ຮັບຊົມການສະແດງສິລະປະທີ່ເປັນມູນເຊື້ອຢູ່ຮ້າລອງ

Duy Thai – Mai Linh
Chia sẻ
(VOVWORLD) -ໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ໄດ້ກາຍເປັນສະຖານທີ່ມາຢ້ຽມຢາມຂອງນັກທ່ອງທ່ຽວກວ່າ 1.000 ເທື່ອຄົນໃນແຕ່ລະມື້
ຮັບຊົມການສະແດງສິລະປະທີ່ເປັນມູນເຊື້ອຢູ່ຮ້າລອງ - ảnh 1 (ການສະແດງຟ້ອນຕຸກກະຕານ້ຳ)

ເມື່ອມາຢ້ຽມຢາມແຂວງກວ໋າງນິງ, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ຮັບຊົມທິວທັດທຳມະຊາດສວຍງາມທີ່ສຸດຂອງສິ່ງມະຫັດສະຈັນທຳມະຊາດໂລກອ່າວຮ້າລອງ, ຢ້ຽມຊົມບັນດາກິດຈະກຳສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະທີ່ສັກກະລະບູຊາຄື ອຽນຕື໋, ຫຼື ສາລາບ້ານທະເລຕອນເໜືອສຸດ ມ໊ອງກ໊າຍ… ເທົ່ານັ້ນ, ຫາກຍັງມີໂອກາດຊອກຮູ້ວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຂອງຫວຽດນາມ ຜ່ານບັນດາລາຍການສະແດງຂອງໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ອີກດ້ວຍ.

        ໃນບັນຍາກາດອັນອົບອຸ່ນ, ບັນດາທຳນອງເພງພື້ນເມືອງ ເຈົ່າວັນ, ສຽງພິນສາຍດຽວ ຫຼື ລາຍການຟ້ອນຕຸກກະຕານ້ຳ… ຂອງບັນດານັກສິລະປິນໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ນັກທ່ອງທ່ຽວທີ່ມາຊົມ. ໂດຍຫາກໍ່ເປີດເຄື່ອນໄຫວມາແຕ່ປີ 2017, ໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ໄດ້ກາຍເປັນສະຖານທີ່ມາຢ້ຽມຢາມຂອງນັກທ່ອງທ່ຽວກວ່າ 1.000 ເທື່ອຄົນໃນແຕ່ລະມື້, ໃນນັ້ນມີຄະນະນັກທ່ອງທ່ຽວສາກົນເປັນຈຳນວນຫຼາຍ.

        ໂດຍເປີດປະຕູຮັບໃຊ້ນັກທ່ອງທ່ຽວໃນເວລາ 16 ໂມງ 30 ນາທີ, 17 ໂມງ 30 ນາທີ, 19 ໂມງ 30 ນາທີ ເປັນປະຈຳ, ລາຍການສະແດງສິລະປະປະຈຳວັນຂອງໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ໃຊ້ເວລາຍາວເຖິງເວລາ 40 ນາທີ, ໄດ້ວາດພາບຄືນຮູບພາບຂອງໝູ່ບ້ານຫວຽດນາມ, ຊີວິດການເປັນຢູ່ຂອງປະຊາຊົນເຂດທົ່ງພຽງແຄມທະເລທາງພາກເໜືອຫວຽດນາມ. ບັນດາລາຍການຄື: ຄັດຕອນຂັບ ແຈ່ວ, ຂັບ ກວານຫໍ້, ຂັບ ເຈົ່າວັນ, ພິນສາຍດຽວ ແລະ ພິເສດແມ່ນການສະແດງຟ້ອນຕຸກກະຕານ້ຳ… ໄດ້ນຳມາໃຫ້ນັກທ່ອງທ່ຽວມີພຶດຕິກຳຕົວຈິງຫຼາຍຢ່າງກ່ຽວກັບວັດທະນຳທະທີ່ເປັນເອກະລັກສະເພາະ, ໂດຍສະເພາະແມ່ນສຳລັບນັກທ່ອງທ່ຽວຕ່າງປະເທດ. ເອື້ອຍ ຫຼີຕິ້ງ, ນັກທ່ອງທ່ຽວມາຈາກແຂວງ ແຈ໊ງຊີ, ປະເທດຈີນ, ມີຄວາມຮູ້ສຶກວ່າ.

