ນັກ​ຮ້ອງ Rosario Ninih Bianis ​ຜູ້​ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດ​ໃນ​ງານ​ປະ​ກວດ​ສຽງ​ເພງ​ອາ​ຊຽນ + 3 ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອ​ງ​ Sabahan, ​ມາ​ເລ​ເຊຍ

Hai Nguyen
Chia sẻ
(VOVWORLD) -   ງານປະກວດສຽງອາຊຽນ + 3 ຄັ້ງທີ 2 ປີ 2019 ໂດຍວິທະຍຸກະຈາຍສຽງຫວຽດນາມ ແລະ ອຳນາດການປົກຄອງແຂວງກວ໋າງນິງ ສົມທົບກັນຈັດຕັ້ງໃນທ້າຍເດືອນກໍລະກົດຜ່ານມາ ໄດ້ເຫັນປະຈັກຕາໄຊຊະນະຂອງນັກຮ້ອງຍິງໜຸ່ມ Rosario Ninih Bianis ທີ່ມາຈາກປະເທດ ມາເລເຊຍ. ດ້ວຍນ້ຳສຽງທີ່ເຕັມໄປດ້ວຍພະລັງຊີວິດ ແລະ ຈັບອົກຈັບໃຈ, ນັກຮ້ອງ Rosario Ninih Bianis ໄດ້ຢັ້ງຢືນໃຫ້ເຫັນຊື່ສຽງຮຽງນາມຂອງຕົນໃນງານປະກວດຄັ້ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດເທື່ອລະກ້າວ.

 

            ສຽງເວົ້າສຽງຫົວ ແລະ ສຽງໂຮຮ້ອງທີ່ຄຶກຄື້ນຢູ່ສະໂມສອນສູນວາງແຜນຜັງ, ນະຄອນຮ້າລອງ ໄດ້ງຽບສະຫງັດລົງ ເມື່ອ Rosario Ninih Bianis ອອກສຽງຂັບຮ້ອງບົດເພງທີ່ມີຊື່ວ່າ “Run” ເຊິ່ງ ນາງໄດ້ເລືອກສະແດງໃນຄ່ຳຄືນຮອບຊີງຊະນະເລີດ ງານປະກວດສຽງເພງ ອາຊຽນ + 3 ປີ 2019. ໂດຍເປັນຜູ້ສະແດງສຸດທ້າຍ, Rosario Ninih Bianis ຮູ້ສຶກຖືກກົດດັນຫຼາຍກວ່າເມື່ອທຽບໃສ່ຜູ້ເຂົ້າຮ່ວມປະກວດຄົນອື່ນໆ. ແຕ່ບໍ່ແມ່ນບັງເອີນທີ່ເຂົາເຈົ້າເຄີຍເວົ້າປະໂຫຍກທີ່ວ່າ save the best for last ໝາຍຄວາມວ່າ ສະຫງວນສິ່ງທີ່ພິເສດທີ່ສຸດໄວ້ສຸດທ້າຍ. ຕາມຄວາມຄິດຂອງບາງຄົນແລ້ວ, ຜິວສີດຳໆ, ຮ່າງກາຍອວບໆຂອງນັກຮ້ອງ Rosario Ninih Bianis ອາດຈະບໍ່ພົ້ນເດັ່ນຢູ່ເທິງເວທີປານໃດ ແຕ່ສຽງຮ້ອງຂອງນາງພັດຈົບອົກຈັບໃຈຜູ້ຊົມເໝືອນດັ່ງຊຸດກະໂປ່ງທີ່ເຫຼື້ອມຍິບຫຍັບຂອງນາງ.

“ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນຫຼາຍ, ເຖິງວ່າກ່ອນໜ້ານັ້ນ ຂ້າພະເຈົ້າໄດ້ຟັງເພງ ແລະ ຊ້ອມຫຼາຍເທື່ອແລ້ວ. ຂ້າພະເຈົ້າເວົ້ານໍາຕົນເອງວ່າ ບໍ່ຕ້ອງສົນໃຈເຖິງໝາກຜົນ, ຈົ່ງພະຍາຍາມຈົນສຸດຄວາມສາມາດຂອງຕົນ ແລະ ຂັບຮ້ອງໃຫ້ດີທີ່ສຸດ ພ້ອມທັງຫວັງວ່າ ຜູ້ຊົມຈະມັກລາຍການສະແດງຂອງຕົນ”.

