“ເຮືອນ 100 ດົ່ງ” ຂອງ​ບັນ​ດາ​ນ້ອງ​ນ້ອຍ​ເມືອງ ກໍ​ກ​ວາວ ແຂວງ​ກຽນ​ຢາງ

Tran Hieu-Thu Hoa
Chia sẻ
(VOVWORLD) -  ດ້ວຍທິດນຳທີ່ວ່າ “ອາຍຸໜ້ອຍເຮັດວຽກນ້ອຍ, ຕາມຄວາມສາມາດຂອງຕົນ” ນັ້ນ,  ໃນຊຸມປີຜ່ານມາ, ສະມາຊິກກອງເຍົາວະຊົນປະຈັນບານໂຮ່ຈີມິນ ຢູ່ ເມືອງ ກໍກວາວ ແຂວງກຽນຢາງ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການ “ແຜນການນ້ອຍ” ເພື່ອຊ່ວຍເຫຼືອບັນດາເພື່ອນນັກຮຽນປະສົບກັບຄວາມຫຍູ້ງຍາກ ມີເງື່ອນໄຂໄດ້ໄປໂຮງຮຽນ. “ເຮືອນ 100 ດົ່ງ” ແມ່ນໜຶ່ງໃນບັນດາຮູບແບບທີ່ບັນດາໝູ່ເຍົາວະຊົນໄດ້ປະຕິບັດຈາກຂະບວນການ “ແຜນການນ້ອຍ” ໂດຍສະພາເຍົາວະຊົນເມືອງ ກໍກວາວ ປຸກລະດົມ.

“ເຮືອນ 100 ດົ່ງ” ຂອງ​ບັນ​ດາ​ນ້ອງ​ນ້ອຍ​ເມືອງ ກໍ​ກ​ວາວ ແຂວງ​ກຽນ​ຢາງ - ảnh 1

ພວກນ້ອງນັກຮຽນໂຮງຮຽນປະຖົມ 1 ເທດສະບານກໍກວາວ ໄປເກັບຕຸກ, ຈອກນ້ຳເຮັດດ້ວຍຢາງ ເພື່ອຖີ້ມໃສ່ຖົງຂີ້ເຫຍື່ອປັນຮູບເຮືອນທີ່ມີຊື່ວ່າ “ເຮືອນ 100 ດົ່ງ”

(ພາບ: ປະຕູຖານຂໍ້ມູນເມືອງກໍກວາວ)


ດ້ວຍເລື່ອງເກັບຕຸກນ້ຳເປົ່າໃນໂຮງຮຽນແລ້ວເອົາໄປຂາຍເພື່ອສ້າງເງິນຄັງ, ຜ່ານການປະຕິບັດໃນເວລາ 6 ປີ, 38 ໝູ່ເຍົາວະຊົນປະຈັນບານໂຮ່ຈີມິນ ໃນບໍລິເວນເມືອງ ກໍກວາວ ສາມາດກໍ່ສ້າງເຮືອນນ້ຳໃຈແຫ່ງຄວາມເປັນມິດໄດ້ 13 ຫຼັງ, ໜູນຊ່ວຍໃຫ້ເພື່ອນສະມາຊິກກອງເຍົາວະຊົນ, ນັກຮຽນປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່ລວມມູນຄ່າ 260 ລ້ານດົ່ງ. ຄອບຄົວນ້ອງ ແຢງແທງດາດ, ນັກຮຽນຫ້ອງ ມ1B ໂຮງຮຽນມັດທະຍົມສົມບູນກິນນອນຊົນເຜົ່າເມືອງ ກໍກວາວ ຫາກໍ່ໄດ້ຮັບເຮືອນນ້ຳໃຈແຫ່ງຄວາມເປັນມິດຫຼັງ 1. ເອື້ອຍ ທິດ່າຣາ ແມ່ຂອງນ້ອງ ແຢງແທງດາດ ມີຄວາມຕື້ນຕັນໃຈທີ່ສຸດ ຍ້ອນໄດ້ຮັບເຮືອນຫຼັງໃໝ່ທີ່ໂຫ່ຍໂຕ ແລະ ສວຍງາມຈາກການໜູນຊ່ວຍຂອງຮູບແບບ“ເຮືອນ100 ດົ່ງ”  .

