ຊີວິດການເປັນຢູ່ຂອງບັນດານາຍຊ່າງເຕົາຮາງອຸມົງ ຫວ່າງແຢງ

Hoa - Hang
Chia sẻ
(VOVWORLD) - ເຂດຊຸມຊົນນາຍຊ່າງເຕົາຮາງອຸມົງ ຫວ່າງແຢງ ຕັ້ງຢູ່ເຂດຮ່ວມພູ ດ້ວຍເສັ້ນທາງເຂົ້າອອກເສັ້ນດຽວທີ່ຄົດລ້ຽວໂງເງ ໄປຄຽງຄູ່ກັບບັນດາກິດຈະກຳສະຫວັດດີການ ທີ່ສະຫງວນໃຫ້ນາຍຊ່າງເຕົາຮາງອຸມົງ. 

ບໍ່ແຮ່ ຫວ່າງແຢງ ມີກຳມະກອນກ່ວາ 5000 ຄົນ, ແມ່ນໜຶ່ງໃນບັນດາບໍ່ຖ່ານຫີນຂະໜາດໃຫຍ່ຂຶ້ນກັບແຂວງ ກ໋ວາງນິງ, ທາງທິດຕາເວັນອອກສ່ຽງເໜືອ ຫວຽດນາມ, ມີນາຍຊ່າງຫລາຍລຸ້ນຄົນໄດ້ຕິດພັນກັບເຂດຊຸມຊົນດັ່ງກ່າວ ພ້ອມດ້ວຍບັນດາຈຸດພິເສດໃນຊີວິດການເປັນຢູ່ຂອງນາຍຊ່າງເຕົາຮາງອຸມົງ.

ຊີວິດການເປັນຢູ່ຂອງບັນດານາຍຊ່າງເຕົາຮາງອຸມົງ ຫວ່າງແຢງ - ảnh 1 ເຮືອນພັກຜ່ອນພາຍຫລັງເລີກວຽກ 

ພາຍຫລັງເລີກວຽກ, ເສັ້ນທາງໃນເຂດຊຸມຊົມມີສຽງອຶກກະທຶກຄຶກໂຄມກ່ວາ ຍ້ອນສຽງເວົ້າສຽງຫົວຂອງບັນດານາຍຊ່າງເຕົາຮາງອຸມົງ. ເຂົາເຈົ້າພາກັນນັ່ງ ແລະ ດື່ມ ນ້ຳຊາຮ້ອນໆນຳກັນ, ແບ່ງປັນບັນດາເລື່ອງລາວໃນການດຳລົງຊີວິດແບບທຳມະດາສາມັນ ຫຼື ງ່າຍດາຍກ່ວານັ້ນ ພຽງແຕ່ມານັ່ງຟັງບັນດາບົດເພງທີ່ມີຄວາມອອນຊອນໃຈເທົ່ານັ້ນ. ພາຍຫລັງເລີກວຽກ ເຮືອນພັກຜ່ອນ ແມ່ນສະຖານທີ່ເຊິ່ງບັນດານາຍຊ່າງໄດ້ມາພັກຜ່ອນຢ່ອນອາລົມ. ອ້າຍ ຟ້າມວັນທັ໊ງ, ກຳມະກອນບໍລິສັດຫຸ້ນສ່ວນຖ່ານຫີນ ຫວ່າງແຢງ ໃຫ້ຮູ້ວ່າ: ເຮືອນພັກຜ່ອນພາຍຫລັງເລີກວຽກ ແມ່ນຜະລິດຕະພັນຂອງອົງການຈັດຕັ້ງກຳມະບານ ແລະ ນີ້ກໍ່ແມ່ນສະຖານທີ່ ເຊິ່ງອ້າຍນ້ອງນາຍຊ່າງເຕົາຮາງອຸມົງໃຜໆກໍ່ຢາກມາຫາທີ່ສຸດ ພາຍຫລັງເລີກວຽກ: ອ້າຍ ຟ້າມວັນທັ໊ງ ໃຫ້ຮູ້ວ່າ:

 “ພາຍຫລັງເລີກວຽກ ພວກຂ້າພະເຈົ້າໄດ້ອາບນ້ຳ, ລ້າງສ່ວຍ, ແລ້ວກໍ່ໄປດື່ມນ້ຳຊາ, ກິນໝາກໄມ້. ເມື່ອເຮັດວຽກຜຽນສອງ ແລະ ສາມນັ້ນ ນອກຈາກມີໝາກໄມ້ກິນແລ້ວ, ພວກຂ້າພະເຈົ້າຍັງໄດ້ເຂົ້າກິນກ່ອນທີ່ຈະເລີກວຽກຕື່ມອີກ. ບໍລິສັດໄດ້ກຳນົດປະລິມານໃຫ້ພວກຂ້າພະເຈົ້າແມ່ນຮັບປະກັນສຸຂະພາບທີ່ສຸດ, ການກິນດື່ມແມ່ນຕາມຄວາມຕ້ອງການ, ລະບອບໂພຊະນາການສູງ ເພື່ອແນໃສ່ຟື້ນຟູສຸຂະພາບ ເພື່ອໃຫ້ພວກຂ້າພະເຈົ້າສືບຕໍ່ທຳການຜະລິດ.

