ຮ່າໂນ້ຍ-ນະຄອນເພື່ອສັນຕິພາບ

Chia sẻ
(VOVWORLD) -ໃນຕະຫຼອດໄລຍະປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ຕິດພັນກັບຊາຕາກຳ ຂອງ ປະເທດຊາດ, ທັງລອງ - ຮ່າໂນ້ຍ, ນະຄອນຫຼວງຂອງ ຫວຽດນາມ ຍາມໃດກໍ່ ແມ່ນ ແຫ່ງເຕົ້າໂຮມຍອດຍິ່ງ, ບັນດາຄຸນຄ່າ ແລະ ມູນເຊື້ອອັນດີງາມ ທີ່ສຸດຂອງຊາດ ຫວຽດນາມ. ນາມມະຍົດ “ນະຄອນເພື່ອສັນຕິພາບ” ເຊິ່ງໄດ້ຮັບ ການເຊີດຊູຈາກອົງການ Unesco ເມື່ອວັນທີ 16 ກໍລະກົດ ປີ 1999 ຢູ່ ລາປາ ນະຄອນຫຼວງຂອງ ໂບລີເວຍ ກໍ່ແມ່ນການຕີລາຄາສູງ ບັນດາຄຸນຄ່າທີ່ເປັນມູນເຊື້ອປະຫວັດສາດ ວັດທະນະທຳ, ບັນດາຜົນງານ ໃນພາລະກິດ ປ່ຽນແປງໃໝ່ ກໍ່ຄືຄວາມຄາດຫວັງ ເພື່ອສັນຕິພາບຂອງຊາວ ຫວຽດນາມ.
ຮ່າໂນ້ຍ-ນະຄອນເພື່ອສັນຕິພາບ - ảnh 1ນະຄອນຫຼວງຮ່າໂນ້ຍແຫ່ງສັນຕິພາບ 

ນັບແຕ່ພາຍຫຼັງກາຍເປັນ ນະຄອນຫຼວງ, ທັງລອງ - ຮ່າໂນ້ຍ ຍາມໃດ ກໍ່ເປັນສັນຍາລັກທີ່ຮຸ່ງໃສ ຂອງນໍ້າໃຈ ພິລະອາດຫານ ຕ້ານສັດຕູຜູ້ຮຸກຮານ ແລະ ກໍ່ແມ່ນສັນຍາລັກໃຫ້ແກ່ຄວາມເປັນ ຈິດໜ່ຶງໃຈດຽວ ແລະ ກຸ່ມກ້ອນມະຫາ ສາມັກຄີ ທ່ົວປວງຊົນທັງຊາດ. ສາສະດາຈານ ຄູປະຊາຊົນ ຫວຽນກວາງງອກ ເນັ້ນໜັກວ່າ:

      “ຍາກທີ່ຈະຫາໄດ້ນະຄອນໃດໃນໂລກນີ້ ທີ່ຕ້ອງໄດ້ຮັບຄວາມເຈັບປວດ ຈາກສົງຄາມ, ດັ່ງນັ້ນ ຮ່າໂນ້ຍ ແມ່ນແຫ່ງມີຄວາມຄາດຫວັງ ກ່ຽວກັບສັນຕິພາບ, ແລະ ພວກເຮົາດ້ວຍທຸກວິທີທາງ ກໍ່ຕ້ອງກໍ່ສ້າງນະຄອນເພື່ອສັນຕິພາບ ໃຫ້ຖືກຕ້ອງຕາມຄວາມໝາຍຂອງມັນ”.        

         ດ້ວຍທີ່ຕັ້ງບົດບາດເປັນສູນກາງການເມືອງ, ເສດຖະກິດ, ວັດທະນາທຳ ຂອງທົ່ວປະເທດ, ທັງລອງ - ຮ່າໂນ້ຍ ແມ່ນແຫ່ງເຕົ້າໂຮມ ບັນດາຜູ້ທີ່ມີຄວາມ ເກັ່ງກ້າ ສາມາດມາ ທີ່ມາຈາກທຸກສາລະທິດ. ໃນສະພາບຕົວຈິງ ຮ່າໂນ້ຍ ໄດ້ປຸກລະດົມຄວາມສາມາດບົ່ມຊ້ອນ ທາງດ້ານພູມປັນຍາ ໃຫ້ເປັນຢ່າງດີ, ສ້າງການ ຫັນປ່ຽນ ເທື່ອລະກ້າວ ແລະ ໄດ້ກາຍເປັນສູນກາງ ທີ່ດີເດັ່ນກ່ຽວກັບ ບັນດາການເຄື່ອນໄຫວ ເສດຖະກິດ ວັດທະນະທຳ ສິລະປະວັນນະຄະດີ ການສຶກສາ ແລະ ວິທະຍາສາດເຕັກໂນໂລຊີຂອງທົ່ວປະເທດ. ສາສະດາຈານ ຄູປະຊາຊົນ ຫວຽນກວາງງອກ ໃຫ້ຮູ້ຕື່ມອີກວ່າ:

