ນັກສິລະປະການປະຊາຊົນ ຫງວຽນງອກຈ້ອງ - ຜູ້ທີ່ມີສີມືດີ ໃນການປະກອບອາຊີບແກະຄວັດສະຫຼັກ ຝັງໂລຫະ

Ngoc Anh
Chia sẻ
(VOVWORLD) -ເມື່ອເວົ້າເຖິງອາຊີບແກະຄວັດສະຫຼັກ, ຝັງໂລຫະ ແມ່ນຕ້ອງເວົ້າເຖິງນັກສິລະປະການປະຊາຊົນ ຫງວຽນງອກຈ້ອງ. ທ່ານແມ່ນໜຶ່ງໃນຈຳນວນນັກສິລະປະການສີ່ຄົນທີ່ມີຄຸນງາມຄວາມດີໃນການກໍ່ຕັ້ງ ແລະ ຟື້ນຟູອາຊີບນີ້ ແລະ ໄດ້ຮັບການເຊີດຊູຈາກວົງການນາຍຊ່າງວ່າ ເປັນນາຍຊ່າງແກະຄວັດສະຫຼັກຝັງໂລຫະພຽງໜຶ່ງດຽວຢູ່ດິນແດນ ຮ່າໂນ້ຍ
ນັກສິລະປະການປະຊາຊົນ ຫງວຽນງອກຈ້ອງ - ຜູ້ທີ່ມີສີມືດີ ໃນການປະກອບອາຊີບແກະຄວັດສະຫຼັກ ຝັງໂລຫະ - ảnh 1 ນັກສິລະປະການ ຫງວຽນງອກຈ້ອງ ກັບຜະລິດຕະພັນຄ້ອງບ້າງ

ແກະຄວັດສະຫຼັກຝັງໂລຫະແມ່ນປະເພດສິລະປະ ປະສົມປະສານລະຫວ່າງໂລຫະຊະນິດຕ່າງໆເຊັ່ນ ຄຳ, ເງິນໃນເຄື່ອງໃຊ້ທີ່ເຮັດດ້ວຍທອງ. ຜະລິດຕະພັນແຕ່ລະຢ່າງ ກໍ່ຕ້ອງການມີຄວາມລະອຽດລະອໍ ເຮັດຕາມຂັ້ນຕອນ ໂດຍຖືກແຕ້ມເປັນຕົວຢ່າງຜະລິດຕະພັນຫຼໍ່ທອງ, ເຈາະເລິກໃສ່ຕົວຢ່າງນັ້ນ, ຕໍ່ຈາກນັ້ນ, ກໍ່ແມ່ນຝັງຄຳ, ເງິນ, ໂລຫະປະເສີດຕ່າງໆໃສ່ຕົວຢ່າງ, ແກະຄວັດສະຫຼັກຝັງໂລຫະກໍ່ຕ້ອງເສຍເວລາຫຼາຍ ພ້ອມທັງສຸມຈິດສຸມໃຈ ແລະ ໃຊ້ເວລາເປັນເດືອນ, ຍິ່ງກວ່ານັ້ນກໍ່ຮອດສອງສາມປີ ຈຶ່ງຈະເຮັດສຳເລັດຜະລິດຕະພັນໜຶ່ງ. ນັກສິລະປະການປະຊາຊົນ ຫງວຽນງອກຈ້ອງ ເກີດປີ 1938, ໃນວົງຕະກຸນ ຫງວຽນງອກ, ບ້ານເກີດແມ່ນຢູ່ ດ້າຍບ້າຍ ເມືອງ ຢາບິ່ງ  ແຂວງ ບັກນິງ  ເຊິ່ງແມ່ນແຫ່ງທີ່ປະກອບອາຊີບ ແກະຄວັດສະຫຼັກຝັງໂລຫະທີ່ມີມາແຕ່ດົນນານຄືກວ່າ 1.000 ປີ. ວົງຕະກຸນ ຫງວຽນງອກ ເຄີຍຖືກລາດຊະວົງ ຫງວຽນ ຢູ່ກຸງເກົ່າ ເຫວ້ ສັ່ງເຮັດບັນດາຜະລິດຕະພັນທີ່ລະອຽດອ່ອນໃນລາດຊະວັງ. ຫງວຽນງອກຈ້ອງ ຄາວຍັງນ້ອຍກໍ່ໄດ້ໄປຕາມຄອບຄົວ ຍົກຍ້າຍມາຕັ້ງຖິ່ນຖານຢູ່ ຮ່າໂນ້ຍ ແລະ ປະກອບອາຊີບຢູ່ຖະໜົນ ຫ່າງດົ່ງ. ນັກສິລະປະການ ຫງວຽນງອກຈ້ອງ ເລົ່າຄືນສູ່ຟັງວ່າ:

