ນັກສິລະປະການ ຮວ່າງຮວ໊າ ສຸມຈິດສຸມໃຈກັບວັດທະນະທຳເຜົ່າໄຕ່,ນຸ່ງ

To Tuan
Chia sẻ
(VOVWORLD) -ນັກສິລະປະການ ຮວ່າງຮ໊ວາ ແມ່ນຜູ້ທຳອິດໃນແຂວງ ບັກກ້ານ ໄດ້ຮັບນາມມະຍົດນັກສິລະປະການປະຊາຊົນ. ທ່ານໄດ້ມີກິດຈະກຳຄົ້ນຄວ້ານັບຮ້ອຍກິດຈະກຳ ແລະ ບົດຂຽນນັບຮ້ອຍບົດກ່ຽວກັບວັດທະນະທຳ, ການເຫຼື້ອມໃສຂອງບັນດາຊົນເຜົ່າ ໄຕ່, ນຸ່ງ. ເຖິງວ່າອາຍຸໄດ້ສູງແລ້ວກໍ່ຕາມ, ແຕ່ທ່ານກໍ່ຍັງຫ້າວຫັນປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍວັດທະນະທຳພື້ນເມືອງ ໂດຍປູ່ຍ່າຕາຍາຍປະໄວ້ໃຫ້
ນັກສິລະປະການ ຮວ່າງຮວ໊າ ສຸມຈິດສຸມໃຈກັບວັດທະນະທຳເຜົ່າໄຕ່,ນຸ່ງ  - ảnh 1 ນັກສິລະປະການ ປະຊາຊົນ ຮວ່າງຮວ໊າ

ເຮືອນຫຼັງນ້ອຍຂອງນັກສິລະປະການ ປະຊາຊົນ ຮວ່າງຮວ໊າ ຖືກຕັ້ງຢູ່ໃນຮ່ອມນ້ອຍໆໃນເທດສະບານ ຝູທົງ ເມືອງ ແບັກທົງ ແຂວງ ບັກກ້ານ. ດ້ວຍອາຍຸ 89 ປີແລ້ວກໍ່ຕາມ, ແຕ່ທ່ານຍັງຄົງສະຫຼາດສ່ອງໃສ ແລະ ແຂງແຮງຢູ່. ໂດຍແມ່ນລູກຮັກຫຼານແພງຂອງເຜົ່າໄຕ່, ໄດ້ກຳເນີດຂຶ້ນຢູ່ເຂດພູຜາປ່າໄມ້ ຫວຽດບັກ ເບິ່ງຄືວ່າຄວາມຮັກຂອງທ່ານກັບວັດທະນະທຳເຜົ່າໄຕ່ນຸ່ງ ແມ່ນຍັງບໍ່ມີວັນຈະຢຸດເຊົາ. ທ່ານ ຮວ່າງຮວ໊າ ເວົ້າວ່າ:

  “ຊົນເຜົ່າໄຕ່, ນຸ່ງຂອງເຮົາແມ່ນມີຫຼາຍອັນພິເສດ, ມັນມີຄວາມອຸດົມສົມບູນ ແລະ ຫຼາຍຮູບຫຼາຍສີ. ດັ່ງນັ້ນຂ້າພະເຈົ້າພຽງແຕ່ລົງເລິກສອງຊົນເຜົ່າໄຕ່ ແລະ ນຸ່ງ ກໍ່ຮູ້ສຶກພໍໃຈແລ້ວ. ເມື່ອຂ້າພະເຈົ້າແປເອກະສານກ່ຽວກັບພິທີໄຫວ້ບູຊາ, ຂ້າພະເຈົ້າກໍ່ເຫັນມີຄວາມປະທັບໃຈທີ່ສຸດ, ສິ່ງນີ້ເຮົາຢາກແນະນຳກໍ່ດີທີ່ສຸດ. ບາງຄັ້ງບາງຄາວ, ຂ້າພະເຈົ້າແປກໍ່ຕ້ອງຫຼັ່ງນ້ຳຕາ. ຮູ້ສຶກມ່ວນທີ່ສຸດ ແລະ ເປັນເອກະລັກທີ່ສຸດ. ຂ້າພະເຈົ້າຫວັງຢາກແນະນຳກົກເຄົ້າເຫງົ້າກໍຂອງຕົນ, ຊົນເຜົ່າຕົນໃຫ້ແກ່ບັນດາເຜົ່າອື່ນໆຮັບຊາບ”.

