ທ່ານ ຮວິ່ງວັນແດດ ຊາວກະສິກອນຕົວແບບໃນແຂວງ ເບນແຈ

Thu Hoa
Chia sẻ
(VOVWORLD) -ດ້ວຍຄວາມດຸໝັ່ນຂະຫຍັນພຽນ ປະຢັດມັດທະຍັດ ຜ່ານຜ່າຄວາມຫຍຸ້ງຍາກ, ພະຍາຍາມອອກແຮງງານ ເພື່ອສ້າງຊີວິດໃຫ້ອີ່ມໜຳສຳລານ ແລະ ຜາສຸກ ພ້ອມທັງເບິ່ງແຍງຊ່ວຍເຫຼືອຜູ້ທຸກຍາກ, ນີ້ກໍ່ແມ່ນຄຸນທາດທີ່ດີເດັ່ນຂອງທ່ານ ຮວິ່ງວັນແດດ ອາຍຸ 57 ປີ  ຢູ່ບ້ານ ຝູເລິ້ຍເທື້ອງ, ຕາແສງ ອານດິ້ງ, ເມືອງ ໝໍ໋ເກິຍນາມ, ແຂວງ ເບນແຈ. ທ່ານ ແດດ ໄດ້ຮັບການເຊີດຊູແມ່ນຕົວແບບທີ່ດີເດັ່ນ ຂອງທ້ອງຖິ່ນໃນການປະຕິບັດບັ້ນຂົນຂວາຍຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ
ທ່ານ ຮວິ່ງວັນແດດ ຊາວກະສິກອນຕົວແບບໃນແຂວງ ເບນແຈ - ảnh 1ທ່ານແດດໃຫ້ງົວກິນ 

ທ່ານ ຟານວັນເອິນ ກໍ່ເຊັ່ນດຽວກັນກັບຊາວກະສິກອນອື່ນໆອີກຈຳນວນໜຶ່ງໃນຕາແສງ ອານດິ້ງ, ແຕ່ດົນນານມາແລ້ວກໍ່ມີຄວາມພາກພູມໃຈ ເພາະວ່າໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ຊີວິດການເປັນຢູ່ກໍ່ໄດ້ຮັບການປົວແປງດີຂຶ້ນ ຍ້ອນການຢືມງົວນ້ອຍມາລ້ຽງນຳທ່ານ ຮວິ່ງວັນແດດ. ກວ່າ 15 ປີທີ່ຜ່ານຜ່າມາ, ທ່ານ ແດດ ກໍ່ໄດ້ຊ່ວຍເຫຼືອບັນດາຄອບຄົວທີ່ທຸກຍາກ, ໃຫ້ເຂົາເຈົ້າຢືມງົວນ້ອຍໄປລ້ຽງ ແລະ ໃຫ້ຄຳປຶກສາ, ແນະນຳດ້ານເຕັກນິກໃຫ້ແກ່ຊາວກະສິກອນລ້ຽງງົວໃຫ້ບັນລຸປະສິດທິຜົນ. ທ່ານ ຟານວັນເອິນໃຫ້ຮູ້ວ່າ:

     “ນັບແຕ່ມື້ໄດ້ຢືມງົວມາລ້ຽງມາຮອດປັດຈຸບັນຝຸງງົວ ກໍ່ໄດ້ຂະຫຍາຍຕົວດີ. ໂດຍໄດ້ຮັບການແນະນຳທາງດ້ານເຕັກນິກຈາກທ່ານ ແດດ, ຂ້າພະເຈົ້າເຫັນວ່າການລ້ຽງງົວກໍ່ມີລາຍຮັບປົກກະຕິ, ງົວກໍ່ບໍ່ຖືກຕິດໂລກພະຍາດ. ສະມາຊິກສະມາຄົມຊາວກະສິກອນທີ່ທຸກຍາກກໍ່ໄດ້ຢືມງົວມາລ້ຽງ ຈົນຮອດງົວໃຫຍ່ສາມາດຂາຍໄດ້ເງິນ. ທຶນຮອນກໍ່ໄດ້ຖືກສະສົມມາຈາກການທຳມາຫາກິນດ້ວຍຫຼາຍວິທີ, ດັ່ງນັ້ນກໍ່ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້”.

