ຮະລອງ - ນະຄອນທ່ອງທ່ຽວບໍ່ມີຄວັນຢາສູບ

Thu Hoa
Chia sẻ
(VOVWORLD) -ໂດຍແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່, ນະຄອນ ຮະລອງ, ແຂວງ ກວ໋າງນິງ ພວມຍົກສູງຄຸນນະພາບ ການບໍລິການ ແລະ ສະພາບແວດລ້ອມການທ່ອງທ່ຽວໃຫ້ສົມບູນແບບເທື່ອລະກ້າວ. ການສ້າງ ຮະລອງ - ນະຄອນທ່ອງທ່ຽວບໍ່ມີຄວັນຢາສູບ ແມ່ນໜຶ່ງໃນບັນດາການເຄື່ອນໄຫວ ເຊິ່ງໄດ້ຮັບການຜັນຂະຫຍາຍມາເປັນເວລາເກືອບ 10 ປີ ອັນໄດ້ປະກອບສ່ວນສ້າງພາບພົດນະຄອນທ່ອງທ່ຽວ ທີ່ປອດໂປ່ງບໍ່ມີຄວັນຢາສູບ. 
ຮະລອງ - ນະຄອນທ່ອງທ່ຽວບໍ່ມີຄວັນຢາສູບ - ảnh 1 ຮະລອງ - ນະຄອນທ່ອງທ່ຽວບໍ່ມີຄວັນຢາສູບ

ກຸ່ມຮ້ານຂາຍກາເຟ, ພັດຕະຄານ ແບັກຟຣາຍ ນອນໃນບໍລິເວນໃຈກາງນະຄອນ ຮະລອງ  ແມ່ນໜຶ່ງໃນບັນດາສະຖານທີ່ດຳເນີນທຸລະກິດ  “ປອດຢາສູບ”. ໃນບໍລິເວນທີ່ກວ້າງຂວາງ ພ້ອມກັບຕົ້ນໄມ້ຂຽວ ແລະ ພິເສດບໍ່ມີຄວັນຢາສູບກໍ່ແມ່ນສິ່ງທີ່ຜູ້ຄົນທັງຫຼາຍ ມີຄວາມປະທັບໃຈເມື່ອມາຢ້ຽມຢາມແຫ່ງນີ້. ຢູ່ຕາມໂຕະດື່ມກາເຟແຕ່ລະໜ່ວຍ ກໍ່ລ້ວນແຕ່ມີປ້າຍຄຳຂວັນ “ຂອບໃຈເພື່ອນທີ່ບໍ່ສູບຢາ”. ຮ້ານຂາຍກາເຟຍັງອອກແບບສ້າງບໍລິເວນ ຕ່າງຫາກຢູ່ກາງແຈ້ງເພື່ອສະຫງວນໃຫ້ແກ່ບັນດາຜູ້ສູບຢາ. ປ້າ ຫງວຽນບ໋າວທວາ ເຈົ້າຂອງຮ້ານຂາຍກາເຟ ແບັກຟຣາຍ

ໃຫ້ຮູ້ວ່າ:

“ມີແຂກຫຼາຍຄົນ ກໍ່ສະແດງປະຕິກິລິຍາຢ່າງຮຸນແຮງ,  ຊ້ຳບໍ່ໜຳເຂົາເຈົ້າໄດ້ປະ, ບໍ່ກິນກາເຟ ແລະ ໄດ້ກັບເມືອ, ແຕ່ພວກຂ້າພະເຈົ້າກໍ່ມີຄວາມຍິນດີຕໍ່ລູກຄ້າ. ສິ່ງທີ່ໜ້າພູມໃຈແມ່ນພາຍຫຼັງທີ່ເຂົາເຈົ້າໄດ້ກັບເມືອແລ້ວ, ຂ້າພະເຈົ້າກໍ່ໄດ້ເຫັນວ່າເຂົາເຈົ້າໄດ້ກັບຄືນມາ  ດື່ມກາເຟອີກ. ບໍ່ພຽງແຕ່ເຊັ່ນນັ້ນ, ເຂົາເຈົ້າຍັງພາລູກ ແລະ ເມຍເຂົາເຈົ້າມານຳອີກ. ພວກຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດ  ເພາະວ່າເຂົາເຈົ້າໄດ້ເວົ້າວ່າ ຂ້າພະເຈົ້າກັບຄືນມານີ້ຍ້ອນວ່າ ຢູ່ທີ່ນີ້ລູກຂອງຂ້າພະເຈົ້າກໍ່ໄດ້ມີ ບໍລິເວນລະຫຼິ້ນບໍ່ມີຄວັນຢາສູບ”.

