ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງ ນິງທ້ວນ ປີ 2019 ທີ່ດູດດື່ມສຳລັບແຂກທ່ອງທ່ຽວ

Thu Hoa
Chia sẻ
(VOVWORLD) -ໂດຍຖືກດຳເນີນໃນ 7 ວັນຄືແຕ່ວັນທີ 26 ເມສາ ຫາ ວັນທີ 2 ພຶດສະພາ ປີ 2019, ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງນິງທ້ວນ ປີ 2019 ລວມມີບັນດາເຫດການທີ່ໃໝ່ອ່ຽມ ເຊິ່ງໝັ້ນໝາຍຈະດຶງດູດແຂກທ່ອງທ່ຽວນັບແສນເທື່ອຄົນມາເຂົ້າຮ່ວມ. ນີ້ກໍ່ແມ່ນໂອກາດເພື່ອໂຄສະນາພາບພົດກ່ຽວກັບປະຊາຊົນ, ທຳມະຊາດ ແລະ ບັນດາຜະລິດຕະພັນທີ່ເປັນເອກະລັກ ຈາກບັນດາສວນອາງຸ່ນໃນແຂວງ ນິງທ້ວນ, ປະກອບສ່ວນຊຸກຍູ້ຂະແໜງທ່ອງທ່ຽວຂອງທ້ອງຖິ່ນ ພັດທະນາຄືດັ່ງຄວາມຫວັງ
ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງ ນິງທ້ວນ ປີ 2019 ທີ່ດູດດື່ມສຳລັບແຂກທ່ອງທ່ຽວ - ảnh 1ແຂກຕ່າງປະເທດມາຮ່ວມງານບຸນ 

ໝູ່ບ້ານປູກອາງຸ່ນ ຖາຍອານ ນອນຢູ່ແຄມເສັ້ນທາງແຂວງຕໍ່ແຂວງ ຫາບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ໃນຕາແສງ ຫວິງຫ໋າຍ ເມືອງ ນິງຫ໋າຍ ແຂວງ ນິງທ້ວນ, ໃນຊຸມປີມໍ່ໆມານີ້ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວທັງຢູພາຍໃນ ແລະ ຕ່າງປະເທດ. ທັງບ້ານ ຖາຍອານ ມີປະມານ 540 ຄອບຄົວປູກອາງຸ່ນ, ດ້ວຍເນື້ອທີ່ 182 ເຮັກຕາ. ບັນດາສວນອາງຸ່ນທີ່ພວມສຸກງາມໄດ້ຮັບການບົວລະບັດຈາກຊາວທ້ອງຖິ່ນ, ກະກຽມຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ໃນໂອກາດງານບຸນໝາກອາງຸ່ນ ແລະ ເຫຼົ້າແວງປີນີ້. ອ້າຍ ຫງວຽນແທັ່ງຮຶງ ຜູ້ມີເນື້ອທີ່ປູກອາງຸ່ນ 3 ໄລ່ພວມເຮັດອະນາໄມສວນ, ຈັດແຈງສະຖານທີ່ເພື່ອໃຫ້ແຂກທ່ອງທ່ຽວເຂົ້າມາຢ້ຽມຊົມທັດສະນະສຶກສາສວນອາງຸ່ນ  ແລະ ຊີມໝາກອາງຸ່ນສົດໃນສວນ. ອ້າຍ ຫງວຽນແທັ່ງຮຶງ ເວົ້າວ່າ:

      “ກ່ອນທີ່ໝາກອາງຸ່ນສຸກ, ເຮົາກໍ່ໄດ້ກະກຽມໂຕະຕັ່ງ, ເຫຼົ້າແວງຊະນິດຕ່າງໆ. ເມື່ອແຂກທ່ອງທ່ຽວມາຢ້ຽມຊົມ ເຮົາກໍ່ໄດ້ຕ້ອນຮັບຢ່າງສຸດໃຈ. ສຳຫຼັັບລາຄາຂາຍຜະລິດຕະພັນເຮົາກໍ່ຂາຍຄືມື້ທຳມະດາ. ເຮົາກໍ່ໄດ້ແນະນຳໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ ໄດ້ຖ່າຍຮູບເປັນທີ່ລະນຶກໂດຍບໍ່ເກັບຄ່າ”.