      ເມື່ອກ່ອນນີ້ຄອບຄົວຂອງທ່ານ ຮວິ່ງວັນແດດ ກໍ່ມີຊີວິດທີ່ປະສົບກັບຄວາມຫຍຸ້ງຍາກ, ເນື້ອທີ່ດິນທຳການຜະລິດກໍ່ໜ້ອຍທີ່ສຸດ. ປີ 1980, ສອງຜົວເມຍທ່ານ ຊື້ໄດ້ງົວໂຕໜຶ່ງເພື່ອເລີ່ມຕົ້ນທຸລະກິດ. ພາຍຫຼັງຫຼາຍປີທ່ານກໍ່ໄດ້ຂະຫຍາຍງົວເປັນຝຸງໜຶ່ງ ປະກອບດ້ວຍ 20 ໂຕ. ເມື່ອສະສົມໄດ້ແຫຼ່ງທຶນຫຼາຍພໍສົມຄວນ, ທ່ານ ແດດ ກໍ່ໄດ້ໄປຫຼາຍບ່ອນເພື່ອເລືອກຊື້ງົວມາລ້ຽງ ແລ້ວກໍ່ຂາຍໄດ້ເງິນ. ຍ້ອນມີປະສົບການ, ເຕັກນິກໃນການລ້ຽງສັດ, ດັ່ງນັ້ນຝຸງງົວຂອງຄອບຄົວທ່ານກໍ່ໄດ້ຂະຫຍາຍດີ. ຈາກບ່ອນມີເນື້ອທີ່ດິນໜຶ່ງໄລ່ເທົ່ານັ້ນ ມາຮອດປັດຈຸບັນທ່ານ ແດດ ກໍ່ໄດ້ມີເນື້ອທີ່ດິນ 1,4 ເຮັກຕາ ເພື່ອປູກຫຍ້າເພື່ອລ້ຽງງົວ ເຊິ່ງມີລາຍຮັບນັບ 100 ລ້ານດົ່ງຕໍ່ປີ.  ປັດຈຸບັນທ່ານ ແດດ ກໍ່ໄດ້ຊ່ວຍຄອບຄົວທີ່ທຸກຍາກນັບ 100 ຄອບຄົວ ທັງຢູ່ພາຍໃນ ແລະ ຕ່າງເມືອງ ແລະ ໄດ້ມີງົວກວ່າ 1.000 ໂຕເພື່ອລ້ຽງ. ມາຮອດປັດຈຸບັນຄອບຄົວຢືມງົວມາລ້ຽງທັງໝົດ ກໍ່ລ້ວນແຕ່ໄດ້ຮັບໝາກຜົນດີ ເພາະວ່າມູນຄ່າງົວນ້ອຍແມ່ນປະມານ  10 ລ້ານດົ່ງຕໍ່ໂຕ, ພາຍຫຼັງລ້ຽງມາເປັນເວລາສອງປີ, ກໍ່ສາມາດຂາຍງົວໃຫຍ່ໄດ້ 40 ຫາ 50 ລ້ານດົ່ງ. ທ່ານ ຮວິ່ງວັນແດດ ໃຫ້ຮູ້ວ່າ:

     “ໂດຍເລີ່ມມາຈາກຄອບຄົວທີ່ທຸກຍາກ, ເວລານັ້ນ, ຄອບຄົວຂອງຂ້າພະເຈົ້າກໍ່ຕ້ອງກູ້ຢືມເງິນ ດ້ວຍຄ່າດອກເບ້ຍສູງ. ເວົ້າລວມແລ້ວ ປັດຈຸບັນ ສອງຜົວເມຍຂ້າພະເຈົ້າກໍ່ໄດ້ສູ້ຊົນ ທຳມາຫາກິນ, ສ້າງເສດຖະກິດຄອບຄົວເປັນປົກກະຕິ, ເຮົາກໍ່ຍັງຈື່ດີເມື່ອກ່ອນນີ້ຊີວິດກໍ່ລຳບາກ, ແຕ່ສອງຜົວເມຍກໍ່ໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອພໍ່ແມ່ພີ່ນ້ອງ ເພື່ອໃຫ້ເຂົາເຈົ້າປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນ”.

      ພ້ອມກັບນາມມະຍົດຊາວກະສິກອນຜະລິດເດກັ່ງ 5 ປີລຽນຕິດ ເຊິ່ງແຂວງ ເບນແຈ ໄດ້ມອບໃຫ້, ທ່ານ ຮວິ່ງວັນແດດ ຍັງແມ່ນແບບຢ່າງດີເດັ່ນ ຜ່ານສອງປີແຫ່ງການປະຕິບັດຄຳສັ່ງ ເລກທີ 05 ຂອງກົມການເມືອງ ກ່ຽວກັບຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ຢູ່ບ່ອນທີ່ທ່ານພັກອາໄສນັ້ນ, ທ່ານໄດ້ນຳໜ້າໃນບັນດາບັ້ນຂົນຂວາຍ, ແຜ່ບໍລິຈາກເງິນເພື່ອກໍ່ສ້າງເຮືອນແຫ່ງສາຍຈິດສາຍໃຈ, ການກໍ່ສ້າງຂົວທາງໃນເຂດຊົນນະບົນ. ທ່ານ ເຈິ່ນເຖຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນຕາແສງ ອານດິ້ງ ໃຫ້ຮູ້ວ່າ:

     “ທ່ານ ຮວິ່ງວັນແດດ ແມ່ນແບບຢ່າງໃນບັ້ນຂົນຂວາຍຮ່ຳຮຽນ ແລະ ເຮັດຕາມແນວຄິດຄຸນສົມບັດຂອງປະທານ ໂຮ່ຈີມິນ. ຢູ່ທ້ອງຖິ່ນ ທ່ານກໍ່ໄດ້ຊ່ວຍຊາວກະສິກອນຫຼາຍຄົນ ໃນບໍລິເວນຕາແສງທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍການໃຫ້ຢືມງົວນ້ອຍມາລ້ຽງ ເພື່ອໃຫ້ຊາວກະສິກອນເພີ່ມລາຍຮັບ. ນີ້ກໍ່ແມ່ນຮູບແບບທີ່ດີ, ທາງຄະນະກຳມະການປະຊາຊົນ ແລະ ສະມາຄົມຊາວກະສິກອນຕາແສງ ກໍ່ພະຍາຍາມທະວີຄູນ ໃຫ້ແກ່ຊາວກະສິກອນໃນບໍລິເວນຕາແສງ ເພື່ອສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ”.

    ການຜ່ານຜ່າຄວາມທຸກຍາກ ເພື່ອສ້າງຄວາມຮັ່ງມີ ແລະ ຕັ້ງໜ້າຊ່ວຍເຫຼືອຊາວກະສິກອນຜູ້ອື່ນໆ ເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກຂອງທ່ານ ແດດ ກໍ່ແມ່ນການກະທຳທີ່ມີຄວາມໝາຍອັນສູງສົ່ງ, ມີລັກສະນະວັດທະນະທຳມະນຸດ. ທ່ານ ຮວິ່ງວັນແດດ ໄດ້ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ດ້ວຍບັນດາວຽກງານ, ການກະທຳລະອຽດ, ທ່ານສົມເປັນຊາວກະສິກອນຕົວແບບດີເດັ່ນ ຂອງແຂວງ ເບນແຈ ວິລະຊົນ.

ຕອບກັບ