ມາດ​ຕະ​ການຮັກ​ສາ​​ໝູພັນມອງ​ກາຍ

Ngoc Anh
Chia sẻ
(VOVWORLD) - ໝູມອງກາຍ ແມ່ນແນວພັນໝູທີ່ຫາຍາກ, ມີມາແຕ່ດົນນານຢູ່ແຂວງກວາງນິງ. ໝູມອງກາຍ ແມ່ນສັດລ້ຽງທີ່ມີຊື່ສຽງຍ້ອນມັນມີຄວາມແຂງແຮງ ມີພູມຕ້ານທານທີ່ດີ, ເກີດແມ່ແຜ່ລູກດີ, ຊີ້ນແຊບ ຊື່ງໝູຢູ່ເຂດອື່ນບໍ່ຄ່ອຍມີ. ນັບແຕ່ເມື່ອໂລກອະຫິວາໝູອາຟຼິກາເກີດຂຶ້ນຢູ່ບັນດາແຂວງ, ນະຄອນຢູ່ຫວຽດນາມ, ຂະແໜງກະສິກຳ, ບັນດາວິສາຫະກິດ ແລະ ຊາວກະສິກອນແຂວງກວາງນິງ ໄດ້ເປັນເຈົ້າການປະຕິບັດບັນດາມາດຕະການທີ່ຮີບດ່ວນ ເພື່ອຮັກສາແນວພັນໝູທີ່ຫາຍາກນີ້ໄວ້.
ມາດ​ຕະ​ການຮັກ​ສາ​​ໝູພັນມອງ​ກາຍ - ảnh 1

ພາບ: ກອງປະຊຸມຈັດຂຶ້ນຢູ່ກວາງນິງ ປຶກສາຫາລືມາດຕະການຮັກສາແນວພັນໝູມອງກາຍ

     ຢູ່ແຂວງກວາງນິງ, ໂລກລະບາດໄດ້ເກີດຂຶ້ນຢູ່ນະຄອນ, ເມືອງ  ແລະ ເທດສະບານທຸກແຫ່ງ ແລະ ພວມມີສັນຍານຈະສືບຕໍ່ແຜ່ລາມອອກໄປຕື່ມອີກ. ແຕ່ເຖິງຢ່າງໃດກໍ່ຕາມ, ນັບແຕ່ທ້າຍປີ 2018, ເມື່ອມີຂ່າວເກີດໂລກອະຫິວາ

ອາຟຼິກກາ ຢູ່ຫຼາຍປະເທດໃນໂລກນັ້ນ, ຂະແໜງກະສິກຳ ແລະ ສັດຕະວະແພດແຂວງກວາງນິງ ກໍ່ໄດ້ເປັນເຈົ້າການປະຕິບັດບັນດາມາດຕະການເພື່ອແນໃສ່ຮັກສາແນວພັນໝູທີ່ຫາຍາກນີ້ໄວ້. ທ່ານດັ້ງກວັກບ໋າວ, ຜູ້ອຳນວຍການບໍລິສັດພັນສັດລ້ຽງກວາງນິງ ໃຫູ້ວ່າ:

ພວກຂ້າພະເຈົ້າມີຝູງໝູແນວພັນມອງກາຍ ນັບຮ້ອຍໂຕ. ເມື່ອເກີດໂລກລະບາດ, ພວກຂ້າພະເຈົ້າໄດ້ຜັນຂະຫຍາຍຫຼາຍມາດຕະການ ແຕ່ເປັນໜ້າເສຍດາຍ, ເມື່ອເດືອນມິຖຸນາຜ່ານມາ, ໂລກລະບາດກໍ່ໄດ້ເກີດຂຶ້ນຢູ່ແຂວງແລ້ວ, ບໍ່ມີໃຜສາມາດຢືນຢັນໄດ້ວ່າ ໂລກລະບາດນັ້ນຈະສີ້ນສຸດລົງເມື່ອໃດ ແລະ ພວກຂ້າພະເຈົ້າຄິດວ່າທາງແຂວງຕ້ອງມີມາດຕະການແກ້ໄຂ.

ພະແນກລ້ຽງສັດ-ສັດຕະວະແພດແຂວງກວາງນິງ ໃຫ້ຮູ້ວ່າ: ໝູມອງກາຍ ແມ່ນແນວພັນໝູຂອງທ້ອງຖິ່ນ ທີ່ໄດ້ລ້ຽງມາແຕ່ດົນນານແລ້ວ, ມາຮອດປະຈຸບັນມີປະມານ 27.000 ໂຕ, ກວມເອົາອັດຕາສ່ວນ 81% ຈຳນວນໝູທັງໝົດທີ່ມີຢູ່ໃນແຂວງ. ເພື່ອຮັບມືກັບໂລກອະຫິວາໝູອາຟຼິກກາ, ເລື່ອງຮັກສາແນວພັນໝູແມ່ນຈຳເປັນທີ່ສຸດ. ບໍລິສັດຫຸ້ນສ່ວນຂຸດຄົ້ນແຮ່ທາດ ທຽນທ້ວນເຕື່ອງ ໜຶ່ງໃນຈຳນວນ 5 ຮາກຖານລ້ຽງແນວພັນໝູມອງກາຍ ໄດ້ເຄື່ອນຍ້າຍໝູ 26 ໂຕອອກໄປເກາະ ແຖວ່າງ-ເມືອງເວິນໂດ່ນ ເພື່ອຮັກສາພັນໝູດັ່ງກ່າວ. ທ່ານເຈິ່ນຮ່ວາ, ຜູ້ອຳນວຍການບໍລິສັດ ໃຫ້ຮູ້ວ່າ:

