​ທ່ານ ຫຼີ​ ກວ່ນ, ເສດ​ຖີ​ເງິນ​ຕື້ ​ຊາວ​ເຜົ່າຂະ​ແມ ທຳ​ການ​ຜະ​ລິດ​ເກັ່ງ

To Tuan
Chia sẻ
(VOVWORLD) -ດຸໝັ່ນຂະຫຍັນພຽນ, ອົດທົນໃນການອອກແຮງງານ, ປະຢັດໃນການໃຊ້ຈ່າຍ, ກ້າກັ່ນໃນການນຳໃຊ້ຄວາມກ້າວໜ້າຂອງວິທະຍາສາດເຕັກນິກເຂົ້າໃນການຜະລິດ, ອັນໄດ້ຊ່ວຍໃຫ້ຊີວິດການເປັນຢູ່ຂອງທ່ານ ຫຼີກວ່ນ ຢູ່ບ້ານ ໄດໂຊ, ຕາແສງ ແທ້ງກວ່ນ, ເມືອງ ໝີ໊ຊວຽນ, ແຂວງ ຊ໋ອກຈັງ ສ້າງຄວາມຮັ່ງມີແລະ ບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານແມ່ນແບບຢ່າງຊາວກະສິກອນທຳການຜະລິດເກັ່ງໃນຫຼາຍປີຢ່າງລຽນຕິດ ດ້ວຍລາຍຮັບໃນແຕ່ລະປີແມ່ນກວ່າຕື້ດົ່ງ.

ຢູ່ຕາແສງ ແທ້ງກວ່ຍ, ເມືອງ ໝີ໊ຊວຽນ, ແຂວງ ຊ໋ອກຈັງ ໃຜໆກໍຮູ້ຈັກຄອບຄົວທ່ານ ຫຼີກວ່ນ, ຊາວກະສິກອນຊົນເຜົ່າ ຂະແມ ທີ່ທຳການຜະລິດເກັ່ງ. ທ່ານ ຫຼີກວ່ນບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ ຫາກຍັງແບ່ງປັນບັນດາບົດຮຽນ, ຊ່ວຍເຫຼືອຄອບຄົວຊາວກະສິກອນໃນຕາແສງຫຼາຍຄອບຄົວບືນຕົວຂຶ້ນສ້າງຄວາມຮັ່ງມີ. ໃນການໂອ້ລົມກັບນັກຂ່າວ VOV, ທ່ານ ຫຼີກວ່ນ ແບ່ງປັນວ່າ: ຖ້າຫາກມີດິນຫຼາຍ, ແຕ່ທຳການຜະລິດຕາມຮູບແບບດັ້ງເດີມ ແມ່ນຜົນກຳໄລບໍ່ສູງ, ມີຄວາມສ່ຽງຫຼາຍຢ່າງ. ຍ້ອນແນວນັ້ນ, ເມື່ອມີເວລາວ່າງ ທ່ານ ຫຼີກວ່ນ ຈະຍາດເວລາໄປຊອກຮູ້, ຄົ້ນຄວ້າ, ຮ່ຳຮຽນເອົາບັນດາເຕັກນິກກ່ຽວກັບການປູກເຂົ້າ ຜ່ານໜັງສືພິມ, ວິທະຍຸ ແລະ ບັນດາການເຝິກອົບຮົມໂດຍກົງກ່ຽວກັບລາຍການ, ເຕັກນິກການປູກຝັງ. ໂດຍແບ່ງປັນກ່ຽວກັບວິວັດການສູ້ຊົນຂອງສອງຜົວເມຍ ເພື່ອໃຫ້ມີເຮືອນຊານບ້ານຊ່ອງ ແລະ ສະພາບທີ່ໝັ້ນຄົງຄືໃນປັດຈຸບັນນັ້ນ, ທ່ານ ຫຼີກວ່ນ ໃຫ້ຮູ້ວ່າ: ປີ 1991, ທ່ານສ້າງຄອບຄົວ ເຊິ່ງພໍ່ແມ່ທັງສອງຝ່າຍຈັດສັນເນື້ອທີ່ດິນນາກວ່າ 1 ໄລ່, ດິນສວນເກືອບເຄິ່ງໄລ່ ແລະ ທຶນຮອນໜ້ອຍໜຶ່ງ ເພື່ອໃຫ້ທຳມາຫາກິນ.ຍ້ອນແມ່ນຄົນອົດທົນ, ມີຫົວຄິດປະດິດສ້າງໃນການຜະລິດນັ້ນ, ໃນລະດູແລ້ງ ທ່ານຍັງໝູນໃຊ້ເຟືອງ ເພື່ອປູກເຫັດເຟືອງ,ເປັນການຫາລາຍຮັບເພີ່ມຕື່ມອີກ.ຜົນກຳໄລໃນແຕ່ລະປີ, ທ່ານໄດ້ລົງທຶນເພື່ອຊື້ຝຸ່ນ, ຢາຂ້າສັດຕູພືດໃຫ້ສຳລັບລະດູການຜະລິດຕໍ່ໄປ, ສ່ວນຍັງເຫຼືອແມ່ນເກັບທ້ອນໄວ້ຊື້ເນື້ອທີ່ດິນເພື່ອເປີດກວ້າງການຜະລິດຕື່ມອີກ. ທ່ານ ຫຼີກວ່ນ ໃຫ້ຮູ້ວ່າ:

        “ເມື່ອເຮັດໄດ້ແລ້ວ ກໍເກັບທ້ອນໄວ້ ເພື່ອຊື້ຝຸ່ນຊື້ຢາຂ້າສັດຕູພືດ. ເມື່ອກ່ອນ ດິນນາຍັງມີລາຄາຖືກ, ຂ້າພະເຈົ້າຊື້ໄວ້ເທື່ອລະໜ້ອຍ, ຫຼາຍປີກໍໄດ້ຫຼາຍ. ສອງຜົວເມຍຂ້າພະເຂົ້າ ເຮັດວຽກແບບບໍ່ຮູ້ຮຸ່ງຮູ້ຄ່ຳຫຍັງເລີຍ. ເມື່ອຊື້ລົດໄຖເດີນຕາມໄດ້, ຂ້າພະເຈົ້າກໍໄປຮັບຈ້າງໄຖໃຫ້ພໍ່ແມ່ປະຊາຊົນ ນັບທັງຕອນຄ່ຳນຳອີກ. ເວລານັ້ນ ດິນນາຂອງຂ້າພະເຈົ້າມີໜ້ອຍ, ສະນັ້ນຂ້າພະເຈົ້າໄປຮັບຈ້າງໄຖ”.

​ທ່ານ ຫຼີ​ ກວ່ນ, ເສດ​ຖີ​ເງິນ​ຕື້ ​ຊາວ​ເຜົ່າຂະ​ແມ ທຳ​ການ​ຜະ​ລິດ​ເກັ່ງ - ảnh 1ອ້າຍຫຼີກ່ວນ ພວມກຽມອຸປະກອນ ເພື່ອຮັບໃຊ້ລະດູການໃໝ່  