        “ບັນດາລາຍການສະແດງ, ຊຸດອາພອນ, ການແຕ່ງຕົວ, ການປະສານສຽງ, ແສງສີ, ສຽງຂັບຮ້ອງຂອງບັນດານັກສິລະປິນລ້ວນແຕ່ສ້າງຄວາມປະທັບໃຈ. ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ລາຍການຟ້ອນຕຸກກະຕານ້ຳ ຍ້ອນຢູ່ປະເທດຈີນ ຂ້າພະເຈົ້າກໍ່ເຄີຍຊົມລາຍການແບບນີ້ແລ້ວ ແລະ ມື້ນີ້ໄດ້ຮັບຊົມໂດຍກົງຂ້າພະເຈົ້າເຫັນວ່າມັນມີຄວາມດູດດື່ມໃຈ ແລະ ມີຄວາມພໍໃຈຫຼາຍ”.

        ນັກສະປິນ, ນັກດົນຕີຂອງໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງເກືອບ 40 ຄົນ ລ້ວນແຕ່ໄດ້ຮັບການບຳລຸງສ້າງຢ່າງລະອຽດລະອໍຈາກບັນດາໂຮງຮຽນສິລະປະອາຊີບ. ອ້າຍ ຟ້າມຕ໊ຽນດ່ວານ,  ເຊິ່ງແມ່ນນັກສິລະປະໜຸ່ມ, ໃຫ້ຮູ້ວ່າ ເພື່ອບັນລຸຜົນສຳເລັດຄືວັນນີ້, ນອກຈາກຄວາມເມົາມົວກັບອາຊີບແລ້ວ, ການສະໜັບສະໜູນຂອງຜູ້ຊົມຍັງແມ່ນກຳລັງໜູນອັນໃຫຍ່ຫຼວງສຳລັບບັນດານັກສິລະປິນ.

        “ໂດຍແມ່ນນັກສິລະປິນເມື່ອຮ້ອງເພງ ຫຼື ສະແດງລາຍການຕະຫຼົກ, ການໂອ້ລົມຂອງຕົວລະຄອນຕຸກກະຕາ ຂ້າພະເຈົ້າມີຄວາມປະຕິຊົມຊື່ນເມື່ອໄດ້ຕ້ອນຮັບດ້ວຍບັນດາສຽງຕົບມື. ຂ້າພະເຈົ້າເອງປາດຖະໜາວ່າ ຈະເຮັດແນວໃດເພື່ອໃຫ້ສິລະປະຂອງພວກເຮົາສາມາດໂຄສະນາໄດ້ຢ່າງກວ້າງຂວາງ, ບໍ່ພຽງແຕ່ມີຜູ້ຊົມຢູ່ພາຍໃນປະເທດເທົ່ານັ້ນ, ຫາກແຜ່ຂະຫຍາຍອອກສູ່ຕ່າງປະເທດອີກດ້ວຍ ເພື່ອໃຫ້ຜູ້ຊົມຂອງຫຼາຍປະເທດຮູ້ຈັກເຖິງສິລະປະຂອງຊາດຫວຽດນາມ”.

        ດ້ວຍທ່າແຮງການເຄື່ອນໄຫວຢູ່ນະຄອນທະເລ ສະນັ້ນຈຶ່ງໄດ້ດຶງດູດນັກທ່ອງທ່ຽວນັບສິບລ້ານເທື່ອຄົນຕໍ່ປີ, ໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ພວມມຸ່ງໄປເຖິງການສ້າງບັນດາຮູບແບບການທ່ອງທ່ຽວໃໝ່ໃຫ້ສົມບູນແບບເພື່ອຮັບໃຊ້ມະຫາຊົນ. ເພື່ອແນໃສ່ສ້າງຄວາມເປັນຫຼາຍຮູບຫຼາຍແບບໃນບັນດາຮູບແບບສິລະປະ ແລະ ຕອບສະໜອງຄວາມຕ້ອງການທີ່ນັບມື້ນັບສູງຂອງຜູ້ຊົມ, ບັນດາລາຍການສະແດງສິລະປະໄດ້ສ້າງໃໝ່ເປັນປະຈຳ. ທ່ານ ເຢືອງວັນກຸ໊ຍ, ຫົວໜ້າໂຮງລະຄອນ, ໃຫ້ຮູ້ວ່າ.