ຢູ່ບັນດາຕະຫຼາດ, ສູນການຄ້າ, ໂຮງແຮມ, ທ່າກ່ຳປັ່ນທ່ອງທ່ຽວສາກົນ ຕ່ວນເຈົາ ຫຼື ໃນກ່ຳປັ່ນທ່ອງທ່ຽວຕ່າງໆທີ່ພາແຂກຢ້ຽມຊົມທິວທັດຢູ່ ຮະລອງ… ຜູຄົນທັງຫຼາຍກໍ່ລ້ວນແຕ່ເຫັນບັນດາປ້າຍຫ້າມສູບຢາເປັນ ຫຼາຍພາສາຄື ພາສາຫວຽດ, ພາສາອັງກິດ ແລະ ນັບທັງພາສາຈີນອີກດ້ວຍ. ທ່ານ ໄຣມອນ ຮັກເນັດ, ແຂກທ່ອງທ່ຽວຊາວອາເມລິກາ ໄດ້ມາຢ້ຽມຊົມ ອ່າວຮະລອງ ຫຼາຍຄັ້ງແລ້ວ ເວົ້າວ່າ:

“ຮະລອງ ແມ່ນສວຍສົດງົດງາມແທ້ ໃນກ່ຳປັ່ນທ່ອງທ່ຽວຕ່າງໆ ທີ່ພາແຂກໄປຢ້ຽມຊົມ ອ່າວຮະລອງ ຫຼື ຢູ່ໃນໂຮງແຮມໃຫຍ່ຕ່າງໆ, ຂ້າພະເຈົ້າກໍ່ລ້ວນແຕ່ເຫັນມີປ້າຍຫ້າມສູບຢາ. ຜູ້ຄົນເກືອບທັງໝົດກໍ່ລ້ວນແຕ່ປະຕິບັດຕາມລະບຽບການນີ້ຢ່າງເຂັ້ມງວດ. ຂ້າພະເຈົ້າຄິດວ່າ ບັນດາສະພາບແວດລ້ອມທີ່ປອດໂປ່ງເຊັ່ນນີ້  ຈະດຶງດູດແຂກທ່ອງທ່ຽວມາຢ້ຽມຊົມນັບມື້ນັບຫຼາຍ ເພາະວ່າບໍ່ມີໃຜຢາກດຳລົງຊີວິດ ແລະ ເຮັດວຽກຢູ່ແຫ່ງທີ່ມີຄວັນຢາສູບ”.

ສ່ວນປ້າ ຫວູທິຮວ່າ  ແມ່ຄ້າຢູ່ຕະຫຼາດ ຮະລອງໜຶ່ງ ເຊິ່ງແມ່ນສະຖານທີ່ມີແຂກທ່ອງທ່ຽວເຄີຍມາຊື້ເຄື່ອງຢ່າງຫຼວງຫຼາຍ ໃຫ້ຮູ້ວ່າ ສະຕິຂອງພວກພໍ່ຄ້າຊາວຂາຍ ແລະ  ແຂກທ່ອງທ່ຽວກ່ຽວກັບການປະຕິບັດລະບຽບການ ບໍ່ສູບຢາຢູ່ຕະຫຼາດໄດ້ຖືກຍົກສູງຂຶ້ນ. ປ້າ ຮວ່າ ເວົ້າວ່າ :

“ປະມານ 10 ປີກ່ອນນີ້ປະຊາຊົນກໍ່ຍັງສູບຢາຢູ່. ແຕ່ມາຮອດປັດຈຸບັນເຂົາເຈົ້າໄດ້ມີຄວາມຕື່ນຕົວ ແລະ ບໍ່ສູບຢາຫຼາຍຄືເມື່ອກ່ອນນີ້ອີກແລ້ວ, ພຽງແຕ່ສອງສາມຄົນທີ່ເຂົາເຈົ້າໄດ້ຕິດຢາສູບມາແຕ່ດົນນານເທົ່ານັ້ນ ແຕ່ເມື່ອຕັກເຕືອນເຂົາເຈົ້າ, ພວກເຂົາກໍ່ໄປສູບຢາຢູ່ບໍລິເວນຕ່າງຫາກ”.

