ນັກ​ຮ້ອງ Andien: ຄອບ​ຄົວ ແມ່ນ​ກຳ​ລັງ​ໜູນ​ເພື່ອ​ສູ້​ຊົນ​ໃນ​ພາ​ລະ​ກິດຂອງ​ຕົນ

Nguyen Ha
Chia sẻ
(VOVWORLD) - ໂດຍເປັນຜູ້ຕາງໜ້າໃຫ້ ອິນໂດເນເຊຍ ມາເຂົ້າຮ່ວມງານມະຫາກຳດົນຕີ ຍີ່ປຸ່ນ - ອາຊຽນ ທີ່ໄດ້ຈັດຂຶ້ນເມື່ອທ້າຍເດືອນ ກໍລະກົດ ຜ່ານມາ ຢູ່ ຮ່າໂນ້ຍ, ດ້ວຍນໍ້າສຽງທີ່ເຕັມໄປດ້ວຍພະລັງຊີວິດ ນັກຮ້ອງຄົນງາມ Andien ໄດ້ເປັນທີ່ຮູ້ຈັກຂອງມະຫາຊົນພາຍໃນພາກພື້ນ ແລະ ນັບມື້ນັບຢັ້ງຢືນໄດ້ຈຸດຢືນຂອງຕົນໃນໃຈແຟນເພງ ອິນໂດເນເຊຍ. ບໍ່ພຽງແຕ່ປະສົບຜົນສຳເລັດໃນພາລະກິດໜ້າທີ່ການງານຂອງຕົນເທົ່ານັ້ນ, ນັກຮ້ອງ Andien ຍັງມີຄອບຄົວທີ່ເຕັມໄປດ້ວຍຄວາມສຸກ ພ້ອມກັບ Ippe - ຜົວຂອງຕົນ ແລະ ລູກຊາຍ Kawa ອາຍຸ ສອງປີເຄິ່ງ.  ສໍາລັບນັກຮ້ອງຄົນນີ້ ຄອບຄົວຍາມໃດກໍແມ່ນບ່ອນອີງ, ແມ່ນກຳລັງໜູນເພື່ອໃຫ້ນາງສູ້ຊົນໃນພາລະກິດຂອງຕົນ.

 

        Andien: “ການເດີນທາງມາຫວຽດນາມ ຄັ້ງນີ້ ບໍ່ແມ່ນການເດີນທາງໄປຕ່າງປະເທດຄັ້ງທຳອິດຂອງ Kawa. ໄປສະແດງສິລະປະແຕ່ລະຄັ້ງ, ຂ້າພະເຈົ້າ ລ້ວນແຕ່ພາລູກຊາຍຂອງຕົນໄປນຳ. Kawa ເລີ່ມຂີ່ຍົນແຕ່ຕອນມີອາຍຸ 2 ເດືອນ ແລະ ລາວຮູ້ສຶກມັກຫຼາຍ. ໃນການເດີນທາງແຕ່ລະຄັ້ງ, ຂ້າພະເຈົ້າ ພ້ອມດ້ວຍ ຄອບຄົວຂອງຕົນ ຍາມໃດກໍພະຍາຍາມສ້າງບັນຍາກາດທີ່ເບີກບານມ່ວນຊື່ນທີ່ສຸດ. ດັ່ງນັ້ນ, ເຖິງວ່າຈະໄປຕ່າງປະເທດກໍຕາມ ແຕ່ Kawa ຍາມໃດກໍມີຄວາມຮູ້ສຶກເໝືອນດັ່ງຢູ່ເຮືອນຂອງຕົນ”.

