ດ່າໜັງ ພັດທະນາເຄື່ອງໝາຍການທ່ອງທ່ຽວ ອາຫານການກິນ

Thu Hoa
Chia sẻ
(VOVWORLD) -ດ່າໜັງແມ່ນນະຄອນຢືນອັນດັບທີ 15 ໃນຈຳນວນສະຖານທີ່ 52 ແຫ່ງທີ່ແຂກທ່ອງທ່ຽວບໍ່ອາດພາດໂອກາດມາທ່ອງທ່ຽວໃນປີ 2019 ໂດຍວາລະສານ ນິວຢອກທາຍ ເລືອກເຟັ້ນ, ຖືກສົມທຽບວ່າແມ່ນ “ມີອາມີຂອງ ຫວຽດນາມ” ໂດຍບັນດາຈຸດທີ່ເປັນເອກະລັກສະເພາະ ທາງດ້ານການພັກຜ່ອນບຳລຸງສຸຂະພາບ ແລະ ອາຫານການກິນ. ນະຄອນ ດ່າໜັງ ພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ, ມີການເຄື່ອນໄຫວດ້ານອາຫານການກິນ ແລະ ນຳດ້ານນີ້ກາຍເປັນຮູບແບບການທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ ເປັນຕົ້ນແມ່ນແຂກທ່ອງທ່ຽວຕ່າງປະເທດ
ດ່າໜັງ ພັດທະນາເຄື່ອງໝາຍການທ່ອງທ່ຽວ ອາຫານການກິນ - ảnh 1

ດ້ວຍຫົວເລື່ອງ “ລົດຊາດຂອງບ້ານເກີດເມືອງນອນ”, ງານບຸນອາຫານການກິນສາກົນ ດ່າໜັງ ປີ 2019 ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວ ດ້ວຍສິ່ງທີ່ແປກປະຫຼາດຂອງພໍ່ຄົວແມ່ຄົວ 13 ຄົນທີ່ມາຈາກຕ່າງປະເທດ ນັ້ນແມ່ນບັນດາຜູ້ຊ່ຽວຊານດ້ານອາຫານການກິນ, ສະມາຊິກກິຕິມະສັກຂອງບັນດາສະຫະສະມາຄົມ ພໍ່ຄົວແມ່ຄົວໂລກ ທີ່ເຮັດວຽກຢູ່ບັນດາພັດທະຄານ,     ໂຮງແຮມ ໃຫຍ່ຢູ່ປະເທດຕ່າງໆໃນໂລກ, ໃນງານບຸນພວກພໍ່ຄົວແມ່ຄົວຈະແນະນຳ ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະ ຢູ່ເຂດພາກກາງ ຫວຽດນາມ. ນາງ ເຈິ່ນທິເທີມ, ແຂກທ່ອງທ່ຽວມາຈາກແຂວງ ບັກຢາງ ແບ່ງປັນວ່າ:

  “ນີ້ເປັນຄັ້ງທຳອິດທີ່ເຮົາໄດ້ໄປ ດ່າໜັງ, ກົງກັບໂອກາດ ດ່າໜັງ ເປັນຄັ້ງທຳອິດ ໄດ້ຈັດຕັ້ງງານບຸນອາຫານການກິນສາກົນ. ເຮົາເຫັນວ່າມີຂອບຂະໜາດໃຫຍ່ທີ່ສຸດ, ບັນດາເຍື່ອງອາຫານກໍແຊບນົວ ແລະ ອຸດົມສົມບູນ. ເຮົາຮູ້ສຶກ ເບີກບານໃຈທີ່ສຸດ ແລະ ມີຄວາມເປັນກຽດທີ່ໄດ້ມາຮ່ວມ”.

 ພ້ອມກັບງານບຸນອາຫານການກິນສາກົນ ດ່າໜັງ ປີ 2019, ຊຸມປີມໍ່ມານີ້, ອາຫານການກິນຢູ່ ດ່າໜັງ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ແຂກທ່ອງທ່ຽວທີ່ມາຈາກສາລະທິດ ດ້ວຍບັນດາເຍື່ອງອາຫານພິເສດຄື ມີ່ກວ໋າງນາມ, ເຂົ້າປຸ້ນຊີ້ນປີ້ງ, ເຂົ້າປຸ້ນຢໍ່ປາ, ບັ໊ນແຊ່ວ, ແນມຈືນ… ແຂກທ່ອງທ່ຽວຫຼາຍຄົນໄດ້ຕີລາຄາວ່າ “ດ່າໜັງແມ່ນດິນແດນອາຫານ” ດ້ວຍບັນດາເຍື່ອງອາຫານທີ່ແຊບນົວເຊິ່ງບໍ່ອາດຫຼົງລືມໄດ້. ນາງ ເຈິ່ນທິກີມຈີ   ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ ແບ່ງປັນວ່າ:

“ເຮົາມັກກິນເຂົ້າປຸ້ນຢໍ່ປາ, ມີ່ກວ໋າງນາມ, ບັ໊ນແຊ່ວ. ເຮົາຮູ້ສຶກວ່າແຊບອີຫຼີ. ເຮົາເຫັນວ່າ ອາຫານຢູ່ນີ້ອຸດົມສົມບູນທີ່ສຸດ. ໄດ້ກິນອາຫານຢູ່ທີ່ນີ້ກໍ່ຮູ້ສຶກພໍໃຈທີ່ສຸດ. ກໍ່ຍ້ອນອາຫານຢູ່ທີ່ນີ້, ເຮົາກໍ່ຢາກກັບຄືນມານີ້ອີກຫຼາຍຄັ້ງ”.