   ຄອບຄົວຂ້າພະເຈົ້າທຸກຍາກຫຼາຍ, ຖ້າບໍ່ມີການໜູນຊ່ວຍ, ຄອບຄົວຂ້າພະເຈົ້າກໍ່ບໍ່ສາມາດກໍ່ສ້າງເຮືອນແບບນີ້ໄດ້. ລວມທັງອ້າຍນ້ອງກໍ່ພ້ອມກັນໜູນຊ່ວຍກໍ່ເລີຍພະຍາຍາມກໍ່ສ້າງເຮືອນແບບຖາວອນນີ້ຂຶ້ນ.

    ທີ່ໂຮງຮຽນປະຖົມເທດສະບານ ກໍກວາວ ໃນຊຸມວັນທ້າຍປີ, ເຖິງເວລາພັກຜ່ອນ, ບັນດານ້ອງນັກຮຽນກໍ້ໄດ້ໄປເກັບຕຸກ, ຈອກນ້ຳເຮັດດ້ວຍຢາງ ເພື່ອຖີ້ມໃສ່ຖງຂີ້ເຫຍື່ອປັນຮູບເຮືອນທີ່ມີຊື່ວ່າ “ເຮືອນ 100 ດົ່ງ” ຢູ່ແຈເດີ່ນໂຮງຮຽນ. ອ້າຍຄູ ເຈິ່ນທ້ຽນງວານ ຜູ້ອຳນວຍການໂຮງຮຽນປະຖົມເທດສະບານ ກໍກວາວ ເມືອງ ກໍກວາວ ໃຫ້ຮູ້ວ່າ: ໂຮງຮຽນໄດ້ປະຕິບັດຮູບແບບນີ້ມາໄດ້ 3 ປີແລ້ວ:

     ພວກນ້ອງມີສະຕິຮັກສາອະນາໄມກ່ວາອີກ, ໃນເຂດອ້ອມແອ້ມໂຮງຮຽນນັບມື້ນັບສວຍງາມກ່ວາ ແລະ ສິ່ງເສດເຫຼືອທີ່ສາມາດໃຊ້ໄດ້ກໍ່ນຳເອົາເຂົ້າໃນຄັງເງິນການກໍ່ສ້າງເຮືອນນ້ຳໃຈແຫ່ງຄວາມເປັນມິດ. ຜ່ານນັ້ນກໍ່ສາມາດສຶກສາອົບຮົມພວກນ້ອງ, ຝຶກຝົນຫຼໍ່ຫຼອມໃຫ້ພວກນ້ອງມີທັກສະໃນການດຳລົງຊີວິດ ຕ້ອງຮູ້ແບ່ງປັນ ຊ່ວຍເຫຼືອເພື່ອນນັກຮຽນໃນໂຮງຮຽນ, ໂດຍສະເພາະແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກ.

    ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ, ສົ່ງເສີມຈິດໃຈໃຫ້ພວກນ້ອງນັກຮຽນທຸກຍາກ ສາມາດໄປໂຮງຮຽນ, ຈາກຂະບວນການແຜນການນ້ອຍ, ຫຼາຍໝູ່ເຍົາວະຊົນປະຈັນບານໂຮ່ຈີມິນ ເມືອງກໍກວາວ ໄດ້ຜັນຂະຫຍາຍການປະຕິບັດບັນດາຮູບແບບຕ່າງກັນຄື: “ເຮືອນ 100 ດົ່ງ”, “ສວນຜັກຂອງນ້ອງ”, “ກະປຸກອອມສິນ”, ເກັບເຈ້ຍເສດ, ເກັບເຂົ້າເຮ່ຍ… ບັນດາໝູ່ເຍົາວະຊົນຈະໃຊ້ເງິນເກັບມາໄດ້ຈາກແຫຼ່ງເງິນຄັງແຜນການ້ອຍ ມອບເປັນທຶນສຶກສາ, ຂອງຂວັນ, ເຄື່ອງອຸປະກອນການຮຽນ ແລະ ໜູນຊ່ວຍດ້ານເຮືອນຢູ່ໃຫ້ແກ່ສະມາຊິກກອງເຍົາວະຊົນ, ນັກຮຽນປະສົບກັບຄວາມຫຍຸ້ງຍາກ.