      ປັດຈຸບັນມີປະມານ 50 ຄອບຄົວປູກອາງຸ່ນໃນບ້ານ ຖາຍອານ ພວມເຂົ້າຮ່ວມຮູບແບບຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ຢູ່ສວນອາງຸ່ນໃນແຕ່ລະວັນ. ໂດຍໄດ້ກຳແໜ້ນຄວາມຕ້ອງການຊີມໝາກອາງຸ່ນສະອາດໃນສວນຂອງແຂກທ່ອງທ່ຽວ, ໃນໂອກາດງານບຸນເຊີດຊູຊາວສວນຜູ້ປູກໝາກອາງຸ່ນ ແລະ ຕົ້ນໝາກອາງຸ່ນທ້ອງຖິ່ນ, ບັນດາເຈົ້າຂອງສວນອາງຸ່ນ ໄດ້ປະຕິບັດຢ່າງຖືກຕ້ອງຕາມຂັ້ນຕອນຜະລິດ, ມີຜະລິດຕະພັນປຸງແຕ່ງຈາກອາງຸ່ນຫຼາຍຊະນິດເຊັ່ນ ເຫຼົ້າອາງຸ່ນ, ອາງຸ່ນອົບບແຫ້ງ… ແລະ ຍົກສູງຄຸນນະພາບການຮັບໃຊ້ທ່ອງທ່ຽວ. ໝູ່ບ້ານອາງຸ່ນ ຖາຍອານ ໃນປັດຈຸບັນໄດ້ສ້າງເຄື່ອງໝາຍການຄ້າສະເພາະ ໃຫ້ແກ່ການທ່ອງທ່ຽວຢູ່ຕາມເຂດສວນໃນແຂວງ ນິງທ້ວນ. ຈຳນວນແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ຢູ່ບ້ານອາງຸ່ນ ຖາຍອານ ນັບມື້ນັບຫຼາຍຂຶ້ນ ເປັນຕົ້ນແມ່ນໃນໂອກາດທ້າຍອາທິດ ໂອກາດວັນບຸນ, ໂອກາດຍາມພັກແລ້ງ. ເພື່ອແນໃສ່ຮັປະກັນສະພາບແວດລ້ອມການທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ, ສົດໃສ ແລະ ຍືນຍົງ, ຄະນະພັກອຳນາດການປົກຄອງທ້ອງຖິ່ນ ກໍ່ໄດ້ຈັດຊຸດຝຶກອົບ, ບຳລຸງທາງດ້ານທັກສະ ແລະ ລະດັບຄວາມຮູ້, ທ່າທີເຮັບໃຊ້ແຂກທ່ອງທ່ຽວຕາມທິດເປັນມືອາຊີບ. ທ່ານ ຫງວຽນວັນເລິມ ເລຂາຄະນະພັກຕາແສງ ຫວິງຫ໋າຍ ໃຫ້ຮູ້ວ່າ:

       “ເພື່ອກະກຽມຕ້ອນຮັບແຂກທ່ອງທ່ຽວ ມາຢ້ຽມຊົມທັດສະນະສຶກສາຢູ່ທ່ອງຖິ່ນ ໃນໂອກາດງານບຸນໝາກອາງຸ່ນ ແລະ ເຫຼົ້າແວງ, ທາງຕາແສງໄດ້ຂົນຂວາຍຄອບຄົວຈຳນວນໜຶ່ງ ທີ່ມີສວນອາງຸ່ນພວມສຸກງາມສົມທົບກັບທ້ອງຖິ່ນ ເພື່ອກຽມພ້ອມຮັບໃຊ້ແຂກທ່ອງທ່ຽວ ເມື່ອເຂົາເຈົ້າມາຢ້ຽມຊົມທັດສະນະສຶກສາ. ພ້ອມກັນນັ້ນກໍ່ຮຽກຮ້ອງໃຫ້ພໍ່ແມ່ພີ່ນ້ອງຊາວບ້ານ ພ້ອມແລ້ວຈະຕອບສະໜອງຕາມຈິດໃຈຮັກແພງແຂກ ເພື່ອຮັບໃຊ້ເປົ້າໝາຍການທ່ອງທ່ຽວໃນອະນາຄົດ, ເຮັດແນວໃດເພື່ອໃຫ້ແຂກທ່ອງທ່ຽວເມື່ອມາຢ້ຽມຊົມ ຕ່າງກໍ່ມີຄວາມປະທັບໃຈອັນດີງາມກ່ຽວກັບທ້ອງຖິ່ນ”.

       ດ້ວຍຄວາມຈິງໃຈ, ຮັກແພງແຂກ, ບັນດາຊາວສວນປູກອາງຸ່ນໃນບ້ານ ຖາຍອານ ສາມາດດຶງດູດໃຈແຂກທ່ອງທ່ຽວເມື່ອຢ້ຽມຍາມແຂວງ ນິງທ້ວນ ເນື່ອງໃນໂອກາດງານບຸນໝາກອາງຸ່ນ ແລະ ເຫຼົ້າແວງ ນິງທ້ວນ ໃນລະຫວ່າງວັນທີ 26 ເມສາ ຫາ ວັນທີ 2 ພຶດສາພາ ປີ 2019. ດ້ວຍບັນດາການເຄື່ອນໄຫວຢ້ຽມຊົມທັດສະນະສຶກສາຢູ່ສວນອາງຸ່ນ ແລະ ບັນດາສະຖານທີ່ອື່ນໆເຊັ່ນ ສວນສາທາລະນະທະເລ ບິ່ງເຊີນ-ນິງຈື໊, ທາດ ໂປກຣອງກາລາຍ, ໝູ່ບ້ານອາຊີບຫັດຕະກຳຕ່ຳແຜ່ນ ໝີຫງຽບ, ໝູ່ບ້ານເຄື່ອງປັ້ນດິນເຜົາ ເບົ່າຈຸກ, ຟາມປູກອາງຸ່ນ ໝີເຊີນ… ງານບຸນໝາກອາງຸ່ນ ແລະ ເຫຼົ້າແວງນິງທ້ວນ ແນ່ນອນວ່າຈະສ້າງຄວາມປະທັບໃຈ ທີ່ຍາກຈະລືມໄດ້ໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ. 

ຕອບກັບ