ສະໂມສອນ Saving Green ຢູ່ແຂວງ ກຽນຢາງ ສ້າງແຫຼ່ງບັນດານໃຈກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ

Hieu - Anh
Chia sẻ
(VOVWORLD) - ໃນ 2  3 ປີມານີ້, ປະຊາຊົນຢູ່ນະຄອນ ແຣກຢ໊າ - ພາກໃຕ້ ຫວຽດນາມ ມີຄວາມລື້ງເຄີຍກັບຮູບພາບຂອງບັນດາພວກເພື່ອນໜຸ່ມຢູ່ສະໂມສອນປົກປັກຮັກສາສິ່ງແວດລ້ອມ Saving Green ເກັບຂີ້ເຫຍື້ອຢູ່ຕາມສະຖານທີ່ສາທາລະນະ. 

ວຽກງານທີ່ມີຄວາມໝາຍນີ້ ໄດ້ປະກອບສ່ວນເຮັດໃຫ້ສິ່ງແວດລ້ອມໃຫ້ມີຄວາມສະອາດ, ແຜ່ຂະຫຍາຍ, ເປັນແຫຼ່ງບັນດານໃຈ ແລະ ໂຄສະນາສະຕິໃນການປົກປັກຮັກສາເຮັດອະນາໄມສິ່ງແວດລ້ອມໃນວົງຄະນະຍາດ.

ທ້າຍປີ 2018, ສະໂມສອນປົກປັກຮັກສາສິ່ງແວດລ້ອມ Saving Green ໄດ້ຮັບການສ້າງຕັ້ງດ້ວຍສະມາຊິກເຂົ້າຮ່ວມ 20 ຄົນທີ່ມາຈາກຫລາຍຫ້ອງຮຽນຂອງໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮີ່ງເໝິນດາດ, ນະຄອນ ແຣກຢ໊າ, ແຂວງ ກຽນຢາງ.

ສະໂມສອນ Saving Green ຢູ່ແຂວງ ກຽນຢາງ ສ້າງແຫຼ່ງບັນດານໃຈກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ - ảnh 1 ສະໂມສອນ Saving Green ມີສະມາຊິກທັງໝົດ 80 ຄົນ ແລະ ມີ Fanpage ທາງ Facebook 

ນ້ອງ ເຈິ່ນຕ໋ຽວມີ, ນັກຮຽນຫ້ອງ ມ5, ຫົວໜ້າສະໂມສອນ Saving Green ໃຫ້ຮູ້ວ່າ: ຕົນເອງຖືກດຶງດູດໃຈ ຍ້ອນບັນດາຄຼິບກ່ຽວກັບການດຳລົງຊີວິດຂຽວ, ການປົກປັກຮັກສາສິ່ງແວດລ້ອມຂອງນັກສຶກສາ ຫວຽດນາມ ທີ່ໄປຮຽນຢູ່ຕ່າງປະເທດ, ຈາກນັ້ນ, ນ້ອງ ມີ ຈຶ່ງເກີດມີແນວຄວາມຄິດຢາກສ້າງຕັ້ງສະໂມສອນທີ່ໂຄສະນາກ່ຽວກັບສະຕິໃນການດຳລົງຊີວິດຂຽວ, ຈຳກັດຂີ້ເຫຍື້ອປລາດສະຕິກ. ນ້ອງ ມີ ຈຶ່ງຊອກຫາເພື່ອນທີ່ມີຄວາມນິຍົມແບບດຽວກັນ ແລະ ກຸ່ມໝູ່ເພື່ອນເຫຼົ່ານັ້ນ ໄດ້ແບ່ງກັນໄປຂົນຂວາຍພາໝູ່ເພື່ອນອື່ນເຂົ້າຮ່ວມສະໂມສອນຢູ່ຕາມຫ້ອງຮຽນຊັ້ນຕ່າງໆ. ເດືອນ ທັນວາ 2018, ນ້ອງ ເຈິ່ນຕ໋ຽວມີ ໄດ້ປະຕິບັດສຳເລັດແຜນການສ້າງຕັ້ງສະໂມສອນ ແລະ ໄດ້ຮັບການອະນຸຍາດຈາກຄະນະອຳນວຍການໂຮງຮຽນ. ປັດຈຸບັນ, ສະໂມສອນ Saving Green ມີສະມາຊິກທັງໝົດ 80 ຄົນ ແລະ ມີ Fanpage ທາງ Facebook ອື່ມອີກ. ນ້ອງ ເຈິ່ນຕ໋ຽວມີ, ຫົວໜ້າສະໂມສອນ Saving Green ໃຫ້ຮູ້ວ່າ:

“ພວກເພື່ອນຢູ່ຫໍພັກໄດ້ແນະນຳກັນເອງວ່າ ບໍ່ຄວນຊື້ເຂົ້າທີ່ໃສ່ກັບໂຟມອີກ ແລ້ວ ເວລາໄປຊື້ເຂົ້າ ແລະ ຊື້ເຄື່ອງຂອງກໍ່ຄວນປະຕິເສດຕໍ່ການໃຊ້ຖົງນີລົງ. ຈາກນັ້ນ, ພວກເພື່ອນໃນໂຮງຮຽນກໍ່ຮ່ຳຮຽນ, ປະຕິບັດຕາມ ແລະ ປະຈຸບັນ ພວກເພື່ອນບໍ່ມີຄວາມລະອາຍຕໍ່ການດຳລົງຊີວິດຂຽວອີກແລ້ວ, ຍາມໃດກໍ່ມີຄວາມເອກອ້າງທະນົງໃຈທີ່ໄດ້ເປັນສະມາຊິກຂອງສະໂມສອນ Saving Green.”

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງ, ບັນດາເພື່ອນໜຸ່ມໄດ້ແບ່ງເປັນກຸ່ມເພື່ອໄປເກັບຂີ້ເຫຍື້ອ, ເອົາບົດໂຄສະນາກ່ຽວກັບສະຕິໃນການດຳລົງຊີວິດຂຽວ, ຮຽກຮ້ອງໃຫ້ທຸກຄົນຈຳກັດການນຳໃຊ້ເຄື່ອງປລາດສະຕິກທີ່ໃຊ້ໄດ້ເທື່ອດຽວ, ເກັບກຳບັນດາບົດຂຽນກ່ຽວກັບຜົນຮ້າຍຂອງຂີ້ເຫຍື້ອປລາດສະຕິກລົງໃນສື່ອອນລາຍ Fanpage  ແລະ ໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກບັນດານັກຮຽນໃນໂຮງຮຽນ ແລະ ທັງປະຊາຄົມຢູ່ພາຍນອກອີກດ້ວຍ. ນ້ອງ ດ່ວານທິມິງທື, ສະມາຊິກສະໂມສອນ Saving Green ແບ່ງປັນວ່າ:

ນ້ອງໄດ້ຮຽນເອົາສິ່ງທີ່ດີຫລາຍຢ່າງເມື່ອໄດ້ເຂົ້າຮ່ວມສະໂມສອນ. ທຳອິດນ້ອງໄປຊື້ເຄື່ອງດື່ມນ້ອງກໍ່ບໍ່ເອົາທໍ່ດູດ ແລະ ນ້ອງກໍ່ຄ່ອຍໆປ່ຽນແປງດ້ວຍວິທີຖືເອົາຕຸກນ້ຳໄປນຳ, ທັງປະຢັດເງິນໃຫ້ແກ່ຕົນເອງ ທັງປົກປັກຮັກສາສິ່ງແວດລ້ອມແລ້ວ ກໍ່ຫັນມາໃຊ້ຖົງແພຝ້າຍ. ຈົ່ງເລີ່ມປະຕິບັດແຕ່ວຽກທີ່ນ້ອຍໆ ເປັນຕົ້ນແມ່ນ ບໍ່ນຳໃຊ້ທໍ່ດູດ, ຖືເອົາຕຸກນ້ຳໄປນຳ…ແຕ່ລະຄົນຊ່ວຍກັນຄົນລະເລັກລະໜ້ອຍ ນັ້ນແລ້ວສິ່ງແວດລ້ອມຈະສະອາດສວຍງາມຂຶ້ນຕື່ມ.