   ນັກສິລະປະການປະຊາຊົນ ຮວ່າງຮວ໊າ ໄດ້ເລີ່ມເຮັດວຽກງານເກັບກຳ, ຄົ້ນຄວ້າວັດທະນະທຳພື້ນເມືອງເຜົ່າໄຕ່ນຸ່ງແຕ່ 60 ປີຄືນຫຼັງ, ຄາວນັ້ນທ່ານຍັງເປັນພະນັກງານຮັບຜິດຊອບຄະນະສິລະປະກອນແຂວງ ບັກກ້ານ. ຍິ່ງລົງເລິກໃນການເກັບກຳ, ຟື້ນຟູລາຍການຕ່າງໆ, ລະດັບຄວາມຮູ້ກ່ຽວກັບສິລະປະຂັບແທ່ນ, ສະລີ, ຂັບເລື້ອນ, ບັນດາບົດຟ້ອນ, ພິທີກຳຕ່າງໆຂອງຊາວເຜົ່າໄຕ່ - ນຸ່ງ, ທ່ານກໍ່ຍິ່ງມີຄວາມຮູ້ຢ່າງເລິກເຊິ່ງຫຼາຍຂຶ້ນ. ມາຮອດປັດຈຸບັນທ່ານໄດ້ມີເຖິງນັບສິບກິດຈະກຳຄົ້ນຄວ້າ, ແປພາສາກ່ຽວກັບວັດທະນະທຳ, ພິທີກຳ, ບັນດາທຳນອງເພງຂອງຊາວເຜົ່າໄຕ່ - ນຸ່ງ. ທ່ານຍັງປະພັນຫຼາຍບົດລະຄອນ, ແຕ່ງກາບກອນດ້ວຍພາສາເຜົ່າໄຕ່, ໃນນັ້ນມີບາງບົດລະຄອນໄດ້ຮັບລາງວັນຄຳ ທີ່ງານມະໂຫລານໂທລະພາບທົ່ວປະເທດ. ບັນດາກິດຈະກຳ, ບົດປະພັນຂອງທ່ານກໍ່ລ້ວນແຕ່ໂດຍແມ່ນທ່ານເອງ ໄດ້ທຸ່ມເຫື່ອເທແຮງຈາກເງິນເດືອນເລັກນ້ອຍຂອງຕົນ. ກິດຈະກຳຄົ້ນຄວ້າກ່ຽວກັບກາບກອນງານດອງທີ່ໄດ້ສຳເລັດໃນປີ 1990 ຂອງສະຕະວັດກ່ອນ ໂດຍທ່ານໄດ້ປະຕິບັດໃນຕະຫຼອດສອງປີ. ທ່ານກໍ່ຕ້ອງລົງໄປຮ່ວມງານດອງແຕ່ລະຄັ້ງ, ໄດ້ພົບກັບແຕ່ລະຄົນ ທີ່ຮ່ວມງານດອງເພື່ອຈົດກ່າຍ ແລະ ແຕ່ງກາບກອນແຕ່ລະວັກ ແຕ່ລະຕອນ. ມາຮອດປັດຈຸບັນ ທ່ານຍັງຄົງຖືວ່ານີ້ແມ່ນບົດປະພັນທີ່ດີທີ່ສຸດຂອງຕົນ. ນັກສິລະປະການ ຮວ່າງຮວ໊າ ເວົ້າຄວາມໃນໃຈສູ່ຟັງວ່າ:

