ສາລາ ເຕື່ອງຟຽວ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດ

ຫງອກ​ແອງ
Chia sẻ
(VOVWORLD) -ໂດຍນອນຢູ່ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ 40 ກິໂລແມັດ ໄປທາງທິດຕາເວັນຕົກ, ສາລາ ເຕື່ອງຟຽວ ຢູ່ບ້ານ ເຕື່ອງຟຽວ ຕາແສງ ຕິກຢາງ ເມືອງ ຟຸກເຖາະ ແມ່ນປູຊະນີຍະສະຖານທີ່ເກົ່າແກ່ ແລະ ມີຊື່ສຽງ. ນີ້ແມ່ນສາລາໃຫຍ່ກວ່າໝູ່ຢູ່ໃນເຂດ, ມີສະຖາປັດຕະຍາກຳທີ່ເປັນເອກະລັກ ໃນສະໄໝລາດຊະວົງ ເລ ຄືໃນສະຕະວັດທີ XVII ແລະ XVIII. ສາລາ ເຕື່ອງຟຽວ ໄດ້ຮັບການຮັບຮອງຈາກລັດຖະບານແມ່ນປູຊະນີຍະສະຖານລະດັບຊາດພິເສດ ເມື່ອວັນທີ 24 ທັນວາ ປີ 2018
ສາລາ ເຕື່ອງຟຽວ ເຊິ່ງແມ່ນປູຊະນີຍະສະຖານລະດັບຊາດພິເສດ - ảnh 1 ສາລາ ເຕື່ອງຟຽວ

ສາລາ ເຕື່ອງຟຽວ ໄດ້ຮັບການເລີ່ມລົງມືກໍ່ສ້າງແຕ່ປີ 1430 ແລະ ໄດ້ຮັບການບູລະນະປະຕິສັງຂອນມາຫຼາຍຄັ້ງ ນັບແຕ່ສະຕະວັດທີ XVII ຫາ XX ຈຶ່ງໄດ້ມີຄວາມສວຍງາມ ແລະ ໃຫຍ່ໂຕໂອໂຖງຄືໃນວັນນີ້. ສາລາ ເຕື່ອງຟຽວ ແມ່ນບູຊາພະອໍລະຫັນ ຕ່ານວຽນເຊີນ ແລະ ບູຊາພະອໍລະຫັນ ກ໋ວານເຊີນ ເຊິ່ງແມ່ນລູກເຂີຍຂອງເຈົ້າຊີວິດ ດິງຕຽນຮວ່າງ. ພະອໍລະຫັນ ຕ່ານວຽນເຊີນ ແມ່ນຜູ້ຄຸ້ມຄອງ ຕ່ານວຽນ ໝາຍເຖິງພູ ບາວີ່ ແລະ ກໍ່ແມ່ນພະອໍລະຫັນນຳໜ້າໃນພະອໍລະຫັນອະມະຕະ 4 ອົງໃນການເຫຼື້ອມໃສພື້ນເມືອງຂອງ ຫວຽດນາມ. ສາລາ ເຕື່ອງຟຽວ ມຸ່ງໜ້າສູ່ທາງທິດຕາເວັນຕົກສ່ຽງໃຕ້ ລະອຽດແມ່ນມຸ່ງໄປສູ່ພູ ບາວີ່ ເຊິ່ງແມ່ນແຫ່ງມີວິຫານບູຊາພະອໍລະຫັນ ຕ່ານວຽນເຊີນ. ຕາມການເລົ່າຂານກັນມາວ່າ ຢູ່ດິນແດນແຫ່ງນີ້, ຍ້ອນວ່າຊາວບ້ານມີຄວາມທຸກຍາກລຳບາກ ແຕ່ມີຈິດໃຈສັດຊື່ບໍລິສຸດ, ດັ່ງນັ້ນ ພະອໍລະຫັນ ຕ່ານວຽນເຊີນ ໄດ້ມານີ້ສອນຊາວບ້ານກ່ຽວກັບວິຊາຊີບປູກເຂົ້າ ແລະ ຈັບຫາປາ, ດັ່ງນັ້ນ ຊາວບ້ານໄດ້ມີການດຳລົງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ. ທ່ານ ຄວັດວັນທິ້ງ ຫົວໜ້າຄະນະຄຸ້ມປູຊະນີຍະສະຖານວັດທະນະທຳບ້ານ ເຕື່ອງຟຽວ ໃຫ້ຮູ້ວ່າ:

     “ຕາມການເລົ່າຂານກັນມາວ່າປີ 1432, ພະອໍລະຫັນ ຕ່ານວຽນເຊີນ ໄດ້ມານີ້ສອນຊາວບ້ານກ່ຽວກັບວິທີຈັບຫາປາ. ຫຼັງຈາກນັ້ນ 3 ປີ, ພະອໍລະຫັນໄດ້ລົງກວດກາການຫາປາຂອງຊາວບ້ານເປັນແນວໃດ. ພະອໍລະຫັນພ້ອມກັບຊາວບ້ານໄປຫາປາຮອດຄ່ຳ, ແລ້ວກໍ່ພ້ອມກັບຊາວບ້ານຮ່ວມງານລ້ຽງ. ຫຼັງຈາກນັ້ນຊາວບ້ານໄດ້ຈູດທວນໄຟຈັດງານບຸນນຳສົ່ງພະອໍລະຫັນເມືອພູ ບາວີ່. ເມື່ອພະອໍລະຫັນເມືອຮອດບ້ານ ກໍລົກ ບັງເອີນເກີດມີລົມຫົວກຸດສີສົ້ມ, ເມກ 5 ສີໄດ້ສົ່ງພະອໍລະຫັນກັບຄືນພູ. ເມື່ອເຫັນປະກົດການເຊັ່ນນັ້ນ, ຊາວບ້ານໄດ້ເວົ້າວ່າ “ເຕື່ອງຟຽວ” ໝາຍເຖິງສາຍລົມດີ. ນັບແຕ່ນັ້ນເປັນຕົ້ນມາໝູ່ບ້ານໄດ້ຖືກປ່ຽນຊື່ເປັນບ້ານ ເຕື່ອງຟຽວ”.

    ສາລາ ເຕື່ອງຟຽວ ມີສະຖາປັດຕະຍາກຳສິລະປະພິເສດ, ບໍ່ເຄີຍພົບເຫັນຢູ່ບໍ່ວ່າສາລາແຫ່ງໃດໆ. ສາລາຖືກປຸກສ້າງດ້ວຍໄມ້ກະຈະ, ຫີນໜາມໜໍ່, ດິນເຜົາປະກອບດ້ວຍ 2 ເສົາຄ້ຳໃຫຍ່, ລວມມີ 5 ຫ້ອງ, 2 ລະບຽງຍາວ 20 ແມັດ ກວ້າງ 10 ແມັດ ທັງແມ່ນບ່ອນບູຊາ ແລະ ແມ່ນບ່ອນດຳເນີນຊີວິດວົງຄະນາຍາດຂອງຊາວບ້ານ. ໃນສາລາ ເຕື່ອງຟຽວ, ມີຫໍບູຊາ ດ້າຍບ໋າຍ ເຊິ່ງແມ່ນຫ້ອງຢູ່ເຄິ່ງກາງ ເພື່ອບູຊາພະອໍລະຫັນ ຕ່ານວຽນເຊີນ. ຢູ່ໃນຫ້ອງບູຊານີ້ກໍ່ມີຮູບແກະຄວັດສະຫຼັກ  ຢ່າງລະອຽດອ່ອນ.ທ່ານຫງວຽນຮຸຍງອກ ສັງກັດສະໂມສອນ ໂຫເຮັງ ຕາແສງ ຕິກຢາງ ໃຫ້ຮູ້ວ່າ:

     “ຄຸນຄ່າສະຖາປັດຕະຍາກຳສິລະປະຂອງສາລາ ຕົ້ນຕໍແມ່ນຢູ່ຫໍບູຊາ ດ້າຍບ໋າຍ. ຫໍບູຊາ ດ້າຍບ໋າຍ ປຽບເໝືອນເຮືອນຮ້ານໃຫຍ່ ຖືກເຮັດຢ່າງລະອຽດລະອໍດ້ວຍລະບົບຫຼັງຄາມີຮູບໂຄ້ງ, ຢູ່ເທິງຫຼັງຄາກໍ່ມີຮູບປັ້ນຄູ່ມັງກອນພວມເຝົ້າດວງຕາເວັນ. ຢູ່ໃນສາລາ ເຕື່ອງຟຽວ ກໍ່ຍັງມີຮູບແກະຄວັດສະຫຼັກພິເສດເຊິ່ງລວມມີ ຮູບມັງກອນ, ນົກອິນຊີ, ນາງເທວະດາຂີ່ມັງກອນ, ຮູບພາບຖວາຍເຄື່ອງຂອງບູຊາ… ປັດຈຸບັນສາລາ ເຕື່ອງຟຽວ ຍັງເກັບຮັກສາວັດຖຸພັນທີ່ມີຄ່າຫາຍາກເຊັ່ນ ວໍ 3 ຊຸດ, ບັນລັງ 3 ຊຸດ ທີ່ມີມາແຕ່ສະຕະວັດທີ XVII, ແຜ່ນຄຳພະຫຍາ, ພະລາຊະດຳລັດຂອງເຈົ້າຊີວິດ…”

      ງານບຸນສາລາ ເຕື່ອງຟຽວ ປີໜຶ່ງດຳເນີນ 4 ຄັ້ງ, ສະເພາະງານບຸນທີ່ຈັດຂຶ້ນໃນວັນເພງເດືອນ ຈຽງ ແມ່ນງານບຸນທີ່ໃຫຍ່ກວ່າໝູ່ໃນປີ ເຊິ່ງແກ່ຍາວເປັນເວລາ 3 ວັນ ແຕ່ວັນທີ່ 14 ຫາ ວັນທີ 16 ເດືອນ ຈຽງ. ລຸງ ຫງວຽນຢຸຍຕຸກ ຊາວບ້ານ ເຕື່ອງຟຽວ ໃຫ້ຮູ້ວ່າ:

    “ປີໃດກໍ່ຈັດງານບຸນ, ແຕ່ 2 ປີໃດກໍ່ຈັດງານບຸນດ້ວຍຂອບຂະໜາດໃຫຍ່ເທື່ອໜຶ່ງ. ສ່ວນຂັ້ນຕອນຈັດບຸນກໍ່ມີລາຍການສະແດງຟ້ອນລຳທຳເພງ, ຂັບແຈວ, ແຂ່ງຂັນຫຸງເຂົ້າ, ແຂ່ງຂັນກິລາ. ປະຊາຊົນຢູ່ບ້ານອ້ອມແອ້ມ ແລະ ເທດສະບານ ເຊີນໄຕ ກໍ່ໄດ້ມາຮ່ວມງານບຸນຢ່າງຫຼວງຫຼາຍ”.

     ຜ່ານບັນດາໄລຍະເວລາ ພ້ອມກັບການຜັນແປຂອງປະຫວັດສາດ, ສາລາ ເຕື່ອງຟຽວ ຍັງຄົງຍືນຍົງຄົງຕົວຢູ່ແຄມແມ່ນ້ຳຕິກ, ກາຍເປັນບ່ອນອີງທາງດ້ານຈິດໃຈ ເພື່ອໃຫ້ຊາວບ້ານ ເຕື່ອງຟຽວ ໄດ້ຮັບການປົກປ້ອງຄ້ຳຈູນຈາກພະອໍລະຫັນ ຕ່ານວຽນເຊີນ. ດ້ວຍບັນດາຄຸນຄ່າທາງດ້ານວັດທະນະທຳປະຫວັດສາດ ແລະ ວິຈິດສິນທີ່ປະເສີດເລີດລ້ຳ, ສາລາ ເຕື່ອງຟຽວ ໄດ້ກາຍເປັນກິດຈະກຳ ສະຖາປັດຕະຍາກຳທີ່ມີລັກສະນະເປັນສັນຍາລັກ ສົມກັບເປັນປູຊະນີຍະສະຖານລະດັບຊາດພິເສດ.

ຕອບກັບ