ການ​ສອນ​ວິຊາອາ​ຊີບ​ຕິດ​ພັ​ນ​ກັບ​ວິ​ສາ​ຫະ​ກິດ, ທ່າ​ອ່ຽງ​ທີ່​​ຈຳ​ເປັນ​ຢ່າງ​ເດັດ​ຂາດ

To Tuan-Kim Thanh
Chia sẻ
(VOVWORLD) - ການຕິດພັນກັບວິສາຫະກິດເພື່ອແນະນຳວຽກເຮັດງານທຳໃຫ້ແກ່ນັກຮຽນນັກສຶກສາພາຍຫຼັງຮຽນຈົບໄດ້ ແລະ ພວມກາຍເປັນທ່າອ່ຽງທີ່ຈຳເປັນເດັດຂາດໃນຂະບວນການເລີ່ມດຳເນີນທຸລະກິດ ແລະ ພັດທະນາວິສາຫະກິດຢູ່ຫວຽດນາມ. ປະຈຸບັນ, ບໍ່ພຽງແຕ່ໂຮງຮຽນໄດ້ຊອກຫາວິທີຮ່ວມມືກັບວິສາຫະກິດເທົ່ານັ້ນ, ຫາກວິສາຫະກິດຫຼາຍແຫ່ງກໍ່ເປັນເຈົ້າການໃນການຮ່ວມມືກັບໂຮງຮຽນເພື່ອຊອກຫາແຫຼ່ງຊັບພະຍາກອນມະນຸດ ແຮງງານທີ່ສອດຄ່ອງກັບການພັດທະນາຂອງວິສາຫະກິດຕົນອີກດ້ວຍ.
ການ​ສອນ​ວິຊາອາ​ຊີບ​ຕິດ​ພັ​ນ​ກັບ​ວິ​ສາ​ຫະ​ກິດ, ທ່າ​ອ່ຽງ​ທີ່​​ຈຳ​ເປັນ​ຢ່າງ​ເດັດ​ຂາດ - ảnh 1ສະພາບການຢູ່ຫ້ອງຮຽນເຕັກນິກແອເຢັນ

(ພາບປະກອບ: giaoducthoidai.com.vn)

   ປະຈຸບັນທົ່ວປະແທດມີຮາກຖານສອນວິຊາຊີບເກືອບ 2000 ແຫ່ງ, ໃນນັ້ນ, ຮາກຖານສອນວິຊາຊີບນອກລັດກວມເອົາ 44%. ໂດຍໄດ້ປະຕິບັດການປ່ຽນແປງໃໝ່ໃນການສອນວິຊາຊີບນັ້ນ, ໂຮງຮຽນສອນວິຊາຊີບຫຼາຍແຫ່ງໄດ້ເປັນເຈົ້າການຮ່ວມສຳພັນກັບບັນດາວິສາຫະກິດ, ປ່ຽນໃໝ່ເຄື່ອງອຸປະກອນການສິດສອນ, ໃຫ້ຄຳໝັ້ນສັນຍາຈະສ້າງວຽກເຮັດງານທຳໃຫ້ນັກສຶກສາພາຍຫຼັງຮຽນຈົບ.

  ຕາມກົມສຶກສາວິຊາຊີບ ສັງກັດກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ແລ້ວ, ໃນຮາກຖານສອນວິຊາຊີບເກືອບ 2000 ແຫ່ງໃນທົ່ວປະເທດນັ້ນ, ສວນຫຼາຍກໍ່ມີການສະໜິດຕິດພັນກັບວິສາຫະກິດຂອງທ້ອງຖິ່ນຢູ່ແລ້ວ. ຄຽງຄູ່ກັນນັ້ນ, ຫຼາຍວິສາຫະກິດກໍ່ໄດ້ສົມທົບກັບບັນດາຮາກຖານການສຶກສາສອນວິຊາຊີບເອງ ເພື່ອຍົກສູງຄຸນນະພາບການສອນວິຊາຊີບ. ທ່ານຫວູ້ຊວັນຮຸ່ງ, ຫົວໜ້າກົມກໍ່ສ້າງລະບົບປົກກະຕິ, ກົມໃຫ່ຍສກສາອາຊີບໃຫ້ຮູ້ວ່າ:

   ໃນການສຳຫຼວດຂອງພວກຂ້າພະເຈົ້າ, ຫຼາຍວິສາຫະກິດພຽງແຕ່ຮັບນັກຮຽນນັກສຶກສາປີສຸດທ້າຍມາຝຶກຫັດເທົ່ານັ້ນ, ອີງຕາມການພົວພັນກັບເຈົ້າຂອງວິສາຫະກິດ ຫາກບໍ່ແມ່ນເພື່ອຄວາມຕອ້ງການຕົວຈິງ. ສະນັ້ນ, ໃນພຶດຕິກຳຕົວຈິງແລ້ວ, ການຝຶກຫັດຍັງບໍ່ທັນມີລັກສະນະເປັນຮູບການແທດຈິງເທື່ອ.