ນັກ​ຮ້ອງ Rosario Ninih Bianis ​ຜູ້​ໄດ້​ຮັບ​ລາງວັນ​ຊະ​ນະ​ເລີດ​ໃນ​ງານ​ປະ​ກວດ​ສຽງ​ເພງ​ອາ​ຊຽນ + 3 ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອ​ງ​ Sabahan, ​ມາ​ເລ​ເຊຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ແລະ ທ່ານຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຫງວຽນເຖ໊ກີ໋ ມອບລາງວັນໃຫ້ Rosario 

ລາຍການສະແດງຂອງ Rosario Ninih Bianis ບໍ່ພຽງແຕ່ເຮັດໃຫ້ຜູ້ຊົມຈັບອົກຈັບໃຈເທົ່ານັ້ນ ຫາກຍັງມີຄະແນນສູງສຸດຈາກຄະນະກຳມະການອີກດ້ວຍ ຈົນນາງຍາດໄດ້ລາງວັນຊະນະເລີດ. ໂດຍມີໜ້າເຂົ້າຊົມງານປະກວດສຽງເພງ ອາຊຽນ + 3 ຄັ້ງນີ້, ນັກຮ້ອງ Darlin Joy Baje ມາຈາກຟີລິບປິນ  ເຊິ່ງເປັນຜູ້ຍາດໄດ້ລາງວັນຊະນະເລີດໃນງານປະກວດສຽງເພງ ອາຊຽນ + 3 ປີ 2017 ກໍເຫັນດີເຫັນພ້ອມກັບໝາກຜົນສຸດທ້າຍຂອງຄະນະກໍາມະການ. ນາງແບ່ງປັນວ່າ:

        “ລາວສົມທີ່ໄດ້ຮັບລາງວັນດັ່ງກ່າວ. ເຮົາກໍສາມາດເຫັນໄດ້ສິ່ງດັ່ງກ່າວຜ່ານການສະແດງຂອງລາວຢູ່ໃນງານປະກວດຄັ້ງນີ້. ລາວເຂົ້າໃຈເນື້ອໃນຂອງບົດເພງໄດ້ເປັນຢ່າງດີ ແລ້ວນໍາເອົາຄວາມຮູ້ສຶກຂອງຕົນເຂົ້າໃນການສະແດງ ແລະ ເຮັດໃຫ້ຜູ້ຊົມກໍຮູ້ສຶກຊາບຊື້ງໃຈໄປຕາມ.  ນັ້ນແມ່ນການສະແດງສິລະປະທີ່ພົ້ນເດັ່ນເຕັມໄປດ້ວຍຄວາມຈັບອົກຈັບໃຈ”.

Rosario Ninih Bianis, ອາຍຸ 25 ປີ, ນາງໄດ້ກຳເນີດ ແລະ ເຕີບໃຫຍ່ຂຶ້ນຢູ່ເມືອງ Tambuman, ລັດ Sabah, ປະເທດ ມາເລເຊຍ. ນັບແຕ່ຄາວຍັງນ້ອຍ ນາງໄດ້ທຳຄວາມລຶ້ງເຄີຍກັບການຮ້ອງລໍາທໍາເພງ ໂດຍມີການແນະນໍາຂອງນັກຮ້ອງຄົນໜຶ່ງ ທີ່ເປັນລຸງຂອງນາງ.  ນອກຈາກຊົ່ວໂມງຮຽນຢູ່ໂຮງຮຽນແລ້ວ, ນາງມັກເຂົ້າຮ່ວມການຝຶກສຽງ ແລະ ບັນດາລາຍການດົນຕີຂະໜາດນ້ອຍເປັນປະຈຳ ເພື່ອປະຕິບັດຕາມຄວາມເມົາມົວໃນການຮ້ອງລຳທຳເພງຂອງຕົນ.    ພາລະກິດຂອງ Rosario Ninih Bianis ໄດ້ເລີ່ມຕົ້ນແຕ່ຕົ້ນປີ 2014, ເມື່ອນາງເຂົ້າຮ່ວມງານປະກວດ “Sugandoi” ເຊິ່ງເປັນງານປະກວດສຽງເພງ ທີ່ສະຫງວນໃຫ້ແກ່ນັກຮ້ອງໜຸ່ມຢູ່ລັດ Sabah ແລະ ຍາດໄດ້ລາງວັນຊະນະເລີດ. ສອງປີຕໍ່ມາ, ນາງສືບຕໍ່ເຂົ້າຮ່ວມງານປະກວດທີ່ມີຊື່ວ່າ “Bintang Radio Televisyen Malassia (Bintang RTM) ເຊິ່ງເປັນງານປະກວດສຽງເພງທີ່ຖືກຈັດຕັ້ງມາແຕ່ດົນນານ ແລະ ມີອິດທິພົນຊື່ສຽງຂອງ ມາເລເຊຍ, ແລະ ໂຊກດີ ທີ່ນາງໄດ້ຮັບໄຊຊະນະອີກຄັ້ງໜຶ່ງ.   

