ໄຂສັບປະດາອາຊຽນ,ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງຄູ່ເຈລະຈາອາຊຽນ-ສ.ເກົາຫຼີ

Chia sẻ
(VOVWORLD) -ວັນທີ 14 ມິຖຸນາ, ຢູ່ນະຄອນເຊີອູ່ນ, ສ.ເກົາຫຼີ, ອາຊຽນ - ສ.ເກົາຫຼີ ໄດ້ໄຂສັບປະດາອາຊຽນ, ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງຄູ່ເຈລະຈາອາຊຽນ-ສ.ເກົາຫຼີ.

ລາຍການສະແດງສິລະປະຄຳນັບຊົມເຊີຍພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງຄູ່ເຈລະຈາອາຊຽນ-ສ.ເກົາຫຼີ ແກ່ຍາວໄປຮອດວັນທີ 15 ມິຖຸນາ, ພ້ອມກັບ “ASEAN Fashion Show” ໂດຍບັນດານັກສິລະປິນສະແດງໂຊບັນດາຊຸດອາພອນປະຈຳຊາດ ສົມທົບກັບຍຸກສະໄໝປະຈຸບັນ, ເຊິ່ງໄດ້ຮັບການອອກແບບຈາກບັນດານັກອອກແບບທີ່ມີຊື່ສຽງມາຈາກບັນດາປະເທດອາຊຽນ. ວັນທີ 16 ມິຖຸນາ, ຈະດຳເນີນລາຍການ “Talk Show” ກ່ຽວກັບຫົວຂໍ້ທ່ອງທ່ຽວອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