        Ippe: “ໃນການໄປສະແດງສິລະປະຢູ່ຫວຽດນາມ ຂອງ Andien ຄັ້ງນີ້, ຍາມໃດຂ້າພະເຈົ້າກໍຢູ່ຄຽງຂ້າງເພື່ອເບິ່ງແຍງ Kawa ໃນຍາມທີ່ Andien ຄາວຽກ, ນອກຈາກນັ້ນ, ຂ້າພະເຈົ້າຍັງຊ່ວຍຖ່າຍຮູບ ແລະ ຖ່າຍທຳ ວິດີໂອ ໃຫ້ແກ່ Andien ອີກດ້ວຍ. ນີ້ ກໍແມ່ນໜ້າວຽກຂອງຂ້າພະເຈົ້າໃນງານສະແດງສິລະປະຕ່າງໆຂອງ Andien ຢູ່ ຈາກາກຕາ”.

ນັກ​ຮ້ອງ Andien: ຄອບ​ຄົວ ແມ່ນ​ກຳ​ລັງ​ໜູນ​ເພື່ອ​ສູ້​ຊົນ​ໃນ​ພາ​ລະ​ກິດຂອງ​ຕົນ - ảnh 1 ຄອບຄົວນັກຮ້ອງ Andien ໄປທ່ອງທ່ຽວ ຊາປາ

        ໃນການເດີນທາງ, ເວລາພວມຢູ່ໃນລົດ, Andien ຍາດແຍ່ງເວລາຝຶກຮ້ອງກ່ອນທີ່ຈະຂຶ້ນສະແດງເທິງເວທີຂອງ ງານມະຫາກຳດົນຕີ ຍີ່ປຸ່ນ - ອາຊຽນ. ລູກຊາຍຂອງນາງ ບໍ່ຍອມນັ່ງຢູ່ບ່ອນດຽວ, ບາງເທື່ອກໍ່ນັ່ງຕັກແມ່, ບາງເທື່ອຍ້າຍໄປນັ່ງນຳພໍ່. ສາຍຕາ, ຮອຍຍິ້ມ ທີ່ເຂົາມີໃຫ້ກັນນັ້ນ ກໍພໍສະແດງໃຫ້ເຫັນວ່າ ເຂົາເຈົ້າພວມມີຄວາມສຸກທີ່ສຸດ. ແຜນການເຮັດວຽກເປັນເວລາ 04 ວັນຂອງ Andien ຢູ່ຫວຽດນາມຄັ້ງນີ້ ແມ່ນເຕັດອັດ. ສອງວັນທຳອິດ, Andien ສຸມໃສ່ວຽກງານຢ່າງສຸດຂີດ. ເມື່ອມາຮອດຫວຽດນາມ, Andien ໄດ້ເຂົ້າຮ່ວມການຖະແຫຼງຂ່າວຢ່າງທັນທີ, ຫຼັງຈາກນັ້ນແມ່ນເຂົ້າຮ່ວມ Talkshow, ຊ້ອມຢູ່ເທິງເວທີ... ເພື່ອກະກຽມໃຫ້ແກ່ການສະແດງສິລະປະຂອງຕົນໃຫ້ເປັນຢ່າງດີ. ເຖິງວ່າຫຍຸ້ງວຽກຫຼາຍປານໃດກໍຕາມ, ແຕ່ Andien ຍາມໃດກໍພະຍາຍາມແບ່ງເວລາໃຫ້ຄວາມສຸກແກ່ຄອບຄົວຂອງຕົນ. ເຂົາເຈົ້າພ້ອມກັນຊີມອາຫານຫວຽດ, ພ້ອມກັນໄປຢ້ຽມຊົມທັດສະນີຍະພາບຂອງຮ່າໂນ້ຍ ແລະ ໄປທ່ອງທ່ຽວ ຊາປາ ກ່ອນຈະກັບເມືອປະເທດ.