 “ຂ້າພະເຈົ້າໄດ້ໄປຕາມຄອບຄົວຍົກຍ້າຍໄປຢູ່ ຮ່າໂນ້ຍ ແລະ ໄດ້ປະກອບອາຊີບນີ້ນັບແຕ່ປີ 1950 ເມື່ອສັນຕິພາບໄດ້ກັບຕ່າວຄືນມາ, ຂ້າພະເຈົ້າກໍ່ໄດ້ເຮັດວຽກຢູ່ໂຮງຈັກຜະລິດຕົວຢ່າງ ຢູ່ບໍລິສັດຂາອອກ - ຂາເຂົ້າເຄື່ອງສິລະປະຫັດຖະກຳ ອາເຕັກສະປອດ ຂອງກະຊວງການຄ້າຕ່າງປະເທດ ເຊິ່ງແມ່ນບ່ອນເຄີຍຜະລິດແຕ່ສິນຄ້າສົ່ງອອກ. ນັບແຕ່ນັ້ນ, ຂ້າພະເຈົ້າກໍ່ໄດ້ສຳພັດກັບວົງການນັກຈິດຕະກອນຫຼາຍຄົນ. ຂ້າພະເຈົ້າກໍ່ເຄື່ອນໄຫວໃນສະມາຄົມ ນັກສິລະປະການ ນາຍຊ່າງຜູ້ທີ່ມີສີມືດີ ນະຄອນຮ່າໂນ້ຍ. ກໍ່ເຄີຍໄດ້ພົບປະແລກປ່ຽນກັບນັກສິລະປະການຕ່າງປະເທດຄື ໄທ, ມຽນມາ, ຝະລັ່ງ… ດັ່ງນັ້ນກໍ່ໄດ້ຮຽນຮູ້ໄດ້ຫຼາຍສິ່ງຫຼາຍຢ່າງ”

      ບັນດາຜະລິດຕະພັນ, ຮູບແບບສິນຄ້າຂອງນັກສິລະປະການ ຫງວຽດງອກຈ້ອງ ຍາມໃດກໍ່ຖືກວາງສະແດງຢູ່ຕາມງານຕະຫຼາດນັດ ການວາງສະແດງຂະແໜງ ເຄື່ອງສິລະປະຫັດຖະກຳທັງຢູ່ພາຍໃນ ແລະ ຕ່າງປະເທດ. ຜະລິດຕະພັນແກະຄວັດສະຫຼັກຝັງໂລຫະຂອງທ່ານ ກໍ່ໄດ້ຮັບຄວາມຊົມຊອບຈາກລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດຍ້ອນຄວາມງາມແບບຫຼູຫຼາ, ລວດລາຍແກະຄວັດສະຫຼັກທີ່ລະອຽດອ່ອນ. ຜະລິດຕະພັນແຕ່ລະຢ່າງບໍ່ພຽງແຕ່ສະແດງໃຫ້ເຫັນສີມືອັນຄ່ອງແຄ້ວ ຂອງນາຍຊ່າງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນສິ່ງທີ່ຍອດຍິ່ງ ສີສັນວັດທະນະທຳຂອງຊາດອີກດ້ວຍ. ເພາະສະນັ້ນເມື່ອບັນດາການນຳຂັ້ນສູງຂອງ ຫວຽດນາມ ໄປປະຕິບັດງານຢູ່ຕ່າງປະເທດ ຫຼື ມີການຕ້ອນຮັບປະມຸກລັດ, ຄະນະຜູ້ແທນສາກົນມາຢ້ຽມຢາມນັ້ນ, ກະຊວງການຕ່າງປະເທດ ຫວຽດນາມ ກໍ່ເຄີຍສັ່ງເຮັດເຄື່ອງທີ່ລະນຶກ, ຂອງຂວັນນຳທ່ານ. ນັກສິລະປະການປະຊາຊົນ ຫງວຽນງອກຈ້ອງ ໃຫ້ຮູ້ວ່າ:

    “ຂ້າພະເຈົ້າຈື່ດີວ່າຄາວທີ່ກະສັດກຳປູເຈຍ ສີຫານຸ ມາຢ້ຽມຢາມ ຫວຽດນາມ, ຂ້າພະເຈົ້າໄດ້ແກະຄວັດສະຫຼັກຮູບພາບໜອງ ໂຮ່ເກືອມ ດ້ວຍທອງເພື່ອໃຫ້ລັດມອບໃຫ້ພະອົງເປັນຂອງຂວັນ. ໃນມໍ່ໆມານີ້, ຂ້າພະເຈົ້າໄດ້ຕິດຕາມຄະນະຜູ້ແທນ ນະຄອນຮ່າໂນ້ຍ ໄປຢ້ຽມຢາມນະຄອນ ຕູລູ ຂອງຝະລັ່ງ. ຜະລິດຕະພັນຂອງຂ້າພະເຈົ້າ ທີ່ນຳໄປຍັງຝະລັ່ງເພື່ອໃຫ້ ນະຄອນໂຮ່ຈີມິນ ໃຊ້ເປັນຂອງຂວັນນັ້ນ, ແມ່ນຂັນ 1.000 ປີແຫ່ງທັງລອງ-ຮ່າໂນ້ຍ, ຮູບພາບເຈົ້າຊີວິດ ຫຼີກົງອ໋ວນ ຍ້າຍນະຄອນຫຼວງ, ເລື່ອງເລົ່າຂານປາກຕໍ່ປາກກ່ຽວກັບໜອງ ໂຮ່ເກືອມ… ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກໍ່ໄດ້ສັ່ງເຮັດຄ້ອງບ້າງນຳຂ້າພະເຈົ້າ ເພື່ອມອບໃຫ້ຫໍພິພິທະພັນແຫ່ງຊາດ ກູບາ”.