          “ຮ່າໂນ້ຍ ກໍ່ໄດ້ພິສູດໃຫ້ເຫັນວ່າ ເປັນນະຄອນເພື່ອສັນຕິພາບຢ່າງແທ້ຈິງ ແລະ ຮ່າໂນ້ຍກໍ່ໄດ້ຢັ້ງຢືນແມ່ນແບບຢ່າງຂອງການພັດທະນາ, ມຸ່ງໄປສູ່ໂລກເພື່ອ ສັນຕິພາບ. ນະຄອນເພື່ອສັນຕິພາບ ມີຄຸນຄ່າທີ່ພົ້ນເດັ່ນ ບໍ່ແມ່ນເພື່ອໃຫ້ ພາກພື້ນເທົ່ານັ້ນ ຫາກຍັງເພື່ອໃຫ້ມວນມະນຸດຜູ້ກ້າວໜ້າອີກດ້ວຍ”.

    ໃນທົດສະວັດ ທຳອິດ ຂອງສະຕະວັກທີ 21, ຮ່າໂນ້ຍ ນັບມື້ນັບມີການ ປ່ຽນແປງຫຼາຍຢ່າງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນໄລຍະ ພັດທະນາໃໝ່. ຮ່າໂນ້ຍ ມີຮູບຊົງເປັນຕົວເມືອງທັນສະໄໝ ດ້ວຍບັນດາ ຕຶກອາຄານ ສູງຫຼາຍຊັ້ນ ບັນດາຫ້ອງການ ສຳນັກງານສູນການຄ້າ, ບັນດາເຂດ ຕົວເມືອງ ໃໝ່ ໄດ້ຮັບການປຸກສ້າງຂຶ້ນ. ພ້ອມກັນນັ້ນ ຮ່າໂນ້ຍ ກໍ່ຍັງເກັບຮັກສາ ບັັນດາຄວາມເກົ່າແກ່ ດ້ວຍບັນດາປູຊະນີ ຍະສະຖານ ວັດທະນະທຳ ປະຫວັດສາດທີ່ມີຄຸນຄ່າ. ປະຊາຊົນບໍ່ພຽງແຕ່ ມີຄວາມເອກອ້າງທະນົງໃຈ ກ່ຽວກັບ ຮ່າໂນ້ຍ ເທົ່ານັ້ນ ຫາກຍັງມີຄວາມເອກອ້າງທະນົງໃຈ ກ່ຽວກັບປະເທດ ຫວຽດນາມ ທີ່ມີຄວາມສະຫງົບສຸກ, ປະຊາຊົນມີຈິດໃຈຮັກແພງແຂກ, ປະເທດ ຊາດມີສະຖຽນລະພາບ ແລະ ເປັນປະເທດຮັກຫອມສັນຕິພາບ. ຕາມການ ສັງເກດຕີລາຄາຂອງບາງຄົນທີ່ວ່າ:

       “ຮ່າໂນ້ຍ ໃນປັດຈຸບັນໄດ້ພັດທະນາທີ່ສຸດ, ຊາວຮ່າໂນ້ຍ ກໍ່ມີຄວາມສະໜິດ ສະໜົມ. ການດໍາລົງຊີວິດຍັງຄົງຮັກສາພື້ນຖານ ວັດທະນະທຳພື້ນເມືອງຂອງຊາວ ຫວຽດນາມ ເພື່ອໃຫ້ເພື່ອນມິດສາກົນເຫັນໄດ້ວ່າຊາວ ຫວຽດນາມ ມີຈິດໃຈ ຮັກແພງແຂກ ແລະ ຮັກຫອມສັນຕິພາບ”.