ໂດຍໄດ້ມີການປ່ຽນແປງ ຢ່າງເຫັນໄດ້ຊັດ ພາຍຫຼັງ 10 ປີທີ່ນະຄອນ ຮະລອງ ຜັນຂະຫຍາຍແຜນ “ສ້າງຮະລອງນະຄອນທ່ອງທ່ຽວບໍ່ມີຄວັນຢາສູບ”. ຕາມການສັງເກດຂອງພະແນກສາທາລະນະສຸກນະຄອນແລ້ວ ຖ້າຫາກວ່າໃນປີ 2009 ນະຄອນມີພຽງແຕ່ 49,5% ຈຳນວນປະຊາກອນມີຄວາມເຂົ້າໃຈ ແລະ ສະໝັກໃຈປະຕິບັດວຽກງານປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບເທົ່ານັ້ນ, ມາໃນປີ 2008 ຕົວເລກດັ່ງກ່າວກໍ່ໄດ້ເພີ່ມຂຶ້ນກວ່າ 80%. ການຍົກສູງລະດັບຄວາມຮູ້ໃຫ້ແກ່ບັນດາອົງການ, ສ່ວນບຸກຄົນ ກ່ຽວກັບຜົນຮ້າຍຈາກຢາສູບ ແລະ ບັນດາລະບຽບການຫ້າມສູບຢາ ກໍ່ໄດ້ຮັບການປະຕິບັດດ້ວຍຫຼາຍໂຄງການເຄື່ອນໄຫວ ຢ່າງແທດຈິງຄື ການຈັດຕັ້ງການປະກວດຊອກຮູ້ກ່ຽວກັບມໍລະດົກ ອ່າວຮະລອງ  ໂດຍປະສົມປະສານກັບການໂຄສະນາກ່ຽວກັບການປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ. ໃນຕົວຈິງແລ້ວ, ປະຊາຊົນ ແລະ ແຂກທ່ອງທ່ຽວທັງໝົດ ກໍ່ບໍ່ສູບຢາຢູ່ຕາມບັນດາເຂດລະຫຼິ້ນບັນເທີງ,ຖ ໂຮງໝໍ ຫຼື ໂຮງຮຽນອີກແລ້ວ. ນາງ ຫງວຽນທິແລນ ຫົວໜ້າພະແນກສາທາລະນະສຸກນະຄອນ ຮະລອງ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະສືບຕໍ່ຍູ້ແຮງການໂຄສະນາ ໃນໝູ່ນັກຮຽນ, ໂຄສະນາໃຫ້ແກ່ບັນດາວິສາຫະກິດ, ພະນັກງານກຳມະກອນຊາວຜູ້ອອກແຮງງານຕື່ມອີກ ເພື່ອໃຫ້ທຸກໆຄົນມີຄວາມເຂົ້າໃຈຕື່ມກ່ຽວກັບກົດໝາຍປ້ອງກັນ ແລະ ຕ້ານຜົນຮ້າຍຈາກຢາສູບ. ຂ້າພະເຈົ້າຖືວ່າທົ່ວປວງຊົນຕ້ອງມີສະຕິຕໍ່ວຽກງານນີ້ ແລະ ວຽກງານໂຄສະນາກໍ່ຕ້ອງ ປະຕິບັດໃຫ້ເປັນຢ່າງດີກວ່າເກົ່າ”.

ປີ 2019 ແຂວງ ກວ໋າງນິງ ໄດ້ປະຕິບັດຫົວເລື່ອງ ປະຕິບັດວຽກງານໃນປີນັ້ນແມ່ນ “ຍົກສູງຄຸນນະພາບ ແລະ ປະສິດທິຜົນການບໍລິການ” ເພື່ອແນໃສ່ສ້າງນະຄອນ ຮະລອງ ໃຫ້ທຽບທັນກັບ ສິງກະໂປ ໃນອະນາຄົດທີ່ບໍ່ໄກນີ້. ການສ້າງສະພາບແວດລ້ອມການທ່ອງທ່ຽວທີ່ບໍ່ມີຄວັນຢາສູບ ບໍ່ພຽງແຕ່ສ້າງພາບພົດທ່ອງທ່ຽວຂຽວ, ສະອາດ ແລະ ສວຍງາມໃນສາຍຕາແຂກທ່ອງທ່ຽວສາກົນເທົ່ານັ້ນ ຫາກຍັງເປັນການຮັກສາສຸຂະພາບໃຫ້ແກ່ທຸກໆຄົນອີກດ້ວຍ.

ຕອບກັບ