   ຄວາມຈິງຊີ້ໃຫ້ເຫັນວ່າ, ຮາກຖານສອນວິຊາຊີບສ່ວນຫຼາຍບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບແຫຼ່ງຊັບພະຍະກອນມະນຸດຄຸນນະພາບສູງໄດ້ເທື່ອ, ໂຄງປະກອບແຮງງານ, ວຽກເຮັດງານທຳຍັງບໍ່ທັນເໝາະສົມ. ຕາມທ່ານນາງເຢືອງງອກຮົ່ງ, ອາຈານສອນຢູ່ໂຮງຮຽນວິທະຍາໄລເອເລກໂຕນິກແອເຢັນຮ່າໂນ້ຍແລ້ວ, ບັນດາຮາກຖານສອນວິຊາຊີບຕ້ອງກຳນົດວຽກງານຄັດເລືອກນັກຮຽນແມ່ນໜ້າທີ່ໃຈກາງ, ພ້ອມທັງຊອກຫາຫຼາຍມາດຕະການທີ່ແທດຈິງເພື່ອດຶງດູດນັກຮຽນມາຮຽນວິຊາຊີບ, ປ່ຽນໃໝ່ເຄື່ອງອຸປະກອນການສິດສອນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ 4.0. ຕິດພັນກັບວິສາຫະກິດຢ່າງແໜ້ນແຟ້ນເພື່ອແນະນຳວຽກເຮັດງານທຳໃຫ້ແກ່ນັກຮຽນ ນັກສຶກສາພາຍຫຼັງຮຽນຈົບ. ທ່ານນາງເຢືອງງອກຮົ່ງ ມີຄຳເຫັນວ່າ:

   ຕ້ອງເປັນເຈົ້າການ, ມີຫົວຄິດປະດິດສ້າງນຳໃຊ້ບັນດາການພົວພັນເພື່ອຮ່ວມສຳພັນກັບບັນດາວິສາຫະກິດໃຫ່ຍຄື Samsung, Canon ແລະ ວິສາຫະກິດອື່ນໆ. ເມື່ອມີການຮ່ວມສຳພັນກັບບັນດາວິສາຫະກິດນັ້ນ, ມີນັກສຶກສາເຖິງ 80% ເມື່ອຈົບຮຽນແມ່ນມີວຽກເເຮັດງານທຳໃນທັນທີ. ນອກຈາກຮຽນຢູ່ໂຮງຮຽນແລ້ວ, ໃນລະຫວ່າງພາກຮຽນ, ພວກນ້ອງຈະມີໂອກາດຮຽນໃນຕົວຈິງກັບວິສາຫະກິດ. ເມື່ອວິສາຫະກິດມີຄວາມຕ້ອງການຕົວຈິງກ່ຽວກັບຈຳນວນນັກສຶກສາ, ທາງໂຮງຮຽນຈະສາມາດປ່ຽນແປງຫຼັກສູດຮຽນໃຫ້ເໝາະສົມ ເພື່ອໃຫ້ເພວກນ້ອງສາມາດສຳພັດຢ່າງວ່ອງໄວກ່ວາ.