ພາຍຫລັງເລີກວຽກ, ນອກຈາກກິດຈະກຳວຽກງານຢູ່ໃຕ້ເຕົາຮາງອຸມົງ, ກິນເຂົ້ານຳກັນຢູ່ຫໍພັກຂອງກຳມະກອນ ແລ້ວກໍ່ແມ່ນຈຸດເວລານາທີທີ່ເຕັມໄປດ້ວຍບັນຍາກາດຂອງຄອບຄົວ. ໄດ້ດຳລົງຊີວິດຢູ່ຮ່ວມກັນ, ເຂົາເຈົ້າຖືນີ້ແມ່ນ “ຊາຍຄາລວມ” ທີ່ສະໜິດຕິດພັນບັນດານາຍຊ່າງນຳກັນ ມັນຖືກັນເປັນຍາດຕິພີ່ນ້ອງໃນຄອບຄົວດຽວກັນ. ໃນຊຸມປີຜ່ານມາ, ບໍລິສັດຖ່ານຫີນ ຫວ່າງແຢງ ໄດ້ລົງທຶນປະກອບອຸປະກອນເຄື່ອງເຟີນີເຈີທີ່ທັນສະໄໝ, ເຄື່ອງໃຊ້ຢ່າງຄົບຖ້ວນໃຫ້ເຂດເຮືອນຢູ່, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງກຳມະກອນເຕົາຮາງອຸມົງນັບຫລາຍພັນຄົນ.  ອ້າຍ ເລກວ໊ກຈິ, ກຳມະກອນໜ່ວຍຜະລິດ K11 ໃຫ້ຮູ້ວ່າ:

 “ປັດຈຸບັນ, ຂ້າພະເຈົ້າເຫັນວ່າ ນັບແຕ່ເງື່ອນໄຂເຮັດວຽກໃນເຕົາຮາງອຸມົງ ຈົນເຖິງບ່ອນກິນບ່ອນຢູ່, ບ່ອນດຳລົງຊີວິດຂອງກຳມະກອນຢູ່ທີ່ນີ້ ລ້ວນແຕ່ໄດ້ຮັບການຮັບປະກັນທຸກຢ່າງ. ຂ້າພະເຈົ້າມີຄວາມເພິ່ງພໍໃຈທີ່ສຸດ ແລະ ປາດຖະໜາວ່າ ບໍລິສັດຈະຮັກສາ, ທະວີຄູນເງື່ອນໄຂດັ່ງກ່າວກ່ວາອີກ.

ບໍລິສັດຫຸ້ນສ່ວນຖ່ານຫີນ ຫວ່າງແຢງ ມີສຸກສາລາກ້ວາງຂວາງ ແລະ ງາມຕາ. ກຳມະກອນໄດ້ກວດພະຍາດ 2 ຄັ້ງ/ປີ ແລະ ປິ່ນປົວພະຍາດທົ່ວໄປ, ມີລະບອບສິດທິພິເສດສະເພາະ. ອ້າຍ ຫງວຽນວັນສີ໊, ກຳມະກອນໜ່ວຍຂຸດຄົ້ນທີ່ 9 ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຮັດວຽກຢູ່ບໍລິສັດຖ່ານຫີນ ຫວ່າງແຢງ ໄດ້ 10 ປີມາແລ້ວ, ເມື່ອເປັນໄຂ້ ຂ້າພະເຈົ້າກໍ່ມາກວດພະຍາດຢູ່ສຸກສາລານີ້ໄດ້ປະມານ 20 ຄັ້ງແລ້ວ. ບັນດາທ່ານໝໍໄດ້ເອົາໃຈໃສ່, ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ, ລອບຄອບຖີ່ຖ້ວນ. ເມື່ອໄດ້ກວດພະຍາດແລ້ວ ແຕ່ລະຄັ້ງ ກໍ່ໄດ້ຮັບຄຳປຶກສາ, ດູແລສຸຂະພາບ ຂ້າພະເຈົ້າຮູ້ສຶກວ່າ ມີສຸຂະພາບດີຂຶ້ນ, ເປັນປົກກະຕິກ່ວາເກົ່າ.”

