ງານບຸນແຫ່ “ເຈົ້າໝູ” ຢູ່ໝູ່ບ້ານ ລາຟູ່

Ngọc Anh
Chia sẻ
(VOVWORLD) - ຕາມປະເພນີຂອງຊາວບ້ານລາຟູ່ຕາແສງຟູ່ລາເມືອງ ວ່າຍດຶກນະຄອນຮ່າໂນ້ຍຸກໆປີເມື່ອຮອດວັນທີ 13 ເດືອນຈຽງ ໄລ່ຕາມຈັນທະປະຕິທິນຊາວບ້ານລາຟູ່ໄດ້ຈັດຕັ້ງງານບຸນແຫ່ “ເຈົ້າໝູ”. ງານບຸນດັ່ງກ່າວແມ່ນໂອກາດເພື່ອໃຫ້ປະຊາຊົນໃນໝູ່ບ້ານນຶກເຖິງຄຸນງາມຄວາມດີຂອງຕິ໋ງກວັກຕາມາງເຊິ່ງແມ່ນແມ່ທັບຜູ້ມີຄວາມປີຊາສາມາດໃນສະໄໝເຈົ້າຊີວິດຮຸ່ງຢະເວືອງທີ 6 ທີ່ມີຸນງາມຄວາມດີໃນການຕໍ່ສູ້ ສັດຕູຜູ້ຮຸກຮານ, ປົກປັກຮັກສາພູຜາປ່າດົງແມ່ນຳລຳເຊແລະຜືນແຜ່ນດິນ.
ງານບຸນແຫ່ “ເຈົ້າໝູ” ຢູ່ໝູ່ບ້ານ ລາຟູ່ - ảnh 1  “ເຈົ້າໝູ” ໄດ້ປະດັບປະດາດ້ວຍດອກໄມ້ທີ່ເຮັດຈາເຈ້ຍ

ເມື່ອກ່ອນຕິ໋ງກວັກຕາມລາງໄດ້ເລືອກເອົາໝູ່ບ້ານລາຟູ່ ເປັນບ່ອນຕັ້ງຖານທັບ. ຕາມການເລົ່າຂານກັນມາທຸກໆຄັ້ງທີ່ ຕິ໋ງກວັກຕາມລາງ ອອກເດີນທາງໄປຕີສັດຕູໄດ້ຂ້າໝູ, ໜຶ້ງເຂົ້າໜຽວລ້ຽງນາຍທະຫານ, ຕາມປົກກະຕິປະຊາຊົນໃນໝູ່ບ້ານຈະນຳໝູມາຖະຫວາຍ ແລະ ເຊີດຊູທ່ານເປັນເທວະດາຂອງບ້ານ. ແມ່ທັບ “ຫາຍຕົວ” ໃນເວລາ 00 ໂມງຂອງວັນທີ 13 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ. ນັບແຕ່ນັ້ນມາ, ເມື່ອຮອດວັນທີ 13 ເດືອນຈຽງ ໄລ່ຕາມຈັນທະປະຕິທິນຂອງທຸກໆປີ, ປະຊາຊົນລາຟູ່ກໍຈະຈັດງານບຸນແຫ່ “ເຈົ້າໝູ” ຂຶ້ນເພື່ອລ້ຽງນາຍທະຫານ ແລະ ໄຫວ້ບູຊາລະນຶກເຖິງ ຕິ໋ງກວັກຕາມລາງ. ທ່ານຫງວຽນຟານດິກ, ຫົວໜ້າຄະນະຈັດຕັ້ງງານບຸນໝູ່ບ້ານຕາແສງ ລາຟູ່ ໃຫ້ຮູ້ວ່າ:

        ພະສັງຄະລາດພວກຂ້ານ້ອຍແມ່ນແມ່ທັບເສນາອາໝາດມີຸນງາມຄວາດີໃນການດັບສູນສັດຕູ.

        ເທວະດາຂອງບ້ານພວກຂ້ານ້ອຍຕີຊະນະສັດຕູຢູ່ທຸກສະໜາມຮົບ. ເຂດຫວງຫ້າມໃນສາລາບ້ານມີ 6 ຫ້ອງ, ສະນັ້ນມີໝູ 6ໂຕໄດ້ນຳເຂົ້າມາເຮັດພິທີຢູ່ໃນເຂດຫວງຫ້າມນີ້”.

