ສາລາໄຕດັງ - ປູຊະນີຍະສະຖານລະດັບຊາດພິເສດ

Ngoc Anh
Chia sẻ
(VOVWORLD) -ສາລາໄຕດັງ ຢູ່ບ້ານ ດົງ, ເທດສະບານໄຕດັງ, ເມືອງ ບາວີ່ ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 50 ກິໂລເມັດໄປທາງທິດຕາເວັນຕົກ. ສາລາແຫ່ງນີ້ມີບັນດາຄຸນຄ່າທາງດ້ານສະຖາປັດຕະຍະກຳ ແກະຄວັດສະຫຼັກທີ່ເປັນເອກະລັກສະເພາະ ແລະ ໄດ້ຮັບຖືວ່າ ປຽບເໝືອນຫໍພິພິທະພັນສິລະປະພື້ນເມືອງ ຂອງສະຕະວັດທີ 16. ສາລາໄຕດັງ ຖືກລັດຖະບານ ຫວຽດນາມ ຢັ້ງຢື້ນແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອວັນທີ 9 ທັນວາ ປີ 2013
ສາລາໄຕດັງ - ປູຊະນີຍະສະຖານລະດັບຊາດພິເສດ  - ảnh 1

ສາລາໄຕດັງ - ປູຊະນີຍະສະຖານລະດັບຊາດພິເສດ 

ສາລາໄຕດັງ ແມ່ນໜຶ່ງໃນຈຳນວນໜ້ອຍສາລາເກົ່າແກ່ຂອງ ຫວຽດນາມ ໄດ້ຮັບການອະນຸລັກຮັກສາເໝືອນເດີມພໍສົມຄວນ ດ້ວຍອາຍຸເກືອບ 500 ປີ. ກິດຈະກຳສາລາໄຕດັງ ຖືກອອກແບບດ້ວຍສີ່ແຈສາກ, ປະກອບດ້ວຍສອງກິດຈະກຳຫຼັກນັ້ນແມ່ນ ງີໂມນ ແລະ ດ້າຍປ໊າຍ. ວັດສະດຸກໍ່ສ້າງສາລາໃນເບື້ອງຕົ້ນ ແມ່ນເຮັດດ້ວຍໄມ້ໝີ້. ໄລຍະຕໍ່ມາໃນຂະບວນວິວັດແຫ່ງການບູລະນະປະຕິສັງຂອນ ແມ່ນຕ້ອງໃຊ້ໄມ້ກະຈະຕື່ມອີກຈຳນວນໜຶ່ງ. ເມື່ອເຂົ້າໄປຜ່ານປະຕູໂຂງ, ຜູ້ຄົນທັງຫຼາຍຈະພົບເຫັນໜອງໃຫຍ່, ຕໍ່ຈາກນັ້ນແມ່ນງີໂມນ, ທັງສອງເບື້ອງຊ້າຍ ແລະ ເບຶື້ອງຂວາ ແມ່ນຕາວູ ແລະ ຫິວວູ ຢູ່ເຄິ່ງກາງແມ່ນຫ້ອງໃຫຍ່, ສຸດທາງເບື້ອງຂວາ ຂອງສາລາແມ່ນນ້ຳສ້າງທີ່ເກົ່າແກ່ ຖືກກໍ່ດ້ວຍຫີນໜາມໜໍ່ ເຊິ່ງມີນ້ຳໃສເຢັນຕະຫຼອດປີ. ຕໍ່ຈາກ ງີໂມນ  ກໍ່ແມ່ນເດີນກວ້າງ ເຊິ່ງແມ່ນສະຖານທີ່ຈັດງານບຸນໃນໂອກາດລະດູບານໃໝ່ວຽນມາ ຫຼື ໃນຊຸມວັນມີພິທີບູຊາຕ່າງໆ. ລຸງ ເຈິ່ນດຶກຕ່າຍ ເຊິ່ງແມ່ນຜູ້ເວນຍາມຢູ່ສາລາໄຕດັງ ເລົ່າສູ່ຟັງວ່າ:

