ໄຂເວທີປາໄສນັກທຸລະກິດໜຸ່ມ ອາຊຽນ + 3 ປີ 2018

Chia sẻ
(VOVWORLD) -ການ Start up ຢ່າງມີຫົວຄິດປະດິດສ້າງໃນຂົງເຂດກະສິກໍາໝູນໃຊ້ເຕັກໂນໂລຢີສູງ ແມ່ນທ່າອ່ຽງ ທີ່ມີລັກສະນະທົ່ວໂລກ, ຕ້ອງມີການຮ່ວມມືຂອງບັນດາປະເທດ, ໃນນັ້ນ ຊາວໜຸ່ມ, ນັກທຸລະກິດໜຸ່ມ ຈະສວມບົດບາດເປັນໃຈກາງໃນຂົງເຂດດັ່ງກ່າວ.

        ຕອນຄໍ່າວັນທີ 13 ທັນວາ, ຢູ່ນະຄອນໂຮ່ຈີມິນ, ຄະນະກໍາມະການແຫ່ງຊາດກ່ຽວກັບຊາວໜຸ່ມຫວຽດນາມ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນໄດ້ສົມທົບກັນຈັດຕັ້ງພິທີໄຂເວທີປາໄສນັກທຸລະກິດໜຸ່ມ ອາຊຽນ + 3 ປີ 2018 ດ້ວຍການເຂົ້າຮ່ວມຂອງຜູ້ແທນ ຈໍານວນ 160 ຄົນເຊິ່ງແມ່ນນັກທຸລະກິດ, ການນໍາໜຸ່ມທີ່ມາຈາກ 10 ປະເທດ ອາຊຽນ ແລະ 3 ປະເທດຄູ່ເຈລະຈາຂອງ ອາຊຽນ ນັ້ນແມ່ນ ສ.ເກົາຫຼີ, ຍີ່ປຸ່ນ ແລະ ຈີນ.

        ດ້ວຍຫົວຂໍ້ “ນັກທຸລະກິດໜຸ່ມ ອາຊຽນ + 3 ມຸ່ງໄປເຖິງການ Start up ຢ່າງມີຫົວຄິດປະດິດສ້າງໃນຂົງເຂດກະສິກໍາໝູນໃຊ້ເຕັກໂນໂລຢີສູງ”, ເວທີປາໄສນັກທຸລະກິດໜຸ່ມ ອາຊຽນ + 3 ປີ 2018 ແມ່ນ ກາລະໂອກາດເພື່ອໃຫ້ບັນດານັກທຸລະກິດໜຸ່ມຂອງບັນດາປະເທດ ອາຊຽນ + 3  ແບ່ງປັນບັນດາຮູບແບບ Start up ໃນຂົງເຂດກະສິກໍາໝູນໃຊ້ເຕັກໂນໂລຢີສູງ, ນໍາໜ້າໃນການປະຕິບັດບັນດາເປົ້າໝາຍໃນປະຊາຄົມເສດຖະກິດອາຊຽນ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນພັດທະນາແບບຍືນຍົງ.     

        ກ່າວຄໍາເຫັນທີ່ພິທີໄຂ, ທ່ານ ຫງວຽນງອກເລືອງ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ, ຮອງຫົວໜ້າຄະນະປະຈໍາຄະນະກໍາມະການແຫ່ງຊາດ ກ່ຽວກັບຊາວໜຸ່ມຫວຽດນາມ, ໃຫ້ຮູ້ວ່າ: ການ Start up ຢ່າງມີຫົວຄິດປະດິດສ້າງໃນຂົງເຂດກະສິກໍາໝູນໃຊ້ເຕັກໂນໂລຢີສູງ ແມ່ນທ່າອ່ຽງ ທີ່ມີລັກສະນະທົ່ວໂລກ, ຕ້ອງມີການຮ່ວມມືຂອງບັນດາປະເທດ, ໃນນັ້ນ ຊາວໜຸ່ມ, ນັກທຸລະກິດໜຸ່ມ ຈະສວມບົດບາດເປັນໃຈກາງໃນຂົງເຂດດັ່ງກ່າວ. ໃນໄລຍະດໍາເນີນເວທີປາໄສ, ບັນດາຄໍາເຫັນປະກອບ, ການແລກປ່ຽນບົດຮຽນ ແລະ ທັດສະນະສຶກສາບັນດາຮູບແບບທີ່ພົ້ນເດັ່ນລະຫວ່າງບັນດາຜູ້ແທນ, ນັກຊ່ຽວຊານ ຈະປະກອບສ່ວນປັບປຸງຄວາມຮູ້ຂອງນັກທຸລະກິດໜຸ່ມແຕ່ລະຄົນ, ເພື່ອປະກອບສ່ວນໃຫ້ແກ່ການພັດທະນາຂອງປະຊາຄົມອາຊຽນ +3.

ຕອບກັບ