 ໃນຈຳນວນໝູ 26 ໂຕນັ້ນ, ມີໝູຜູ້ 6 ໂຕ ແລະ ໝູແມ່ 20 ໂຕ. ປະມານເດືອນສິງຫາ, ເດືອນກັນຍາຈະເກີດລູກຄັ້ງທຳອິດ. ຢູ່ເກາະມີເນື້ອທີ່ດິນກ້ວາງໃຫ່ຍແຕ່ບໍ່ມີຄົນຢູ່. ພິເສດ, ວິທີສະກັດກັ້ນໂລກລະບາດແມ່ນຕ້ອງປະຕິບັດຢ່າງເຂັ້ມງວດ, ນັບແຕ່ການແຍກອອກ, ຫົວອາຫານລ້ຽງໝູກໍ່ຕ້ອງຕົ້ມໃຫ້ສຸກ.

ມາດ​ຕະ​ການຮັກ​ສາ​​ໝູພັນມອງ​ກາຍ - ảnh 2

ໝູມອງກາຍ: ຫົວດຳ, ຄໍດາງ, ທາງໜ້າດຳ, ທັງຫຼັງຂາວ

 ພະແນກກະສິກຳ ແລະ ພັດທະນາຊົນນະບົດແຂວງກວາງນິງ ພວມສ້າງແຜນນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ປົກປັກຮັກສາສິ່ງແວດລ້ອມ ເພື່ອຮັກສາແນວພັນໝູມອງກາຍ. ປອ ຟານເລເຊີນ, ສັງກັດສະຖາບັນລ້ຽງສັດ ຖືວ່າ: ຕ້ອງປະຕິບັດຕາມ 2 ໄລຍະ. ໄລຍະທີ 1 ແມ່ນໄລຍະຮີບດ່ວນ ແລະ ຈຳເປັນ, ນຳໃຊ້ເຕັກນິກສູງເພື່ອເອົານ້ຳເຊື້ອ 600 ໂຕ ແລະ ຕົວອ່ອນກ່ວາ 1000 ໂຕໄປແຊ່ເຢັນໄວ້. ໄລຍະທີ 2 ແມ່ນຂະຫຍາຍຝູງໝູຄືນໃໝ່ດ້ວຍວິທີປະສົມພັນທຽມ ຫຼັງໂລກລະບາດ. ວິທີດັ່ງກ່າວຈະຮັບປະກັນປະສິດທິຜົນ, ຫລີກລ້ຽງຄວາມສ່ຽງ, ຕອບສະໜອງຄວາມຕ້ອງການຂະຫຍາຍຝູງໝູຄືນໃໝ່ຫຼັງໂລກລະບາດ. ທ່ານຟານເລເຊີນ ກ່າວວ່າ:

 ປະຈຸບັນ, ພຽງແຕ່ຕ້ອງເອົານ້ຳເຊື້ອໄປແຊ່ເຢັນເທົ່ານັ້ນ ແລະ ຜັນຂະຫຍາຍອອກສູ່ວົງກວ້າງ. ໃນກໍລະນີບໍ່ເກີດໂລກລະບາດ, ບໍ່ມີໝູແມ່, ພວກເຮົາຕ້ອງຮັກສາຕົວອ່ອນເພື່ອຂະຫຍາຍຄືນໃໝ່. ປະຈຸບັນ, ແຕ່ລະຮາກຖານຕ້ອງເລືອກເອົາໝູຜູ້ ໃຫ້ໄດ້ 6 ໂຕ, ພາຍຫຼັງຜະລິດແຕ່ 1 ຫາ 2 ປີ, ພວກເຮົາສາມາດຂະຫຍາຍຝູງໝູມອງກາຍ ຄືນໃໝ່ໄດ້.

        ຄຽງຄູ່ກັນນັ້ນ, ໂດຍປະຕິບັດແຜນການທີ 2, ໜູນຊ່ວຍບັນດາຫົວໜ່ວຍເພື່ອເຄື່ອນຍ້າຍໝູອອກໄປເກາະ, ຈັດສັນເຂດລ້ຽງ, ຮັບປະກັນບັນດາຂັ້ນຕອນຢ່າງເຂັ້ມງວດ ແລະ ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຮັກສາແນວພັນໝູມອງກາຍ ໃນບໍລິເວນແຂວງ. ໄລ່ມາຮອດປະຈຸບັນ, ໃນບໍລິເວນນະຄອນມອງກາຍ ຍັງມີໝູ 1100 ໂຕ, ໃນນັ້ນມີໝູແມ່ພັນ 415 ໂຕ, ໝູພັນຊີ້ນ ແລະ ໝູນ້ອຍ 734 ໂຕ.

ຕອບກັບ