ການ​ສອນ​ວິຊາອາ​ຊີບ​ຕິດ​ພັ​ນ​ກັບ​ວິ​ສາ​ຫະ​ກິດ, ທ່າ​ອ່ຽງ​ທີ່​​ຈຳ​ເປັນ​ຢ່າງ​ເດັດ​ຂາດ - ảnh 2

ເຮັດເຄື່ອງປະດັບເອ້ຢູ່ບໍລິສັດເຄື່ອງປະດັບເອ້ຮວາເຊີນຈຳກັດ

(ພາບປະກອບ: hoasonmn.com.vn)

   ທ່ານຫງວຽນວັນຈຸງ, ຜູ້ອຳນວຍການບໍລິສັດເຄື່ອງປະດັບເອ້ຮວາເຊີນຈຳກັດ ຖືວ່າ, ເລື່ອງເຊື່ອມຕໍ່ບັນດາໂຮງຮຽນສອນວິຊາຊີບກັບວິສາຫະກິດຈະສ້າງເງື່ອນໄຂສະດວກໃຫ້ທັງວິສາຫະກິດ ແລະ ໂຮງຮຽນສອນວິຊາຊີບ, ບຳລຸງສ້າງຖືກຕາມຄວາມຕ້ອງການຂອງວິສາຫະກິດ.

   ວິສາຫະກິດ ແລະ ໂຮງຮຽນສອນວິຊາຊີບ ຄວນມີການຮ່ວມສຳພັນນຳກັນເພື່ອຮູ້ໄດ້ວ່າວິສາຫະກິດຕົນຈະຕ້ອງການຜູ້ອອກແຮງງານຈັກຄົນ, ມີລະດັບຄວາມຮູ້ຄືແນວໃດ. ສ່ວນທາງໂຮງຮຽນກໍ່ຈະກຳແໜ້ນສິ່ງດັ່ງກ່າວ, ບຳລຸງສ້າງເພື່ອຕອບສະໜອງໃຫ້ວິສາຫະກິດ, ຖ້າເຮັດໄດ້ຄືແນວນັ້ນຈຶ່ງຈະບໍ່ມີເລື່ອງຮຽນຈົບແລ້ວບໍ່ມີວຽກເຮັດງານທຳ.

    ໂດຍໄດ້ປະຕິບັດແຜນນະໂຍບາຍຂອງລັດຖະບານກ່ຽວກັບການຕິດພັນການສອນວິຊາຊີບກັບວິສາຫະກິດ ແລະ ຕະຫຼາດແຮງງານນັ້ນ, ໃນຊຸມປີມໍ່ໆມານີ້, ນະຄອນຮ່າໂນ້ຍ ໄດ້ລົງທຶນນັບສິບຕື້ດົ່ງໃຫ້ແກ່ບັນດາໂຮງຮຽນສອນວິຊາຊີບຄຸນນະພາບສູງ. ສະນັ້ນ, ອັດຕາສ່ວນຜູ້ອອກແຮງງານໄດ້ຮັບການບຳລຸງສ້າງເພີ່ມຂຶ້ນແຕ່ 27,5% ໃນປີ 2008 ເປັນ 63% ໃນປິ 2018. ທ່ານນາງ ຫງວຽນທິແທງຍ່ານ ຮອງຫົວໜ້າພະແນກແຮງງານ ທະຫານເສຍອົງຄະ ແລະ ສັງຄົມຮ່າໂນ້ຍ ໃຫ້ຮູ້ວ່າ: ເພື່ອບັນລຸໄດ້ໝາກຜົນດັ່ງກ່າວ, ທາງນະຄອນໄດ້ກຳນົດເອົານັກຮຽນເປັນໃຈກາງໃນທັງວິວັດການຄັດເລືອກ, ສອນວິຊາຊີບ ແລະ ແນະນຳວຽກເຮັດງານທຳ. ເປົ້າໝາຍວາງອອກແມ່ນຮອດທ້າຍປີ 2019 ທົ່ວນະຄອນຈະສອນວິຊາຊີບໃຫ້ຜູ້ອອກແຮງງານແມ່ນ 205.000 ຄົນ.

   ໂດຍຜ່ານບັນດາການເຄື່ອນໄຫວຕິດພັນການສອນວິຊາຊີບກັບວິສາຫະກິດ, ກົນໄກສົມທົບກັນ 3 ຝ່າຍຄື: ພາກລັດ-ໂຮງຮຽນ-ວິສາຫະກິດ, ບັນດາຮາກຖານສອນວິຊາຊີບ ໄດ້ເປັນເຈົ້າການກ່ວາອີກໃນການໄປຫາວິສາຫະກິດ. ຄຽງຄູ່ກັນນັ້ນ, ບັນດາວິສາຫະກິດກໍ່ຕັ້ງໜ້າກ່ວາໃນການສຳພັດ, ໄປຫາໂຮງຮຽນແຫ່ງຕ່າງໆ.      

 



ຕອບກັບ