ວັດເຮືອງ ອາດຈະກາຍເປັນຈຸດເດັ່ນໃນການເດີນທາງເຊື່ອມຕໍ່ມໍລະດົກ

Thu Hang
Chia sẻ
(VOVWORLD) -ແຕ່ດົນນານມາແລ້ວ, ແຂກທ່ອງທ່ຽວເຄີຍໄປນະມັດສະການວັດເຮືອງ  ທີ່ຂຶ້ນກັບຕາແສງ ເຮືອງເຊີນ ເມືອງ ໝີດຶກ ຮ່າໂນ້ຍ, ພຽງແຕ່ໄປທ່ອງທ່ຽວດ້ວຍຈຸດປະສົງຈິດວິນຍານ, ໄປນະມັດສະການໃນໂອກາດຕົ້ນລະດູບານໃໝ່. ດ້ວຍກຸ່ມທັດຊະນີຍະພາບພູຜາ ຫ້ວຍນ້ຳລຳເຊທຳມະຊາດທີ່ອຸດົມສົມບູນ, ກຸ່ມປູຊະນີຍະສະຖານວັດເຮືອງ ແມ່ນນອນຢູ່ໃນ ຖ້ຳເຮືອງຕິກ ໄດ້ຮັບຖືວ່າແມ່ນຖ້ຳໜຶ່ງດຽວຢູ່ ຫວຽດນາມ ເທົ່ານັ້ນ. ວັດເຮືອງ ສາມາດການເປັນຈຸດເດັ່ນໃນການເດີນທາງ ໄປຢ້ຽມຊົມມໍລະດົກຢູ່ພາກເໜືອ
ວັດເຮືອງ ອາດຈະກາຍເປັນຈຸດເດັ່ນໃນການເດີນທາງເຊື່ອມຕໍ່ມໍລະດົກ - ảnh 1 ງານບຸນນະມັດສະການວັດເຮືອງ

ວັນທີ 25 ທັນວາ ປີ 2017, ເຂດປູຊະນີຍະສະຖານປະຫວັດສາດ ແລະ ທິວທັດທຳມະຊາດກຸ່ມເຮືອງເຊີນ ໄດ້ຮັບໃບຢັ້ງຢືນເປັນປູຊະນີຍະສະຖານລະດັບຊາດພິເສດ ຈາກນາຍົກລັດຖະມົນຕີ. ນີ້ແມ່ນໂອກາດເພື່ອໃຫ້ວັດເຮືອງເສີມຂະຫຍາຍຂຸດຄົ້ນການທ່ອງທ່ຽວ, ບໍ່ພຽງແຕ່ໃນຍະໄລ 3 ເດືອນຕົ້ນປີເທົ່ານັ້ນ ກຸ່ມປູຊະນີຍະສະຖານ ເຮືອງເຊີນ, ໃນນັ້ນວັດເຮືອງ ແມ່ນຈຸດເດັ່ນ ແລະ ແມ່ນສະຖານທີ່ດູດດື່ມສຳລັບແຂກທ່ອງທ່ຽວຕະຫຼອດປີ. ເພື່ອເສີມຂະຫຍາຍທ່າໄດ້ປຽບທາງດ້ານການທ່ອງທ່ຽວ, ອຳນາດການປົກຄອງທ້ອງຖິ່ນຕາແສງ ເຮືອງເຊີນ ໄດ້ປະຕິບັດບັນດາມາດຕະການຮັບປະກັນສິ່ງແວດລ້ອມ, ທັດສະນີຍະພາບ, ແກ້ໄຂບັນດາການເຊື່ອຖືງົມງວາຍ, ຈອບອອຍແຂກທ່ອງທ່ຽວ… ເປີດຊຸດຝຶກອົບຮົມໃຫ້ແກ່ປະຊາຊົນກ່ຽວກັບທັກສະການບໍລິການທ່ອງທ່ຽວ ເພື່ອແນໃສ່ຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ແລະ ປະຫວັດສາດໃນເຂດປູຊະນີຍະສະຖານເຮືອງເຊີນ. ອ້າຍ ຫງວຽນວັນຮຸ່ງ ຢູ່ເມືອງ ຫວິງເຕື່ອງ ແຂວງ ຫວິງຟຸກ ຖືວ່າ:

      “ວັດເຮືອງມີທັດຊະນີຍະພາບສວຍສົດງົດງາມທີ່ສຸດ. ວຽກງານຮັບໃຊ້ແຂກທ່ອງທ່ຽວກໍ່ສຸດອົກສຸດໃຈ. ນີ້ອາດຈະໄດ້ຮັບຖືວ່າ ແມ່ນສະຖານທີ່ທີ່ດູດດື່ມເມື່ອທຽບໃສ່ຫຼາຍເຂດທ່ອງທ່ຽວອື່ນໆ”.

