ຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງນ້ຳຕົກຕາດ ໂດ້ກວຽນ

Thu Hang
Chia sẻ
(VOVWORLD) -ນ້ຳຕົກຕາດ ໂດ້ກວຽນ ເຊິ່ງແມ່ນນ້ຳຕົກຕາດທີ່ໄດ້ຮັບຖືວ່າ ແມ່ນນາງງາມທີ່ມີສະເໜ່ ໃນທ່າມກາງເຂດປ່າສະຫງວນ ແບັກມ້າ ຂຽວອຸ່ມທຸ່ມທີ່ກວ້າງໃຫຍ່ໄພສານ
ຄວາມງາມທີ່ໃຫຍ່ໂຕມະໂຫຖານຂອງນ້ຳຕົກຕາດ ໂດ້ກວຽນ - ảnh 1 ນ້ຳຕົກຕາດ ໂດ້ກວຽນ

ນ້ຳຕົກຕາດ ໂດ້ກວຽນ ມີຄວາມສູງປະມານ 300 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ນອນໃນປ່າສະຫງວນ ແບັກມ້າ ຂຶ້ນກັບຕາແສງ ຫຼົກຈີ່ ເມືອງ ຝູຫຼົກ ແຂວງ ເທື່ອທຽນເຫວ້. ຈາກຕີນພູ ແບັກໝາ ຂີ່ລົດໂອໂຕປະມານ 12 ກິໂລແມັດ ກໍ່ຈະເຫັນຢູ່ເບື້ອງຂວາທາງມີທາງຊອຍຮ່ອງນ້ອຍພາໄປຮອດນ້ຳຕົກຕາດ ໂດ້ກວຽນ. ຢູ່ແຫ່ງນີ້ເມື່ອລ່ອງຕາມລຳຫ້ວຍ ອ໊ຽນ, ຜ່ານເຂດນ້ຳຕົກຕາດ ຫງູໂຮ໋ ຂອງເຂດປ່າສະຫງວນ ແບັກມ້າ,  ແລ້ວຍ່າງຕື່ມອີກ 15 ຫາ 50 ນາທີກໍ່ຈະຮອດຍອດນ້ຳຕົກຕາດ ທີ່ໃສ່ຊື່ຂອງດອກໄມ້ຊະນິດໜຶ່ງທີ່ງາມ ແລະ ຫາຍາກ, ນັ້ນແມ່ນນ້ຳຕົກຕາດ ໂດ້ກວຽນ. ທ້າວ ຫງວຽນວິງຮວ່າງ ຊາວເຫ້ວ ເປັນຄັ້ງທຳອິດໄດ້ໄປຄົ້ນຫານ້ຳຕົກຕາດ ໂດ້ກວຽນ ເວົ້າວ່າ:

   “ນ້ຳຕົກຕາດ ໂດ້ກວຽນ ແມ່ນສະຫງວນໃຫ້ແກ່ບັນດາຜູ້ມັກຄົ້ນຫາທຳມະຊາດ ແລະ ມີສຸຂະພາບເຂັ້ມແຂງ. ເຮົາຈະຍ່າງຕາມທາງຊອຍແຄມຫ້ວຍ. ຍ່າງຜ່ານນ້ຳຕົກຕາດ ຫງູໂຮ໋, ແລ້ວກໍ່ຍ່າງຕາມທາງປ່າ ເພື່ອຈະຮອດນ້ຳຕົກຕາດ ໂດ້ກວຽນ. ບົນເສັ້ນທາງໄປຍັງນ້ຳຕົກຕາດ ໂດ້ກວຽນ, ພວກເຮົາຈະໄດ້ຮັບຊົມຄວາມງາມທີ່ຈັບອົກຈັບໃຈ ໃນທ່າມກາງຕົ້ນໄມ້ໃບຫຍ້າຂຽວອຸ່ມທຸ່ມ ແລະ ລຳຫ້ວຍນ້ອຍໄຫຼຄົດງໍໃນປ່າ ຈົນເຖິງຍອດນ້ຳຕົກຕາດ. ບັນຍາກາດໃນປ່າແມ່ນເຢັນສະບາຍທີ່ສຸດ ແລະ ພວກເຮົາກໍ່ສາມາດທັງຍ່າງ ທັງໄດ້ຟັງສຽງນົກຮ້ອງ”.

