ກອງ​ສິລະ​ປະກອນລາວ ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນ ຖອດ​ຖອນ​ບົດຮຽນ ຢູ່​ງານ​ມະ​ໂຫລານ​ດົນຕີ ອາຊຽນ

Minh Duc
Chia sẻ
(VOVWORLD) - ງານມະໂຫລານດົນຕີ ອາຊຽນ 2019 ຖືກຈັດຂຶ້ນຢູ່ນະຄອນຫາຍຟ່ອງ ຂອງຫວຽດນາມ ນັບແຕ່ວັນທີ 25  31 ພຶດສະພານັ້ນ ໄດ້ດຶງດູດບັນດານັກສິລະປິນ, ນັກສະແດງທີ່ມາຈາກບັນດາປະເທດຄື ກໍາປູເຈຍ, ລາວ, ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ ແລະ ປະເທດເຈົ້າພາບ ຫວຽດນາມ. ພ້ອມກັບບັນດາປະເທດ, ກອງສິລະປະກອນລາວ ໄດ້ມີໂອກາດເພີ່ມທະວີການພົວພັນຮ່ວມມືວສາກົນໃນຂົງເຂດວັດທະນະທໍາ, ສິລະປະວັນນະຄະດີ. ກອງສິລະປະກອນລາວ ເຂົ້າຮ່ວມງານມະໂຫລານຄັ້ງນີ້ ກໍເພື່ອແນໃສ່ຈຸດປະສົງ ຖອດຖອນ, ແບ່ງປັນບົດຮຽນ, ເພີ່ມທະວີການພົວພັນແລກປ່ຽນກ່ຽວກັບການສະແດງສິລະປະວັນນະຄະດີ, ວັດທະນະທໍາ ກັບບັນດາປະເທດໃນພາກພື້ນ.

        ເຂົ້າຮ່ວມງານມະໂຫລານຄັ້ງນີ້, ກອງສິລະປະລາວ ລວມມີນັກສິລະປິນ 15 ຄົນ ແລະ ໄດ້ສະແດງ 5 ລາຍການ. ເຂົ້າຮ່ວມການສະແດງໃນຄໍ່າຄືນຕ່າງໆນັ້ນ, ກອງສິລະປະລາວ ໄດ້ລົງທຶນທາງການດົນຕີປະສານສຽງ, ຈັດທໍາບັນດາລາຍການຢ່າງລອບຄອບຖີ່ຖ້ວນ, ສ້າງປະສິດທິຜົນທີ່ເປັນໜ້າປະທັບໃຈຢູ່ເທິງເວທີສະແດງ. ທ່ານ ດວງຈັນ ພົມມະຈິດ, ຮອງຫົວໜ້າອໍານວຍການກອງສິລະປະກອນແຫ່ງຊາດລາວ ໄດ້ແບ່ງປັນກ່ຽວກັບຄວາມແຕກຕ່າງກັນລະຫວ່າງງານມະໂຫລານດົນຕີຄັ້ງນີ້ ແລະ ງານມະໂຫລານຄັ້ງທໍາອິດ ສູ່ຟັງວ່າ:

ກອງ​ສິລະ​ປະກອນລາວ ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນ ຖອດ​ຖອນ​ບົດຮຽນ ຢູ່​ງານ​ມະ​ໂຫລານ​ດົນຕີ ອາຊຽນ - ảnh 1ທ່ານ ດວງຈັນ ພົມມະຈິດ, ຮອງຫົວໜ້າອໍານວຍການກອງສິລະປະກອນແຫ່ງຊາດລາວ 

        ມາເຂົ້າຮ່ວມງານມະໂຫລານດົນຕີ ອາຊຽນ ປີນີ້, ກອງສິລະປະກອນລາວ ໄດ້ເອົາເຄື່ອງດົນຕີພື້ນເມືອງຊະນິດຕ່າງໆຄື: ແຄນ, ຊໍ, ຄ້ອງວົງໃຫຍ່, ພິນ.... ເພື່ອຮັບໃຊ້ໃຫ້ແກ່ 5 ລາຍການສະແດງ ເຊິ່ງລວມມີ: ລາຍການເປົ່າແຄນບົດເພງ ຮັກບ້ານເກີດ; ລາຍການທີ 2 ແມ່ນ ຮ້ອງດຽວຍິງ ລໍາຕັ່ງຫວາຍ; ລາຍການທີີ 3 ແມ່ນ ແຄນວົງ; ລາຍການທີ 4  ແມ່ນ ສາລະວັນບ້ານຂ້ອຍ ແລະ ລາຍການສຸດທ້າຍ ແມ່ນເພງລາວອະມະຕະ ທີ່ມີຊື່ສຽງມາແຕ່ດຶກດໍາບັນ. ນີ້ແມ່ນບັນດາລາຍການທີ່ເຂັ້ມຂຸ້ນໄປດ້ວຍລັກສະນະພື້ນເມືອງຂອງປະເທດລາວ ກ່ຽວກັບຄວາມຮັກປະເທດຊາດ, ການຕໍ່ສູ້ກູ້ຊາດ ແລະ ການພັດທະນາຂອງປະເທດລາວ. ເຂົ້າຮ່ວມລາຍການດັ່ງກ່າວ, ນາງ ລົດຈະນາ ອະນຸລັກ, ນັກຮ້ອງກອງສິລະປະກອນແຫ່ງຊາດລາວ ແບ່ງປັນວ່າ:

ກອງ​ສິລະ​ປະກອນລາວ ​ເພີ່ມ​ທະວີ​ການພົວພັນ​​ແລກປ່ຽນ ຖອດ​ຖອນ​ບົດຮຽນ ຢູ່​ງານ​ມະ​ໂຫລານ​ດົນຕີ ອາຊຽນ - ảnh 2ນາງ ລົດຈະນາ ອະນຸລັກ, ນັກຮ້ອງກອງສິລະປະກອນແຫ່ງຊາດລາວ  

        ໃນໄລຍະ 01 ອາທິດ ດໍາເນີນງານມະໂຫລານ, ກອງສິລະປະກອນຂອງແຕ່ລະປະເທດ ຈະສະແດງຢ່າງເປັນທາງການໃນສອງຄືນຢູ່ໂຮງລະຄອນໃຫຍ່ ນະຄອນຫາຍຟ່່ອງ ແລະ ສະແດງພາຍໃນ 5 ຄືນ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນນະຄອນທ່າກໍ່າປ່ັນ ຢູ່ສູນວາງສະແດງນະຄອນ, ເມືອງໂດ່ເຊີນ ແລະ ເທດສະບານເມືອງເກາະ ກາດບ່າ, ເມືອງ ກ໊າດຫາຍ, ນະຄອນຫາຍຟ່ອງ. ການແລກປ່ຽນສະແດງສິລະປະກັບມະຫາຊົນໃນຄໍ່າຄືນຕ່າງໆ, ໂດຍສະເພາະ ແມ່ນການແລກປ່ຽນການສະແດງສິລະປະລະຫວ່າງກອງສິລະປະກອນລາວ ແລະ ກອງສິລະປະກອນ ບົງແຊນ (ດອກບົວ) ຂອງ ຫວຽດນາມນັ້ນ ໄດ້ຊ່ວຍໃຫ້ກອງສິລະປະກອນລາວ ມີຄວາມສະດວກຫຼາຍຢ່າງໃນການແລກປ່ຽນບົດຮຽນກັບບັນດາກອງສິລະປະກອນທີ່ມາຈາກປະເທດອື່ນໆ. ທ່ານ ຫງວຽນວັນຕວ໊ນ, ຮອງຜູ້ອໍານວຍການໂຮງລະຄອນ ບົງແຊນ, ນະຄອນໂຮ່ຈີມິນ ແລະ ທ່ານ ດວງຈັນ ພົມມະຈິດ, ຮອງຜູ້ອໍານວຍການກອງສິລະປະກອນແຫ່ງຊາດລາວ, ແບ່ງປັນວ່າ:

        “ໂຮງລະຄອນ ບົງແຊນ ມີຄວາມເປັນກຽດທີ່ໄດ້ເຂົ້າຮ່ວມງານມະໂຫລານຄັ້ງນີ້ ແລະ ເມື່ອເຂົ້າຮ່ວມ, ທາງໂຮງລະຄອນ ບົງແຊນ ພ້ອມກັບກອງສິລະປະລາວ ໄດ້ພ້ອມກັນເຂົ້າຮ່ວມລາຍການແລກປ່ຽນການສະແດງສິລະປະວັນນະຄະດີ ເພື່ອແນໃສ່ແນະນໍາວັດທະນະທໍາຂອງຫວຽດນາມ ແລະ ຂອງລາວຕໍ່ມະຫາຊົນ”

        ໃນພິທີປິດງານມະໂຫລານດົນຕີ ອາຊຽນ 2019, ສະພາສິລະປະ ໄດ້ເລືອກເອົາ 12 ລາຍການຍາດໄດ້ຫຼຽນຄໍາ,19 ລາຍການ ຍາດໄດ້ຫຼຽນເງິນ. ໃນນັ້ນ, ກອງສິລະປະກອນລາວ ໄດ້ຮັບລາງວັນຫຼຽນຄໍາ 1 ລາງວັນ ສໍາລັບລາຍການສະແດງການເປົ່າແຄນບົດເພງ ຮັກບ້ານເກີດ; ລາງວັນຫຼຽນເງິນ 1 ລາງວັນ ສໍາລັບບົດເພງ ສາລະວັນບ້ານຂ້ອຍ. ນອກຈາກນັ້ນ, ກອງສິລະປະລາວ ຍັງຍາດໄດ້ລາງວັນ ກອງສິລະປະກອນທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ ອີກດ້ວຍ.

ຕອບກັບ