ຊີວິດການເປັນຢູ່ຂອງບັນດານາຍຊ່າງເຕົາຮາງອຸມົງ ຫວ່າງແຢງ - ảnh 2 ຊີວິດການເປັນຢູ່ຂອງບັນດານາຍຊ່າງເຕົາຮາງອຸມົງ ຫວ່າງແຢງ

ປັດຈຸບັນ, ເຂດຊຸມຊົນເຕົາຮາງອຸມົງ ຫວ່າງແຢງ ພັດທະນາຢ່າງກ້ວາງຂວາງ ແລະ ງາມຕາ ແລະ ຊີວິດການເປັນຢູ່ຂອງນາຍຊ່າງເຕົາຮາງອຸມົງໄດ້ຮັບການປັບປຸງເທື່ອລະກ້າວ. ແຕ່ລະປີ, ບໍລິສັດຈະຈັດໃຫ້ກຳມະກອນ, ພະນັກງານຜູ້ທີ່ມີຜົນງານດີເດັ່ນໃນການອອກແຮງງານທຳການຜະລິດ ໄປທ່ອງທ່ຽວແຕ່ເໜືອຮອດໃຕ້ ຫຼື ໄປທ່ອງທ່ຽວຢູ່ຕ່າງປະເທດ ດ້ວຍຈຳນວນແຕ່ 300 – 400 ຄົນ. ພະນັກງານ, ພາລະກອນພ້ອມກັບຄອບຄົວຫລາຍພັນຄົນໄດ້ໄປຢ້ຽມຊົມ, ທ່ອງທ່ຽວໃນໄລຍະສັ້ນ. ນອກຈາກນັ້ນ, ບໍລິສັດຍັງໄດ້ຈັດຕັ້ງການສອບເສັງຄວາມຮູ້ທາງດ້ານວັດທະນະທຳແຕ່ 10 ຫາ 12 ຄັ້ງ, ຈັດຕັ້ງການແຂ່ງຂັນກິລາໃນແຕ່ລະປີ ເພື່ອສ້າງບັນຍາກາດເບີກບານມ່ວນຊື່ນ ປະກອບສ່ວນຊຸກຍູ້ການຜະລິດພັດທະນາ. ທ່ານ ບຸຍວັນຢາງ, ຮອງປະທານກຳມະບານບໍລິສັດຫຸ້ນສ່ວນຖ່ານຫີນ ຫວ່າງແຢງ ໃຫ້ຮູ້ວ່າ: ຈຸດປະສົງຂອງບໍລິສັດແມ່ນສ້າງບັນດາເງື່ອນໄຂດີທີ່ສຸດ ເພື່ອໃຫ້ນາຍຊ່າງມີຄວາມອຸ່ນອ່ຽນໃຈສະໜິດຕິດພັນກັບເຕົາຮາງອຸມົງ. ທ່ານແບ່ງປັນວ່າ:

ການເບິ່ງແຍງຊີວິດການເປັນຢູ່, ເບິ່ງແຍງສຸຂະພາບໃຫ້ຜູ້ອອກແຮງງານແມ່ນເລື່ອງ “ເປັນຕາຍ” ຍ້ອນວ່າການພັດທະນາຂອງບໍລິສັດແມ່ນກ່ຽວຂ້ອງເຖິງແຫຼ່ງຊັບພະຍາກອນມະນຸດ. ບັນດາບັນຫາຂອງຊາວຜູ້ອອກແຮງງານ, ພິເສດແມ່ນຂອງນາຍຊ່າງຢູ່ເຕົາຮາງອຸມົງ ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດຈາກການນຳບໍລິສັດ ແນໃສ່ລະດົມກຳລັງໃຈ, ສົ່ງເສີມຜູ້ອອກແຮງງານ. ບໍລິສັດກໍ່ມີແຜນນະໂຍບາຍຄົບຊຸດ ແລະ ບັນດາອົງການຈັດຕັ້ງມະຫາຊົນຕ້ອງເຂົ້າຮ່ວມສ້າງບຸລິມະສິດກ່ຽວກັບດ້ານຕ່າງໆ ນັບແຕ່ຂັ້ນຕອນການຜະລິດຕະຫລອດຮອດການສ້າງລາຍຮັບ, ການເບິ່ງແຍງຊີວິດການເປັນຢູ່, ການເບິ່ງແຍງສຸຂະພາບໃຫ້ແກ່ຜູ້ອອກແຮງງານ.

ປັດຈຸບັນ, ຊີວິດການເປັນຢູ່ຢູ່ເຂດຊຸມຊົນເຕົາຮາງອຸມົງ ຫວ່າງແຢງ ພວມມີຄວາມອຶກກະທຶກຄຶກໂຄມ, ມີການປ່ຽນແປງ ເມື່ອຊີວິດການເປັນຢູ່ທາງດ້ານຈິດໃຈຂອງນາຍຊ່າງເຕົາຮາງອຸມົງໄດ້ຮັບການຍົກສູງຂຶ້ນ. ດ້ວຍຄວາມເອກອ້າງທະນົງໃຈກ່ຽວກັບມູນເຊື້ອສະຫງ່າອົງອາດກ່ວາ 80 ປີຂອງຂະແໜງຖ່ານຫີນ, ນາຍຊ່າງເຕົາຮາງອຸມົງ ຫວ່າງແຢງ ພວມມານະພະຍາຍາມສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບມີການປ່ຽນແປງໃໝ່ ແລະ ພັດທະນາ ./.

ຕອບກັບ