        ນັບແຕ່ຕົ້ນປີ, ແຕ່ລະຄຸ້ມໃນໝູ່ບ້ານຈະເລືອກເອົາຄອບຄົວໜຶ່ງເປັນເຈົ້າພາບຈັດງານບຸນ ແລະ ຄອບຄົວໜຶ່ງເປັນຜູ້ລ້ຽງເຈົ້າໝູ.ສອງຄອບຄົວນີ້ຕ້ອງແມ່ນຄອບຄົວທີ່ມີຄຸນສົມບັດດີ, ມີລູກທັງຍິງແລະຊາຍ, ລູກຫຼານປະສົບຜົນສຳເລັດ, ໃນຄອບຄົວບໍ່ມີຄົນເສຍຊີວິດໃນປີ. ຄອບຄົວໃດໄດ້ຮັບການຄັດເລືອກມີຄວາມເປັນກຽດ ແລະ ມີຄວາມພາກພູມໃຈທີ່ສຸດ. ເຂົາເຈົ້າຖືວ່າໃນປີໃໝ່ຈະພົບແຕ່ຄວາມໂຊກດີ. ລຸງຕະເຕືອງບ່າງ, ຢູ່ຄຸ້ມ ດວ່ານເກັດ, ໝູ່ບ້ານລາຟູ່ ເລົ່າສູ່ຟັງວ່າ:

        ຄອບຄົວຂອງຂ້າພະເຈົ້າມີຄວາມເປັນກຽດໄດ້ຮັບການຄັດເລືອກຈາບັນດາຜູ້ເຖົ້ຜູ້ແກ່ໃນໝູ່ບ້ານ ໃຫ້ເປັນເຈົ້າພາບຈັດງານບຸນນີ້. ຂ້າໝູແລ້ວນໝູໄປຂຶ້ນຖ້ຽວ, ປະດັບປະດາສ່ວນຫົວ, ຫູ, ປາກ ແລະ າງຂອງໝູດ້ວຍດອກໄມ້ທີ່ເຮັດຈາເຈ້ຍ. ນ້ຳມັນຂອງໝູແມ່ນນຳມາປະດັບປະດາໝູເປັນລວດລາຍຕ່າງໆ, ແກະສະຫຼັກອ້ອມຖ້ຽວ. ໃນພິທີລວມມີຖ້ຽວ 4 ອັນນັ້ນແມ່ນຖ້ຽວເຈົ້າໝູ, ເຂົ້າໜຽວ, ດອກໄມ້ ແລະ ໝາກໄມ້. ຄະນະເຊີດສິງໂຕ ແລະ ຄະນະສຽງດົນຕີນຳໜ້າຄະນະຈັບທຸງ, ວີ, ຄັນຮົ່ມເພື່ອກັ້ງແຕ່ໃນເຮືອນຂອງຜູ້ເປັນເຈົ້າພາບອອກໄປຫາສາລາບ້ານ”.

        ຕາມປົກກະຕິແມ່ນຮອດເດືອນ 2 ຂອງທຸກໆປີ, ບັນດາຄຸ້ມບ້ານຈະເລືອກໝູທີ່ລ້ຽງ, ມາດຕະຖານຂອງໝູຕ້ອງສະໝ່ຳສະເໝີ, ມີຮູບຊົງງາມ, ມີນ້ຳໜັກແຕ່ 60 – 70 kg ແລະ ໄດ້ຮັບການລ້ຽງເກືອເປັນພິເສດ. ປະຊາຊົນໃນໝູ່ບ້ານໄດ້ໃຫ້ຄວາມເຄົາລົບນັບຖືໝູໂດຍເອີ້ນວ່າ “ເຈົ້າໝູ”, ຄ່າໃຊ້ຈ່າຍໃນການລ້ຽງໝູ ແມ່ນປະຊາຊົນທັງໝົດໃນຄຸ້ມບ້ານນັ້ນປະກອບສ່ວນ. ລຸງ ຫງວຽນຟູ້ເຊີນ ເຊິ່ງເປັນຜູ້ທີ່ໄດ້ຮັບການຄັດເລືອກໃຫ້ລ້ຽງ “ເຈົ້າໝູ”, ຢູ່ຄຸ້ມ ດວ່ານເກດ, ໝູ່ບ້ານລາຟູ່ ເລົ່າສູ່ຟັງວ່າ:

ພັນໝູຕ້ອງມີສີຂາວລ້ວນ ແລະ ບໍ່ມີຮອຍດ່າງຫຍັງໝົດ, ເມື່ອກ່ອນໝູໃຊ້ເຮັດພິທີແມ່ນໂຕນ້ອຍ, ແຕ່ດຽວນີ້ ການເຮັດພິທີຕ່າງໆແມ່ນໃຊ້ໝູທີ່ມີນ້ຳໜັກແຕ່ 200 kg ຂຶ້ນໄປ. ລ້ຽງໝູສຳລັບເຮັດພິທີກໍຄືກັບວິທີລ້ຽງໝູອື່ນໆ. ມື້ໜຶ່ງໃຫ້ກິນ 2 ເທື່ອ, ທຳອິດກິນອາຫານຄືໝູທຳມະດາເຊິ່ງແມ່ນຮຳ, ນັບແຕ່ເດືອນທີ 10 ຂຶ້ນໄປແມ່ນກິນແຕ່ເຂົ້າປຽກ, ອ້ອຍ, ຜັກຫຍ້າຕ່າງໆ. ລ້ຽງປະມານ 10 ເດືອນ, ແຕ່ລະເດືອນເຈົ້າໝູມີນ້ຳໜັກເພີ່ມຂຶ້ນສະເລ່ຍ ແມ່ນ 15 kg, ຫຼັງຈາກນັ້ນແມ່ນເກືອບວ່າບໍ່ເພີ່ມຂຶ້ນອີກ”.