    ດ່າໜັງ ແມ່ນດິນແດນເຕົ້າໂຮມທາງດ້ານວັດທະນະທຳຂອງສາມພາກ, ເພາະສະນັ້ນອາຫານການກິນຂອງ ດ່າໜັງ ກໍ່ເຕົ້າໂຮມສິ່ງພິເສດຂອງສາມພາກ. ແຂກທ່ອງທ່ຽວມາຢ້ຽມຢາມ ດ່າໜັງ ອາດຈະໄດ້ຊີມອາຫານພິເສດຂອງທັງສາມພາກຄື ພາກເໜືອ, ພາກກາງ ແລະ ພາກໃຕ້ ໂດຍແມ່ນຊາວທ້ອງຖິ່ນເຫຼົ່ານັ້ນໄດ້ນຳມາໃຫ້. ຊຸມປີມໍ່ໆມານີ້ຢູ່ນະຄອນ ດ່າໜັງ ໄດ້ສ້າງເປັນຄຸ້ມຖະໜົນອາຫານການກິນ. ບັນດາເຍື່ອງອາຫານພິເສດມາແຕ່ດົນນານ ເຂັ້ມຂົ້ນໄປດ້ວຍລົດຊາດຂອງ ດ່າໜັງ ດ້ວຍລະບົບຮ້ານກິນດື່ມພັດທະຄານ ຮັບໃຊ້ເປັນຢ່າງດີ, ດ້ວຍລະຄາທີ່ເໝາະສົມ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຢາມນັບມື້ນັບຫຼາຍຂຶ້ນ. ທ່ານ ຫງວຽນຊວນບິ່ງ ຮອງຫົວພະແນກ ທ່ອງທ່ຽວ ນະຄອນດ່າໜັງ ໃຫ້ຮູ້ວ່າ:

“ເມື່ອໄດ້ເຊື້ອເຊີນພວກພໍ່ຄົວແມ່ຄົວຫຼາຍຄົນຈາກຕ່າງປະເທດມານີ້, ຜ່ານວຽກງານພົວພັນແລກປ່ຽນ, ປະສານສົມທົບກັບບັນດາພໍ່ຄົວແມ່ຄົວຊາວທ້ອງຖິ່ນ, ຫວັງວ່າອາຫານການກິນຂອງ ດ່າໜັງ ຈະນັບມື້ອຸດົມສົມບູນ ແລະ ມີຫຼາຍຮູບຫຼາຍແບບກວ່າເກົ່າ. ນີ້ແມ່ນພື້ນຖານເພື່ອແນະນຳໃຫ້ແກ່ເພື່ອນມິດທັງຢູ່ພາຍໃນ ແລະ ສາກົນຮູ້ຈັກເຖິງ ດ່າໜັງ ແມ່ນສະຖານທີ່ມີຊື່ສຽງທາງທາງດ້ານອາຫານການກິນ”.

ທ່ານ ໂທມາດອານເດຍກູເລີ ປະທານສະຫະສະມາຄົມພໍ່ຄົວແມ່ຄົວໂລກ ໃນງານບຸນກໍ່ໄດ້ຕີລາຄາສູງກ່ຽວກັບອາຫານການກິນຂອງທ້ອງຖິ່ນ ຢູ່ພາກກາງເວົ້າລວມ ແລະ ດ່າໜັງ ເວົ້ົ້າສະເພາະ. ທ່ານຖືວ່າອາຫານຢູ່ ດ່າໜັງ ຄວນຖືກນຳໄປແນະນຳຢ່າງກວ້າງຂວາງຢູ່ໃນໂລກ ເພາະວ່າມັນເປັນສິ່ງທີ່ຍອດຍິ່ງ ແລະ ອຸດົມສູນບູນ. ທ່ານກ່າວວ່າ:

 “ຈາກເຫດການຈັດຕັ້ງຢູ່ ໂຮ້ຍອານ ກ່ອນນີ້ສາມປີ, ພວກຂ້າພະເຈົ້າ ໄດ້ຊອກເຫັນມີວົງຄະນາຍາດໃຫຍ່ກວ່າ ແລະ ດ່າໜັງ ກໍ່ໄດ້ຮັບການຄັດເລືອກ. ນະຄອນນີ້ອີກເທື່ອໜຶ່ງ ກໍ່ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວທາງດ້ານອາຫານການກິນຂອງໂລກ ໂດຍຜ່ານສັບປະດາອາຫານການກິນສາກົນ ແລະ ຊາວທ້ອງຖິ່ນທຸກໆຄົນ ກໍ່ຄືແຂກທ່ອງທ່ຽວອາດຈະເຂົ້າຮ່ວມເຫດການ ແລະ ໄດ້ຮັບສິ່ງທີ່ປະທັບໃຈຈາກອາຫານຢູ່ທຸກແຫ່ງໃນໂລກ”.

ໃນທ່າອ່ຽງພັດທະນາດ້ວຍຫຼາຍຮູບຫຼາຍສີ ຂອງຄວາມຕ້ອງການທາງດ້ານການທ່ອງທ່ຽວ, ອາຫານການກິນບໍ່ພຽງແຕ່ສວມບົດບາດ ແມ່ນປັດໄຈຮັບໃຊ້ຄວາມຕ້ອງການທາງດ້ານການກິນດື່ມ ຂອງແຂກທ່ອງທ່ຽວເທົ່ານັ້ນ, ຫາກຍັງໄດ້ກາຍເປັນເປົ້າໝາຍຂອງບັນດາການທ່ອງທ່ຽວ. ເພາະສະນັ້ນເພື່ອດຶງດູດແຂກທ່ອງທ່ຽວເຂົ້າມາທ້ອງຖິ່ນ, ດ່າໜັງ ໄດ້ກຳນົດຈະນຳອາຫານການກິນບືນຕົວຂຶ້ນ ກາຍເປັນຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກ ເພື່ອດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