“ເຮືອນ 100 ດົ່ງ” ຂອງ​ບັນ​ດາ​ນ້ອງ​ນ້ອຍ​ເມືອງ ກໍ​ກ​ວາວ ແຂວງ​ກຽນ​ຢາງ - ảnh 2

ຮູບແບບ “ເຮືອນນ້ຳໃຈແຫ່ງຄວາມເປັນມິດ” ຢູ່ໂຮງຮຽນປະຖົມ

ເທດສະບານກໍກວາວ (ພາບ baophapluat.vn )

   ທ່ານຫງວຽນວູ້ຮູຍ, ຫົວໜ້າຄະນະໂຄສະນາສຶກສາ ອົງຄະນະພັກເມືອງກໍກວາວ ຖືວ່າ: ໂດຍປະຕິບັດບັ້ນຂົນຂວາຍຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດ, ແບບແຜນປະທານໂຮ່ຈີມິນ ນັ້ນ, ໃນຂຸມປີຜ່ານມາ, ໃນບໍລິເວນເມືອງກໍກວາວ ໄດ້ມີຫຼາຍຮູບແບບດີເດັ່ນໃນຫຼາຍຂົງເຂດ. ແຕ່ເຖິງຢ່າງໃດກໍ່ຕາມ, ຂະບວນການແຜນການນ້ອຍ, ພິເສດແມ່ນຮູບແບບ “ເຮືອນ 100 ດົ່ງ”  ໃນບັນດາໝູ່ເຍົາວະຊົນ ໄດ້ສ້າງໃຫ້ມີການແຜ່ຂະຫຍາຍຢ່າງກ້ວາງຂວາງທີ່ສຸດ ໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດ, ແບບແຜນປະທານໂຮ່ຈີມິນ ໃນໝູ່ນ້ອງນ້ອຍສະມາຊິກກອງເຍົາວະຊົນ, ນັກຮຽນໃນບໍລິເວນເມືອງ. ໂດຍເລີ່ມຈາກວຽກທີ່ນ້ອຍໆ, ເໝາະສົມກັບຄວາມສາມາດຂອງຕົນ, ພວກນ້ອງໄດ້ສ້າງໃຫ້ມີຄວາມຮັກແພງ, ຮູ້ຈັກແບ່ງປັນ, ໂດຍສະເພາະແມ່ນສ້າງນ້ຳໃຈສາມັກຄີໃນໂຮງຮຽນ ແລະ ຊີວິດປະຈຳວັນ:

   ຂະບວນການໄດ້ສຶກສາອົວຮົມພວກນ້ອງໂດຍກົງກ່ຽວກັບນ້ຳໃຈເມດຕາ, ຮັກແພງຊື່ງກັນ ແລະ ກັນ, ກ່ຽວກັບການຮ່ຳຮຽນ ແລະ ເຮັດຕາມລຸງໂຮ່ ນັບຕັ້ງແຕ່ເກນອາຍຸເຍົາວະຊົນ, ອະນຸຊົນ, ຜ່ານນັ້ນໄດ້ສ້າງບຸກຄະລິກໃຫ້ແກ່ພວກນ້ອງນັບແຕ່ເມື່ອກຳລັງເປັນນັກຮຽນ.

   ຄຽງຂ້າງກັບການກໍ່ສ້າງເຮືອນນ້ຳໃຈແຫ່ງຄວາມເປັນມິດ, ມອບທຶນສຶກສາ, ປຶ້ມຮຽນ, ປຶ້ມຂຽນ, ເຄື່ອງອຸປະກອນການຮຽນ ນັ້ນ, ຈາກແຫຼ່ງເງິນຄັງແຜນການນ້ອຍ, ບັນດາໝູ່ເຍົາວະຊົນຍັງໄດ້ຜັນຂະຫຍາຍບັນດາກິດຈະກຳທີ່ມີຄວາມໝາຍອື່ນໆຄື: “ຕູ້ປຶ້ມຂອງນັກຮຽນ” ຢູ່ບັນດາໂຮງຮຽນ; ກໍ່ສ້າງຫຼັກໝາຍປະຊາທິປະໄຕກ່ຽວກັບເຈື່ອງຊາ, ສວນຜັກຮ່ຳຮຽນ ແລະ ສະຖານທີ່ລະຫຼີ້ນໃຫ້ແກ່ເຍົາວະຊົນໃນເຂດພົນລະເມືອງທຸກຍາກໂດຍບໍ່ຕ້ອງເສຍຄ່າ. ນ້ຳໃຈສາມັກຄີ, ກຳລັງແຮງແຫ່ງການຮ່ວມແຮງຮ່ວມໃຈ ໄດ້ຮັບການສຶກສາອົບຮົມຜ່ານບັນດາວຽກງານນ້ອຍທີ່ສຸດໃນຂະບວນການແຜນການນ້ອຍຂອງບັນດາພວກນ້ອງເຍົາວະຊົນ, ອະນຸຊົນເມືອງກໍກວາວ./.

ຕອບກັບ