        ໃນມື້ເຮັດພິທີແຫ່ “ເຈົ້າໝູ”, ເວລາ 18 ໂມງປະຊາຊົນແຕ່ລະຄຸ້ມຂອງໝູ່ບ້ານໄດ້ແຫ່ ບັນດາ “ເຈົ້າໝູ” ແລະເຄື່ອງບູຊາໄປອ້ອມໝູ່ບ້ານກັບສຽງຕີກອງທີ່ດັງກ້ອງກັງວານ. ຕາມຮີດຄອງປະເພນີຂອງໝູ່ບ້ານແລ້ວ, ຄຸ້ມບ້ານໃດຢູ່ໃກ້ກັບສາລາບ້ານແມ່ນແຫ່ກ່ອນ. ຫຼັງຈາກນັ້ນຮອດເວລາ 21 ໂມງ, ບັນດາ “ເຈົ້າໝູ” ຈຶ່ງຖືກແຫ່ເຂົ້າໄປໃນສາລາບ້ານຕາມການຊັບຊ້ອນຂອງຄະນະຈັດຕັ້ງ. ຮອດເວລາ 00 ໂມງ, ບັນດາຜູ້ອາຍຸສູງເລີ່ມຕົ້ນເຮັດພິທີສູດເຊິ່ງແກ່ຍາວຮອດ 2 ໂມງເຊົ້າຂອງມື້ຕໍ່ມາ.ພາຍຫຼັງເຮັດພິທີສຳເລັດ, ບັນດາຄຸ້ມບ້ານກໍຈະແຫ່ “ເຈົ້າໝູ” ຂອງຄຸ້ມບ້ານຕົນກັບເມືອແລ້ວແບ່ງຊີ້ນໝູໃຫ້ແຕ່ລະຄອບຄົວເຊິ່ງເອີ້ນວ່າແຈກໂຊກລາບ. ທ່ານ ຫງວຽນຟານດິກ, ຫົວໜ້າຄະນະຈັດຕັ້ງງານບຸນໝູ່ບ້ານ ລາຟູ່ ໃຫ້ຮູ້ຕື່ມອີກວ່າ:

        ເມື່ອກ່ອນມີໝູສຳລັບເຮັດພິທີແມ່ນ 6 ໂຕ, ຕໍ່ມາເພີ່ມຂຶ້ນເປັນ 11 ໂຕແລະປັດຈຸບັນແມ່ນ 17 ໂຕເພາະໃນໝູ່ບ້ານມີ 17 ຄຸ້ມ. ໝູສຳລັບເຮັດພິທີ 17 ໂຕ, ແຕ່ຕາມການກຳນົດໃນເມື່ອກ່ອນແລ້ວແມ່ນມີພຽງ 6 ໂຕເທົ່ານັ້ນທີ່ໄດ້ນຳເຂົ້າໄປໃນຫໍເຂດຫວງຫ້າມ, ສະນັ້ນແຕ່ລະຄຸ້ມແມ່ນພັດປ່ຽນກັນຕາມແຕ່ລະປີ. ປີນີ້ ພິທີແຫ່ເຈົ້າໝູໄດ້ຮັບການຈັດຕັ້ງເປັນພິເສດກວ່າຍ້ອນວ່າກົງກັບປີກຸນ”.

        ໃນງານບຸນແຫ່ “ເຈົ້າໝູ”, ປະຊາຊົນໃນໝູ່ບ້ານຍັງໄດ້ຈັດຕັ້ງບັນດາການເຄື່ອນໄຫວທາງດ້ານວັດທະນະທຳ, ແຂ່ງຂັນກິລາຢ່າງຟົດຟື້ນມ່ວນຊື່ນ. ງານບຸນແກ່ຍາວເປັນເວລາ 3 ວັນນັບແຕ່ວັນທີ10 – 13 ເດືອນຈຽງໄລ່ຕາມຈັນທະປະຕິທິນຂອງທຸກໆປີດ້ວຍບັນດາການລະຫຼີ້ນພື້ນເມືອງ, ຟ້ອນລຳທຳເພງ, ຂັບແຈ່ວ, ຕີບານ, ຕີປິງປ່ອງ… ໃນໂອກາດລະດູບານໃໝ່, ຖ້າທ່ານໃດມີໂອກາດໄປຢ້ຽມຢາມໝູ່ບ້ານລາຟູ່ ແລະໄດ້ເຂົ້າຮ່ວມງານບຸນແຫ່ “ເຈົ້າໝູ” ນັ້ນແນ່ນອນວ່າ ຈະບໍ່ອາດຫລົງລືມບັນດາຮູບພາບທີ່ເປັນເອກະລັກພິເສດກ່ຽວກັບຄວາມງາມທາງດ້ານວັດທະນະທຳແຫ່ງສິ່ງສັກສິດຂອງປະຊາຊົນຢູ່ທີ່ນີ້.

ຕອບກັບ