    ລຽບຕາມທາງໄປຮອດຍອດນ້ຳຕົກຕາດ ໂດ້ກວຽນ, ຕົ້ນໄມ້ແຕ່ລະຊະນິດ, ຫ້ວຍແຕ່ລະຕອນກໍ່ລ້ວນແຕ່ມີຄວາມງາມພິເສດສະເພາະ. ລຸຍນ້ຳຜ່ານຫ້ວຍໄຫຼເທິງໜ້າບັນດາໂງ່ນຫີນໃຫຍ່, ແຂກທ່ອງທ່ຽວຈະໄປຮອດຍອດຂອງນ້ຳຕົກຕາດ ໂດ້ກວຽນ ຢູ່ແຫ່ງນີ້ທັດຊະນີຍະພາບປຽບເໝືອນແດນສະຫວັນ. ຫງວຽນແທັງລອງ ມາຈາກເມືອງ ຟອງດ່ຽນ ແຂວງ ເທື່ອທຽນເຫວ້ ແບ່ງປັນວ່າ:

     “ເປັນຄັ້ງທຳອິດທີ່ເຮົາໄດ້ໄປຮອດນ້ຳຕົກຕາດ ໂດ້ກວຽນ. ແຕ່ລະຈຸດເວລາ, ແຕ່ລະຕອນໃນນ້ຳຕົກຕາດ ໂດ້ກວຽນ ພັດມີຄວາມງາມສະເພາະຂອງມັນ. ເວລາຫາກໍ່ມາຮອດ, ກຸ່ມເມກເຝື້ອຂາວ ໄດ້ປົກຄຸມໄປທົ່ວຂອບຟ້າ ປຽບເໝືອນລຳແມ່ນ້ຳເມກຂາວທີ່ງົດງາມທີ່ສຸດ. ຮອດເວລາມີແສງແດດ, ກຸ່ມເມກຂາວກໍ່ໄດ້ຄ່ອຍໆຫາຍໄປ ແລະ ໄດ້ປະກົດມີຮູບພາບດ້ວຍສີຂຽວສົດໃສເຢັນສະບາຍ. ນີ້ແມ່ນນ້ຳຕົກຕາດສູງກວ່າໝູ່ຢູ່ ເຫວ້ ເຖິງ 300 ກວ່າແມັດ. ເສັ້ນທາງໄປຮອດນ້ຳຕົກຕາດ ແມ່ນນອນຢູ່ເຄິ່ງກາງເຂດປ່າດົງດິບ, ມີບາງເວລາກໍ່ຍ່າງຜ່ານຫ້ວຍນ້ອຍ, ທິວທັດທຳມະຊາດງົດງາມ ແລະ ເປັນໜ້າເພີ່ນຈິດ”.

     ຈາກຍອດນ້ຳຕົກຕາດ, ຖ້າຫາກຢາກລົງຕີນນ້ຳຕົກຕາດ ໂດ້ກວຽນ ເພື່ອຮັບຊົມຄວາມງາມທີ່ໃຫຍ່ໂຕຂອງມັນ, ແຂກທ່ອງທ່ຽວຕ້ອງລົງຄ້ອຍ ລົງປະມານເກືອບ 700 ຂັ້ນດ້ວຍລະດັບຄວາມສູງປະມານ 300 ແມັດ, ນີ້ກໍ່ແມ່ນຄວາມທົດສອບຢ່າງແທ້ຈິງສຳລັບແຂກທ່ອງທ່ຽວ. ທ້າວ ຫງວຽນວິງຮວ່າງ ເວົ້າຕື່ມອີກວ່າ:

     “ນ້ຳຕົກຕາດ ໂດ້ກວຽນ ແມ່ນສວຍສົດງົດງາມ ແລະ ໃຫຍ່ໂຕມະໂຫຖານ ແລະ ເປັນສະຖານທີ່ທີ່ລືຊື່ຢູ່ພາກກາງ ຫວຽດນາມ. ດັ່ງນັ້ນເມື່ອຢືນຢູ່ຍອດນ້ຳຕົກຕາດ, ແຂກທ່ອງທ່ຽວອາດຈະມຸ່ງສາຍຕາ ຮັບຊົມທັດຊະນີຍະພາບທັງໝົດຂອງສາຍພູ ແບັກມ້າ. ເມື່ອແສງແດດສາດສ່ອງລົງມາ ກໍ່ແມ່ນຈຸດເວລາທີ່ກຸ່ມເມກຂາວຫາຍໄປ, ພວກເຮົາສາມາດເຫັນທົ່ວສາຍພູ ແບັກມ້າ. ເມື່ອທ້ອງຟ້າແຈ່ມໃສ, ເຮົາກໍ່ສາມາດເຫັນທະເລຢູ່ທາງໄກ, ພ້ອມທັງກໍ່ໄດ້ເຫັນ  ບຶງຕາມຢາງ ທີ່ເປັນໜ້າຈັບໃຈທີ່ສຸດ”.

     ຢູ່ເບື້ອງຊ້າຍຂອງນ້ຳຕົກຕາດ ກໍ່ແມ່ນທາງຊອຍນ້ອຍພາແຂກທ່ອງທ່ຽວລົງຕີນນ້ຳຕົກຕາດ. ລຽບຕາມສອງຟາກຂອງນ້ຳຕົກຕາດ, ດອກ ໂດ້ກວຽນ ພາກັນບານສະພັ່ງເອຄວາມງາມ. ເສັ້ນທາງເຢັນສະບາຍຍ້ອນມີຮົ່ມເຢັນຂອງຕົ້ນໄມ້. ຍ່າງປະມານໜຶ່ງຊົ່ວໂມງ, ແຂກທ່ອງທ່ຽວກໍ່ຈະໄປຮອດເຂດທີ່ເນື່ອງນັນ ແຕ່ລຶກລັບມະຫັດສະຈັນ, ນັ້ນແມ່ນຕີນນ້ຳຕົກຕາດ. ເພື່ອນ ຫງວຽນທິຍືອີ ມາຈາກແຂວງ ກວ໋າງບິ່ງ ເວົ້ົ້າວ່າ:

     “ນ້ອງໄດ້ໄປຮອດນ້ຳຕົກຕາດ ໂດ້ກວຽນ ກໍ່ເຫັນວ່າມີຄວາມງາມໃຫຍ່ໂຕມະໂຫຖານ. ຢືນຢູ່ນີ້, ນ້ອງກໍ່ໄດ້ຟັງແຈ້ງສຽງນ້ຳໄຫຼລົງມາຈາກຍອດນ້ຳ. ກ່ອນທີ່ຈະມານີ້, ພວກນ້ອງດ້ວຍສຸຂະພາບປົກກະຕິ ກໍ່ສາມາດຄົ້ນຫານ້ຳຕົກຕາດ ໂດ້ກວຽນ. ເຖິງວ່າຕ້ອງໄດ້ຍ່າງຜ່ານໄລຍະທາງແຕ່ 5 ຫາ 7 ກິໂລແມັດ ເຊິ່ງເປັນທາງປ່າດ້ວຍຄວາມອິດເມື່ອຍກໍ່ຕາມ ແຕ່ເມື່ອໄດ້ໄປຮອດນ້ຳຕົກຕາດ ກໍ່ຈະເຫັນຄວາມງາມແບບໃຫຍ່ໂຕມະໂຫຖານ ກໍ່ຄືຮູ້ສຶກເຢັນສະບາຍ, ເວລານັ້ນຄວາມອິດເມື່ອຍກໍ່ຫາຍໄປ”.

      ດ້ວຍຄວາມປະທັບໃຈ ເມື່ອໄດ້ໄປຄົ້ນຫານ້ຳຕົກຕາດ ໂດ້ກວຽນ ພ້ອມກັບບັນດາຄວາມງາມເປັນເອກະລັກສະເພາະຂອງຕົ້ນໄມ້ຊະນິດຕ່າງໆ ຢູ່ລຽບຕາມທາງປ່າ ກໍ່ຈະເຮັດໃຫ້ຄວາມອິດເມື່ອຍຂອງແຂກທ່ອງທ່ຽວ ໃນໄລຍະທາງໄປຄົ້ນຫາທຳມະຊາດ ຢູ່ເຂດປ່າດົງດິບ ແບັກມ້າ ຫາຍໄປ.

ຕອບກັບ