        ພິເສດໃນຊຸມປີມໍ່ໆມານີ້ , ຮ້າໂນ້ຍ ຍັງພົ້ນເດັ່ນຂຶ້ນເປັນນະຄອນ ໄດ້ຮັບເລືອກຈັດຕັ້ງ ບັນດາເຫດການ ທີ່ສຳຄັນຂອງໂລກ. ຍ້ອນເຫດນີ້ເອງ, ບໍ່ແມ່ນເລື່ອງບັງເອີນທີ່ ຮ່າໂນ້ຍ ໄດ້ຮັບເລືອກຈາກ ອາເມລິກາ ແລະ ສປປ ເກົາຫຼີ ເລືອກເປັນທີ່ຈັດຕັ້ງ ກອງປະຊຸມສຸດຍອດ ລະຫວ່າງ ປະທານາທິບໍດີ ໂດໂນທຳ ແລະ ປະທານ ສປປ ເກົາຫຼີ ກີມຢອງອຸນ. ທ່ານສາສະດາຈານ ປອ ເຢືອງວັນກວ໋າງໃຫ້ຮູ້ວ່າ:

     “ເລື່ອງນີ້ໄດ້ສະແດງໃຫ້ເຫັນຜົນສຳເລັດຂອງແນວທາງການ ຕ່າງປະເທດ ແລະ ແນວທາງເຊື່ອມໂຍງສາກົນຂອງ ຫວຽດນາມ, ປັດຈຸບັນອິດທິພົນຊື່ສຽງ ຂອງ ຫວຽດນາມ ເວົ້າລວມ ໄດ້ສະແດງອອກຜ່ານຄວາມສາມາດຈັດຕັ້ງ, ຮັບປະກັນໃຫ້ແກ່ກອງປະຊຸມ ປະສົບຜົນສຳເລັດຢູ່ ຮ່າໂນ້ຍ. ຂ້າພະເຈົ້າຄິດວ່າ ນີ້ແມ່ນເຫດການ ທີ່ມີຄວາມໝາຍ ທີ່ຍິ່ງໃຫຍ່, ນັ້ນແມ່ນສັນຍາລັກ ທາງດ້ານການຕ່າງປະເທດ ນິຍົມ ຄວາມສະຫງົບ ຂອງຊາວ ຫວຽດນາມ. ເຊິ່ງຈະເປັນການສ້າງພື້ນຖານໃຫ້ແກ່ ຫວຽດນາມ ສືບຕໍ່ກ້າວໄປສູ່ສຳເລັດຜົນ ທາງດ້ານການຕ່າງປະເທດຄືໃນປັດຈຸບັນ”.

     ອ້າຍ ຣໍຣີລິນນາ ມາຈາກ ອັງກິດ  ໃຫ້ຮູ້ວ່າ ກວ່າສິບປີທີ່ຜ່ານມາ ລາວໄດ້ມາຢ້ຽມຢາມ ຮ່າໂນ້ຍ ຫຼາຍຄັ້ງ. ສຳລັບລາວແລ້ວ ຮ່າໂນ້ຍ ຍາມໃດກໍ່ມີຄວາມສະຫົງບສຸກ,ເປັນຕົວເມືຶອງທັນສະໄໝແຕ່ກໍ່ຍັງ ສາມາດຮັກສາ ຄວາມເກົ່າແກ່. ອ້າຍເວົ້າວ່າ:

         “ຮ່າໂນ້ຍ ແມ່ນນະຄອນ ແມ່ນ ສະຖານທີ່ ເປັນໜ້າຈັບໃຈອີຫຼີ, ເໝາະສົມກັບການພົບປະຂັ້ນສູງຂອງບັນດາຜູ້ນຳ. ປະຊາຊົນຢູ່ແຫ່ງນີ້  ກໍ່ມີຄວາມ ສະໜິດສະໜົມ ມີຈິດໃຈຮັກແພງແຂກຄົນ. ຫວຽດນາມ ໃນທຸກວັນນີ້ກໍ່ມີ ການປ່ຽນແປງຫຼາຍຢ່າງ ແລະ ວ່ອງໄວ, ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງເພື່ອຄົ້ນຫາ”.  

        20 ປີທີ່ຜ່ານມາ,  ຮ່າໂນ້ຍ ກໍ່ຍັງຄົງແມ່ນນະຄອນ ພຽງແຫ່ງດຽວໃນ ພາກພື້ນອາຊີປາຊີຟິກທີ່ໄດ້ຮັບລາງວັນ “ນະຄອນເພື່ອ ສັນຕິພາບ”. ນີ້ແມ່ນຄວາມເປັນກຽດ ແລະ ກໍ່ແມ່ນສິ່ງທ້າທາຍ ອັນ ໃຫຍ່ຫຼວງເພື່ອໃຫ້ຮ່າໂນ້ຍສູ້ຊົນກໍ່ສ້າງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍ ຄຸນຄ່າ ຂອງນາມມະຍົດນີ້ ເພື່ອພ້ອມກັນມຸ່ງໄປສູ່ ໂລກແຫ່ງ ສັນຕິພາບ, ພື້ນຖານຢ່າງໝັ້ນຄົງໜັກແໜ້ນ ໃຫ້ແກ່ການ ພັດທະນາໃນອະນາຄົດ.

ຕອບກັບ