     ປີ 2010 ເນື່ອງໃນໂອກາດສະເຫຼີມສະຫຼອງເຫດການ 1.000 ປີ ແຫ່ງທັງລອງ ຮ່າໂນ້ຍ, ຫງວຽນງອກຈ້ອງ ກໍ່ໄດ້ປະດິດຄິດສ້າງຜະລິດຕະພັນ “ຈົດໝາຍສົ່ງໃຫ້ຄົນລຸ້ນຫຼັງ” ທີ່ພວມຖືກເກັບຮັກສາຢູ່ສູນເກັບຮັກສາແຫ່ງຊາດ ແລະ  ຈະຖືກເປີດຮັບໃຊ້ຜູ້ອ່ານໃນ 100 ປີອີກ ໝາຍຄວາມວ່າໃນປີ 2110. ຜະລິດຕະພັນໄດ້ແກະຄວັດສະຫຼັກຮູບ ເຄວວັນກາກ  ແລະ ມັງກອນເຝົ້າພະຈັນໃນສະໄໝລາດຊະວົງ ຫຼີ, ຢູ່ທາງໃນກໍ່ມີ 1.000 ຕົວໜັງສືດ້ວຍເນື້ອໃນ ທີ່ເວົ້າເຖິງຄວາມເອກອ້າງທະນົງໃຈ 1.000 ປີແຫ່ງທັງລອງ ຮ່າໂນ້ຍ, ເພື່ອສຶກສາອົບຮົມລູກຫຼານລຸ້ນຕໍ່ໄປ ກ່ຽວກັບມູນເຊື້ອກໍ່ສ້າງນະຄອນຫຼວງ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງ. ນັກສິລະປະການປະຊາຊົນ ຫງວຽນງອກຈ້ອງ ກ່າວວ່າ:

    “ເມື່ອຂ້າພະເຈົ້າເຮັດວຽກໃນສຳນັກງານຂອງລັດ, ຂ້າພະເຈົ້າໄດ້ສ້າງຕັ້ງວິສາຫະກິດ ແກະຄວັດສະຫຼັກເງິນ ຮ່າໂນ້ຍ, ເຂົ້າຮ່ວມຊຸດບຳລຸງກໍ່ສ້າງວິຊາຊີບສອງຊຸດຂອງລັດ. ເມື່ອພັກບຳນານ, ຂ້າພະເຈົ້າໄດ້ໃຫ້ສ້າງຕັ້ງໂຮງຈັກຜະລິດຢູ່ໃນຄອບຄົວ ເພື່ອສອນລູກຫຼານຮັກສາອາຊີບນີ້. ບັນດາວິສາຫະກິດ, ຫົວໜ່ວຍ ແລະ ບາງແຫ່ງອື່ນກໍ່ຍັງໄດ້ແຕ່ງຕັ້ງນາຍຊ່າງມາຮຽນນຳຂ້າພະເຈົ້າ. ຂ້າພະເຈົ້າຍາມໃດກໍ່ພ້ອມແລ້ວ ໃຫ້ການແນະນຳຖ່າຍຖອດວິຊາຊີບໃຫ້ແກ່ພວກຫຼານ”.

    ນັກສິລະປະການ ຫງວຽນງອກຈ້ອງ ມີຄວາມເປັນກຽດໄດ້ຮັບຫຼຽນການັບ 10 ຫຼຽນ ແລະ ບັນດາໃບຍ້ອງຍໍລັດຖະບານ ຫວຽດນາມ ແລະ ອົງການຈັດຕັ້ງສາກົນ. ທ່ານໄດ້ຮັບນາມມະຍົດ ພົນລະເມືອງດີເດັ່ນນະຄອນຫຼວງປີ 2014 ຈາກນະຄອນຮ່າໂນ້ຍ, ທ່ານຍັງໄດ້ຮັບນາມມະຍົດສີມືດີ ໃນງານປະກວດຜະລິດຕະພັນສິລະປະກຳຫຼາຍຄັ້ງ.

ຕອບກັບ