ຫຼີເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ

Vinh Phong
Chia sẻ
(VOVWORLD) -ໃນເດືອນກຸມພາ ແລະ ເດືອນມີນາ ໃນແຕ່ລະປີກໍ່ແມ່ນຈຸດເວລາທີ່ດິນຟ້າອາກາດອຳນວຍຄວາມສະດວກ, ດັ່ງນັ້ນ ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມ, ທັດສະນະສຶກສາຢູ່ເກາະ ຫຼີເຊີນ, ແຂວງ ກ໋ວາງຫງາຍ ກໍ່ເພີ່ມຂຶ້ນຢ່າງຫຼວງ ຫຼາຍ. ຂະແໜງທ່ອງທ່ຽວແຂວງ ກ໋ວາງຫງາຍ ແລະ ອຳນາດການປົກຄອງທ້ອງຖິ່ນ ພວມຜັນຂະຫຍາຍບັນດາວິທີການແກ້ໄຂ ເພື່ອຂຸດຄົ້ນທ່າແຮງທາງດ້ານການທ່ອງທ່ຽວ ຢູ່ເຂດທະເລໝູ່ເກາະເພື່ອໃຫ້ ຫຼີເຊີນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ
ຫຼີເຊີນ - ສະຖານທີ່ທ່ອງທ່ຽວທີ່ດູດດື່ມ - ảnh 1 ທິດທັດທີ່ຮົກເຮື້ອຢູ່ເກາະຫຼີເຊີນ

ເກາະຫຼີເຊີນ ປະກອບດ້ວຍເກາະສອງໜ່ວຍ ນັ້ນແມ່ນເກາະ ເຫຼີນ ແລະ ເກາະຫຍໍ ແປວ່າ ເກາະໃຫຍ່ ແລະ ເກາະນ້ອຍ ເຊິ່ງຂຶ້ນກັບແຂວງ ກ໋ວາງຫງາຍ ແລະ ຫ່າງຈາກດິນຕໍ່ແຜ່ນປະມານ 25 ກິໂລແມັດ. ແຂກທ່ອງທ່ຽວພຽງແຕ່ມານີ້ ເພື່ອເຫັນປະຈັກຕາຕໍ່ຄວາມໃຫຍ່ໂຕມະໂຫຖານ ແຕ່ລຽບງ່າຍຂອງ ຫຼີເຊີນ ຈຶ່ງສາມາດເຫັນໄດ້ເຖິງສຸດຄວາມງາມຂອງມັນ. ປັດຈຸບັນ ໃນແຕ່ລະວັນ, ເກາະ ຫຼີເຊີນ ຕ້ອນຮັບແຂກທ່ອງທ່ຽວເກືອບ 3.000 ເທື່ອຄົນ ມາທັດສະນະສຶກສາ. ອາກາດຍາມນີ້ແມ່ນງົດງາມ, ດັ່ງນັ້ນ ແຂກທ່ອງທ່ຽວມານີ້ກໍ່ນັບມື້ນັບຫຼາຍຂຶ້ນ. ນາງ ຫງວຽນທິຖຸຍ ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:

     “ຄອບຄົວຂ້າພະເຈົ້າມານີ້ກໍ່ໃນໂອກາດຍາມຕົ້ນລະດູບານໃໝ່. ປະຊາຊົນຢູ່ ຫຼີເຊີນ ມີຈິດໃຈຮັກແພງແຂກ ແລະ ມີຄວາມຈິງໃຈ. ບັນຍາກາດຢູ່ນີ້ແມ່ນປອດໂປ່ງ. ທັດຊະນີຍະພາບຢູ່ນີ້ກໍ່ງົດງາມທີ່ສຸດ ພິເສດແມ່ນບັນດາຮ່ອງຮອຍຂອງພູເຂົາໄຟ, ພູຫີນ, ໄຄຫີນຂຽວງາມ, ອັນໄດ້ສ້າງເປັນທິວທັດທຳມະຊາດທີ່ສວຍສົດງົດງາມ. ຂ້າພະເຈົ້າຮູ້ສຶກວ່ານີ້ແມ່ນສະຖານທີ່ດູດດື່ມອີຫຼີ.”