  “ການປະດິດຄິດແຕ່ງບົດປະພັນ, ຂ້າພະເຈົ້າຖືວ່ານີ້ແມ່ນຊີວິດຂອງຂ້າພະເຈົ້າ, ເບິ່ງຄືວ່າບໍ່ອາດຂາດໄດ້. ປັດຈຸບັນມີຫຼາຍສິ່ງໄດ້ຖືກສູນຫາຍໄປແລ້ວ, ຖ້າຫາກເຮົາບໍ່ອະນຸລັກແມ່ນບໍ່ໄດ້, ບໍ່ປະໃຫ້ມັນຖືກສູນຫາຍໄປ, ຂ້າພະເຈົ້າຄິດແນວນັ້ນ, ດັ່ງນັ້ນບັນຫານີ້ກໍ່ຕ້ອງພະຍາຍາມປະຕິບັດ”.

ນັກກະວີ ເຢືອງເຄົາລວງ ປະທານສະມາຄົມສິລະປະວັນນະຄະດີແຂວງ ບັກກ້ານ ຖືວ່າ ບັນດາກິດຈະກຳຄົ້ນຄວ້າຂອງນັກສິລະປະການປະຊາຊົນ ຮວ່າງຮວ໊າ ແມ່ນມີຄຸນຄ່າອັນໃຫຍ່ຫຼວງ, ປະກອບສ່ວນເຂົ້າໃນຄັງສາງວັນນະຄະດີເຜົ່າໄຕ່ - ນຸ່ງໃນຂົງເຂດ. ນັກະວີ ເຢືອງເຄົາລວງ ເວົ້າວ່າ:

 “ພວກເຮົາໄດ້ຮູ້ນຳກັນແລ້ວວ່າ ສະພາບການປັດຈຸບັນ, ມູນເຊື້ອວັດທະນະທຳ ສີສັນວັດທະນະທຳຂອງເຜົ່າໄຕ່ - ນຸ່ງໄດ້ຖືກສູນຫາຍໄປຢ່າງເຫັນໄດ້ຊັດ, ດັ່ງນັ້ນ ວຽກງານຂອງນັກສິລະປະການ ຮວ່າງຮວ໊າ ນັ້ນ, ຂ້າພະເຈົ້າຄິດວ່າແມ່ນມີຄວາມໝາຍທີ່ສຸດໃນການເກັບຮັກສາ ແລະ ຖ່າຍທອດຄືນສີສັນວັດທະນະທຳຂອງຊົນເຜົ່າ, ພ້ອມກັນນັ້ນກໍ່ຍັງມີຄວາມໝາຍສຶກສາອົບຮົບ, ສ້າງຄວາມຮັກ, ສະຕິຄວາມຮັບຜິດຊອບ ໃນການຮັກສາສີສັນວັດທະນະທຳພື້ນເມືອງ ຂອງຊົນເຜົ່າໃຫ້ແກ່ລຸ້ນໜຸ່ມ”.

    ເມື່ອບໍ່ດົນມານີ້, ນັກສິລະປະການ ຮວ່າງຮວ໊າ  ມີຄວາມເປັນກຽດໄດ້ຮັບນາມມະຍົດນັກສິລະປະການປະຊາຊົນ ເຊິ່ງແມ່ນລາງວັນອັນສູງສົ່ງຂອງລັດເຊິ່ງໄດ້ຈົດຈຳບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານເຂົ້າໃນພື້ນຖານວັດທະນະທຳບັນດາເຜົ່າ, ປະກອບສ່ວນອະນຸລັກຮັກສາ ສີສັນວັດທະນະທຳຊົນເຜົ່າໄຕ່ - ນຸ່ງຢູ່ເຂດພູສູງຫວຽດບັກ.

ຕອບກັບ