ຍ້ອນນຳໃຊ້ເຕັກນິກໃນການປູກຝັງແບບໃໝ່, ທ່ານ ຫຼີກວ່ນໄດ້ມີຄວາມກ້າກັ່ນ ນຳເອົາແນວພັນເຂົ້າມີຜົນຜະລິດສູງ, ຜະລິດຕະພັນທີ່ເປັນເອກະລັກ , ມີຄຸນນະພາບສູງເຂົ້າໃນການຜະລິດ, ສະນັ້ນ ຈິ່ງໃຫ້ສະມັດຕະພາບ ແລະ ມູນຄ່າເສດຖະກິດສູງກວ່າ. ທ່ານ ຫຼີກວ່ຍ ໃຫ້ຮູ້ວ່າ: ທຳອິດ ກໍເບິ່ງນຳໜັງສືພິມ, ຟັງວິທະຍຸ, ແລ້ວເຫັນນັກວິສະວະກອນແນະນຳກ່ຽວກັບວິທີຈຳແນກພະຍາດ, ແມງບົ້ງທີ່ສ້າງຄວາມເສຍຫາຍໃຫ້ແກ່ຕົ້ນເຂົ້າ… ເຊິ່ງທ່ານໄດ້ຮຽນ ແລະ ເຮັດຕາມ ແມ່ນການປູກເຂົ້າກໍເລີ່ມຕົ້ນມີປະສິດທິຜົນ. ລະດູໜາວຕໍ່ໃສ່ລະດູບານໃຫມ່ນີ້, ທ່ານ ຫຼີກວ່ນ ທຳການຜະລິດແນວພັນເຂົ້າ RVT ດ້ວຍເນື້ອທີ່ 10 ເຮັກຕາ, ແນວພັນເຂົ້າ ຮ່າມເຈົາ ຫຼື ແນວພັນເຂົ້າ ຍີ່ປຸ່ນ 10 ເຮັກຕາ. ທ່ານຫຼີກວ່ນ ຄິດໄລ່ວ່າ ດ້ວຍລາຄາເຂົ້າໃນຕະຫຼາດປັດຈຸບັນ, ຖ້າລົບລາຍຈ່າຍສຳລັບການຜະລິດອອກແລ້ວ, ທ່ານ ຫຼີກວ່ນ ຈະມີຜົນກຳໄລຈາກການປູກເຂົ້າໃນເນື້ອທີ່ດິນ 30 ເຮັກຕາ ນຳມາເຊິ່ງລາຍຮັບໄດ້ປະມານ 600 ລ້ານ ດົງ.

        ທ່ານ ດ່າວເຟືອງຈີ໊ເກື່ອງ, ຮອງປະທານຄະນະກຳມະການປະຊາຊົນ ຕາແສງ ແທ້ງກວ່ນ ມີຄຳເຫັນວ່າ: ທ່ານ ຫຼີກວ່ນ ບໍ່ພຽງແຕ່ສ້າງຄວາມຮັ່ງມີໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ ຫາກຍັງແບ່ງປັນບັນດາບົດຮຽນ, ເຕັກນິກໃຫ້ແກ່ຊາວກະສິກອນທີ່ຢູ່ອ້ອມຂ້າງນຳອີກ. ພິເສດ, ທ່ານ ຫຼີກວ່ນ ພ້ອມກັບສະມາຊິກ 16 ຄົນໄດ້ສ້າງຕັ້ງໜ່ວຍຮ່ວມມືທຳການຜະລິດເຂົ້າ ດົ່ງຕ໊ຽນ, ໂດຍ ທ່ານ ຫຼີກວ່ນ ເປັນຫົວໜ້າໜ່ວຍ. ທິດນຳການເຄື່ອນໄຫວຂອງໜ່ວຍ ແມ່ນພ້ອມກັນແບ່ງປັນບົດຮຽນ, ມຸ່ງໄປສູ່ການຜະລິດທີ່ກ້າວໜ້າ, ລວມສູນ, ມີປະສິດທິຜົນແບບຍືນຍົງ, ນຳມາເຊິ່ງຜົນກຳໄລເປັນປະຈຳ. ຈາກສິ່ງດັ່ງກ່າວ ໄດ້ຊ່ວຍໃຫ້ບັນດາສະມາຊິກມີຄວາມຊຳນານໃນການນຳໃຊ້ບັນດາເຕັກນິກປູກເຂົ້າກວ່າອີກ. ມີຫຼາຍຄອບຄົວໄດ້ບືນຕົວຂຶ້ນສ້າງຄວາມຮັ່ງມີ ແລະ ກາຍເປັນຊາວກະສິກອນທຳການຜະລິດເກັ່ງ ຢູ່ທ້ອງຖິ່ນ. ທ່ານ ດ່າວເຟືອງຈີ໊ເກື່ອງ ໃຫ້ຮູ້ວ່າ:   