     ຄວາມດູດດື່ມຂອງ ຫຼີເຊີນ ແມ່ນຢູ່ຄວາມງາມດ້ວຍທັດຊະນີຍະພາບທຳມະຊາດມະຫັດສະຈັນ ໂດຍພູ 5 ໜ່ວຍທັງໝົດໃນເກາະລ້ວນແຕ່ເປັນຮ່ອງຮອຍຂອງພູເຂົາໄຟ. ຄວາມດູດດື່ມນີ້ກໍ່ຍັງຢູ່ໃນຍາມຈັດງານບຸນ, ແຂກທ່ອງທ່ຽວມານີ້ຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດວັດທະນະທຳ ທີ່ເຂັ້ມຂົ້ນໄປດ້ວຍລັກສະນະພື້ນເມືອງເຂດທະເລ ດ້ວຍບັນດາງານບຸນພາວະນາໃຫ້ການປະມົງໄດ້ຮັບຜົນດີ, ຊ່ວງເຮືອອັນເປັນປະເພນີ… ທ່ານ ເຈິ່ນວັນແທັ້ງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ຖືວ່າ ດ້ວຍບັນດາປູຊະນີຍະສະຖານວັດທະນະທຳ,  ປະຫວັດສາດທີ່ເປັນເອກະລັກນັ້ນ, ຫຼີເຊີນ ຖືກອຸປະມາຄືດັ່ງ ຫໍພິພິທະພັນມໍລະດົກທີ່ດູດດື່ມສຳລັບແຂກທ່ອງທ່ຽວ. ທ່ານ ເຈິ່ນວັນແທັ້ງ ໃຫ້ຮູ້ວ່າ:

     “ແຂກທ່ອງທ່ຽວສ່ວນຫຼາຍກໍ່ເຄີຍມັກໄປສະຖານທີ່ຕ່າງໆທີ່ມີງານບຸນປະເພນີ. ຂ້າພະເຈົ້າໄດ້ເຫັນວ່າພໍ່ແມ່ພີ່ນ້ອງຢູ່ເກາະ ຫຼີເຊີນ ໄດ້ຮັກສາມູນເຊື້ອຂອງບ້ານເກີດເມືອງນອນ. ສິ່ງດັ່ງກ່າວແມ່ນມີຄວາມສຳຄັນທີ່ສຸດ ແລະ ໄດ້ປະກອບສ່ວນພັດທະນາການທ່ອງທ່ຽວຢູ່ເກາະ ຫຼີເຊີນ”.

     ຊຸມຊົນສາມເຊັ່ນຄົນຄື ຊາຮວິ່ງ-ຈຳປາ-ຫວຽດ ໄດ້ຕິດພັນນຳກັນຢ່າງແໜ້ນແຟ້ນ ດ້ວຍການສ້າງເກາະ ຫຼີເຊີນ ເປັນຮູບປະທຳ ແລະ ຂະຫຍາຍຕົວຂອງມັນ. ເພາະສະນັ້ນ ຫຼີເຊີນ ໄດ້ກາຍເປັນຫໍພິພິທະພັນວັດທະນະທຳຢ່າງແທ້ຈິງ ດ້ວຍບັນດາມໍລະດົກວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ເປັນເອກະລັກ ຊື່ງໄດ້ຮັບການຮັກສາໄວ້ນັບແຕ່ໃດໆມາ. ຍ້ອນເຫດນີ້ເອງ,  ແຂວງ ກ໋ວາງຫງາຍ ກໍ່ໄດ້ເລືອກເອົາເກາະ ຫຼີເຊີນ ເປັນເຂດແກ່ນກາງເພື່ອສ້າງສວນສາທາລະນະທໍລະນີທົ່ວໂລກ. ຕາມທ່ານ ຫງວຽນມິງຈີ ຫົວໜ້າພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວແຂວງ ກ໋ວາງຫງາຍ ແລ້ວ, ເມື່ອໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ, ການທ່ອງທ່ຽວ ຫຼີເຊີນ ຈະພັດທະນາຕາມທິດຍືນຍົງ. ມໍລະດົກກໍ່ໄດ້ຕິດພັນກັບວົງຄະນາຍາດ. ທ່ານ ຫງວຽນມິງຈີ ເວົ້າວ່າ:

      “ແຂກທ່ອງທ່ຽວຕ່າງກໍ່ໄດ້ຮູ້ເຖິງແຂວງ ກ໋ວາງຫງາຍ ເຊິ່ງແມ່ນເຄື່ອງໝາຍການຄ້າທາງດ້ານວັດທະນະທຳ ຊາຮວິ່ງ; ອັນທີສອງແມ່ນສວນສາທາລະນະທໍລະນີ ໄດ້ຕິດພັນກັບທະເລໝູ່ເກາະ ຫຼີເຊີນ. ທາງຂະແໜງກໍ່ພວມສຸມກຳລັງເຮື່ອແຮງເຂົ້າໃນສອງຈຸດນີ້, ປະສານສົມທົບ ແລະ ກໍ່ສ້າງສວນສາທາລະນະ ຫຼີເຊີນ -   ຊາຮວິ່ງ”.

     ປັດຈຸບັນ ໃນເກາະ ຫຼີເຊີນ ກໍ່ຍັງເກັບຮັກສາໄວ້ບັນດາຮ່ອງຮອຍປະຫວັດສາດ ກ່ຽວກັບອະທິປະໄຕຂອງ ຫວຽດນາມ ທີ່ມີຕໍ່ສອງໝູ່ເກະ ຮວ່າງຊາ ແລະ ເຈື່ອງຊາ. ທາງທ້ອງຖິ່ນກໍ່ພວມສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວວັດທະນະທຳ ທະເລໝູ່ເກາະຕິດພັນກັບວຽກງານອະນຸລັກບັນດາປູຊະນີຍະສະຖານປະຫວັດສາດ. ທ່ານ ຫງວຽນວຽດວີ ເລຂາພັກເມືອງໆ ຫຼີເຊີນ ຖືວ່າ:

   “ດ້ວຍເປົ້າພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດປາຍຂອງທ້ອງຖິ່ນ, ເມືອງ ຫຼີເຊີນ ໄດ້ວາງເປົ້າໝາຍ, ກຳນົດທິດພັດທະນາຕາມທິດຍືນຍົງ, ຮັກສາຄຸນຄາທີ່ເປັນເອກະລັກຂອງເມືອງ ຫຼີເຊີນ, ການພັດທະນາກໍ່ໄດ້ຕິດພັນກັບການອະນຸລັກປູຊະນີຍະສະຖານ”.

     ນອກຈາກທິວທັດທຳມະຊາດທີ່ສວຍສົດງົດງາມດັ່ງໃນຝັນແລ້ວ, ສິ່ງທີ່ໄດ້ຊຶມເລິກເຂົ້າໃນຈິດໃຈຂອງແຂກທ່ອງທ່ຽວ ເບິ່ງຄືວ່າແມ່ນຈິດໃຈຮັກແພງແຂກຄົນຢູ່ເຂດທະເລທາງພາກກາງນີ້. ບັນດາຜູ້ຄົນທີ່ມີຈິດໃຈເອື້ອເຟື້ອເຜື່ອແຜ່, ມີຄວາມຈິງໃຈກໍ່ໄດ້ປະກອບສ່ວນສ້າງຄວາມງາມສະເພາະໃຫ້ແກ່ ຫຼີເຊີນ.

ຕອບກັບ