     “ສາລາໄຕດັງ ແມ່ນບູຊາພະອໍລະຫັນ ຕ່ານວຽນເຊີນ ແລະ ບູຊາສອງນາຍພົນ, ນັ້ນແມ່ນ ກາວເຊີນ ແລະ ກຸ໊ຍມິງ ເຊິ່ງແມ່ນສອງນາຍພົນຂອງພະອໍລະຫັນ ຕ່ານວຽນເຊີນ. ນອກຈາກນັ້ນ ສາລາຍັງບູຊາເຈົ້າກະສິກຳ ເພື່ອພາວະນາໃຫ້ລະດູການຜະລິດໄດ້ຮັບຜົນດີ. ສາລາແຫ່ງນີ້ໄດ້ຮັບການປຸກສ້າງເມື່ອປີ 1540 ໃນສະໄໝ ເລຈຸງຮຶງ. ສາລາປະກອບດ້ວຍຫ້າຫ້ອງໃຫຍ່ ແລະ ສອງຫ້ອງນ້ອຍ ເຊິ່ງມຸ່ງໜ້າສູ່ທາງທິດຕາເວັນຕົກສຽງໃຕ້ ໝາຍເຖິງມຸ່ງໄປສູ່ພູຕ່ານວຽນ. ທາງໜ້າຂອງສາລາກໍ່ມີໜອງ ດ້ວຍຮູບຊິກວົງເດືອນ ເຊິ່ງເປັນສັນຍາລັກໃຫ້ແກ່ດິນຟ້າ. ລະບົບເສົາໃຫຍ່ຂອງສາລາ ແມ່ນຖືກແກະຄວັດສະຫຼັກຮູບສິງໂຕ, ມັງກອນ, ເຕົ່າ, ນົກອິນຊີ… ສ່ວນຫຼັງຄາແມ່ນຖືກມຸງດ້ວຍດິນຂໍ, ພ້ອມກັນນັ້ນກໍ່ຖືກແກະຄວັດສະຫຼັກ    ລວດລາຍ, ພ້ອມດ້ວຍຮູບແກະຄວັດສະຫຼັກພະອໍລະຫັນ, ຮູບແກະຄວັດສະຫຼັກສັດປະເພດຕ່າງໆຄື ຄວາຍ, ມ້າ, ມັງກອນ, ປາໃນ”.

    ຖ້າຫາກວ່າຢູ່ສາລາແຫ່ງອື່ນໆ ກໍ່ລ້ວນແຕ່ມີໄມ້ແປ້ນ ຫຼື ກໍ່ຝາອ້ອມແອ້ມນັ້ນ, ສາລາໄຕດັງ ພຽງແຕ່ມີລະບົບເສົາຄ້ຳຫຼັງຄາເທົ່ານັ້ນ, ອັນໄດ້ສ້າງເປັນສະຖາປັດຕະຍາກຳທີ່ກວ້າງໃຫຍ່ ແລະ ປອດໂປ່ງ ແລະ ແຈ້ງສະຫວ່າງ, ອັນໄດ້ເຮັດໃຫ້ບັນດາລວດລາຍເພີ່ມຄຸນຄ່າ. ສາລາຖືກຕັ້ງດ້ວຍເສົາໄມ້ໃຫຍ່ນ້ອຍ 48 ເສົາ. ສິລະປະປະຕິມາກຳ, ປະດັບປະດາສະຖາປັດຕະຍາກຳ ສາລາໄຕດັງ ຖືກສະແດງອອກໃນທັງໝົດໂຄງສ້າງໄມ້ຂອງສາລາ, ເກືອບຄືວ່າບໍ່ມີບ່ອນຫວ່າງໃດໃນໄມ້ແມ່ນບໍ່ມີບ່ອນແກະຄວັດສະຫຼັກ ປະດັບປະດາ. ຄວາມເປັນເອກະລັກຂອງສາລາໄຕດັງ ຖືກສະແດງອອກຜ່ານບັນດາຮູບແກະຄວັດສະຫຼັກທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳພື້ນເມືອງ. ທັງໝົດ 1.300 ກວ່າລາຍລະອຽດໃນການແກະຄັວດສະຫຼັກໄມ້ ໃນສາລາໄຕດັງ ແມ່ນບໍຊ້ຳຊ້ອນກັນແຕ່ຢ່າງໃດ ແລະ ຖືກຈັດວາງຢ່າງກົມກຽວ, ບໍ່ມີລັກສະນະທຽບຄູ່ກັນຄືບັນດາລາຍລະອຽດຢູ່ສະຖາປັດຕະຍາກຳ ທີ່ສາລາແຫ່ງອື່ນໆ. ດ້ວຍເຕັກນິກການແກະຄວັດສະຫຼັກ ເຖິງຍອດສູງຂອງຮູບການສະແດງສິລະປະ, ອັນໄດ້ສ້າງເປັນບັນດາຜະລິດຕະພັນ ປະຕິມາກຳທີ່ໂດດເດັ່ນ, ເຖິງວ່າບັນດາຜະລິດຕະພັນນີ້ຢືນຢູ່ຕ່າງຫາກ ຫຼື ເຊື່ອມໂຍງໃນກຸ່ມສະຖາປັດຕະຍາກຳກໍ່ຕາມ. ທ່ານ ສາສະດາຈານ ປອ ເຈິ່ນເລິມບ່ຽນ ນັກຄົ້ນຄວ້າວັດທະນະທຳ ໃຫ້ຮູ້ວ່າ:

     “ທາງໜ້າຂອງສາລາແມ່ນມີຮູບຫົວເສືອ, ສ່ວນຕາວູ ແລະ ຫິວວູ ຄືດັ່ງແຂນຂອງເສືອ, 4 ເສົາງີີໂມນ ຄືດັ່ງແຂ້ວເສືອ, ສ່ວນໜອງທີ່ມີຮູບຊິກວົງເດືອນ ກໍ່ໄດ້ຮັບຖືວ່າເປັນພະຈັນ, ຫຼັງຄາຄືດັ່ງສັນຍາລັກຂອງທ້ອງຟ້າ. ທັງໝົດເຫຼົ່ານີ້ກໍ່ໝາຍເຖິງເທວະດາຟ້າແຖນ, ດິນຟ້າເຊື່ອມໂຍງເຂົ້າກັນ, ສະແດງໃຫ້ເຫັນຄວາມຄາດຫວັງຂອງບັນພະບູລຸດ ເມື່ອກ່ອນນີ້ແມ່ນຫວັງໃຫ້ລະດູການຜະລິດໃຫ້ໄດ້ຮັບຜົນດີ ເພື່ອຊ່ວຍຊີວິດຂອງມະນຸດ. ທາງດ້ານສະຖາປັດຕະຍາກຳ, ສາລາມີບັນດາຮູບພາບທີ່ຕິດພັນກັບຊີວິດຕົວຈິງຂອງມະນຸດ ແມ່ນມີຊີວິດຊີວາທີ່ສຸດ”.

     ແຕ່ລະປີກໍ່ມີແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຊອກຮູ້ ແລະ ຄົ້ນຄວ້າກ່ຽວກັບບັນດາຄຸນຄ່າປະຫວັດສາດ, ວັດທະນະທຳຂອງສາລາໄຕດັງ. ງານບຸນຂອງສາລາໄຕດັງ ກໍ່ແມ່ນໜຶ່ງໃນບັນດາງານບຸນໃຫຍ່. ທ່ານ  ຈຶງແຢັງສຶກ ຊາວບ້ານ ດົງ, ເທດສະບານເມືອງໄຕດັງ ໃຫ້ຮູ້ວ່າ:

     “ມື້ວັນບຸນໃຫຍ່ຂອງງານບຸນສາລາໄຕດັງ ແມ່ນວັນທີ 11 ເດືອນ ຈຽງ ໄລຕາມຈັນທະປະຕິທິນ, ນອກຈາກນັ້ນກໍ່ຍັງມີວັນບຸນນ້ອຍອີກ ຄືໃນວັນທີ 1 ເດືອນ 5 ໄລຕາມຈັນທະປະຕິທິນ. 5 ປີໃດກໍ່ຈັດງານບຸນໃຫຍ່ຄັ້ງໜຶ່ງ. ງານບຸນໃຫຍ່ແມ່ນຖືກຈັດຂຶ້ນໃນຮອບເວລາ 5 ວັນແຕ່ວັນທີ   11 ຫາ ວັນທີ 15 ເດືອນຈຽງ.”

     ສາລາໄຕດັງ ແມ່ນຜະລິດຕະພັນສິລະປະສະຖາປັດຕະຍາກຳ ທີ່ເຕັມໄປດ້ວຍວັດຖຸພັນອັນລ້ຳຄ່ານັບທັງວັດທະນະທຳມີຮູບ ແລະ ບໍ່ມີຮູບຮ່າງຂອງບັນພະບູລຸດ. ນີ້ກໍ່ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍາກຳ ທີ່ມີລັກສະນະເປັນສັນຍາຂອງເຂດພາກເໜືອ ຫວຽດນາມ.

ຕອບກັບ