“ໃນວິວັດການອອກແຮງງານທຳການຜະລິດ, ດ້ວຍການເກັບທ້ອນຂອງຄອບຄົວ ກໍຄືຄວາມອົດທົນມານະພະຍາຍາມຂອງຕົວທ່ານ ຫຼີກວ່ນ ເອງ, ມາຮອດປັດຈຸບັນ, ເນື້ອທີ່ດິນທຳການຜະລິດກະເສດສະເພາະ ມີປະມານ 40 ເຮັກຕາ. ນີ້ສະແດງໃຫ້ເຫັນເຖິງຄວາມມານະພະຍາຍາມສູ້ຊົນຢ່າງບໍ່ຢຸດຢັ້ງຂອງທ່ານ ຫຼີກວ່ນ ສຳລັບໃນການຜະລິດກະເສດແລ້ວ ນີ້ແມ່ນແບບຢ່າງໜຶ່ງທີ່ບືນຕົວຂຶ້ນ ດ້ວຍຄວາມສາມາດ ແລະ ເຫື່ອແຮງການອອກແຮງງານຂອງຕົນເອງ. ຕາມຂ້າພະເຈົ້າຕີລາຄາແລ້ວ, ທ່ານ ຫຼີກວ່ນ ມີຄວາມມັກ ຮັກໃນການຊອກຮູ້ຮ່ຳຮຽນ, ຮູ້ນຳໃຊ້ບັນດາຄວາມກ້າວໜ້າຂອງວິທະຍາສາດເຕັກນິກເຂົ້າໃນການຜະລິດກະເສດ, ອັນໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດມາສູ່ຄອບຄົວ”.

        ຄວາມດຸໝັ່ນຂະຫຍັນພຽນ ແລະ ຄວາມອົດທົນໃນການອອກແຮງງານ, ຄວາມກ້າກັ່ນນຳໃຊ້ບັນດາຄວາມກ້າວໜ້າຂອງວິທະຍາສາດເຕັກນິກເຂົ້າໃນການຜະລິດກະເສດ ໄດ້ຊ່ວຍໃຫ້ທ່ານ ຫຼີກວ່ນ ມີເຮືອນຊານບ້ານຊ່ອງທີ່ໝັ້ນຄົງ ດ້ວຍເຮືອນ 2 ຫຼັງທີ່ສວຍງາມ, ລົດໄຖ 2 ຄັນ ທີ່ທັງໃຊ້ເພື່ອຮັບໃຊ້ໃນເນື້ອທີ່ດິນທຳການຜະລິດຂອງຕົນ ແລະ ທັງຮັບໃຊ້ໃຫ້ແກ່ພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງ. ນອກຈາກນັ້ນ, ດ້ວຍເນື້ອທີ່ປູກເຂົ້າ 30 ເຮັກຕາ, ແຕ່ລະປີ ແມ່ນປູກໃນ 2 ລະດູ, ຄອບຄົວທ່ານ ຫຼີກວ່ນ ມີລາຍຮັບຫຼາຍກວ່າ 1 ຕື້ ດົງ. ທ່ານ ຫຼີກວ່ນ ເປັນແບບຢ່າງໃນການບືນຕົວຂຶ້ນສ້າງຄວາມຮັ່ງມີຢ່າງແທ້ຈິງຈາກຄວາມມານະພະຍາຍາມຂອງຕົນເອງ ແລະ ໄດ້ຮັບນາມມະຍົດຊາວກະສິກອນທຳການຜະລິດເກັ່ງ ໃນຫຼາຍປີຢ່າງລຽນຕິດ.

ຕອບກັບ