        “ຫວຽດນາມ ຈັບອົກຈັບໃຈຫຼາຍ. ອາຫານແຊບອີຫຼີ. ປະຊາຊົນຢູ່ທີ່ນີ້ໃຈດີ. ພິເສດ, ຂ້າພະເຈົ້າມີຄວາມປະທັບໃຈກັບການໄປທ່ອງທ່ຽວຊາປາ. ຂ້າພະເຈົ້າພ້ອມດ້ວຍຄອບຄົວໄດ້ມີໄລຍະເວລາທີ່ມີຄວາມສຸກຢູ່ທີ່ນີ້ ແລະ ໄດ້ລອງນຸ່ງບັນດາຊຸດອາພອນປະຈຳເຜົ່າອີກດ້ວຍ. ທິວທັດທຳມະຊາດສວຍງາມທີ່ສຸດ”.

        ຊີວິດຂອງ Andien ໄດ້ມີການປ່ຽນແປງຫຼາຍຢ່າງ ພາຍຫຼັງແຕ່ງງານກັບ Ippe ແລະ ຖືພາ Kawa. Andien ບໍ່ໄດ້ເຂົ້າຮ່ວມບັນດາລາຍການສະແດງສິລະປະທີ່ຕ້ອງເມືອເດິກ, ພາຍຫຼັງແລ້ວວຽກ ນາງກໍຈະກັບເມືອເຮືອນທັນທີ. Album ທີ 7 ຂອງນາງ ພາຍຫຼັງເຮັດອາຊີບເປັນນັກຮ້ອງມາເກືອບ 17 ປີ ທີ່ມີຊື່ວ່າ “Metamorfosa” (2017) - ແປວ່າ “ປ່ຽນຮູບ” - ເຊິ່ງແມ່ນພາບລວບລວມທີ່ສຸດກ່ຽວກັບການປ່ຽນແປງໃນຊີວິດຂອງ Andien ນັບແຕ່ເມື່ອນາງຫາກໍເຮັດອາຊີບເປັນນັກຮ້ອງຈົນເຖິງເວລາກາຍເປັນເມຍຜູ້ເປັນແມ່. ສຳລັບ Andien ນີ້ແມ່ນ Album ທີ່ມີອະນຸສອນຫຼາຍຢ່າງທີ່ໜ້າຈື່ຈຳ ແລະ ພິເສດທີ່ສຸດຂອງນາງ.

        “ສ່ວນຫຼາຍບັນດາບົດເພງໃນ Album ດັ່ງກ່າວ    ແມ່ນເວົ້າກ່ຽວກັບ Kawa - ລູກຊາຍຂອງຂ້າພະເຈົ້າ. ເນື້ອໃນຂອງບັນດາບົດເພງແມ່ນເວົ້າເຖິງຄວາມຮັກຂອງຂ້າພະເຈົ້າທີ່ໃຫ້ແກ່ Kawa ແລະ ແມ່ນຄວາມຮັກຂອງ Kawa ທີ່ມີໃຫ້ແກ່ຂ້າພະເຈົ້າ, ກໍຄືຊີວິດການເປັນຢູ່ຂອງຄອບຄົວຂ້າພະເຈົ້າ. ຄອບຄົວແມ່ນບ່ອນເອື້ອຍອີງທາງດ້ານຈິດໃຈສຳລັບຂ້າພະເຈົ້າ”.

ນັກ​ຮ້ອງ Andien: ຄອບ​ຄົວ ແມ່ນ​ກຳ​ລັງ​ໜູນ​ເພື່ອ​ສູ້​ຊົນ​ໃນ​ພາ​ລະ​ກິດຂອງ​ຕົນ - ảnh 2 ນັກຮ້ອງ Andien