        “ສິ່ງທີ່ພວກຂ້າພະເຈົ້າມຸ່ງໄປເຖິງນັ້ນແມ່ນການພັດທະນາສິລະປະທີ່ເປັນມູນເຊື້ອ, ເພາະສະນັ້ນ, ພວກຂ້າພະເຈົ້າຈຶ່ງໄດ້ສົມທົບກັນສ້າງເວທີສະແດງທີ່ທັນສະໄໝ ສົມທົບກັບການຮ້ອງລຳທຳເພງພື້ນເມືອງ, ອຸປະກອນການສະແດງ ແລະ ຟ້ອນຕຸກກະຕານ້ຳ, ສະແດງຜ່ານ 3 ພາສາແມ່ນ: ພາສາຫວຽດ, ພາສາອັງກິດ ແລະ ພາສາຈີນ ເພື່ອໃຫ້ນັກທ່ອງທ່ຽວສາມາດເຂົ້າໃຈໄດ້ເນື້ອໃນເຊິ່ງພວກຂ້າພະເຈົ້າຢາກສົ່ງເຖິງຜູ້ຊົມ. ຍ້ອນເຫດນັ້ນ, ໃນເວລາກວ່າ 1 ປີຜ່ານມາ, ພວກຂ້າພະເຈົ້າເຫັນວ່ານັກທ່ອງທ່ຽວມີຄວາມເພິ່ງພໍໃຈ ຍ້ອນເຂົາເຈົ້າໄດ້ຮັບຊົມ ແລະ ເຂົ້າໃຈເນື້ອໃນຂອງລາຍການ. ພວກຂ້າພະເຈົ້າກໍ່ຮູ້ສຶກມີຄວາມເອກອ້າງທະນົງໃຈເມື່ອໄດ້ເປັນຂົວເຊື່ອມຕໍ່ຊ່ວຍໃຫ້ເຂົາເຈົ້າເຂົ້າໃຈບັນດາຄຸນຄ່າວັດທະນະທຳຂອງຊາດຫວຽດນາມ”.

        ມາຢ້ຽມຢາມຮ້າລອງ, ນັກທ່ອງທ່ຽວບໍ່ພຽງແຕ່ຢາກເຂົາຮ່ວມພຶດຕິກຳຕົວຈິງກ່ຽວກັບຄວາມງາມຂອງທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ, ໄດ້ຮັບປະທານບັນດາເຍື່ອງອາຫານທະເລທີ່ແຊບນົວເທົ່ານັ້ນ, ຫາກຍັງຢາກຊອກຮູ້, ມີຄວາມຮູ້ສຶກກ່ຽວກັບບັນດາຄຸນຄ່າວັດທະນະທຳທາງດ້ານຈິດໃຈທີ່ເປັນເອກະລັກສະເພາະອີກດ້ວຍ. ເຖິງວ່າ, ຫາກໍ່ນຳເຂົ້າເຄື່ອນໄຫວມາເປັນເວລາເກືອບ 2 ປີ, ແຕ່ໂຮງລະຄອນສະແດງສິລະປະທີ່ເປັນມູນເຊື້ອຮ້າລອງ ໄດ້, ພວມ ແລະ ຈະແມ່ນສະຖານທີ່ທີ່ຂາດບໍ່ໄດ້ໃນລາຍການທ່ອງທ່ຽວຢ້ຽມຢາມເຂດມໍລະດົກທຳມະຊາດໂລກອ່າວຮ້າລອງ.

ຕອບກັບ