ສະໂມສອນ Saving Green ຢູ່ແຂວງ ກຽນຢາງ ສ້າງແຫຼ່ງບັນດານໃຈກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມ - ảnh 2ການເຄື່ອນໄຫວເກັບຂີ້ເຫຍື້ອຂອງສະໂມສອນ Saving Green

ເມື່ອເຂົ້າຮ່ວມສະໂມສອນ Saving Green, ບັນດາເພື່ອນໜຸ່ມໄດ້ເຂົ້າຮ່ວມພຶດຕິກຳຕົວຈິງທີ່ເປັນໜ້າຈັບໃຈ, ຍົກສູງສະຕິ, ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ. ບັນດາສະມາຊິກຢູ່ສະໂມສອນ Saving Green ຍັງບໍລິຈາກເງິນສ້າງກອງທຶນເພື່ອເປັນຄ່າໃຊ້ຈ່າຍເຂົ້າໃນການເຄື່ອນໄຫວ. ນາງ ເຈືອງໝີແອັງ, ຮອງຫົວໜ້າສະໂມສອນ Saving Green ໃຫ້ຮູ້ວ່າ:

ເຂົ້າຮ່ວມສະໂມສອນ ຈະຊ່ວຍໃຫ້ຕົນເອງມີຄວາມເຂົ້າໃຈຕື່ມອີກກ່ຽວກັບການດຳລົງຊີວິດ, ສິ່ງແວດລ້ອມ ກໍ່ຄືເຂົ້າໃຈສິ່ງແວດລ້ອມພວມທີ່ຖືກທຳລາຍຄືແນວໃດ ຕໍ່ການກະທຳຜິດຂອງມະນຸດ, ມີຄວາມຮັບຜິດຊອບຕໍ່ຕົນເອງ ແລະ ຊີວິດການເປັນຢູ່ຂອງສັງຄົມ ເຊິ່ງຕົນເອງພວມດຳລົງຊີວິດຢູ່. ນ້ອງຢາກໃຫ້ ທຸກຄົນເຂົ້າໃຈໄດ້ເປົ້າໝາຍ ເຊິ່ງກຸ່ມພວກນ້ອງຍົກອອກມານັ້ນ ແມ່ນການໂຄສະນາ ແລະ ສະກັດກັ້ນການຖິ້ມຂີ້ເຫຍື່ອໃສ່ສິ່ງແວດລ້ອມ ບໍ່ແມ່ນວ່າ ສ້າງຕັ້ງສະໂມສອນຂຶ້ນມາເພື່ອໄປເກັບຂີ້ເຫຍື້ອ ແລະ ສະໂມສອນ ນັບມື້ນັບພັດທະນາ.

ບໍ່ພຽງແຕ່ໂຄສະນາໃນຂອບເຂດຂອງສະໂມສອນ, ຢູ່ໂຮງຮຽນເທົ່ານັ້ນ, ຄາດວ່າ ໃນໄລຍະຈະມາເຖິງ ສະໂມສອນ Saving Green ຈະສົມທົບກັບຄະນະຊາວໜຸ່ມນະຄອນ ແຣກຢ໊າ ຈັດຕັ້ງລາຍການ “ປອດຂີ້ເຫຍື້ອ” ຢູ່ແຂວງ ກຽນຢາງ. ແຜນການຂອງສະໂມສອນຈະແກ່ຍາວເປັນເວລາ 1 ເດືອນ, ມີກອງປະຊຸມສຳມະນາເພື່ອແລກປ່ຽນບົດຮຽນເຮັດແນວໃດເພື່ອດຳລົງຊີວິດຂຽວ, ເຊີນບັນດາ Vlogger ທີ່ມີຊື່ສຽງ ຫຼື ຜູ້ທີ່ມີຜົນສະທ້ອນໃນປະຊາຄົມເຂົ້າຮ່ວມ ເພື່ອສ້າງໂຄສະນາຕໍ່ວົງຄະນະຍາດຢ່າງເລິກເຊິ່ງກ້ວາງຂວາງ, ເປັນຕົ້ນແມ່ນໄວໜຸ່ມ. ດ້ວຍບັນດາເລື່ອງ ທີ່ພວກເພື່ອນໃນສະໂມສອນ Saving Green ໄດ້ ແລະ ພວມປະຕິບັດຢູ່ນັ້ນ, ເຂົາເຈົ້າມີຄວາມເອກອ້າງທະນົງໃຈ ເປັນຜູ້ເຮັດໃຫ້ສິ່ງແວດລ້ອມຂຽວ, ສະອາດ ແລະ ສວຍງາມ./.

ຕອບກັບ