        Andien ແບ່ງປັນວ່າ ນາງໂຊກດີເມື່ອໄດ້ຄູ່ຊີວິດທີ່ເຂົ້າໃຈນາງ, ຍາມໃດກໍສະໜັບສະໜູນ ແລະ ຮ່ວມເດີນທາງພ້ອມກັບເມຍໃນຂະນະໄປປະຕິບັດງານ. ລາວ ຍາມໃດກໍກຽມພ້ອມເພື່ອເບິ່ງແຍງ Kawa ເມື່ອ Andien ຄາວຽກ ແລະ ປະກອບຄຳເຫັນໃສ່ບົດເພງທຸກບົດ ຫຼື ແຕ່ລະພາບຖ່າຍຂອງນາງ. ໂດຍເປັນຜູ້ຈັດທຳລາຍການ ແລະ ນັກຖ່າຍຮູບເສລີ,  Ippe ຍາມໃດກໍພະຍາຍາມຊ່ວຍ Andien ຖ່າຍບັນດາພາບຖ່າຍທີ່ສວຍງາມທີ່ສຸດເມື່ອນາງສະແດງເທິງເວທີ ກໍຄືບັນທຶກບັນດາຈຸດເວລາທີ່ມີຄວາມສຸກຂອງຄອບຄົວໃນການດຳລົງຊີວິດປະຈຳວັນໄວ້.

        “ແຕ່ກີ້ ຂ້າພະເຈົ້າຄິດຢ້ານນໍາເລື່ອງຖືພາເອົາລູກ. ແຕ່ໃນທີ່ສຸດ, ຂ້າພະເຈົ້າກໍສາມາດປະຕິບັດໜ້າທີ່ຂອງຜູ້ເປັນເມຍຜູ້ເປັນແມ່ໄດ້ຢ່າງສົມບູນ, ແນ່ນອນວ່າໃນນັ້ນກໍ່ມີການຊ່ວຍເຫຼືອຫຼາຍທີ່ສຸດຈາກ Ippe  ພ້ອມດ້ວຍຍາດຕິພີ່ນ້ອງ ແລະ ໝູ່ເພື່ອນ”.

        “ຕາມຂ້າພະເຈົ້າແລ້ວ ສິ່ງສຳຄັນທີ່ສຸດເພື່ອຮັກສາຄວາມສຸກຂອງຄອບຄົວນັ້ນແມ່ນ ການພົບປະ ແລະ ເຊື່ອມຕໍ່ບັນດາສະມາຊິກໃນຄອບຄົວເຂົ້າກັນ. ພວກເຮົາຕ້ອງແບ່ງເວລາໃຫ້ແກ່ກັນຫຼາຍທີ່ສຸດເທົ່າທີ່ຈະຫຼາຍໄດ້ ເພື່ອພ້ອມກັນໂອ້ລົມກ່ຽວກັບເລື່ອງວຽກເລື່ອງງານ, ກ່ຽວກັບລູກ, ກ່ຽວກັບຊີວິດປະຈຳວັນ...”.

        ບົດເພງ “Halo Sayangku” ແປວ່າ “ສະບາຍດີ ທີ່ຮັກຂອງຂ້າພະເຈົ້າ” ແມ່ນ CD ທີ 6 ນອນໃນ Album “Metamorfosa” ຂອງ Andien. ບົດເພງດັ່ງກ່າວ ແມ່ນເລື່ອງລາວກ່ຽວກັບຄວາມສຸກລຽບງ່າຍຂອງຄອບຄົວ ເຊິ່ງພວກເຮົາອາດຈະພົບເຫັນໃນຊີວິດປະຈຳວັນ. ພິເສດ, ໃນບົດເພງດັ່ງກ່າວ ນອກຈາກ Andien ແລ້ວ Ippe ແລະ Kawa ລູກຊາຍຂອງນາງ ກໍໄດ້ເຂົ້າຮ່ວມການສະແດງ. ເຂົາເຈົ້າພ້ອມກັນຫຼີ້ນດົນຕີ, ຍີ້ມຢອກໄຍກັນ ແລະ ເຕັ້ນຕາມຈັງຫວະຂອງສຽງເພງ. ບັນດາວິນາທີນັ້ນ ແມ່ນມີຄວາມສຸກ ແລະ ອົບອຸ່ນທີ່ສຸດ.

ຕອບກັບ