້ວຍຈິດໃຈເມດຕາກະລຸນນານີ້.

ຕອບກັບ