     ເຂດທ່ອງທ່ຽວຈິດວິນຍານ ເຮືອງເຊີນ ຖ້າມີບ່ອນລະຫຼິ້ນບັນເທີງຕື່ມອີກ ກໍ່ຈະມີການຂະຫຍາຍຕົວຫຼາຍຂຶ້ນ. ປັດຈຸບັນ ນອກຈາກຮອບເວລາ 3 ເດືອນຈັດງານບຸນ ວັດເຮືອງ, ກຸ່ມປູຊະນີຍະສະຖານ ເຮືອງເຊີນ ສາມາດຂຸດຄົ້ນການທ່ອງທ່ຽວໃນຕະຫຼອດປີ, ພິເສດ ໃນລະດູດອກງິ້ວຍາມເດືອນ 3, ເດືອນ 4, ດອກບົວຍາມເດືອນ 8, 9, ແລະ ເດືອນ 10 ກໍ່ແມ່ນຮອດລະດູດອກບົວນ້ຳ ແລະ ການທ່ອງທ່ຽວຄົ້ນຫາຖ້ຳ. ໃນເສັ້ນທາງໄປນະມັດສະການແຫ່ງຈິດວິນຍານ ເຊື່ອມຕໍ່ລະຫວ່າງບັນດາມໍລະດົກດ້ວຍລວງຍາວປະມານ 100 ກວ່າກິໂລແມັດ ຄື ປະຕູໂຂງຕາມກວານ, ວັດຄຳ, ກຸ່ມປູຊະນີຍະສະຖານທິວທັດທຳມະຊາດ ຈ່າງອານ, ກຸງເກົ່າຮວາລື, ວັດບາຍດິງ, ເຂດອະນຸລັກນ້ຳຖວ້ມ ເວິນລອງ, ວັດຕາມຈຸກ, ພະລາດຊະວັງທັງລອງ, ວັດເຮືອງກໍ່ນອນຢູ່ໃກ້ເຂດວັດຕາມຈຸກ ໃນເທດສະບານເມືອງ ບາຊາວ, ກີມບາງ ແຂວງ ຮ່ານາມ ໄດ້ຮັບຖືວ່າແມ່ນຈຸດເດັ່ນໃນເສັ້ນທາງນີ້. ທ່ານ ຟ້າມມິງຕື ຫົວໜ້າຄະນະຄຸ້ມຄອງ ວິຫານຈິງ ໃນກຸ່ມປູຊະນີຍະສະຖານວັດເຮືອງ ໃຫ້ຮູ້ວ່າ:

     “ຖ້າຫາກວ່າເຂດທ່ອງທ່ຽວຈິດວິນຍານພັດທະນາການທ່ອງທ່ຽວນັ້ນ, ລັດຄວນລົງທຶນບູລະນະປະຕິສັງຂອນ. ຄວນຈັດແບ່ງຢ່າງລະອຽດ, ເຂດໃດແມ່ນເຂດໄຫ້ວບູຊາ, ເຂດໃດແມ່ນເຂດຈິດວິນຍານ. ຜ່ານນັ້ນກໍ່ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ”.

    ປັດຈຸບັນ ຄິດສະເລ່ຍໃນແຕ່ລະປີ, ວັດເຮືອງສາມາດດຶງດູດແຂກທ່ອງທ່ຽວເກືອບ 2.000.000 ເທື່ອຄົນ ມາຢ້ຽມຊົມທັດສະນະສຶກສາ. ຂະແໜງທ່ອງທ່ຽວພວມປະກອບສ່ວນ 65% ຍອດລາຍຮັບທົ່ວຕາແສງ ເຮືອງເຊີນ,  ລາຍຮັບຈາກການບໍລິການທ່ອງທ່ຽວ ແລະ ລາຍຮັບອື່ນໆທີ່ບັນລຸປະມານ 500 ລ້ານດົ່ງ. ຕາມທ່ານ ຫງວຽນບາຫ່ຽນ ຫົວໜ້າຄະນະຄຸ້ມຄອງເຂດປູຊະນີຍະສະຖານ ທິວທັດທຳມະຊາດ ເຮືອງເຊີນ ແລ້ວ, ປັດຈຸບັນການລົງທຶນທາງດ້ານໂຄງລ່າງທ່ອງທ່ຽວຄວນໄດ້ຮັບການພັດທະນາ. ທ່ານກ່າວວ່າ:

    “ພວກຂ້າພະເຈົ້າກໍ່ຕັ້ງຄວາມຫວັງວ່າ ງານບຸນບໍ່ພຽງແຕ່ດຳເນີນໃນຮອບເວລາ 3 ເດືອນເທົ່ານັ້ນ ຫາກຍັງຕ້ອງດຳເນີນຕະຫຼອດປີ. ພວກຂ້າພະເຈົ້າກໍ່ພວມສະເໜີໃຫ້ວາງແຜນກຳນົດສັງລວມໃຫ້ແກ້ເຂດທ່ອງທ່ຽວຈິດວິນຍານ, ຈັດສັນເຂດຕ່າງໆ. ເຮັດໄດ້ເຊັ່ນນັ້ນ, ກໍ່ສາມາດດຶງດູດແຂກທ່ອງທ່ຽວມາຢ້ຽມຊົມນັບມື້ນັບຫຼາຍຂຶ້ນ”.

     ໃນອະນາຄົດ, ຖ້າຫາກວ່າໄດ້ຮັບຄວາມເອົາໃຈໃສ່ລົງທຶນ ບູລະນະປະຕິສັງຂອນນັ້ນ, ວັດເຮືອງ ຈະກາຍເປັນສະຖານທີ່ແຫ່ງຈິດວິນຍານ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມຢ່າງຫຼວງຫຼາຍ. ເພື່ອພັດທະນະການທ່ອງທ່ຽວນັ້ນ, ການນຳເມືອງ ເຮືອງເຊີນ ພວມມຸ່ງໄປສູ່ການສ້າງແຜນກຳນົດສັງລວມ ທັງເປັນການຮັກສາສີສັນ, ຄວາມງາມທີ່ເກົ່າແກ່ແບບຮົກເຮື້ອທີ່ມີຢູ່ແລ້ວທີ່ມີຢູ່ແລ້ວໃນ ວັດເຮືອງ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນທາງດ້ານການທ່ອງທ່ຽວຂອງທ້ອງຖິ່ນ.

ຕອບກັບ