        ນັບແຕ່ຄ່ຳຄືນຈັດຕັ້ງຮອບຮອງຊະນະເລີດ, ນໍ້າສຽງທີ່ເຕັມໄປດ້ວຍຄວາມຈັບອົກຈັບໃຈ ພ້ອມດ້ວຍບັນດາຄີໂນດສູງຂອງບົດເພງ “Listen” ໄດ້ຊ່ວຍໃຫ້ Rosario Ninih Bianis ເປັນໜຶ່ງໃນຈໍານວນນັກຮ້ອງສອງຄົນເຂົ້າປະກວດທີ່ບັນລຸຄະແນນສູງທີ່ສຸດ ໃນຮອບນີ້. ເມື່ອຕີລາຄາກ່ຽວກັບຄວາມອາດສາມາດຂອງ Rosario Ninih Bianis, ນັກດົນຕີ ຈ້ອງດາດ ອະດີດປະທານກອງສິລະປະ ສະມາຄົມນັກດົນຕີຫວຽດນາມ ເນັ້ນໜັກວ່າ:

        Rosario ມີ 2 ຈຸດດີທີ່ພົ້ນເດັ່ນ. ທີ 1 ແມ່ນນ້ຳສຽງເຕັມໄປດ້ວຍຄວາມຈັບອົກຈັບໃຈ, ມີພະລັງລົມທີ່ແຂງແຮງ  ອັນໄດ້ເຮັດໃຫ້ຂ້າພະເຈົ້າຄຳນຶງເຖິງບັນດານັກຮ້ອງຂອງຊຸມປີ 90 ຂອງສະຕະວັດທີ 20 ທີ່ຕົນນິຍົມຈົນເຖິງທຸກວັນນີ້. ທີສອງແມ່ນ ນາງມີຄວາມເຂົ້າໃຈກ່ຽວກັບດົນຕີໄດ້ໜຸ່ມຄືໃນປັດຈຸບັນດີພໍສົມຄວນ ອັນໄດ້ສະແດງໃຫ້ເຫັນຜ່ານວິທີການສະແດງ ແລະ ການຄັດເລືອກບົດເພງ”.

        ກ້າວຂຶ້ນຂັ້ນສູງສຸດ ຂອງງານປະກວດທັງສາມຄັ້ງທີ່ເຄີຍເຂົ້າຮ່ວມ, ໃນນັ້ນມີງານປະກວດສຽງເພງລະດັບພາກພື້ນ, ສ່ຳນັ້ນກໍພໍຢັ້ງຢືນໃຫ້ເຫັນຄວາມອາດສາມາດຂອງ Rosario Ninih Bianis ແລ້ວ ແລະ ໃນຄາວອາຍຸ 25 ປີ ຂອງຕົນ, Rosario ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ສົມກັບນາມມະຍົດ “ຄວາມເອກອ້າງທະນົງໃຈຂອງ Sabahan” ເຊິ່ງແຟນເພງຢູ່ບ້ານເກີດເມືອງນອນ ໄດ້ຕັ້ງໃຫ້ແກ່ນາງ.

        “ງານປະກວດສຽງເພງ ອາຊຽນ ຄັ້ງນີ້ ແມ່ນຂີດໝາຍສໍາຄັນ ສໍາລັບຂ້າພະເຈົ້າ. ນອກຈາກໄດ້ຮັບລາງວັນແລ້ວ, ສ່ິງທີ່ລໍ້າຄ່າກວ່າໝູ່ນັ້ນແມ່ນ ຂ້າພະເຈົ້າໄດ້ຮຽນຮູ້ ຫຼາຍສິ່ງຫຼາຍຢ່າງ ຈາກບັນດານັກຮ້ອງອື່ນໆໃນພາກພື້ນ, ກໍຄືມີຄວາມເຂົ້າໃຈແຈ້ງກວ່າ ກ່ຽວກັບວັດທະນະທໍາ ຂອງເຂົາເຈົ້າ. ຫຼັງຈາກເຂົ້າຮ່ວມງານປະກວດສຽງເພງ ອາຊຽນ + 3 ສໍາເລັດ, ໃນເບື້ອງຕົ້ນ ຂ້າພະເຈົ້າຈະກັບເມືອປະເທດສືບຕໍ່ວຽກຽານເປັນນັກຮ້ອງ, ເປັນພິທີກອນ ແລະ ລໍຄອຍບັນດາສິ່ງໃໝ່ໆເຂົ້າມາໃນອານາຄົດ”.

        Rosario ແບ່ງປັນວ່າ, ນາງຈະນໍາໃຊ້ຈໍານວນເງິນທີ່ໄດ້ຮັບໃນການປະກວດຄັ້ງນີ້ ເພື່ອຜະລິດຜົນງານດົນຕີໃໝ່ ເພື່ອເປັນການສະແດງຄວາມຮູ້ບຸນຄຸນຕໍ່ບັນດາແຟນເພງ ຜູ້ທີ່ໄດ້ສະໜັບສະໜູນນາງໃນຕະຫຼອດໄລຍະຜ່ານມາ. ຫວັງວ່າ, ໄຊຊະນະທີ່ງານປະກວດສຽງເພງ ອາຊຽນ + 3 ຈະແມ່ນແປ້ນຢັນ ເພື່ອໃຫ້ Rosario ສືບຕໍ່ພິຊິດບັນດາສິ່ງທີ່ໃໝ່ສິ່ງທີ່ຍາກກວ່່ານີ້ໃນພາລະກິດເປັນນັກຮ້ອງຂອງຕົນ./.

       

ຕອບກັບ